Categories
ສາຍສັງຄົມ

ສຶກສາຄວາມຕ້ອງການພັດທະນາຊັບພະຍາກອນມະນຸດໃນອຸດສາຫະກໍາທ່ອງທ່ຽວ ຂອງ ສປປ.ລາວ ກໍລະນີສຶກສາ: 3 ເຂດທ່ອງທ່ຽວຕົ້ນຕໍ

ລັດສະໝີ ວົງແສງຈັນ1; ບົວດໍາແສງຄໍາຄຸດລາວົງ2; ພັນປະກິດອ່ອນພັນດາລາ3; ກົງໃຈ ສິນໂນລັກ4 1ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ 2ມະຫາວິທະຍາໄລວິທະຍາໄລແຫ່ງຊາດ 1vlatsamy@yahoo.co.uk 2Buadam61@gmail.com 3o.phanhpakit@gmail.com 4sinnoluc@gmail.com

ບົດຄັດຫຍໍ້

ການ​ຄົ້ນ​ຄວ້າໃນຄັ້ງ​ນີ້ມີ​ຈຸດປະສົງ​ເພື່ອສຶກສາສະພາບທົ່ວໄປຂອງການພັດທະນາຊັບພະຍາກອນມະນຸດ, ຮູບແບບຄວາມຕ້ອງການພັດທະນາຊັບພະຍາກອນມະນຸດແລະບັນຫາອຸປະສັກໃນການພັດທະນາຊັບພະຍາກອນມະນຸດໃນອຸດສາຫະກໍາທ່ອງທ່ຽວ, ປຽບທຽບຄວາມຕ້ອງການໃນການພັດທະນາຊັບພະຍາກອນມະນຸດດ້ານການຝຶກອົບຮົມແລະດ້ານການຍົກລະດັບການສຶກສາຂອງອຸດສາຫະກໍາທ່ອງທ່ຽວໂດຍແຍກຕາມປະເພດອຸດສາຫະກໍາທ່ອງທ່ຽວແລະປຽບທຽບຄວາມຕ້ອງການໃນການພັດທະນາຊັບພະຍາກອນມະນຸດດ້ານການຝຶກອົບຮົມແລະດ້ານການຍົກລະດັບການສຶກສາໂດຍແຍກຕາມທີ່ຕັ້ງອຸດສາຫະກໍາທ່ອງທ່ຽວຂອງແຕ່ລະເຂດສໍາລັບຜູ້ບໍລິຫານໃນອຸດສາຫະກໍາທ່ອງທ່ຽວໃນສປປລາວ. ການ​ສຶກສາ​ຄັ້ງ​ນີ້​ແມ່ນ​ນໍາໃຊ້​ວິທີ​ການ​ສຶກສາ​ແບບສຳຫຼວດ​ໂດຍ​ນໍາ​ໃຊ້​ກຸ່ມ​ຕົວຢ່າງ​ທັງ​ໝົດ 156 ​ບໍລິສັດ, ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​​​ແມ່ນ​ໃຊ້​ສະຖິຕິ​ພັນ​ລະນາ​ແລະ​ສະຖິຕິ​ອ້າງ​ອີງດ້ວຍ​ການ​ແປ​ຄວາມ​ໝາຍ​ໃນ​ລັກສະນະ​ຄວາມ​ຖີ່, ຄ່າ​ສະ​ເລ່ຍ, ການ​ທົດ​ສອບ​ສົມມຸດ​ຖານ t-test ແລະ One way ANOVA.      ຜົນການສຶກສາພົບວ່າ:​ ອຸດສາຫະກໍາທ່ອງທ່ຽວສ່ວນຫຼາຍ ​​ເປັນບໍລິສັດຈໍາກັດຜູ້ດຽວ, ເປັນ​ປະເພດທຸລະກິດກ່ຽວກັບໂຮງແຮມ-ຣີສອດ, ມີຈໍານວນພະນັກງານຕໍ່າກວ່າ 20 ຄົນ, ມີ​ໄລຍະດໍາເນີນທຸລະກິດຢູ່ໃນຊ່ວງ 5-10 ປີ, ການຮັບພະນັກງານສະເລ່ຍຕໍ່ປີແມ່ນ 1-2 ຄົນຕໍ່ປີ ແລະ ມີງົບປະມານພັດທະນາບຸກຄະລາກອນແຕ່ລະປີຕໍ່າກວ່າ 5% ຂອງງົບດໍາເນີນງານ.ລັກສະນະການ​ພັດທະນາບຸກຄະລາກອນໃນອົງກອນຜູ້ບໍລິຫານສ່ວນຫຼາຍເຄີຍເຂົ້າຝຶກອົບຮົມ 1-2 ຄັ້ງ, ​ວິທີພັດທະນາບຸກຄະລາກອນ​ແມ່ນການຝຶກອົບຮົມໄລຍະສັ້ນ, ​ ​ຊ່ວງເດືອນທີ່ເໝາະສົມໃນການໃຊ້ຝຶກອົບຮົມຈະແມ່ນລະຫວ່າງເດືອນ 7 ຫາເດືອນ 9,ຈໍານວນມື້ທີ່​ເໝາະ​ສົມໃນ​ການ​ໃຊ້​ຝຶກ​ອົບຮົມໃນໄລຍະ 3 ຫາ 5 ມື້ ​ແລະອຸປະສັກຫຼືຂໍ້ຫຍຸ້ງຍາກໃນການພັດທະນາບຸກຄະລາກອນໃນອົງກອນແມ່ນຍ້ອນບັນຫາພາລະໜ້າວຽກຫຼາຍ.ລະດັບຄວາມຕ້ອງການດ້ານການ​ຝຶກ​ອົບຮົມຂອງ​ຜູ້​ບໍລິຫານສໍາລັບໝວດບໍລິຫານທຸລະກິດແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ຫຼາຍ; ສໍາລັບ    ໝວດພາສາຕ່າງປະເທດແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ປານກາງແລະສໍາລັບ​ໝວດທັກສະວິຊາສະເພາະແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ຫຼາຍ​. ສາຂາ​ວິຊາ​ທີ່ຕ້ອງການຍົກລະດັບ​ຂອງ​ຜູ້​ບໍລິຫານ​ໂດຍ​ລຽງລຳດັບ​ຄວາມ​ຄິດ​ເຫັນ​ສະ​ເລ່ຍ​ແຕ່ຫຼາຍຫາໜ້ອຍມີ​ຄື: ການ​ບໍລິຫານການທ່ອງທ່ຽວລະດັບຫຼາຍທີ່ສຸດ; ພາສາ​ອັງກິດສໍາລັບທຸລະກິດ,​ ການບໍລິຫານ​ການຕະຫຼາດ, ການ​ບໍລິຫານການ​ໂຮງ​ແຮມລະດັບຫຼາຍ, ການບັນຊີ,ບໍລິຫານການ​ເງິນແລະການ​ບໍລິຫານ​ບຸກຄະລາ​ກອນຢູ່ໃນລະດັບຫຼາຍ​; ການ​ບໍລິຫານການຂົນສົ່ງຢູ່ໃນລະດັບປານກາງເທົ່ານັ້ນ.ຜົນ​ຂອງການ​ທົດ​ສອບ​ສົມມຸດ​ຖານ​ໂດຍ​ຈຳ​ແນ​ກຕາມ​ຕາມປະເພດອຸດສາຫະກໍາທ່ອງທ່ຽວແລະທີ່ຕັ້ງຂອງອຸດສາຫະກໍາທ່ອງທ່ຽວຂອງ​ຜູ້​ບໍລິຫານ​ເຫັນ​ວ່າ: ຜູ້ບໍລິຫານທີ່ຢູ່ໃນປະເພດອຸດສາຫະກໍາທ່ອງທ່ຽວທີ່ຕ່າງກັນຈະມີຄວາມຄວາມຕ້ອງການຝຶກອົບຮົມໃນສາຂາວິຊາໝວດບໍລິຫານທຸລະກິດແລະໃນສາຂາວິຊາໝວດພາສາຕ່າງປະເທດສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ95%, ຄວາມຕ້ອງການຍົກລະດັບໃນສາຂາວິຊາຕ່າງໆສ່ວນຫຼາຍແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ99%; ຜູ້ບໍລິຫານທີ່ຢູ່ໃນທີ່ຕັ້ງຂອງອຸດສາຫະກໍາທ່ອງທ່ຽວທີ່ຕ່າງກັນຈະມີຄວາມຄວາມຕ້ອງການຝຶກອົບຮົມໃນສາຂາວິຊາໝວດບໍລິຫານທຸລະກິດແລະໃນສາຂາວິຊາໝວດພາສາຕ່າງປະເທດຕ່າງໆສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ 95%. ຄວາມຕ້ອງການຍົກລະດັບໃນສາຂາວິຊາຕ່າງໆສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ 95%.

Leave a Reply

Your email address will not be published. Required fields are marked *