Categories
ສາຍທຳມະຊາດ

ສຶກສາທ່າແຮງໃນການຂະຫຍາຍອ່າງເກັບນໍ້າ ແລະ ການຜະລິດພະລັງງານຢູ່ເຂື່ອນໄຟຟ້ານໍ້າສະນາ 1, ເມືອງກາສີ,ແຂວງວຽງຈັນ

S.Phoummixay1*,V.Somchay2 ,S.Thongsalak3,P.Khanti4 1,2,3National University of Laos, Faculty of Engineering, Department of Environmental Engineering. 4Namsana1 Hydro Power Plant, Électricité Du Laos-Generation Public Company (EDL-GEN). *Corresponding author, E-mail: phoummixay2011@gmail.com

ບົດຄັດຫຍໍ້

ເຂື່ອນໄຟຟ້ານໍ້າສະນາ1ມີແຜນທີ່ຈະເພີ່່ມກຳລັງການຜະລິດເພື່ອຕອບສະຫນອງຄວາມຕ້ອງການໃນການນຳໃຊ້ພະລັງງານໄຟຟ້າຢູ່ພາຍໃນ.ການຂະຫຍາຍອ່າງເກັບນໍ້າແມ່ນຫນຶ່ງໃນວິທີທີ່ຈະສ້າງອ່າງເກັບນໍ້າ ແລະ ການຜະລິດພະລັງງານເຊັ່ນກັນ.ດັ່ງນັ້ນ,ຈຸດປະສົງຂອງການສຶກສາແມ່ນເພື່ອ: 1).ກຳນົດຂະຫນາດຂອງອ່າງເກັບນໍ້າໃຫມ່ໃນຂບໍລິເວນຝາຍກັນນໍ້າໃນເຂື່ອນ,2).ສຶກສາການຜະລິດພະລັງງານເມື່ອມີການຂະຫຍາຍອ່າງເກັບນໍ້າໃຫມ່ ແລະ 3).ວິເຄາະຜົນຕອບແທນໃນເວລາທີ່ເຂື່ອນໄດ້ມີການຂະຫຍາຍອ່າງເກັບນໍ້າ ແລະ ດຳເນີນການຜະລິດພະລັງງານ.ໂດຍພື້ນຖານແລ້ວ,ການສຶກສາດັ່ງກ່າວແມ່ນຈະໄດ້ອີງໃສ່ຂໍ້ມູນທີ່ມີຢູ່ໃນລະຫວ່າງປີ 2015-2018 ແລະ ນຳໃຊ້ໂປຣແກຣມ MS Excel ແລະ ແບບຈຳລອງ NAM ເປັນເຄື່ອງມືໃນການຄິດໄລ່ບໍລິມາດຂອງນໍ້າ ແລະ ຂໍ້ມູນທາງດ້ານອຸທົກກະສາດເຊິ່ງໄດ້ຈຳແນກອອກເປັນສາມກໍລະນີໂດຍອີງໃສ່ຂໍ້ມູນການໄຫລເຂົ້າຂອງນໍ້າໃນ:ປີແຫ້ງແລ້ງ,ປີປົກກະຕິ ແລະ ປີມີນໍ້າ.ດັ່ງນັ້ນ,ຜົນການສຶກສາພົບວ່າ:ຂະຫນາດໃນການຂະຫຍາຍອ່າງເກັບນໍ້າໄດ້ບໍລິມາດນໍ້າຫລາຍສຸດແມ່ນ 264,870 m3,ເຊິ່ງມີຜົນຕ່າງລະຫວ່າງລະດັບນໍ້າ 642.00 masl ແລະ ຕໍ່າສຸດແມ່ນ 638.00 masl.ບໍລິມາດນໍ້າທີ່ໃຊ້ໃນການຜະລິດພະລັງງານໄຟຟ້າແມ່ນ: 199,291 m3 ເຊິ່ງລະດັບນໍ້າຈາກຈຸດ 639.00 masl ຫາຈຸດສູງສຸດ 642.00 masl ທີ່ສາມາດຜະລິດພະລັງງານໄຟຟ້າໄດ້,ໂດຍສະເລ່ຍໃນສາມກໍລະນີ: ກຳລັງການຜະລິດພະລັງງານເພີ່ມຂື້ນ2,559,906 kWh /ປີ, ຄ່າຂອງ Plant factor ເພີ່ມຂື້ນ 2.09%.

ສະຫລຸບລວມແລ້ວເຫັນວ່າ:ຜົນຕອບແທນແມ່ນ 1,505,224,744 kip/ປີ,ເຊິ່ງມີມູນຄ່າໃນການລົງທຶນທັງຫມົດແມ່ນ 6,643,120,000 kip ແລະ ຈະໄດ້ໃຊ້ເວລາປະມານ 4.5 ປີໃນການຈ່າຍເງິນຄືນ

Categories
ສາຍທຳມະຊາດ

ນຳໃຊ້ Finite Difference Method ແລະ ການສະພາວະຄົງທີ່ເພື່ອສ້າງແບບຈຳລອງການໄຫລຂອງນໍ້າໃຕ້ດິນຢູ່ເຂດຂຸດຄົ້ນພູຄຳ,ແຂວງໄຊສົມບູນ,ສປປ ລາວ

S.Phoummixay1*, P.Sengprachanh2, Guillermo III Quesada Tabios3 1,2Department of Environmental Engineering, Faculty of Engineering, National University of Laos, 3Professor, Institute of Civil Engineering and Director of National Hydraulic Research Center, University of the Philippines, Diliman,Quezon City, Philippines 1101 *Corresponding author, E-mail: phoummixay2011@gmail.com

ບົດຄັດຫຍໍ້

ແບບຈຳລອງນໍ້າໃຕ້ດິນແມ່ນວິທີທີ່ນິຍົມກັນຢ່າງຫລວງຫລາຍໃນການສຶກສາກ່ຽວກັບການໄຫລ ແລະ

ການເຄື່ອນທີ່ຂອງສານປົນເປື້ອນໃນນຳໃຕ້ດິນ,ເພື່ອສ້າງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນລັກສະນະການໄຫລຂອງນໍ້າໃຕ້ດິນ.ດັ່ງນັ້ນ, ຈຸດປະສົງຂອງການສຶກສາແມ່ນ: 1. ເພື່ອສ້າງ ແລະ ພັດທະນາແບບຈຳລອງແນວຄວາມຄິດນໍ້າໃຕ້ດິນຢູ່ເຂດຂຸດຄົ້ນພູຄຳ ແລະ 2.ເພື່ອຈຳລອງການໄຫລຂອງນໍ້າໃຕ້ດິນໃນສະພາວະຄົງທີ່(ການໄຫລທີ່ບໍ່ຂື້ນກັບເວລາ).ການສຶກສາຄັ້ງນີ້ໄດ້ນຳໃຊ້ໂປຣແກຣ Groundwater Modeling System (GMS) 6.5 ເຊິ່ງປະກອບດ້ວຍຊຸດຂອງໂປຣແກຣມ MOFLOW ໂດຍນຳໃຊ້ຄະນິດສາດຂັ້ນສູງທີ່ເອີ້ນວ່າ: Finite Difference

Method (FDM).ແບບຈຳລອງການໄຫລຄົງທີ່ໄດ້ກຳນົດ ແລະ ມີການປັບປ່ຽນຄ່າຢູ່ລະຫວ່າງ ± 2 ແມັດ.ຫລັງ

ຈາກນັ້ນ,ແບບຈຳລອງດັ່ງກ່າວກໍໄດ້ມີການທົດລອງຣັນໃນໂປຣແກຣມ MOFLOW,ເພື່ອໃຫ້ໄດ້ຄ່າທີ່ຍອມຮັບ

ໄດ້ຕາມເປົ້າຫມາຍທີ່ກຳນົດໄວ້ລະຫວ່າງຄ່າຂອງລະດັບນໍ້າໃຕ້ດິນທີ່ເຮົາໄດ້ຈາກການສຳຫລວດຕົວຈິງ ແລະ ຄ່າ

ຈາກໂປຣແກຣມ.ໂດຍມີການປັບປ່ຽນຄ່າສຳປະສິດການຊືມ ແລະ ນໍ້າທີ່ໄຫລເຂົ້າມາໃນແບບຈຳລອງ.ຄ່ານໍ້າທີ່

ໄຫລເຂົ້າມາຢູ່ລະຫວ່າງ 2% ຫາ 12% ຈາກປະລິມານນໍ້າຝົນສະເລ່ຍ 0.00475 ແມັດ/ມື້,ເຊິ່ງພົບວ່າມີຄ່າ:

7.22 % ຫລື 0.000343 ແມັດ/ມື້.ພາຍຫລັງທີ່ມີການທົດລອງຣັນແບບຈຳລອງຫລາຍໆແລ້ວ,ເຫັນໄດ້ວ່າ,ຄ່າ

ຄາດເຄື່ອນສະເລ່ຍຮາກຂັ້ນສອງຂອງສະພາວະຄົງທີ່ (Root Mean Square Error, RMSE): ຊັ້ນທີ1,ຊັ້ນທີ

2,ຊັ້ນທີ3 ແລະ ຊັ້ນທີ4 ແມ່ນ1.840ແມັດ, 1.767ແມັດ,1.963 ແມັດ ແລະ 0.574ແມັດ,ຕາມລຳດັບ, ເຊິ່ງຄ່າ

ສຳປະສິດການຕັດສິນໃຈ(R2)ຊັ້ນທີ1, ຊັ້ນທີ2, ຊັ້ນທີ3 ແລະ ຊັ້ນທີ4 ແມ່ນ 0.965, 0.96, 0.959 ແລະ

0.985, ຕາມລຳດັບ

Categories
ສາຍທຳມະຊາດ

Applied Finite Difference Method and Steady State for Groundwater Flow Modeling Phukham area, Xaysomboun Province, Lao PDR

S.Phoummixay1*, P.Sengprachanh2, Guillermo III Quesada Tabios3 1,2Department of Environmental Engineering, Faculty of Engineering, National University of Laos, 3Professor, Institute of Civil Engineering and Director of National Hydraulic Research Center, University of the Philippines, Diliman,Quezon City, Philippines 1101 *Corresponding author, E-mail: phoummixay2011@gmail.com

Abstract

Groundwater modeling is a common approach of conducting on groundwater flow and contaminant transport simulation. Consequently, in order to understand the behavior of groundwater flow. Therefore, the objective of this study is to establish and develop conceptual model of groundwater at Phukham Copper – Gold operations mining and simulate the steady state flow modeling. Groundwater Modeling System (GMS) 6.5 software was applied using MOFLOW Package which employ advanced mathematics as Finite Difference Method (FDM). Steady State Flow model was set up and calibrated within target ± 2 meters; then the model was run in MOFLOW in order to obtain acceptable observed and simulated hydraulic head by adjusting hydraulic conductivities and recharge values. Recharge rate was adjusted between 2% to 12% from annual rainfall 0.00475 m/d and it was found out to be 7.22 % or 0.000343 m/d. Model has come up with reasonable result of each scenario. Hence, root mean square error of steady state: layer1, layer 2, layer3 and layer4 are 1.840 m, 1.767 m, 1.963 m and 0.574 m, respectively. The coefficient of determination of steady state for layer1, layer2, layer3 and layer4 are 0.965, 0.96, 0.959 and 0.985, respectively

Categories
ສາຍທຳມະຊາດ

ສຶກສາຄຸນສົມບັດຂອງດິນຈີ່ແບບປະສານທີ່ປະສົມເທົ່າລອຍຈາກໂຮງງານໄຟຟ້າຫົງສາ Properties of interlocking clay brick mixing with Fly Ash from Hongsa Power Plant

ປອ. ຄໍາຮູ້ ຊາພູວົງ1, ນາງ ດາວສະຫວັນ ພຸດທະວົງ2 , ນາງ ທິດດາວັນ ນາລິນ3 1 ອາຈານສອນ,ພາກວິສະວະກຳໂຍທາ,ຄະນະວິສະວະກຳສາດ,ມະຫາວິທະຍາໄລແຫ່ງຊາດ 2, 3ນັກສຶກສາລະດັບປະລິນຍາຕີ,ພາກວິສະວະກຳໂຍທາ,ຄະນະວິສະວະກຳສາດ,ມະຫາວິທະຍາໄລແຫ່ງຊາດ Email:k.saphouvong@nuol.edu.la

ບົດຄັດຫຍໍ້

Interlocking clay brick is one of the construction material that initially used in Laos due to it is fast to build and save cost by overall. In this study, interlocking bricks are made by mixing soil with sand, cement and fly ash from Hongsa Power Plantin the ratio of powderto soil is 1:6. The replacement percentage of fly ash to cement in the powder is 0%,10%,20%, and 30% by weight under the curing conditions in the room temperature. The engineering properties of brick, water absorption, density, and compressive strength were tested afterage of28-days. As the results, it was found that the properties of interlocking bricks that mixes with fly ash, compressive strength, density and water absorption are compliance with the standardof the interlock bricks. The compressive strength of brick at 28 days for the replacement ratio of fly ash to cement of0%, 10%, 20%, 30% are 6.0 MPa, 5.4 MPa, 5.0 MPa, 5.0 MPa respectively. In the same ratio, the test results of density of brick are 1,067, 1,670, 1,620, 1,600 kg/m3 respectively, water absorption are 8.77%, 9.18%, 9.64%, and 10.26% respectively.Based on the overall results of this study, the studied interlocking brick is able to use as the standard interlocking bricks which compressive strength over 2.5 MPa, water absorption is not over 15%

Categories
ສາຍທຳມະຊາດ

ຕົ້ນກະຖິນໜາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ

ພົງໄພບູນ ພອນປະເສີດ1, 2*, ສີທາ ສຸວັນນະວົງສັກ1 ແລະ ອຸ້ຍ ເອີນທະວັນ1 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຕົ້ນກະຖິນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນໍ້າຢ່າງໄວວາ ເຊີ່ງເປັນຂໍ້ຈຳກັດເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີສັດຕູທາງທໍາມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນ, ການນໍາເອົາຕົ້ນກະຖິນໜາມມາໃຊ້ປະໂຫຍດໃນດ້ານພະລັງງານຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສຶກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່າຍອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົງເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໜາມ, ປຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊີ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖິນໜາມ:ແປ້ງ) ຄື 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອີກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນໍ້າ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສືກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົງທີ່ສະໝໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖົ່າໜ້ອຍ. ດັ່ງນັ້ນ, ສາມາດສະຫຼຸບໄດ້ວ່າຖ່ານອັດກ້ອນຈາກກະຖິນໜາມມີ ປະສິດທິພາບ ແລະ ຍັງສາມາດ ເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ ໃນຕໍ່ໜ້າໄດ້

Categories
ສາຍທຳມະຊາດ

ຂະບວນການການແຍກເສັ້ນໄຍຜັກຕົບເພື່ອຜະລິດເຄື່ອງຫັດຖະກຳ

ວິລະພອນ ວົງພະຈັນ1, ຢູລິນ ຄຸນພິທັກ1, ແລະ ພົງໄພບູນ ພອນປະເສີດ1, 2* 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຜັກຕົບເປັນວັດສະພືດຊະນິດໜຶ່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນແຫຼ່ງນໍ້າຢ່າງໄວວາ ເຊິ່ງເປັນຂໍ້ຈໍາກັດຫຼັກໃນດ້ານການຄົມມະນາທາງນໍ້າ ແລະ ກີດຂວາງຂອງການລະບາຍນໍ້າ ແລະ ຍັງເຮັດໃຫ້ແຫ່ງນໍ້າຕື້ນເຂີນ. ດັ່ງນັ້ນ, ການນໍາເອົາຜັກຕົບມາໃຊ້ປະໂຫຍດໃນດ້ານຫັດຖະກໍາ ເປັນໜຶ່ງໃນວິທີການຫຼຸດຜ່ອນບັນຫາດັ່ງກ່າວ. ການສຶກສາຄັ້ງນີ້ມີຈຸດປະສົ່ງເພື່ອສຶກສາຂະບວນການແຍກເສັ້ນໄຍຜັກຕົບ, ປຽບທຽບຄຸນນະພາບຂອງເສັ້ນໄຍຜັກຕົບ ແລະ ນຳເອົາເສັ້ນໄຍທີ່ໄດ້ໄປຜະລິດເປັນເຄື່ອງຫັດຖະກຳ. ເຊິ່ງໄດ້ມີການປະສົມເສັ້ນໄຍຜັກຕົບ ແລະ ເສັ້ນໄຍກາບກ້ວຍໃນອັດຕາສ່ວນທີ່ແຕກຕ່າງກັນ. ໂດຍມີທັງໝົດ 7 ອັດຕາສ່ວນຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍຄື: 00:100; 80:20; 60:40; 50:50; 40:60; 20:80; 100:00; ເພື່ອປຽບທຽບຄວາມໝັ້ນໜຽວດ້ວຍວິທີການມັດເສັ້ນໄຍດ້ວຍວິທີການແຂວນເທິງຮາວທີ່ຫ້ອຍດ້ວຍລູກຕຸ່ມຂະໜາດມາດຕະຖານ ຈົນກວ່າເສັ້ນໄຍຂາດ ເພື່ອຫານ້ຳໜັກສູງສຸດທີ່ເສັ້ນໄຍສາມາດຮັບໄດ້ ແລ້ວຄິດໄລ່ຫາແຮງດຶງ, ສ່ວນການປຽບທຽບຄຸນສົມບັດໃນການດູດຊຶມນໍ້າດ້ວຍການນໍາຕົວຢ່າງເສັ້ນໄຍມາອົບທີ່ອຸນນະພູມ 50 C° ເປັນເວລາ 24 ຊົ່ວໂມງແລ້ວ ຊັ່ງນໍ້າໜັກເສັ້ນໄຍຫຼັງອົບ, ຕໍ່ມານໍາເສັ້ນໄຍຫຼັງອົບມາແຊ່ໃນນໍ້າກັ່ນທີ່ອຸນນະພູນຫ້ອງເປັນເວລາ 24 ຊົ່ວໂມງ ແລະ ຊັ່ງນໍ້າໜັກເສັ້ນໄຍໃນທຸກ 3, 6, 9 ແລະ 24 ຊົ່ວໂມງ ເຊິ່ງແຕ່ລະຕົວຢ່າງມີການທົດລອງ 3 ຊໍ້າ. ຈາກຜົນການສຶກສາຂັ້ນຕອນໃນການແຍກເສັ້ນໄຍພືດດ້ວຍເຄື່ອງຈັກແບບໃຊ້ໄຟຟ້າເຫັນວ່າ ແຕ່ລະວັດຖຸດິບໃຊ້ນໍ້າໜັກເລີ່ມຕົ້ນ 70 kg,  ສາມາດແຍກເສັ້ນໄຍຜັດຕົບໄດ້ 0.54kg  ແລະ ເສັ້ນໄຍກາບກ້ວຍໄດ້ 3.01kg. ໃນການປຽບທຽບຄວາມໝັ້ນໜຽວຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍດ້ວຍອັດຕາສ່ວນທີ່ແຕກຕ່າງກັນ, ສາມາດສະຫຼຸບໄດ້ວ່າ: ອັດຕາສ່ວນ 50:50 ມີລັກສະນະເສັ້ນໄຍສີໄຂ່ຂາວ, ມີຄວາມສາມາດຮັບຄວາມແຮງດຶງ 14.7N ແລະ ມີຄ່າການດູດຊຶມນໍ້າ 7 ເທົ່າ, ມີຜິວສໍາຜັດນຸ່ມເລັກນ້ອຍ ເຊິ່ງໄດ້ເລືອກເອົາອັດຕາສ່ວນນີ້ມາທົດລອງຕໍ່າແຜນແພ ແລະ ນໍາມາຕໍ່ຍອດເຮັດເປັນຜະລິດຕະພັນຫັດຖະກໍາ (ກະເປົ໋າເງິນ). ການສຶກສາເຕັກນິກວິທີທີ່ໃຊ້ໃນການແຍກເສັ້ນໄຍພືດ ເພື່ອຜະລິດເຄື່ອງຫັດຖະກຳ ສາມາດເປັນອີກແນວທາງໜຶ່ງໃນການຫຼຸດປະລິມານຜັກຕົບ ແລະ ກາບກ້ວຍໄດ້ ໂດຍການນໍາມາສ້າງສັນເປັນຜະລິດຕະພັນທີມີມູນຄ່າ ສາມາດເປັນແນວທາງໃນການສ້າງເປັນເສດຖະກິດສີຂຽວໄດ້ໃນອະນາຄົດ

Categories
ສາຍທຳມະຊາດ

ພືດດອກໃນເຂດພູຈອມວອຍ ປ່າສະຫງວນຂອງແຂວງ ແຂວງບໍລິຄໍາໄຊ

Corresponding author: biokklano@yahoo.com Tel. +856 20 55209822 ໜ່ວຍວິຊາພືດສາດ, ພາກວິຊາຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ 2ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ

ບົດ​ຄັດ​ຫຍໍ້

ການສຶກສາພືດດອກໃນ​ເຂດ​ພູ​ຈອມ​ວອຍ, ​ປ່າ​​ສະ​ຫງວນ​ຂອງ​ແຂວງ ​ແຂວງ​ບໍລິ​ຄຳ​ໄຊ ແຕ່​ເດືອນ​ທັນ​ວາ 2017 ເຖິງ​ເດືອນ​ຕຸລາ 2020, ​ໃນ​ເຂດ​ບ້ານ​ນາ​ເຮືອງ ເມືອງ​ຄຳ​ເກີດ ແລະ ​ບ້ານ​ນ້ຳ​ປັນ, ບ້ານວັງບານ ເມືອງ​ໄຊ​ຈຳ​ພອນ, ​ໃນ​ລະດັບ​ຄວາມ​ສູງ​ທຽບ​ກັບ​ລະດັບ​ນ້ຳ​ທະ​ເລ ແຕ່ 500 ມ. ເຖິງ 1,820 ມ,  ພົບພືດທັງ​ໝົດ 460ຊະນິດ, 107 ຕະກຸນ ມີ​ຕົວ​ຢ່າງ​ພືດຫຼາຍກວ່າ 450 ນ້ຳ​ເບີ ເຊິ່ງໄດ້​ເກັບ​ຮັກ​ສາ​ໄວ້​ໃນ​ຫ້ອງພິ​ພິ​ທະ​ພັນ​ພືດ ຂອງພາກວິຊາຊີວະວິທະຍາ, ຄະ​ນະ​ວິ​ທະ​ຍາ​ສາດທຳ​ມະ​ຊາດ ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ. ພືດທີ່ສຶກສາຄັ້ງນີ້ພົບວ່າກຸ່ມ​ພືດ​ໃບ​ລ້ຽງ​ຄູ່​ມີ​ຈຳນວນ​ຫຼາຍ​ກວ່າ​ໝູ່ 355 ຊະນິດ ນອນ​ໃນ 87 ຕະກຸນ, ​ຮອງລົງ​ມາ​ແມ່ນກຸ່ມພືດ​ໃບ​ລ້ຽງ​ດ່ຽວ 99 ຊະນິດ, 15 ຕະກຸນ, ກຸ່ມ​ພືດ​ເມັດ​ເປຶ​ອຍ 6 ຊະນິດ 5 ຕະກຸນ. ໃນການສຶກສາຄັ້ງນີ້ສຶກສາລັກສະນະທາງສັນຖານວິທະຍາ, ຈັດຈຳແນກລະດັບກຸ່ມ, ຕະກຸນ ແລະ ຊະນິດ, ໄດ້ສຶກການ​ກະຈາຍ​ພັນ, ສະພາບ​ທາງ​ແຫຼ່ງທີ່ຢູ່​ອາ​ໄສ, ສະພາບ​ທາງ​ນິ​ເວດ​ວິທະຍາ ແລະ ຖ່າຍພາບປະກອບ

Categories
ສາຍທຳມະຊາດ

ຄວາມຫຼາກຫຼາຍຂອງຊະນິດພັນປາໃນເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄຳໄຊ

ກອນອຸມາ ພົງສາ, ບຸນທົບ ພະໄຊສົມບັດ, ຈັນທິມາ ປົນທະລິດ, ລີພອນ ໜໍ່ປະເສີດ, ເກັ່ງຄຳ ເງິນນະລາດ, ທອງຈັນ ອິນທະວົງ, ພຸດທະນົງ ອິນທະວົງ ແລະ ດວງມາລາ ພູວິລົມ ພາກວິຊາ ຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ Email: bounthob@nuol.edu.la.

ບັດຄັດຫຍໍ້

ການສຳຫຼວດ ກ່ຽວກັບຄວາມຫຼາກຫຼາຍຂອງປາ ໃນເຂດປ່າສະຫງວນພູຈອມວອຍທັງໝົດ 7 ຄັ້ງ ລະຫວ່າງປີ 2017-2020 ໃນຈໍານວນ 7 ຈຸດທີ່ນອນຢູ່ໃນເຂດເມືອງໄຊຈຳພອນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໄດ້ຮວບຮວມຕົວຢ່າງປາທັງໝົດຈຳນວນ  43 ຊະນິດ, 23 ສະກຸນ, 9 ຕະກຸນ, ຫຼາຍກວ່າໝູ່ແມ່ນຕະກຸນປາປາກ (Cyprinidae) ມີ 19 ຊະນິດ, ກວມເອົາ 44% ຂອງຈຳນວນຊະນິດປາທັງໝົດທີ່ພົບ. ປາສ່ວນຫຼາຍເລົ່ານີ້ລ້ວນແຕ່ເປັນອາຫານຂອງຄົນໃນທ້ອງຖິ່ນ ແລະ ພົບວ່າສະກຸນປາມັນ (Garra) ນັບວ່າເປັນປາທີ່ນຳເຂົ້າມາປ່ອຍໃນເວລາບໍ່ເທົ່າໃດປີທີ່ຜ່ານມານີ້. ພົບ 1 ຊະນິດ ທີ່ຢູ່ໃນສະຖານະພາບໃກ້ຈະສູນພັນທີ່ສຸດຄືປາພັ້ນ Schistura tenura (Kottelat,2000) ແລະ ອີກ 2 ຊະນິດທີ່ໃກ້ຈະສູນພັນຄື: ປາພັ້ນ Schistura bolavenensis (Kottelat,2000) ແລະ ປາຢື້ນ Pterocryptis inusitata. ອີກດ້ານນຶ່ງ, ປາແກງ (Cirrhinus molitorella (Valenciennes, 1844)ໄດ້ມີການນໍາໃຊ້ຫຼາຍຢ່າງກວ້າງຂວາງ ແລະ ຖືກຈັດເປັນປາທີ່ໃກ້ຈະຖືກໄພຂົ່ມຂູ່. ໃນເຂດສຶກສາໄດ້ມີການບັນທຶກລາຍງານປາຂັງ Luciocyprinus striolatus ໃນເຂດວັງສະຫງວນຂອງບ້ານວັງບານ ເມືອງໄຊຈຳພອນ ທີ່ເປັນປາຂະໜາດໃຫຍ່, ຈັດຢູ່ໃນຈຳພວກປາທີ່ຖືກໄພຂົ່ມຂູ່ ແລະ ໃກ້ຈະສູນພັນ ຕາມບັນຊີແດງຂອງ IUCN. ຜົນການສຶກສາຢັງຢືນວ່າພວກເຮົາຍັງຕ້ອງການເວລາ ແລະ ຂະຫຍາຍພື້ນທີ່ເພີ່ມເຕີ່ມ ເພື່ອຊອກໄດ້ຊະນິດພັນໃໝ່ທີ່ອາດເຊື່ອງຊ້ອນຢູ່ໃນພື້ນທີ່ອັນອຸດົມສົມບູນທາງທຳມະຊາດ; ຊື່ງຈະເປັນຂໍ້ມູນທີ່ສຳຄັນໃຫ້ແກ່ວຽກງານອະນຸລັກປາໃນອະນາຄົດ.