Categories
ສາຍທຳມະຊາດ

ຕົ້ນກະຖິນໜາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ

ພົງໄພບູນ ພອນປະເສີດ1, 2*, ສີທາ ສຸວັນນະວົງສັກ1 ແລະ ອຸ້ຍ ເອີນທະວັນ1 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຕົ້ນກະຖິນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນໍ້າຢ່າງໄວວາ ເຊີ່ງເປັນຂໍ້ຈຳກັດເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີສັດຕູທາງທໍາມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນ, ການນໍາເອົາຕົ້ນກະຖິນໜາມມາໃຊ້ປະໂຫຍດໃນດ້ານພະລັງງານຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສຶກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່າຍອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົງເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໜາມ, ປຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊີ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖິນໜາມ:ແປ້ງ) ຄື 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອີກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນໍ້າ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສືກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົງທີ່ສະໝໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖົ່າໜ້ອຍ. ດັ່ງນັ້ນ, ສາມາດສະຫຼຸບໄດ້ວ່າຖ່ານອັດກ້ອນຈາກກະຖິນໜາມມີ ປະສິດທິພາບ ແລະ ຍັງສາມາດ ເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ ໃນຕໍ່ໜ້າໄດ້

Categories
ສາຍທຳມະຊາດ

ຂະບວນການການແຍກເສັ້ນໄຍຜັກຕົບເພື່ອຜະລິດເຄື່ອງຫັດຖະກຳ

ວິລະພອນ ວົງພະຈັນ1, ຢູລິນ ຄຸນພິທັກ1, ແລະ ພົງໄພບູນ ພອນປະເສີດ1, 2* 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຜັກຕົບເປັນວັດສະພືດຊະນິດໜຶ່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນແຫຼ່ງນໍ້າຢ່າງໄວວາ ເຊິ່ງເປັນຂໍ້ຈໍາກັດຫຼັກໃນດ້ານການຄົມມະນາທາງນໍ້າ ແລະ ກີດຂວາງຂອງການລະບາຍນໍ້າ ແລະ ຍັງເຮັດໃຫ້ແຫ່ງນໍ້າຕື້ນເຂີນ. ດັ່ງນັ້ນ, ການນໍາເອົາຜັກຕົບມາໃຊ້ປະໂຫຍດໃນດ້ານຫັດຖະກໍາ ເປັນໜຶ່ງໃນວິທີການຫຼຸດຜ່ອນບັນຫາດັ່ງກ່າວ. ການສຶກສາຄັ້ງນີ້ມີຈຸດປະສົ່ງເພື່ອສຶກສາຂະບວນການແຍກເສັ້ນໄຍຜັກຕົບ, ປຽບທຽບຄຸນນະພາບຂອງເສັ້ນໄຍຜັກຕົບ ແລະ ນຳເອົາເສັ້ນໄຍທີ່ໄດ້ໄປຜະລິດເປັນເຄື່ອງຫັດຖະກຳ. ເຊິ່ງໄດ້ມີການປະສົມເສັ້ນໄຍຜັກຕົບ ແລະ ເສັ້ນໄຍກາບກ້ວຍໃນອັດຕາສ່ວນທີ່ແຕກຕ່າງກັນ. ໂດຍມີທັງໝົດ 7 ອັດຕາສ່ວນຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍຄື: 00:100; 80:20; 60:40; 50:50; 40:60; 20:80; 100:00; ເພື່ອປຽບທຽບຄວາມໝັ້ນໜຽວດ້ວຍວິທີການມັດເສັ້ນໄຍດ້ວຍວິທີການແຂວນເທິງຮາວທີ່ຫ້ອຍດ້ວຍລູກຕຸ່ມຂະໜາດມາດຕະຖານ ຈົນກວ່າເສັ້ນໄຍຂາດ ເພື່ອຫານ້ຳໜັກສູງສຸດທີ່ເສັ້ນໄຍສາມາດຮັບໄດ້ ແລ້ວຄິດໄລ່ຫາແຮງດຶງ, ສ່ວນການປຽບທຽບຄຸນສົມບັດໃນການດູດຊຶມນໍ້າດ້ວຍການນໍາຕົວຢ່າງເສັ້ນໄຍມາອົບທີ່ອຸນນະພູມ 50 C° ເປັນເວລາ 24 ຊົ່ວໂມງແລ້ວ ຊັ່ງນໍ້າໜັກເສັ້ນໄຍຫຼັງອົບ, ຕໍ່ມານໍາເສັ້ນໄຍຫຼັງອົບມາແຊ່ໃນນໍ້າກັ່ນທີ່ອຸນນະພູນຫ້ອງເປັນເວລາ 24 ຊົ່ວໂມງ ແລະ ຊັ່ງນໍ້າໜັກເສັ້ນໄຍໃນທຸກ 3, 6, 9 ແລະ 24 ຊົ່ວໂມງ ເຊິ່ງແຕ່ລະຕົວຢ່າງມີການທົດລອງ 3 ຊໍ້າ. ຈາກຜົນການສຶກສາຂັ້ນຕອນໃນການແຍກເສັ້ນໄຍພືດດ້ວຍເຄື່ອງຈັກແບບໃຊ້ໄຟຟ້າເຫັນວ່າ ແຕ່ລະວັດຖຸດິບໃຊ້ນໍ້າໜັກເລີ່ມຕົ້ນ 70 kg,  ສາມາດແຍກເສັ້ນໄຍຜັດຕົບໄດ້ 0.54kg  ແລະ ເສັ້ນໄຍກາບກ້ວຍໄດ້ 3.01kg. ໃນການປຽບທຽບຄວາມໝັ້ນໜຽວຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍດ້ວຍອັດຕາສ່ວນທີ່ແຕກຕ່າງກັນ, ສາມາດສະຫຼຸບໄດ້ວ່າ: ອັດຕາສ່ວນ 50:50 ມີລັກສະນະເສັ້ນໄຍສີໄຂ່ຂາວ, ມີຄວາມສາມາດຮັບຄວາມແຮງດຶງ 14.7N ແລະ ມີຄ່າການດູດຊຶມນໍ້າ 7 ເທົ່າ, ມີຜິວສໍາຜັດນຸ່ມເລັກນ້ອຍ ເຊິ່ງໄດ້ເລືອກເອົາອັດຕາສ່ວນນີ້ມາທົດລອງຕໍ່າແຜນແພ ແລະ ນໍາມາຕໍ່ຍອດເຮັດເປັນຜະລິດຕະພັນຫັດຖະກໍາ (ກະເປົ໋າເງິນ). ການສຶກສາເຕັກນິກວິທີທີ່ໃຊ້ໃນການແຍກເສັ້ນໄຍພືດ ເພື່ອຜະລິດເຄື່ອງຫັດຖະກຳ ສາມາດເປັນອີກແນວທາງໜຶ່ງໃນການຫຼຸດປະລິມານຜັກຕົບ ແລະ ກາບກ້ວຍໄດ້ ໂດຍການນໍາມາສ້າງສັນເປັນຜະລິດຕະພັນທີມີມູນຄ່າ ສາມາດເປັນແນວທາງໃນການສ້າງເປັນເສດຖະກິດສີຂຽວໄດ້ໃນອະນາຄົດ