Categories
ສາຍທຳມະຊາດ

ສຶກສາທ່າແຮງໃນການຂະຫຍາຍອ່າງເກັບນໍ້າ ແລະ ການຜະລິດພະລັງງານຢູ່ເຂື່ອນໄຟຟ້ານໍ້າສະນາ 1, ເມືອງກາສີ,ແຂວງວຽງຈັນ

S.Phoummixay1*,V.Somchay2 ,S.Thongsalak3,P.Khanti4 1,2,3National University of Laos, Faculty of Engineering, Department of Environmental Engineering. 4Namsana1 Hydro Power Plant, Électricité Du Laos-Generation Public Company (EDL-GEN). *Corresponding author, E-mail: phoummixay2011@gmail.com

ບົດຄັດຫຍໍ້

ເຂື່ອນໄຟຟ້ານໍ້າສະນາ1ມີແຜນທີ່ຈະເພີ່່ມກຳລັງການຜະລິດເພື່ອຕອບສະຫນອງຄວາມຕ້ອງການໃນການນຳໃຊ້ພະລັງງານໄຟຟ້າຢູ່ພາຍໃນ.ການຂະຫຍາຍອ່າງເກັບນໍ້າແມ່ນຫນຶ່ງໃນວິທີທີ່ຈະສ້າງອ່າງເກັບນໍ້າ ແລະ ການຜະລິດພະລັງງານເຊັ່ນກັນ.ດັ່ງນັ້ນ,ຈຸດປະສົງຂອງການສຶກສາແມ່ນເພື່ອ: 1).ກຳນົດຂະຫນາດຂອງອ່າງເກັບນໍ້າໃຫມ່ໃນຂບໍລິເວນຝາຍກັນນໍ້າໃນເຂື່ອນ,2).ສຶກສາການຜະລິດພະລັງງານເມື່ອມີການຂະຫຍາຍອ່າງເກັບນໍ້າໃຫມ່ ແລະ 3).ວິເຄາະຜົນຕອບແທນໃນເວລາທີ່ເຂື່ອນໄດ້ມີການຂະຫຍາຍອ່າງເກັບນໍ້າ ແລະ ດຳເນີນການຜະລິດພະລັງງານ.ໂດຍພື້ນຖານແລ້ວ,ການສຶກສາດັ່ງກ່າວແມ່ນຈະໄດ້ອີງໃສ່ຂໍ້ມູນທີ່ມີຢູ່ໃນລະຫວ່າງປີ 2015-2018 ແລະ ນຳໃຊ້ໂປຣແກຣມ MS Excel ແລະ ແບບຈຳລອງ NAM ເປັນເຄື່ອງມືໃນການຄິດໄລ່ບໍລິມາດຂອງນໍ້າ ແລະ ຂໍ້ມູນທາງດ້ານອຸທົກກະສາດເຊິ່ງໄດ້ຈຳແນກອອກເປັນສາມກໍລະນີໂດຍອີງໃສ່ຂໍ້ມູນການໄຫລເຂົ້າຂອງນໍ້າໃນ:ປີແຫ້ງແລ້ງ,ປີປົກກະຕິ ແລະ ປີມີນໍ້າ.ດັ່ງນັ້ນ,ຜົນການສຶກສາພົບວ່າ:ຂະຫນາດໃນການຂະຫຍາຍອ່າງເກັບນໍ້າໄດ້ບໍລິມາດນໍ້າຫລາຍສຸດແມ່ນ 264,870 m3,ເຊິ່ງມີຜົນຕ່າງລະຫວ່າງລະດັບນໍ້າ 642.00 masl ແລະ ຕໍ່າສຸດແມ່ນ 638.00 masl.ບໍລິມາດນໍ້າທີ່ໃຊ້ໃນການຜະລິດພະລັງງານໄຟຟ້າແມ່ນ: 199,291 m3 ເຊິ່ງລະດັບນໍ້າຈາກຈຸດ 639.00 masl ຫາຈຸດສູງສຸດ 642.00 masl ທີ່ສາມາດຜະລິດພະລັງງານໄຟຟ້າໄດ້,ໂດຍສະເລ່ຍໃນສາມກໍລະນີ: ກຳລັງການຜະລິດພະລັງງານເພີ່ມຂື້ນ2,559,906 kWh /ປີ, ຄ່າຂອງ Plant factor ເພີ່ມຂື້ນ 2.09%.

ສະຫລຸບລວມແລ້ວເຫັນວ່າ:ຜົນຕອບແທນແມ່ນ 1,505,224,744 kip/ປີ,ເຊິ່ງມີມູນຄ່າໃນການລົງທຶນທັງຫມົດແມ່ນ 6,643,120,000 kip ແລະ ຈະໄດ້ໃຊ້ເວລາປະມານ 4.5 ປີໃນການຈ່າຍເງິນຄືນ

Leave a Reply

Your email address will not be published. Required fields are marked *