Categories
ສາຍສັງຄົມ

ການກຽມຄວາມພ້ອມຂອງຜູ້ປະກອບການທຸລະກິດລາວຕໍ່ການທ່ອງທ່ຽວພາຍຫຼັງທີ່ມີການບໍລິການລົດໄຟ ລາວ-ຈີນ

ໄຊພອນ ກອງມະນີລາ (Xayphone KONGMANILA), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ xayphonekong@gmail.com ບຸນທະວີ ສໍສໍາພັນ (Bounthavy SORSAMPHANH), ຄະນະວິທະຍາສາດສັງຄົມ samphanh@ gmail.com ສິດທິໄຊ ໄຊຍະວົງ (Sithixay XAYYAVONG), ຫ້ອງການຄົ້ນຄວ້າ ແລະ ບໍລິການວິຊາການ x.sithixay@gmail.com ປະກາຍພອນ ສີວົງໄຊ (Pakaiphone SYPHOXAY), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ n_pakai@yahoo.com ປະທິສິດ ມິດທິຍາພອນ (Pathisith MITHIYAPHONE) patisith2014@gmail.com ຈັນທະໜອມ ເດືອນມະນີ (Chanthanom DEUANEMANY) chanthanomdeuanemany@yahoo.com

ບົດ​ຄັດ​ຫຍໍ້

ການຄົ້ນຄວ້າຄັ້ງນີ້  ມີຈຸດປະສົງເພື່ອປະເມີນການກຽມພ້ອມຂອງຫົວໜ່ວຍທຸລະກິດຕໍ່ການທ່ອງທ່ຽວພາຍຫຼັງທີ່ມີການເປີດບໍລິການທາງລົດໄຟລາວ-ຈີນ ແລະ ເພື່ອວິເຄາະຄວາມສໍາພັນລະຫວ່າງປັດໄຈຕ່າງໆ ແລະ ການກຽມພ້ອມຂອງຫົວໜ່ວຍທຸລະກິດໂດຍມີການນໍາໃຊ້ແບບສອບຖາມເພື່ອເປັນເຄື່ອງມືໃນການເກັບຂໍ້ມູນ ແລະ ໄດ້ນໍາໃຊ້ການສະຖິຕພັນລະນາ ເຊັ່ນ ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດສະຫະສໍາພັນເປັນເຄື່ອງມືໃນການວິເຄາະຂໍ້ມູນ. ຜົນການຄົ້ນຄວ້າຊີ້ໃຫ້ເຫັນວ່າ ຫົວໜ່ວຍທຸລະກິດທີ່ຢູ່ໃນເມືອງວັງວຽງ ແລະ ແຂວງຫຼວງພະບາງມີການກຽມພ້ອມໃນດ້ານຕ່າງໆ ໃນລະດັບດີ ຍົກເວັ້ນ ບາງດ້ານທີ່ມີຄ່າສະເລ່ຍຢູ່ໃນລະດັບໜ້ອຍ ແລະ ປານກາງ. ນອກຈາກນັ້ນ, ຍັງພົບວ່າ ຜູ້ເປັນເຈົ້າຂອງທຸລະກິດ ແລະ ຜູ້ບໍລິຫານທີ່ມີອາຍຸນ້ອຍກວ່າຈະມີການກຽມພ້ອມທາງດ້ານບຸກຄະລາກອນ ແລະ ດ້ານຍຸດທະສາດໃນການແຂ່ງຂັນຫຼາຍກວ່າຜູ້ທີ່ມີອາຍຸຫຼາຍກວ່າ; ຫົວໜ່ວຍທຸລະກິດທີ່ມີທຶນຈົດທະບຽນທີ່ຫຼາຍກວ່າ ແລະ ມີຂະໜາດທີ່ໃຫຍ່ກວ່າ ຈະມີການກຽມພ້ອມທາງດ້ານການຕະຫຼາດ, ຍຸດທະສາດໃນການແຂ່ງຂັນ ແລະ ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາຫຼາຍກວ່າຫົວໜ່ວຍທຸລະກິດທີ່ມີທຶນຈົດທະບຽນທີ່ໜ້ອຍກວ່າ; ຫົວໜ່ວຍທຸລະກິດທີ່ມີລາຍຮັບສະເລ່ຍຫຼາຍກວ່າຈະມີການກຽມພ້ອມດ້ານການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາຫຼາຍກວ່າຫົວໜ່ວຍທຸລະກິດທີ່ມີລາຍຮັບສະເລ່ຍໜ້ອຍກວ່າ.