ບົດຄັດຫຍໍ້
ການສຶກສາການເຕີບໂຕດ້ານອຸດສາຫະກໍາການທ່ອງທ່ຽວຂອງເມືອງໄຊທານີ ໃນໄລຍະຂ້າມຜ່ານຂອງການພັດທະນານີ້ ແມ່ນໄດ້ສຶກສາ ສະພາບການປ່ຽນແປງອຸດສາຫະກໍາທ່ອງທ່ຽວໃນເມືອງໄຊທານີ ນະຄອນຫຼວງວຽງຈັນ. ການສຶກສາແມ່ນໄດ້ໃຊ້ວິທີສຶກສາແບບຄຸນນະພາບໂດຍອາໄສຫຼັກຖານຂໍ້ມູນຈາກເອກະສານຂອງພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຂໍ້ມູນໃນລະບົບອິນເຕີເນັດກັບພາກສ່ວນທີ່ກ່ຽວຂ້ອງໃນດ້ານສະຖິຕິ, ປະຫວັດຄວາມເປັນມາ, ແລະ ທີ່ຕັ້ງຂອງສະຖານທີ່ຕ່າງໆ ແລະ ການສໍາພາດແບບມີໂຄງສ້າງ ແລະ ເຈາະເລິກປະເດັນທີ່ກ່ຽວຂ້ອງ ຈໍານວນ 14 ຄົນ ຈາກ 2 ພາກສ່ວນ ຄື: 1) ພາກສ່ວນ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ 2) ຜູ້ບໍລິຫານທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວໃນເມືອງໄຊທານີ ຜົນການສຶກສາພົບວ່າ:
ເມືອງໄຊທານີໃນຊ່ວງປີ 1999 ຕົນຮອດຕົ້ນປີ 2020 ແມ່ນມີການປ່ຽນແປງ ແລະ ຂະຫຍາຍຕົວສູງ ທາງດ້ານອຸດສາຫະກໍາການທ່ອງທ່ຽວ ເປັນຕົ້ນແມ່ນ ທີ່ພັກ ທີ່ມີອັດຕາການເຕີບໂຕສະເລ່ຍໃນແຕ່ລະປີ 6.30 ສ່ວນຮ້ອຍ; ຮ້ານອາຫານ ອັດຕາສະເລ່ຍໃນແຕ່ລະປີ 4.40 ສ່ວນຮ້ອຍ, ປີທີ່ມີອັດຕາການເຕີບໂຕສູງກວ່າໝູ່ແມ່ນ ປີ 2004 ອັດຕາການເຕີບໂຕຂອງຮ້ານອາຫານແມ່ນເທົ່າກັບ 200 ສ່ວນຮ້ອຍ; ບໍລິສັດທ່ອງທ່ຽວມີອັດຕາສະເລ່ຍແຕ່ລະປີເທົ່າກັບ 0.16 ສ່ວນຮ້ອຍ, ດ້ານແຫຼ່ງທ່ອງທ່ຽວກໍມີການພັດທະນາ ແລະຂະຫຍາຍຕົວ, ສ່ວນຈໍານວນນັກທ່ອງທ່ຽວແມ່ນບໍ່ສາມາດຢືນຢັນໄດ້ເນື່ອງຈາກທາງເມືອງເອງບໍ່ໄດ້ເກັບຂໍ້ມູນດັ່ງກ່າວ ມີແຕ່ສະຖິຕິປີ 2017 ເມືອງໄຊທານີມີຈໍານວນນັກທ່ອງທ່ຽວ 3,102 ຄົນ ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດພຽງແຕ່ 30 ຄົນ. ແຕ່ໃນການເຕີບໂຕດັ່ງກ່າວແມ່ນຍັງບໍ່ສົມດູນລະຫວ່າງນັກທ່ອງທ່ຽວ ແລະ ດ້ານທີ່ພັກ ເນື່ອງຈາກວ່າສັງເກດເຫັນທຸກິດທີ່ພັກບາງບ່ອນແມ່ນປະກາດຂາຍ ແລະ ຍຸບເລີກ; ດ້ານລາຍຮັບຈາກການທ່ອງທ່ຽວໂດຍກົງກໍບໍ່ສາມາດເກັບກໍາຂໍ້ມູນໄດ້ ມີແຕ່ຂໍ້ມູນລາຍຮັບຂອງເມືອງຈາກຂະແໜງການຕ່າງໆ ໃນນັ້ນມີຂະແໜງການບໍລິການ ແລະ ການຄ້າ ທີ່ເປັນອັນດັບ 2 ຮອງຈາກຂະແໜງອຸດສາຫະກໍາ ແລະ ກໍ່ສ້າງ, ສ່ວນໃນດ້ານສິນຄ້າທີ່ລະນຶກແມ່ນຍັງບໍ່ມີຫຼາຍ ແລະ ຍັງຕ້ອງການການສົ່ງເສີມຜະລິດຕະພັນພາຍໃນເມືອງ, ນອກຈາກນັ້ນ, ເມືອງໄຊທານີກໍມີການຈັດກິດຈະກໍາການທ່ອງທ່ຽວແບບຄາລາວານ ແລະ ບຸນປະເພນີຕ່າງໆ ເປັນການກະຕຸ້ນໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ.