Categories
ສາຍສັງຄົມ

ນິທານອັດສະຈັນໄຕເມີ້ຍ

ປທ. ສຸກສະດາ ສຸດທິໄຊ ພາກວິຊາ ພາສາ-ວັດທະນະທໍາລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ.

ບົດຄັດຫຍໍ້

ວິທະຍານິພົນສະບັບນີ້ເປັນການສຶກສານິທານອັດສະຈັນໄຕເມີ້ຍ ໂດຍມີຈຸດປະສົງເພື່ອຈັດກຸ່ມນິທານຕາມຮູບແບບການເລີ່ມເລື່ອງ ແລະເພື່ອວິເຄາະຮູບແບບເນື້ອໃນຂອງນິທານອັດສະຈັັນໄຕເມີ້ຍ. ການຈັດກຸ່ມນິທານຕາມຮູບແບບການເລີ່ມເລື່ອງ ໄດ້ອີງໃສ່ແນວຄິດການເລີ່ມເລື່ອງນິທານອັດສະຈັນໄຕເມີ້ຍ. ສ່ວນການວິເຄາະຮູບແບບເນື້ອໃນນິທານອັດສະຈັນໄຕເມີ້ຍ ໄດ້ອີງໃສ່ແນວຄິດຂອງ ບໍ່ແສງຄໍາ ວົງດາລາ ແລະຄະນະ. ການສຶກສາໄດ້ລົງເກັບກໍາຂໍ້ມູນພາກສະໜາມກ່ຽວກັບນິທານຈໍານວນ 30 ເລື່ອງຈາກ ບ້ານໂພນສີ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມາເປັນຖານຂໍ້ມູນ ແລ້ວນໍາມາວິເຄາະ, ອະທິບາຍ ແລະພິສູດດ້ວຍການຍົກຕົວຢ່າງທີ່ເປັນຂໍ້ຄວາມ ເຊິ່ງມີຜົນສະຫຼຸບຂອງການສຶກສາດັ່ງນີ້:

ຈັດກຸ່ມຮູບແບບການເລີ່ມເລື່ອງນິທານອັດສະຈັັນໄຕເມີ້ຍພົບການເລີ່ມເລື່ອງ 6 ຮູບແບບຄື     1) ເລີ່ມເລື່ອງຮູບແບບກໍ່າພ້າປະກອບມີ 4 ເລື່ອງ; 2) ຮູບແບບຄອບຄົວ ຜົວເມຍປະກອບມີ 7 ເລື່ອງ; 3) ຮູບແບບພະຍາ ຫຼືເສດຖີປະກອບມີ 6 ເລື່ອງ; 4) ຮູບແບບສອງພີ່ນ້ອງ ຫຼືສອງສ່ຽວປະກອບມີ   3 ເລື່ອງ; 5) ຮູບແບບໂລກແຖນ ຫຼືໂລກມະນຸດປະກອບມີ 4 ເລື່ອງ ແລະ 6) ຮູບແບບຍິງ ຫຼືຊາຍຄົນໜຶ່ງປະກອບມີ 6 ເລື່ອງ.

ການວິເຄາະຮູບແບບເນື້ອໃນນິທານອັດສະຈັນໄຕເມີ້ຍພົບ 3 ຮູບແບບຄື 1) ຮູບແບບບອກລັກສະນະປະກອບມີ 4 ລັກສະນະຄື 1) ບອກລັກສະນະຂອງຄົນມີ 4 ລັກສະນະຄື ລັກສະນະຊື່ເອີ້ນເຜົ່າເມີ້ຍ, ແມ່ຍິງທ້ອງລາຍ, ຄົນມີກິ່ນຂີ້ເຕົ່າ ແລະຕາຄົນດໍາເທົ່າເກັດຫອຍ; ບອກລັກສະນະຂອງສັດປະກອບມີ 8 ລັກສະນະຄື ລັກສະນະຫົວແມງວັນແບ່ງເຄິ່ງ, ໝູດັງເວີ້, ລີງ, ນົກເຂົາ, ເປັດກິນຮໍາ, ປາ, ໂຕເລືອດກິນເລືອດ ແລະອອງເຕົ່າ; ລັກສະນະບອກລັກສະນະຂອງພືດປະກອບມີ 3 ລັກສະນະຄື ເຂົ້າ, ຕົ້ນໄມ້ເປືອຍ, ຕົ້ນຢາສູບ; ບອກລັກສະນະຂອງເຄື່ອງໃຊ້ປະກອບມີ 6 ລັກສະນະຄື ລັກສະນະຂັນໝາກ ແລະໃບພູ, ຄ້ອງ, ກ່ຽວ ແລະແຫບບໍ່ມີຝັກ, ໄຟ, ແຫ ແລະມອງ, ກະບອກ ແລະກະທີບ, ກະຕໍ່າ; 2) ຮູບແບບບອກຂໍ້ຂັດແຍ່ງປະກອບ 2 ຂໍ້ຂັດແຍ່ງຄື ຂໍ້ຂັດແຍ່ງໃນຄອບຄົວມີ 4 ຂໍ້ຂັດແຍ່ງຄື ເອື້ອຍກັບນ້ອງ, ອ້າຍກັບນ້ອງ, ຜົວກັບເມຍ ແລະລູກໃພ້ກັບແມ່ຍ່າ;  ຂໍ້ຂັດແຍ່ງໃນສັງຄົມມີ 2 ຂໍ້ຂັດແຍ່ງຄື ກໍ່າພ້າກັບພະຍາ ແລະແຖນກັບມະນຸດ; 3) ຮູບແບບບອກປະເພນີປະກອບມີ ປະເພນີການຕັ້ງຊື່ມີ 3 ຮູບແບບຄື ຕັ້ງຊື່ດ້ວຍການສ່ຽງທວາຍ, ຕັ້ງຊື່ຕາມລັກສະນະ, ຕັ້ງຊື່ຕາມໄສຍະສາດ; ປະເພນີການແຕ່ງດອງມີ 4 ຢ່າງຄື ການຮູ້ຈັກກັນຂອງບ່າວສາວ, ການໝັ້ນໝາຍ, ການສູ່ຂໍ ແລະການຫ້າງຫາກະກຽມ; ປະເພນີການຕາຍມີ 2 ຢ່າງຄື ສົ່ງສະການ, ງັນເຮືອນດີ; ປະເພນີການເຮັດບຸນກິນທານມີ 4 ປະເພນີຄື ໃສ່ກັນຫຼອນ, ບຸນເຂົ້າປະດັບດິນ, ບຸນເຂົ້າສະຫຼາກ, ບຸນນໍາດອກ; ປະເພນີສັງຄົມທົ່ວໄປມີ 2 ຢ່າງຄື ການລົງຂ່ວງ ແລະຕ້ອນຮັບແຂກຄົນ.

Leave a Reply

Your email address will not be published. Required fields are marked *