Categories
ສາຍສັງຄົມ

ບັນຫາທີ່ອາຈານປະເຊີນໃນການສອນນັກສຶກສາພິການຕາຢູ່ພາກວິຊາພາສາອັງກິດ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ

Ms. Vongphet PHIMMACHACK National University of Laos Faculty of Letters Department of English Language

ບົດຄັດຫຍໍ້

ບົດຄົ້ນຄວ້ານີ້ໄດ້ສຳຫລວດບັນຫາທີ່ອາຈານພົບເວລາສອນນັກສຶກສາພິການຕາຢູ່ພາກວິຊາພາສາອັງກິດ, ຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດ; ແບບສອບຖາມ ແລະການສຳພາດໄດ້ຖືກນຳໃຊ້ເຂົ້າໃນການລວບລວມແນວຄວາມຄິດຈາກກຸ່ມປະຊາກອນຕົວຢ່າງທີ່ເປັນອາຈານສອນພາສາອັງກິດແກ່ນັກສຶກສາພິການຕາຈຳນວນ 32 ທ່ານໃນພາກວິຊາພາສາອັງກິດ. ແບບສອບຖາມ ປະກອບດ້ວຍ 5ຫົວຂໍ້ໃຫຍ່ ເຊັ່ນວ່າ: ການສອນນັກສຶກສາພິການຕາຂອງອາຈານ; ສິ່ງອຳນວຍຄວາມສະດວກໃນການສອນ; ອຸປະກອນທີ່ໃຊ້ເຂົ້າໃນການສອນ; ບັນຫາສ່ວນຕົວຂອງອາຈານສອນ; ແລະທັກສະພິເສດທີ່ອາຈານສອນຕ້ອງການຝຶກເພື່ອສອນນັກສຶກສາພິການຕາ ເຊິ່ງລວມເອົາ 25 ຫົວຂໍ້ຍ່ອຍເຊິງລວມຢູ່ໃນ. ບົດສຳພາດແມ່ນມີ ຄໍາຖາມໂດຍອີງໃສ່ແບບສອບຖາມເປັນຫລັກ. ຂໍ້ມູນການຄົ້ນຄວ້າແມ່ນວິເຄາະດ້ວຍການພັນລະນາ ແລະໃຊ້ສະຖິຕິອ້າງອີງ (inferential statistics) ແລະບົດສຳພາດໄດ້ໃຊ້ເຂົ້າໃນການອະທີບາຍບັນຫາທີ່ອາຈານສອນພົບເວລາສອນຢູ່ຫ້ອງຮຽນຮ່ວມ. 

ຜົນຂອງການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າກຸ່ມປະຊາກອນຕົວຢ່າງສ່ວນຫຼາຍແມ່ນພົບກັບບັນຫາຫລາຍຢ່າງເວລາສອນນັກສຶກສາພິການຕາໃນຫ້ອງຮຽນຮ່ວມຢູ່ພາກວິຊາພາສາອັງກິດຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດເຊັ່ນອຸປະກອນໃນການຮຽນການສອນແມ່ນເປັນບັນຫາຕົ້ນຕໍ່; ຮອງລົງມາແມ່ນບັນຫາຈາກຄວາມສາມາດຂອງອາຈານທີ່ສອນ;  ບັນຫາຈາກສິ່ງອໍານວຍຄວາມສະດວກ; ບັນຫາຈາກຕົວຂອງນັກສຶກສາ ແລະ ອາຈານຜູ້ທີ່ສອນ ຕາມລຳດັບ.

ພ້ອມດຽວກັນນັ້ນຜົນຂອງການຄົ້ນຄວ້າໄດ້ໃຫ້ຄຳແນະນຳເພື່ອແກ້ໄຂບັນຫາທີ່ອາຈານພົບເພື່ອປັບປຸງບັນຫາສະພາບການຮຽນການສອນໃນຫ້ອງຮຽນຮ່ວມ ເຊັ່ນວ່າ: ການສິດສອນ; ອຸປະກອນການຮຽນການສອນຄວນມີພຽງພໍ ແລະຜູ້ມີຄວາມຮູ້ສະເພາະທາງຄວນໃຫ້ຄຳແນະນຳໃນການນຳໃຊ້ອຸປະກອນຕ່າງໆເຫຼົ່ານີ້. ຄູອາຈານຄວນໃຫ້ກຳລັງໃຈນັກສຶກສາພິການຕາເທົ່າທີ່ຄວນ ແລະຄວນໄດ້ຮັບການຝຶກອົບຮົມໃນການໃຫ້ການບໍລິການ; ການສຳມະນາເພື່ອໃຫ້ຄູອາຈານໄດ້ເຝິກທັກສະການສອນ; ການຮ່ວມມືກັນ; ການປະເມີນ; ການບໍລິຫານຈັດການຫ້ອງຮຽນ ແລະການແກ້ໄຂຂໍ້ຂັດແຍ່ງຕ່າງໆ ລວມທັງການປັບຫລັກສູດການຮຽນການສອນໃຫ້ແທດເໝາະກັບສະພາບ.

Leave a Reply

Your email address will not be published. Required fields are marked *