ບົດຄັດຫຍໍ້
ໃນການສຶກສາໃນຫົວຂໍ້ “ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ” ຄັ້ງນີ້ມີຈຸດປະສົງຄື: ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍ ເບີລີ ເມືອງພູຄູນ ແຂວງຫຼວງພະບາງ ແລະ ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຕໍ່ການທ່ອງທ່ຽວທາງກະສິກໍາໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ ຊຶ່ງໃຊ້ວິທີການສຶກສາ ແບບປະສົມທັງປະລິມານ ແລະ ຄຸນນະພາບ ໂດຍການສຶກສາແບບປະລິມານ ເພື່ອສຶກສາຂໍ້ມູນທົ່ວໄປຂອງຜູ່ຕອບແບບ ສອບຖາມ, ປະເມີນສັກກະຍະພາບແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ ແລະ ໃຊ້ການສຶກສາແບບຄຸນນະພາບ ເພື່ອສຶກສາ ຂໍ້ມູນພື້ນຖານຂອງແຫຼ່ງທ່ອງທ່ຽວໃນດ້ານຕຳແໜ່ງທີ່ຕັ້ງ, ລັກສະນະຂອງແຫຼ່ງທ່ອງທ່ຽວ, ຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ ແລະ ຄວາມຄິດເຫັນດ້ານແນວທາງໃນການພັດທະນາແຫຼ່ງທ່ອງທ່ຽວພູຄູນສະຕໍເບີ ລີ.
- ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ ຊຶ່ງຜົນ ການສຶກສາເຫັນວ່າສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີແມ່ນຢູ່ໃນລະດັບປານກາງ (X = 3.20) ນັ້ນອາດເວົ້າໄດ້ວ່າ: ແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີມີຄວາມເປັນໄປໄດ້ທີ່ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສາມາດທ່ອງ ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງທ່ຽວມີສັກກະຍະພາບໃນລະດັບດີດ້ານສັກກະຍະພາບການດຶງດູດໃຈນັກທ່ອງທ່ຽວຂອງ ແຫຼ່ງທ່ອງທ່ຽວ (X = 3.81) ແລະ ດ້ານສັກກະຍະພາບການບໍລິຫານຈັດການຂອງແຫຼ່ງທ່ອງທ່ຽວທາງກະເສດ (X = 3.55) ເຊິ່ງເປັນສັກກະຍະພາບທີ່ມີປັດໄຈທີ່ກົງກັບຈຸດແຂງ ແລະ ໂອກາດຂອງແຫຼ່ງທ່ອງທ່ຽວ. ໃນທາງກັບກັນ, ແຫຼ່ງ ທ່ອງທ່ຽວພູຄູນສະຕໍເບີລີກໍຍັງມີຄວາມເປັນໄປໄດ້ທີ່ບໍ່ສາມາດກາຍເປັນແຫຼ່ງທ່ອງທ່ຽວທີ່ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງ ທ່ຽວມີສັກກະຍະພາບໃນດ້ານການຮອງຮັບຂອງແຫຼ່ງທ່ອງທ່ຽວແມ່ນໜ້ອຍ (X = 2.33) ແລະ ດ້ານສັກກະຍະພາບ ໃນການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວແມ່ນປານກາງ (X = 3.14) ຊຶ່ງເປັນສັກກະຍະພາບທີມີປັດໄຈເປັນຈຸດອ່ອນ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ.
- ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຕໍ່ການທ່ອງທ່ຽວ ທາງກະສິກໍາໃນສວນສະຕໍເບີລີ ເມືອງ ພູຄູນ ແຂວງຫຼວງພະບາງ ຜົນການສຶກສາ ເຫັນວ່າ: ແຫຼ່ງທ່ອງທ່ຽວຄວນໄດ້ຮັບ ການປັບປຸງດ້ານສິ່ງອຳນວຍຄວາມສະດວກເປັນຕົ້ນແມ່ນ: ຮ້ານອາຫານ, ຫ້ອງນ້ຳ, ເສັ້ນທາງການເຂົ້າເຖິງ, ທີ່ພັກ, ອຸປະ ກອນໃນການເຮັດກິດຈະກຳ, ຖັງຂີ້ເຫຍື້ອ, ບ່ອນນັ່ງ, ລະບົບນ້ຳ, ໄຟຟ້າ ແລະ ການບໍລິການ.