ບົດຄັດຫຍໍ້
ບົດຄົ້ນຄວ້ານີ້ ມີຈຸດປະສົງສຶກສາສົມທຽບຄໍາສັບໃນພາສາລາວ ແລະພາສາໄທທີ່ມີຮູບຕ່າງກັນມີຄວາມໝາຍຄືກັນ ແລະຄຳທີ່ມີຮູບຄືກັນມີຄວາມໝາຍຕ່າງກັນ. ການຄົ້ນຄວ້າຄັ້ງນີ້ ໄດ້ເກັບກໍາເອົາບັນດາຄໍາສັບຈາກສອງພາສາມາສົມທຽບກັນ ໂດຍອີງໃສ່ບັນດາວັດຈະນານຸກົມລາວ ແລະວັດຈະນານຸກົມໄທ ເຊິ່ງໃຊ້ວັດຈະນານຸກົມພາສາລາວ ສະບັບ ດຣ. ທອງຄຳ ອ່ອນມະນີສອນ ປີ 2008 ແລະພົດຈະນານຸກົມພາສາໄທ ສະບັບລາຊະບັນດິດສະຖານ ພສ 2542 ເປັນຫຼັກ.
ຜ່ານການຄົ້ນຄວ້າສົມທຽບຄໍາສັບທີ່ຕ່າງກັນແຕ່ມີຄວາມໝາຍຄືກັນ ແລະຄໍາສັບຄືກັນແຕ່ມີຄວາມຕ່າງກັນໃນຄັ້ງນີ້ ພົບວ່າຄໍາສັບຕ່າງກັນຄວາມໝາຍຄືກັນມີ 2095 ຄໍາສັບ ແລະຄໍາສັບຄືກັນແຕ່ຄວາມໝາຍຕ່າງກັນມີ 123 ຄໍາສັບ.