Categories
ສາຍທຳມະຊາດ

ການກວດພູມຕ້ານທານ HA ແລະ HI ຕໍ່ພະຍາດນິວຄາເຊີນໃນໄກ່ໄຂ່

ຜູ້ຊີ້ນຳ: ປອ. ວັນນະພອນ ພຸດທະນາ ຜູ້​​ປະຕິບັດ: ປທ. ນິດຕະກອນ ສຸລີນທອນ ທ້າວ ທອງລື ພາກວິຊາ ສັດຕະວະແພດ ຄະນະກະເສດສາດ ມະຫາວະທະຍາໄລແຫ່າງຊາດ

ຄວາມເປັນມາ ແລະ ຄວາມສໍາຄັນຂອງການລ້ຽງໄກ່

ໃນປັດຈຸບັນມີການພັດທະນາຂື້ນຫຼາຍດ້ານ ໂດຍສະເພາະການກະສິກໍາເຊັ່ນ: ປູກຝັງ ແລະ ລ້ຽງສັດ ແມ່ນໄດ້ຮັບການສົ່ງເສີມການພັດທະນາຫຼາຍຂື້ນ ເນື່ອງຈາກວ່າ ປະເທດລາວເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ແລະ ປະຊາກອນໂລກໄດ້ມີການເພີ່ມຂື້ນເລື່ອຍໆຄວາມຕ້ອງການທັງສະບຽງອາຫານນັບມື້ນັບສູງ, ສະນັ້ນ ການລ້ຽງໄກ່ກໍ່ ແມ່ນໜື່ງໃນແຜນການງານການລ້ຽງສັດ ແລະ ການປະມົງ ທີ່ມີຄວາມສໍາຄັນຫຼາຍ, ໄກ່ເປັນສັດທີ່ລ້ຽງງ່າຍໃຊ້ຕົ້ນທືນໜ້ອຍ ແລະ ມີຄວາມທົນທານຕໍ່ເຊື້ອພະຍາດ ຫຼື ທົນຕໍ່ດິນຟ້າອາກາດ ການລ້ຽງໄກ່ສ່ວນໃຫຍ່ຊາວກະສິກອນ ແມ່ນລ້ຽງແບບປະຖົມປະຖານ ບໍ່ມີຄວາມຮູ້ທາງດ້ານການປ້ອງກັນພະຍາດ, ການປັບປຸງພັນ, ອາຫານ ແລະ ການຄວບຄຸ້ມພະຍາດ. ໃນນັ້ນພະຍາດນິວຄາເຊິນ (Newcastle Diseases). ທອງໃສ (2002). ໄດ້ກ່າວວ່າພະຍາດແມ່ນເກີດໄດ້ທຸກລະດຸການ ແລະ ທຸກບ່ອນທີ່ມີການລ້ຽງສັດຈຶ່ງເຮັດໃຫ້ໄກ່ຕາຍເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ດັ່ງນັ້ນຈຶ່ງເຮັດໃຫ້ໄກ່ມີການຈະເລີນເຕີບໂຕຊ້າບໍ່ສາມາດຜະລິດໄກ່ໄດ້ຕາມຄວາມຕ້ອງການໃນສັງຄົມ ຈຶ່ງເຮັດໃຫ້ນັກເສດຖະກິດ ແລະ ນັກວິຊາການເກີດມີແນວຄວາມຄິດປັບປຸງແນວພັນໃໝ່ເກີດຂຶ້ນໂດຍທົ່ວໄປແລ້ວຈະແບ່ງໄກ່ອອກເປັນ 2 ປະເພດຄື: ໄກ່ພັນໄຂ່ ແລະ ໄກ່ພັນຊີ້ນ ເພຶ່ອໃຊ້ເວລາການລ້ຽງສັ້ນແຕ່ສາມາດຕອບສະໜອງຕາມຄວາມຕ້ອງການໃນສັງຄົມໄດ້.    ການໃຊ້ວັກຊິນເປັນວິທີໜຶ່ງທີ່ຊ່ວຍໃນການປ້ອງພະຍາດ ແລະ ຫຼຸດຜ່ອນອັດຕາການຕາຍໃຫ້ນ້ອຍລົງ ວັກຊິນເປັນ ຊີວະວັດຖຸທີ່ຕຽມຂຶ້ນຈາກເຊື້ອຈຸລິນຊີ ຫຼື ສ່ວນໃດສ່ວນໜຶ່ງຂອງເຊື້ອຈຸລິນຊີ ຊຶ່ງຈະມີກົນໄກທີ່ສາມາດເຮັດໃຫ້ຮ່າງກາຍສ້າງພູມຄຸ້ມກັນທີ່ຈໍາເພາະຕໍ່ຈຸລິນຊີຊະນິດນັ້ນໆ ກໍ່ຈະສ້າງພູມຄຸ້ມກັນອັນຈໍາເພາະກັບພະຍາດ ວັກຊິນໂດຍທົ່ວໄປຈະປະກອບດ້ວຍສ່່ວນຂອງຈຸລິນຊີທີ່ເປັນສາເຫດຂອງພະຍາດ (Antigen) ຊຶ່ງຖຶກເຮັດໃຫ້ອ່ອນລິດຫຼຸດລົງ ຫຼື ການໃຊ້ສ່ວນທີ່ເປັນພິດທີ່ອ່ອນລົງ (Toxoid) ມາກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍ ແລະ ສາມາດຈັດຈໍາແອນຕີເຈນຂອງລະບົບພູມຄຸ້ມກັນຂອງຮ່າງກາຍເຮັດໃຫ້ຮ່າງກາຍສາມາດກໍາຈັດພະຍາດໄດ້ພາຍຫຼັງທີ່ໄດ້ຮັບວັກຊິນແລ້ວ.

Leave a Reply

Your email address will not be published. Required fields are marked *