Categories
ສາຍທຳມະຊາດ

ການກວດວັດແທກ ແລະ ວິເຄາະຫາທາດກຳມັນຕະພາບລັງສີທຳມະຊາດໃນດິນຂົງເຂດ ພູຈອມວອຍ, ແຂວງບໍລິຄຳໄຊ

ສູນທອນ ສິງສຸໂພ1, ສອນໄຊ ໄຊເຮືອງສີ1, ສັກໄຊ ໂສມປະສີດ1, ທ່ຽງສະໝອນ ຊ້ວນສວນດາວ1, , ນິພົນ ວໍລະຈັກ1 ອໍາພອນ ດວງຄຳດີ2 ແລະ ແຫຼມທອງ ລັດດາວົງ1 1ອາຈານພາກວິຊາຟີຊິກສາດ, 2ນັກສຶກສາພາກວິຊາຟີຊິກສາດ ຄະນະວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ ອີເມລ: singsoupho@nuol.edu.la

ບົດຄັດຫຍໍ້

ຈຸດປະສົງຂອງການສຶກສາຄັ້ງນີ້ ແມ່ນເພື່ອປະເມີນຄວາມເຂັ້ມຂຸ້ນຂອງທາດກຳມັນຕະລັງສີ  232Th , 226Ra ແລະ 40K ທີ່ມີໃນດິນເຂດພູຈອມວອຍ ປ່າສະຫງວນແຂວງບໍລິຄຳໄຊ ເພື່ອປະກອບເປັນຂໍ້ມູນພື້ນຖານດ້ານກຳມັນຕະພາບລັງສີໃຫ້ແກ່ ສປປ ລາວ ແລະ ພາກພື້ນ. ຕົວຢ່າງດິນໄດ້ຖືກເກັບແມ່ນບໍລິເວນພູຈອມວອຍ ເຊິ່ງມີທັງໝົດ 28 ຈຸດ​ ແລະ ມີ 66 ຕົວຢ່າງ ເຊິ່ງໄດ້ວັດແທກ ແລະ ​ວິ​ເຄາະ​ຫາ​ປະ​ມານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ໃນ​ຕົວ​ຢ່າງ​ດິນ ໂດ​ຍ​ນໍາໃຊ້ຫົວ​ວັດແທກ Germanium ບໍ​ລິ​ສຸດ (HePGe, Model: GEM20P4-70). ຄ່າ​ສະ​ເລ່ຍ​ຄວາມເຂັ້ມຂຸ້ນຂອງທາດ 226Ra, 232Th ແລະ 40K ມີຄ່າເທົ່າ 71.04±17.74 Bq kg-1, 106.28±27.45 Bq kg-1 ແລະ 835.69±211.21 Bq kg-1 ຕາມລຳດັບ. ຄ່າ​ສະເລ່ຍຂອງກຳ​ມັນ​ຕະ​ພາບ​ລັງ​ສີ​ເຣດຽມ​ທຽບເທົ່າ (Raeq), ປະ​ລິ​ມານ​ລັງ​ສີ​​ທີ່​ດູດ​ກືນ​ໃນ​ອ​າ​ກາດ (DR), ອັດ​ຕາ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບ​ຕໍ່​ປີ (AED), ດັດ​ສະ​ນີຄ​ວາ​ມ​ສ່ຽງ​ລັງ​ສີ​ຈາກ​ພາຍນອກ (Hex) ​ແລະ ພາຍ​ໃນ (Hin) ມີຄ່າ 211.53±61.72, 131.86±27.82 , 0.16±0.03,   0.78±0.17 ແລະ 0.97±0.21, ຕາມລຳດັບ. ນິວໄຄດ໌ລັງສີ 238U, 232Th ແລະ 40K ທັງໝົດທຸກຈຸດ​ທີ່ວັດແທກໄດ້​ແມ່ນ​ສູງ​ກວ່າ​ຄ່າ​ສະ​ເລ່ຍຄ່າ​ສະ​ເລ່ຍກຳມັນຕະພາບລັງສີສະເພາະຂອງນິວໄຄດ໌ລັງສີທຳ​ມະ​ຊາດໃນ​ດິນ​ຂອງ​ສາ​ກົນ​, ອັດ​ຕາ​ປະ​ລິ​ມານປະ​ລິ​ມານ​ລັງ​ສີ​ດູດ​ກືນ​ໃນ​ອາ​ກາດ (DR), ອັດ​ຕາ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບພາຍນອກ​ຮ່າງ​ກາຍ​​ປະ​ຈຳ​ປີ (AEDout) ແມ່ນສູງກວ່າ​ຄ່າສາ​ກົນ​​ , ສວ່ນກຳມັນ​ຕະ​ພາບ​ລັງ​ສີ​ເຣດຽມທຽບເທົ່າ (Raeq), ຄ່າ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບ​ຈາກ​ພາຍນອກ​ຮ່າງກ​າຍ​ປະ​ຈຳ​ປີ (external hazard index: Hex) ແລະ (internal hazard index: Hin) ແມ່ນ​ຕ່ຳ​ກວ່າ​ຄ່າຂອງ​ສາ​ກົນ, ລາຍງານໂດຍ (UNSCEAR ໃນ​ປີ 2000).

Leave a Reply

Your email address will not be published. Required fields are marked *