ບົດຄັດຫຍໍ້
ຜ່ານການເກັບກຳຂໍ້ມູນ ແລະ ປະຕິບັດຕົວຈິງກ່ຽວກັບການກວດຫາສານທີ່ປົນເປື້ອນໃນຜະ ລິດຕະພັນສັດຢູ່ນະຄອນຫຼວງວຽງຈັນ ຊຶ່ງມີຈຸດປະສົງເພື່ອສຶກສາການກວດກາສານທີ່ປົນເປື້ອນໃນຜະລິດຕະພັນສັດ (ງົວ, ໝູ, ສັດປີກ ແລະ ອາຫານທະເລ) ທີ່ໂຮງຂ້າສັດ, ຕະຫຼາດ, ແລະ ຟາມລ້ຽງສັດ ແລະ ເພື່ອປະເມີນຜົນກະທົບຂອງສານທີ່ປົນເປື້ອນໃນຜະລິດຕະພັນສັດທີ່ກວດກາພົບ ໂດຍໄດ້ລົງປະຕິບັດຕົວຈິ່ງຢູ່ໜ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນ, ເປັນເວລາທັງໝົດ 6 ເດືອນ ແມ່ນເລີ່ມແຕ່ວັນທີ 2 ມີນາ 2019 ຫາ 31 ກັນຍາ 2019.
ການເກັບກຳຂໍ້ມູນໃນຄັ້ງນີ້ ແມ່ນໄດ້ເກັບເອົາຕົວຢ່າງເລືອດສັດ ແລະ ສິ້ນສ່ວນຜະລິດຕະພັນສັດທີ່ໂຮງງານຂ້າສັດ, ຕະຫຼາດ ແລະ ຟາມລ້ຽງສັດ ໃນນະຄອນຫຼວງວຽງຈັນ ໂດຍການເກັບຮັກສາຕົວຢ່າງຜະລິດຕະພັນສັດໃນອຸ່ນຫະພູມ 0-4°C, ຈຳນວນຕົວຢ່າງທີ່ໄດ້ທັງໝົດ 362 ຕົວຢ່າງ ໃນນັ້ນ ຈຳນວນຕົວຢ່າງທີ່ເກັບໄດ້ຈາກຟາມລ້ຽງສັດໃນ 24 ຟາມ ຈຳນວນ 250 ຕົວຢ່າງ, ຈຳນວນຕົວຢ່າງທີ່ເກັບໄດ້ຈາກຕະຫຼາດ ແລະ ຮ້ານຂາຍຜະລິດຕະພັນສັດ ຈຳນວນ 107 ຕົວຢ່າງ ແລະ ຈາກໂຮງງານຂ້າສັດຈຳນວນ 5 ຕົວຢ່າງ.
ການກວດຫາສານຢາຕ້ານເຊື້ອທີ່ຕົກຄ້າງໃນສັດ ແລະ ຜະລິດຕະພັນສັດ ຈາກຜົນການວິໄຈທັງໝົດ 300 ຕົວຢ່າງ ຜົນການວິໄຈພົບ ສານຢາຕ້ານເຊື້ອ 20.67% (62/300) ໃນນັ້ນກວດພົບໃນເລືອດສັດ 20% (50/250) ແລະ ຈາກຜະລິດຕະພັນສັດ 26.66% (12/50).
ຊະນິດຢາຕ້ານເຊື້ອທີ່ຕົກຄ້າງໃນຜະລິດຕະພັນສັດ ຜົນຈາກການວິໄຈພົບຢາຕ້ານເຊື້ອໃນກຸ່ມ A. Tetracycline ເທົ່າກັບ 15% (18/120), B. Sulfonamide ເທົ່າກັບ 30.00% (30/100) ແລະ C. Penicilline ເທົ່າກັບ 17.50% (14/80) ເຫັນພົບສານຢາຕ້ານເຊື້ອຫຼາຍສົມຄວນ ຊຶ່ງພົບຫຼາຍກວ່າໝູ່ແມ່ນຢາຕ້ານເຊື້ອໃນກຸ່ມ B. Sulfonamide ຮອງລົງມາແມ່ນກຸ່ມ A. Tetracycline ແລະ ກຸ່ມ C. Penicilline ຕາມລຳດັບ.
ຜົນຈາກການວິໄຈຈຳນວນຕົວຢ່າງທັງໝົດ 62 ຕົວຢ່າງ ຊຶ່ງມີຈຳນວນ 12 ຕົວຢ່າງທີ່ວິໄຈພົບສານຟໍມາລິນປົນເປື້ອນໃນຜະລິດຕະພັນສັດ ເທົ່າກັບ 19.35%. ໃນນັ້ນ ສານຟໍມາລິນທີ່ປົນເປື້ອນໃນຜະລິດຕະພັນສັດ ທີ່ພົບເຫັນຫຼາຍແມ່ນຢູ່ຕະຫຼາດເມືອງຈັນທະບູລີ ເທົ່າກັບ 33.33% (5/15), ຮອງລົງມາແມ່ນຕະລາດເມືອງໄຊເສດຖາ ເທົ່າກັບ 26.67% (4/15) ແລະ ຕະຫຼາດເມືອງສີສັດຕະນາກ ເທົ່າກັບ 25.00% (3/12). ນອກຈາກນັ້ນ ສານປົນເປື້ອນເລົ່ານັ້ນ ຍັງມີຜົນກະທົບບໍ່ສະເພາະແຕ່ສຸຂະພາບ ມັນຍັງກວມເອົາຜົນກະທົບທາງເສດຖະກິດຢ່າງມະຫາສານໃນແຕ່ລະປີ.