ບົດຄັດຫຍໍ້
ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອສໍາຫຼວດ ແລະ ຮວບຮວມຊະນິດຂອງວັດສະພືດທີ່ເກີດໃນສາລີເພື່ອງ່າຍຕໍ່ການຈັດການ, ເພື່ອສຶກສາຜົນຂອງນໍ້າໝັກຊີວະພາບ ແລະ ເກືອຕໍ່ກໍາຈັດວັດສະພືດ, ຄວາມອຸດົມສົມບູນຂອງດິນ ແລະ ເພື່ອສຶກສາຜົນຂອງການກໍາຈັດວັດສະພືດຕໍ່ການຈະເລີນເຕີບໂຕ ແລະ ຜົນຜະລິດຂອງສາລີ, ຊຶ່ງໄດ້ດໍາເນີນການທົດລອງຢູ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງເດືອນສິງຫາປີ 2019 ເຖີງ ເດືອນເມສາ ປີ 2020 ຊຶ່ງວາງແຜນການທົດລອງແບບ RCBD ລວມມີທັງໝົດ 4 ສິ່ງທົດລອງ ແລະ 4 ຊໍ້າ ຄື: T1: ກຳຈັດວັດສະພືດດ້ວຍມືເມື່ອ 25 ມື້ຫຼັງປູກສາລີ (ຕົວຢືນ), T2: ໃຊ້ນໍ້າໝັກຊີວະພາບ ແລະ ເກືອອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 7 ມື້, T3: ໃຊ້ນໍ້າໝັກຊີວະພາບ ແລະ ອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 14 ມື້ ແລະ T4: ໃຊ້ນໍ້າໝັກຊີວະພາບ ແລະ ອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 20 ມື້, ຈາກຜົນການທົດລອງພົບວັດສະພືດທັງໝົດ 12 ຊະນິດ ຊຶ່ງພົບວັດສະພືດໃບແຄບເຊັ່ນ: ຫຍ້າແຫ້ວໝູ, ຫຍ້າຕີນນົກ, ຫຍ້າຕີນກາ, ແລະ ຫຍ້າແພກ, ຫຍ້າສາບແຮ້ງສາບກາ, ຜັກໂຫມ, ຜັກສ້ຽນ, ຜັກຢາງ, ຖົ່ວດິນປ່າ, ຫຍ້າຍຸບເຄືອ ,ຫຍ້າຍຸບ ແລະ ຜັກ. ຈໍານວນຕົ້ນວັດສະພືດເມື່ອ 60 ວັນຫຼັງປູກສາລີ ພົບວ່າ ການກໍາຈັດວັດສະພືດເມື່ອ 14 ວັນຫຼັງປູກສາລີ ມີຈໍານວນຕົ້ນວັດສະພືດຫຼາຍທີ່ສຸດ ແລະ ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການອື່ນໆ ຄື 213.50 ຕົ້ນ/m2. ວິທີກໍາຈັດວັດສະພືດດ້ວຍມື ແລະ ການໃຊ້ນໍ້າໝັກຊີວະພາບ ແລະ ເກືອ ກໍາຈັດວັດສະພືດ 7 ວັນຫຼັງປູກສາລີ ແມ່ນສາມາດກໍາຈັດວັດສະພືດໄດ້ໃນລະດັບປານກາງຫາລະດັບດີຊຶ່ງຄະແນນຢູ່ລະຫວ່າງ 5.0 – 9.0. ດ້ານຄວາມເປັນພິດຂອງນໍ້າໝັກຊີວະພາບ ແລະ ເກືອກໍາຈັດວັດສະພືດຕໍ່ສາລີພົບວ່າ ໃຊ້ນໍ້າໝັກຊີວະພາບອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 7 ແລະ 14 ມື້ ຫຼັງປູກສາລີນັ້ນແມ່ນມີຄວາມເປັນພິດຕໍ່ສາລີພຽງເລັກໜ້ອຍຊຶ່ງຄະແນນຢຸ່ລະຫວ່າງ 2.5 – 3.2. ດ້ານຄວາມສູງວິທີທີ່ໃຊ້ນໍ້າໝັກຊີວະພາບອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 20 ມື້ ມີຜົນເຮັດໃຫ້ຕົ້ນສາລີມີຄວາມສູງຫຼາຍກວ່າໝູ່ຄື 241.25 cm/ຕົ້ນ ແຕ່ບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການກໍາຈັດວັດສະພືດເມື່ອ 7 ແລະ 14 ວັນ. ດ້ານຜົນຜະລິດພົບວ່າ ການໃຊ້ນໍ້າໝັກຊີວະພາບ ແລະ ເກືອ ກໍາຈັດວັດສະພືດເມື່ອ 20 ວັນຫຼັງປູກສາລີນັ້ນແມ່ນມີຜົນເຮັດໃຫ້ໄດ້ຜົນຜະລິດຫຼາຍທີ່ສຸດຄື 2,301 kg/ໄລ່ ແລະ ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການອື່ນໆ. ສ່ວນທາດອາຫານໃນດິນພົບວ່າ ທາດ N ແລະ K ພົບວ່າ ແຕ່ລະວິທີການກໍາຈັດວັດສະພືດມີຜົນເຮັດໃຫ້ປະລິມານຫຼຸດລົງ. ແຕ່ພົບສານປະກອບອິນຊີ (Organic Matter) ມີປະລິມານເພີ່ມຂຶ້ນ, ສ່ວນຄວາມເປັນກົດເປັນດ່າງ pH ພົບວ່າ ຫຼັງເຮັດການທົດລອງດິນມີຄ່າ pH ເທົ່າກັບ 6.07-7.33 ແລະ ພົບວ່າ ການໃຊ້ນໍ້າໝັກຊີວະພາບຈາກໝາກນັດ ແລະ ເກືອກໍາຈັດວັດສະພືດນັ້ນບໍ່ມີຜົນຕໍ່ຄຸນສົມບັດຂອງດິນຄືບໍ່ມີຜົນເຮັດໃຫ້ດິນເຄັມ.