ບົດຄັດຫຍໍ້
ການສຳຫຼວດ ກ່ຽວກັບຄວາມຫຼາກຫຼາຍຂອງປາ ໃນເຂດປ່າສະຫງວນພູຈອມວອຍທັງໝົດ 7 ຄັ້ງ ລະຫວ່າງປີ 2017-2020 ໃນຈໍານວນ 7 ຈຸດທີ່ນອນຢູ່ໃນເຂດເມືອງໄຊຈຳພອນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໄດ້ຮວບຮວມຕົວຢ່າງປາທັງໝົດຈຳນວນ 43 ຊະນິດ, 23 ສະກຸນ, 9 ຕະກຸນ, ຫຼາຍກວ່າໝູ່ແມ່ນຕະກຸນປາປາກ (Cyprinidae) ມີ 19 ຊະນິດ, ກວມເອົາ 44% ຂອງຈຳນວນຊະນິດປາທັງໝົດທີ່ພົບ. ປາສ່ວນຫຼາຍເລົ່ານີ້ລ້ວນແຕ່ເປັນອາຫານຂອງຄົນໃນທ້ອງຖິ່ນ ແລະ ພົບວ່າສະກຸນປາມັນ (Garra) ນັບວ່າເປັນປາທີ່ນຳເຂົ້າມາປ່ອຍໃນເວລາບໍ່ເທົ່າໃດປີທີ່ຜ່ານມານີ້. ພົບ 1 ຊະນິດ ທີ່ຢູ່ໃນສະຖານະພາບໃກ້ຈະສູນພັນທີ່ສຸດຄືປາພັ້ນ Schistura tenura (Kottelat,2000) ແລະ ອີກ 2 ຊະນິດທີ່ໃກ້ຈະສູນພັນຄື: ປາພັ້ນ Schistura bolavenensis (Kottelat,2000) ແລະ ປາຢື້ນ Pterocryptis inusitata. ອີກດ້ານນຶ່ງ, ປາແກງ (Cirrhinus molitorella (Valenciennes, 1844)ໄດ້ມີການນໍາໃຊ້ຫຼາຍຢ່າງກວ້າງຂວາງ ແລະ ຖືກຈັດເປັນປາທີ່ໃກ້ຈະຖືກໄພຂົ່ມຂູ່. ໃນເຂດສຶກສາໄດ້ມີການບັນທຶກລາຍງານປາຂັງ Luciocyprinus striolatus ໃນເຂດວັງສະຫງວນຂອງບ້ານວັງບານ ເມືອງໄຊຈຳພອນ ທີ່ເປັນປາຂະໜາດໃຫຍ່, ຈັດຢູ່ໃນຈຳພວກປາທີ່ຖືກໄພຂົ່ມຂູ່ ແລະ ໃກ້ຈະສູນພັນ ຕາມບັນຊີແດງຂອງ IUCN. ຜົນການສຶກສາຢັງຢືນວ່າພວກເຮົາຍັງຕ້ອງການເວລາ ແລະ ຂະຫຍາຍພື້ນທີ່ເພີ່ມເຕີ່ມ ເພື່ອຊອກໄດ້ຊະນິດພັນໃໝ່ທີ່ອາດເຊື່ອງຊ້ອນຢູ່ໃນພື້ນທີ່ອັນອຸດົມສົມບູນທາງທຳມະຊາດ; ຊື່ງຈະເປັນຂໍ້ມູນທີ່ສຳຄັນໃຫ້ແກ່ວຽກງານອະນຸລັກປາໃນອະນາຄົດ.