ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ແລະ ເປົ້າຫມາຍການພັດທະນາແບບຢືນຢົງ – ວຽກງານ ການເຕິບໂຕສີຂຽວ, ການສ້າງຄວາມທົນທານ ແລະ ການຄຸ້ມຄອງ ຄວາມສ່ຽງ
ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຍຸດທະສາດການເຕິບໂຕ ສີຂຽວ ຮອດປີ 2030 ເຊິງ ໄດ້ຖືກຮັບຮອງ ໃນປີ 2019 ເຊິງເປັນເຄືອງມືອັນສຳຄັນ ໃນການຮັບປະກັນຫມາກຜົນຂອງການພັດທະນາເສດຖະກິດສັງົມ ຂອງ ສປປ ລວ ໄລຍະຍາວ ໃຫ້ໄປຕາມທິດສີຂຽວ ແລະ ຢືນຢົງ , ຍຸດທະສາດດັ່່ງກ່າວໄດ້ແນໃສ່:
- ກະຕຸກຊຸກຍູ້ ການເຕິບໂຕ ທາງດ້ານເສດຖະກິດ, ການປັບປຸງຊີວິດການເປັນຢູ່, ການສ້າງວຽກເຮັດງາທຳ, ແລະ ການສ້າງລາຍຮັບ;
- ຍົກສູງການນຳໃຊ້ຊັບພະຍາກອນທຳະຊາດ ໃຫ້ສົມຄູ່ ໂດຍສະເພາະ, ປ່າໄມ້, ດິນ, ນໍ້າ ແລະ ນິເວດຊີວະນານາພັນ;
- ຫຼຸດຜ່ອນຜົນກະທົບ ທາງເສດຖະກິດ ຈາກໄພພິບັດທາງທຳມະຊາດ ແລະ ການປ່ຽນແປງສະພາບເສດຖະກິດໂລກ;
- ຫຼຸດຜ່ອນ ມົນລະພິດທາງອາກາດ, ສິ່ງເສດເຫຼືອ , ແລະ ທາດອາຍເຮືອນແກ້ວ ເຊິງ ກ່ຽວພັນກັບການການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ພະຍາດຕ່າງໆ.