Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ກາກເບຍເປັນ​ແຫລ່ງ​ທາດ​ຊີ້ນຕໍ່ການ​ກິນ​ໄດ້ ແລະ ການຈະເລີນເຕີບໂຕຂອງໝູນ້ອຍຫລັງ​ຢ່າ​ນົມ

ບຸນເລີດ ສີວິໄລ1* ແລະ ຄຳແຫລ້1 ໄຊ​ຍະ​ສິດ 1 ພາກວິ​ຊາ​ລ້ຽງ​ສັດ ແລະ ການ​ປະ​ມົງ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ * ຜູ້ຮັບຜິດຊອບການຄົ້ນຄວ້າວິທະຍາສາດ: lerth_si@yahoo.com

ບົດຄັດຫຍໍ້

​ຜ່ານການ​ສຶກ​ສາຜົນຂອງການໃຊ້ກາກເບຍໃນສູດອາຫານຕໍ່ປະລິມານການກີນໄດ້ ແລະ ການຈະເລີນເຕີບໂຕຂອງໝູນ້ອຍ​ຫລັງ​ຢ່າ​ນົມໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອສຶກສາ​ປະ​ລິ​ມານ​ການ​ກິນ​ໄດ້, ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ຜົນ​ຕອບ​ແທນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ລົງ​ທຶນ​ຂອງ​ໝູ​ນ້ອຍ. ການທົດລອງດັ່ງກ່າວແມ່ນໄດ້ປະຕີບັດຢູ່ຟາມໝູຂອງພາກວີຊາລ້ຽງສັດ ແລະ ການປະມົງ, ຄະນະກະເສດສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ. ການ​ສຶກ​ສານີ້ ໃຊ້ໝູທົດລອງ​ຈໍານວນທັງໝົດ 24 ໂຕ ໂດຍມີນໍ້າມັກເລີ່ມຕົ້ນລະເລ່ຍປະມານ 4.8 Kg/ໂຕ, ອາຍຸ 35 ວັນ. ໝູແມ່ນ​ໄດ້​ຈັດ 4 ກຸ່ມ, ກຸ່ມ​ລະ 6 ໂຕ (ຄອກ​ລະ 2 ໂຕ) ໂດຍ​ໃຊ້ຮູບແບບການທົດ​ລອງແບບສຸ່ມສົມບູນ (Completely randomized design: CRD), ປະກອບມີ 3 ຊໍ້າ ໃນແຕ່ລະສີ່ງທົດລອງ. ອາ​ຫານ​ທີ່​ໃຊ້​ໃນ​ການ​ທົດ​ລອງ​ຄັ້ງ​ນີ້ ແມ່ນ​ປະ​ກອບ​ມີກາກ​ເບຍ 4 ລະ​ດັບ​ເປັນ​ສິ່ງ​ທົດ​ລອງຄື: BG0%, BG10%, BG20% ແລະ BG30% ໃນ​ສູດ​ອາ​ຫານ.

ຜົນ​ການ​ສຶກ​ສາ​ດັ່ງ​ກ່າວ​ພົບ​ວ່າ ການ​ໃຫ້​ອາ​ຫານ​ສູດ BG10% ແມ່ນ​ເພີ່ມ​ປະ​ລິ​ມານ​ການ​ກິນ​ໄດ້​ຂອງທາດ​ແຫ້ງ (429.5 g/d) , ການ​ກິນ​ໄດ້​ຂອງທາດ​ຊີ້ນ (68.2 g/d) ແລະ ເພີ່ມປະ​ລິ​ມານ​ການ​ກິນ​ໄດ້​ຂອງ​ CF ​ຂອງ​ໝູ​ນ້ອຍຫລັງ​ຢ່າ​ນົມ (P<0.05), ເປັນ​ຜົນ​ເຮັດ​ໃຫ້ ໝູ​ນ້ອຍ​ກິນ​ອາ​ຫານ​ສູດ BG 10% ແມ່ນ​ມີ​ນ້ຳ​ໜັກ​ເພີ່ມຂື້ນດີກວ່າ (P<0.05), ສົ່ງ​ຜົນ​ຕໍ່​ຄ່​າຂອງ ADG ສູງຂື້ນ (233.8 g/d), ທຽບ​ກັບ​ສິ່ງ​ທົດ​ລອງ​ອື່ນໆ ແມ່ນ​ມີ​ຄ່າຂອງ ADG ນ້ອຍລົງ ແຕ່ຄ່າຂອງ FCR ແມ່ນບໍ່​ມີ​ຜົນ​ຕໍ່​ໝູ​ນ້ອຍ​ຫລັງ​ຢ່າ​ນົມ. ການ​ໃຫ້​ອາ​ຫານ​ສູດ BG10% ມີ​ຜົນ​ດີ​ຕໍ່​ການ​ຫລຸດ​ຜ່ອນ​ຕົ້ນ​ທຶນ​ການ​ຜະ​ລິດ ແລະ ສ້າງ​ລາຍ​ຮັບ​ດີກວ່າ​ໝູ ຊຶ່ງການ​ສຶກ​ສານີ້​​ສະ​ຫລຸບ​ໄດ້​ວ່າ ການ​ໃຫ້​ອາ​ຫານ​ສູດ BG10% ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ກິນ​ໄດ້, ເພີ່ມ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ຫລຸດ​ຕົ້ນ​ທຶນ​ການ​ຜະ​ລິດ ແຕ່​ຄວນ​ລະ​ວັງ​ອົງ​ປະ​ກອບ​ຂອງ​ທາດ​ເຍື່ອ​ໄຍ​ໃນ​ກາກ​ເບຍ​ທີ່​ສູງ​ເກີນ​ໄປ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ປະ​ໂຫຍດ​ຂອງ​ອາ​ຫານ​ຂອງ​ໝູ​ນ້ອຍ​ຫລັງ​ຈາກ​ຢ່າ​ນົມ. 

Leave a Reply

Your email address will not be published. Required fields are marked *