Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ແຫຼ່ງໂປຼຕີນຈາກຫອຍໝັກປະສົມກັບ ໃບກະຖິນປົ່ນຕໍ່ການຈະເລີນເຕີບໂຕຂອງໄກ່ອີຢິບ

ສີພັນ ແສນວັນນະຄຳ ແລະ ມາລາວັນ ຈິດຕະວົງ ຄະ​ນະ​ກະ​ເສດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ malavanc@yahoo.com

ບົດຄັດຫຍໍ້

ການທົດລອງກ່ຽວກັບຜົນຂອງການໃຫ້ຫອຍໝັກ ແລະ ໃບກະຖິນປົ່ນ ຕໍ່ການຈະເລີນເຕີບໂຕຂອງໄກ່ອີຢິບ ມີຈຸດປະສົງເພື່ອປຽບທຽບການຈະເລີນເຕີບໂຕ ຄຸນນະພາບຊາກ ແລະ ຜົນຕອບແທນທາງດ້ານເສດຖະກິດ ຊຶ່ງການທົດລອງໄດ້ຈັດຕັ້ງປະຕິບັດຢູ່ຄະນະກະເສດສາດ ວິທະຍາເຂດນາບົງ, ໃຊ້ໄລຍະເວລາ 90 ວັນ. ໄກ່ທຸກໂຕໄດ້ໃຫ້ອາຫານແບບເຕັມທີ່. ອາຫານທຸກສູດໃນແຕ່ລະສິ່ງທົດລອງແມ່ນໄດ້ຈໍາກັດຄ່າໂປຼຕີນທີ່ໃກ້ຄຽງກັນໃນລະດັບ 16% ໂດຍສຸມເຂົ້າແຜນງານທົດລອງແບບສຸມສົມບູນ ໃນບ໋ອກເຊິ່ງປະກອບມີ 4 ສິ່ງທົດລອງ, ໄກ່ຈໍານວນທັງໝົດ 48 ໂຕ (12 ໂຕ/ສິ່ງທົດລອງ) ອາຍຸປະ ມານ 6 ອາທິດ, ມີນໍ້າໜັກເລີ່ມຕົ້ນລະຫວ່າງ 200-300 ກຣາມ/ໂຕ ໄກ່ທຸກໂຕໄດ້ລ້ຽງຂັງຄອກສູ່ພື້ນ. 

ຜົນການທົດລອງພົບວ່າ ອັດຕາການກິນໄດ້ລວມ (ຄິດໄລ່ເປັນທາດແຫ້ງ) ເຊິີ່ງມີຄວາມແຕກຕ່າງກັນທາງດ້ານສະຖິຕິ (P<0.05) ມີຄ່າເທົ່າກັບ GS0=79.79, GS1=63.08, GS2=63.79, GS3= 59.74 ຕາມລໍາດັບ. ອັດຕາການຈະເລີນເຕີບໂຕ (ADG) ແມ່ນມີຄວາມແຕກຕ່າງທາງດ້ານສະຖິຕິ (P<0.05) ມີຄ່າເທົ່າກັບ GS0=13.65, GS1=10.50,  GS2=10.60, GS3=8.90 ຕາມລໍາດັບ. ສ່ວນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກໂຕ (FCR) ບໍ່ມີຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05) ດີ ກວ່າໝູ່ແມ່ນສິ່ງທົດລອງ GS1 ແລະ GS2 ເທົ່າກັບ 6.04 ແລະ 6.06 ຕາມລໍາດັບ ຕໍ່າກວ່າໝູ່ແມ່ນສິ່ງທົດລອງ GS3 ເທົ່າກັບ 6.73 ຜົນໄດ້ຮັບທາງດ້ານເສດຖະກິດຄິດໄລ່ສະເພາະຄ່າອາຫານ ແລະ ແນວພັນແມ່ນ GS0 ມີກໍາໄລສູງກວ່າໝູ່ເທົ່າກັບ 46,267 ກີບ/ໂຕ ແລະ ຕໍ່າກວ່າໝູ່ແມ່ນ GS3= 36,521 ກີບ/ໂຕ ແລະ ເມື່ອໄລລຽງເສດຖະກິດຄິດໄລ່ຕົ້ນທຶນທັງໝົດ ແລະ ຫັກຄ່າແຮງງານອອກມີກໍາໄລ່ສູງກວ່າໝູ່ແມ່ນ GS0=30,018 ກີບ/ໂຕ ແລະ ຕໍ່າກວ່າໝູ່ແມ່ນ GS3= 20,273 ກີບ/ໂຕ. 

ການທົດລອງຄັ້ງນີ້ ສະຫຼຸບໄດ້ວ່າໃນສິ່ງທົດລອງ GS2ໃຫ້ແຫຼ່ງໂປຼຕີນຈາກວັດຖຸດິບ (ຫອຍໝັກ 23% ແລະ ໃບກະຖິນປົ່ນໃນລະດັບ 6% ເປັນສ່ວນປະສົມ) ແມ່ນໃຫ້ຜົນຕອບແທນທີ່ດີ ກວ່າໝູ່ທາງດ້ານອັດຕາການຈະເລີນເຕີບໂຕ, ຄຸນນະພາບຊາກ ແລະ ທາງດ້ານເສດຖະກິດ, ວັດຖຸດິບທີ່ໃຊ້ໃນຄັ້ງນີ້ແມ່ນສາມາດໃຊ້ທົດແທນອາຫານສໍາເລັດຮູບເປັນການຊ່ວຍລົດຕົ້ນທຶນໃນການລ້ຽງໄກ່ພັນອີຢິບໄດ້. 

Leave a Reply

Your email address will not be published. Required fields are marked *