Categories
ສາຍທຳມະຊາດ

ສຶກສາຄຸນລັກສະນະທາງເຄມີ-ຟີຊິກຂອງນໍ້າມັນເຊື້ອໄຟຈາກຂີ້ເຫຍື້ອປຼາດສະຕິກໂດຍໃຊ້ຂະບວນການໄພໂຣໄລຊິດ

ແກ້ວນະຄອນ ຄູນວິໄລ, ຄໍາດີ ທໍ່, ກູມົວ ຊົງປໍ ພາກວິຊາວິສະວະກຳເຄມີ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ. P.O. Box 3166, ວິທະຍາເຂດໂສກປ່າຫຼວງ, 01005 ຖະໜົນມິດຕະພາບລາວ-ໄທ,ນະຄອນຫຼວງວຽງຈັນ. ຜູ້ປະສານງານ, ອີເມວ: Khounvilay7@gmail.com

ບົດຄັດຫຍໍ້

ໃນບົດຄົ້ນຄວ້ານີ້ສຶກສາກ່ຽວກັບຂະບວນໄພໂຣໄລຊິດທີ່ໃຊ້ພະລັງງານໄຟຟ້າເປັນຕົວສະໜອງຄວາມຮ້ອນໃຫ້ແກ່ການຫຼອມປຼາດສະຕິກໃຫ້ກາຍເປັນນໍ້າມັນແຫຼວ ທີ່ສາມາດນໍາໃຊ້ເປັນນ້ຳມັນເຊື້ອໄຟໄດ້,ວັດຖຸດິບທີນຳມາປ້ອນໃສ່ໃນຂະບວນໄພໂຣໄລຊິດຄືເສດຂີ້ເຫຍື້ອຈາກຜະລິດຕະພັນປະເພດໂຟມ(Polystyrene: PS),ຖົງຢາງໃສ່ອາຫານ(High-density Polyethylene, HDPE)ແລະ ຕຸກນໍ້າດື່ມ(Polyethylene Terephthalate, PET).ນ້ຳມັນເຊື້ອໄຟທີ່ໄດ້ຈາກການກັ່ນໂດຍຜ່ານຂະບວນການຂະບວນໄພໂຣໄລຊິດນີ້ ຈະນຳມາສຶກສາຄຸນລັກສະນະທາງຟີຊີກ-ເຄມີເຊັ່ນ:​ ຄ່າຄວາມໜຽວ ແລະ ຄວາມເປັນອາຊິດ-ດ່າງເພື່ອທຽບກັບຄຸນລັກສະນະ ຂອງນໍ້າມັນຈາກລັດວິສະຫະກິດນ້ຳມັນເຊື້ອໄຟລາວ.ຈາກຜົນການທົດລອງເຫັນວ່າທີ່ອັດຕາສ່ວນປຼາດສະຕິກທີ່ໃຊ້PS500g,PP 500gແລະ HDPE 500g ຈະໄດ້ຮັບປະລິມານນ້ຳມັນ ແມ່ນ 400, 25 ແລະ 93 mLຕາມລໍາດັບ. ເມື່ອນໍາເອົາວັດຖຸດິບມາປະສົມກັນທີ່ອັດຕາສ່ວນ 1:1ຈຳນວນ 500gຂອງ PS:HDPE, PET:PSແລະHDPE:PET ຈະໄດ້ຮັບປະລິມານນ້ຳມັນ ແມ່ນ 328, 70ແລະ83 mL ຕາມລໍາດັບ. ຄ່າຄວາມເປັນກົດ – ດ່າງຂອງPSຢູ່ທີ່(pH = 5.2)ມີລັກສະນະເປັນສີເຫຼືອງໃສ,PET ຢູ່ທີ່(pH =3.1)ມີສີຂຽວ-ດໍາແລະHDPEແມ່ນ(pH = 6.2)ມີສີສີເຫຼືອງ – ດໍາ.ສ່ວນຄ່າຄວາມໜຽວຂອງນ້ຳມັນເພີ່ມຂຶ້ນເມື່ອອຸນຫະພູມການທົດສອບຫຼຸດລົງ.

Leave a Reply

Your email address will not be published. Required fields are marked *