Categories
ສາຍທຳມະຊາດ

ສຶກສາພຶດຕິກຳການນໍາໃຊ້ເຄືອຂ່າຍສັງຄົມອອນລາຍຂອງກຸ່ມນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃນນະຄອນຫຼວງວຽງຈັນ

ປທ ນາງ. ນັດ ດອນພົນດີ ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ອີເມວ: nut@nuol.edu.la, Tel: (+85620) 56666113

ບົດ​ຄັດ​ຫຍໍ້

ປັດຈຸບັນຄວາມຈະເລີນກ້າວໜ້າ ແລະ ການເຕີບໃຫ່ຍຢ່າງກະໂດດຂັ້ນທາງດ້ານເຕັກໂນໂລຊີຄອມພີວເຕີ. ລະບົບເຄືອຂ່າຍອິນເຕີເນັດ ແລະ ເຕັກໂນໂລຊີການສື່ສານໄດ້ປ່ຽນວິທີທາງການດໍາເນີນຊີວິດ ແລະ ການສື່ສານຂອງສັງຄົມ ດັ່ງນັ້ນໃນບົດວິທະຍານິພົນນີ້ຈຶ່ງໄດ້ສຶກສາເຖິງພຶດຕິກຳການນໍາໃຊ້ເຄືອຂ່າຍສັງຄົມອອນລາຍຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃນນະຄອນຫຼວງວຽງຈັນ.ໃນການເຮັດບົດຄົ້ນຄວ້າຄັ້ງນີ້ມີຈຸດປະສົງສຶກສາພຶດຕິກຳການໃຊ້ເຄືອຂ່າຍສັງຄົມອອນລາຍຄວາມນິຍົມຂອງເຄືອຂ່າຍ ແລະ ອຸປະກອນທີ່ໃຊ້ບໍລິການເຄືອຂ່າຍສັງຄົມອອນລາຍ ເພື່ອໃຫ້ເຫັນເຖິງພຶດຕິກໍາການໃຊ້ເຄືອຂ່າຍສັງຄົມອອນລາຍ,  ຄວາມນິຍົມຂອງເຄືອຂ່າຍ ແລະ ອຸປະກອນທີ່ໃຊ້ບໍລິການເຄືອຂ່າຍສັງຄົມອອນລາຍ ແລະ ສາມາດນໍາໄປປະກອບການຕັດສິນໃຈໃນການກໍານົດນະໂຍບາຍຕ່າງໆ ແລະ ເປັນຂໍ້ມູນ ຫຼື ແນວທາງອ້າງອີງໃຫ້ແກ່ອົງກອນ, ບໍລິສັດ, ຜູ່ໃຫ້ບໍລິການທາງດ້ານອິນເຕີເນັດ ແລະ ຜູ່ປະກອບການອື່ນໆໃນການປັບປຸງການໃຫ້ບໍລິການ. ເພື່ອໃຫ້ໄດ້ຮັບຜົນຕາມຈຸດປະສົງ ຜູ່ຄົ້ນຄວ້າໄດ້ເກັບກຳຂໍ້ມູນດ້ວຍແບບສອບຖາມແລ້ວລົງຢາຍຕາມໂຮງຮຽນຕ່າງໆໂດຍມີການກຳນົດກຸ່ມຕົວຢ່າງດ້ວຍການນໍາໃຊ້ສູດຢາມາເນ (YAMANE) ເຊິ່ງຈະໄດ້ກຸ່ມຕົວຢ່າງ 396 ສະບັບ.  ແບບສອບຖາມໄດ້ແບ່ງອອກເປັນ 2 ສ່ວນຄື: ຂໍ້ມູນທົ່ວໄປຂອງຜູ່ຕອບແບບສອບຖາມ ແລະ ຂໍ້ມູນກ່ຽວກັບເຄືອຂ່າຍສັງຄົມອອນລາຍເຊັ່ນ: ກິດຈະກຳ, ໄລຍະເວລາໃນການໃຊ້ຕໍ່ມື້, ຄ່າໃຊ້ຈ່າຍຕໍ່ກັບການໃຊ້ບໍລິການ, ສະຖານທີ່ທີ່ໃຊ້ບໍລິການ, ເຄືອຂ່າຍທີ່ນິຍົມໃຊ້ບໍລິການ ແລະ ອຸປະກອນທີ່ໃຊ້ບໍລິການ. ຫຼັງຈາກນັ້ນຜູ່ຄົ້ນຄວ້າໄດ້ສັງລວມຂໍ້ມູນຕ່າງໆເພື່ອນໍາມາວິເຄາະປະມວນຜົນໂດຍອິງຕາມຕາມຫຼັກເກນຂອງ Likert Scale ແລະ ນໍາໃຊ້ໂປຣແກຣມ SPSS ເພື່ອວິເຄາະຫາຄ່າສະເລ່ຍ, ຄ່າບ່ຽງເບນ ແລະ ເປີເຊັນ. ເຊິ່ງສາມາດສະຫຼຸບຜົນການຄົ້ນຄວ້າໄດ້ວ່ານັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃຊ້ YouTube ຫຼາຍທີ່ສຸດຄິດເປັນ 97.3%, ຮອງລົງມາແມ່ນ WhatsApp ຄິດເປັນ 95.6% ແລະ ຮອງລົງມາແມ່ນ Facebook ຄິດເປັນ 93.9%  ໂດຍ YouTube ໃຊ້ໜ້ອຍກວ່າ 1 ຊົ່ວໂມງຕໍ່ມື້ ຄິດເປັນ 25.2%, ຮອງລົງມາແມ່ນ WhatsApp ໃຊ້ຫຼາຍກວ່າ 4 ຊົ່ວໂມງຕໍ່ມື້ຄິດເປັນ 24.1%,  ແລະ ຮອງລົງມາແມ່ນ Facebook ໃຊ້ 1 – 2 ຊົ່ວໂມງຕໍ່ມື້ຄິດເປັນ 29.0%, ເຊິ່ງໃຊ້ເພື່ອຄວາມບັນເທິງ (ເບິ່ງໜັງ, ຟັງເພງ, ຫຼີ້ນເກມ) ເປັນສ່ວນໃຫຍ່ຄິດເປັນ 80.89%, ສະຖານທີ່ທີ່ມັກໃຊ້ຫຼາຍທີ່ສຸດແມ່ນຢູ່ບ້ານຄິດເປັນ 88.37%, ມີລາຍຈ່າຍສະເລ່ຍ 5000 ກີບຕໍ່ມື້ຄິດເປັນ 64.52%  ໂດຍນິຍົມໃຊ້ເຄືອຂ່າຍ LTC ຄິດເປັນ 78.94% ແລະ ອຸປະກອນ Mobile ຄິດເປັນ 92.30%ໃນການຄົ້ນຄວ້າຄັ້ງນີ້ຜູ່ຄົ້ນຄວ້າໄດ້ສ້າງແບບສອບຖາມໂດຍກວມລວມທັງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ, ເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນ ຜູ່ສົນໃຈຄວນລົງເລິກລາຍລະອຽດສະເພາະເຄືອຂ່າຍສັງຄົມອອນລາຍແຕ່ລະຢ່າງ ແລະ ລະບຸກິດຈະກໍາການໃຊ້ເຄືອຂ່າຍສັງຄົມອອນລາຍຍ່ອຍໆສະເພາະດ້ານ.

Leave a Reply

Your email address will not be published. Required fields are marked *