ບົດຄັດຫຍໍ້
ເຂດພູຈອມວອຍ ແລະ ບໍລິເວນໃກ້ຄຽງ ແມ່ນເຂດທີ່ ອຸດົມສົມບູນ ທາງທຳມະຊາດ ເຊິ່ງອະນາຄົດອາດຈະສາມາດພັດທະນາ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ. ພູຈອມວອຍຕັ່ງຢູ່ໃນເຂດປ່າສະຫງວນແຫ່ງຊາດຂອງແຂງບໍລິຄຳໄຊ. ການສຶກສາຄັ້ງນີ້ ແມ່ນໄດ້ໃຊ້ລະບົບການຈັດການພູມີສາດ ແລະ ການວັດແທກໄລຍະໄກ (GIS and Remote Sensing) ແລະ ການສຳຫຼວດດ້ານທໍລະນີສາດ ແລະ ທໍລະນີຟີຊິກ ຢູ່ພາກສະໜາມ ໃນຂອບເຂດບໍລິເວນພູຈອມວອຍ ເພື່ອສຶກສາກ່ຽວກັບ ສະພາບພື້ນພູມີປະເທດ, ສະພາບທໍລະນີສາດ ແລະ ສະພາບອຸທົກທໍລະນີ ໃນພື້ນທີ່ດັ່ງກ່າວ. ສະພາບພູມີສາດຂອງພູຈອມວອຍມີຄວາມສູງແຕ່ປະມານ 480 ເຖິງ 1800m ຈາກລະດັບໜ້ານຳທະເລສະເລ່ຍ, ສາມາດວິເຄາະຄວາມລາດຊັນຂອງພື້ນທີ່ ມີຄວາມຊັນແຕ່ 0 ຫາ 78o, ວິເຄາະສາຍນ້ຳຈາກໃນຂອບເຂດປ່າສະຫງວນ ແລະ ບໍລິເວນອອ້ມຂ້າງ ສາມາດກຳນົດລະບົບນ້ຳໜ້າດິນ ແລະ ນໍ້າໃຕ້ດິນ ເຊິ່ງມີຄວາມອຸດົມສົມບູນ ສາມາດ ສະໜອງເພື່ອເຮັດລະບົບນໍ້າລິນ ແລະ ເຈາະນໍ້າບາດານໄດ້. ຂອບເຂດພູຈອມວອຍ ປະກອບດິນທີ່ຢູ່ຊັ້ນເທິງເຊິ່ງເກີດມາຈາກການຜຸພັງຈາກຫີນແກຣນິດ, ປະກອບດ້ວຍຫີນແກຣນີດ (Granite) ຄວບຄຸມພື້ນທີເປັນສ່ວນໃຫຍ່ ນອກຈາກນັ້ນຍັງພົບຫີນຄອດໄຊ ແລະ ຫີນພຸໄຟ. ຜົນການສຳຫຼວດດ້ານທໍລະນີຟີຊິກ ເຊິ່ງປະກອບດ້ວຍການວັດແທກຄວາມຕ້ານໄຟຟ້າຈຳເພາະໄຟຟ້າ ແລະ ການສຳຫຼວດດ້ານຄື້ນສັ່ນສະເທືອນແບບຫັກ ເຊິ່ງສາມາດກຳນົດ ໂຄງສ້າງທໍລະນີສາດ ເຊັ່ນ: ຊັ້ນດິນ, ຊັ້ນຫີນຖານ ແລະ ບໍລິເວນທີ່ເປັນຮອຍຕໍ່ລະຫວ່າງຊຸດຫີນ ແລະ ສາມາດທີ່ກຳນົດບໍລິເວນທີ່ ມີນໍ້າໃຕ້ດິນແຊກຊິມຢູ່. ຈາກການສຶກສາຄັ້ງນີ້ ສາມາດໃຫ້ຂໍ້ມູນດ້ານສະພາບພູມີສາດ, ສະພາບທໍລະນີສາດ ແລະ ລະບົບນ້ຳ ເຊິ່ງສາມາດນໍາໄປໃຊ້ໃນການບໍລິຫານຈັດການ ແລະ ພັດທະນາພື້ນທີ່ດັ່ງກ່າວໃຫ້ມີປະສິດທິຜົນ ແລະ ຍືນຍົງ.