Categories
ສາຍທຳມະຊາດ

ອັດຕາການຕິດເຊື້ອ Hymenolepis spp. ແລະ Trichinella spp. ໃນໜູຢູ່ເຂດຫ້ວຍຈຽມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ປທ. ທີບພະກອນ ລັກຊີວີ ອຈ. ປອ. ວັນນະ​ພອນ ພຸດ​ທະນາ

ບົດນຳ

ໜູເປັນສັດທີ່ລ້ຽງລູກດ້ອຍນ້ຳນົມມີວີວັດທະນາການຄຽງຄູ່ກັບມະນຸດມາຍາວນານ ແລະ ຈັດເປັນກຸ່ມສັດທີ່ນຳເຊື້ອພະຍາດມາສູ່ຄົນ ແລະ ສັດ. ໜູຈັດວ່າເປັນສັດທີ່ມີກະດູກສັນຫຼັງຂະໜາດນ້ອຍສາມາດຂະຫຍາຍພັນໄດ້ຢ່າງໄວວາ ຊື່ງປະເທດໄທພົບຫຼາຍເກືອບທຸກພື້ນທີ່ ເນື່ອງຈາກວ່າໜູສາ ມາດປັບຕົວໃຫ້ເຂົ້າກັບທີ່ຢູ່ອາໃສໄດ້ຫຼາຍຮູບແບບຫາກິນໄດ້ທາງພື້ນດິນ ແລະ ເທິງຕົ້ນໄມ້ ທັງໃນພື້ນທີ່ປ່າທຳມະຊາດ ແລະ ໃນບ້ານເຮືອນ ມີຄວາມສຳພັນກັນກັບມະນຸດລວມທັງສິ່ງທີ່ມີຊີວິດອື່ນໆ. ແຕ່ສຳລັບມະນຸດແລ້ວໜູເປັນສັດທີ່ລຳຄານ ຫຼື ເວົ້າໄດ້ອີກວ່າສັດຕູສຳຄັນໃນການເກັບທຳລາຍ ເຊິ່ງໜູໄດ້ສົ່ງຜົນກະທົບເຮັດໃຫ້ເກີດຄວາມເສຍຫາຍໂດຍທາງກົງ ແລະ ທາງອ້ອມ ລວມທັງເປັນແຫຼ່ງສະສົມເຊື້ອພະຍາດທີ່ສຳຄັນ ນອກຈາກນີ້ຍັງມີການລາຍງານມາວ່າໜູເປັນແຫຼ່ງສະສົມເຊື້ອພະຍາດຫຼາຍຊະນິດສາມາດແຜ່ກະຈາຍເຊື້ອມາສູ່ຄົນ ແລະ ສັດລ້ຽງໄດ້ອີກດ້ອຍເຊັ່ນ:ເກີດຈາກເຊື້ອໄວຣັດ, ແບັກທີເຣຍ, ໂປຣໂຕຊົວ ແລະ ອື່ນໆ. ດັ່ງນັ້ນຈຶ່ງຢາກໃຫ້ຮູ້ວ່າຄວາມສຳຄັນຂອງໜູຕໍ່ລະບົບນິເວດ ການແຜ່ກະຈາຍ ແລະ ແຜ່ເຊື້ອພະຍາດຕ່າງໆໜູເປັນຕົວສະສົມເຊື້ອພະຍາດທີ່ເປັນບັນຫາທາງດ້ານສາທາລະນະສຸກທົ່ວໂລກ ອາການຂອງພະຍາດ, ວິທີການຕິດເຊື້ອ ແລະ ການປ້ອງກັນ ໂດຍຕ້ອງການໃຫ້ປະຊາຊົນຮັບຮູ້ເຖິ່ງໂລກໄພທີ່ຮ້າຍແຮງຈາກໜູຊື່ງເປັນພາຫະນຳເຊື້ອພະຍາດ ສະນັ້ນເຮົາຄວນຮັບປະທານອາຫານທີ່ປຸງສຸກດີ, ຖືກສຸຂະອະນາໄມເພື່ອປ້ອງກັນການເກີດພະຍາດໃນຄົນ ແລະ ສັດຕໍ່ໄປ.

ໜູເປັນສັດທີ່ສາມາດແຜ່ພັນໄດ້ໄວ ແລະ ຈະມັກອາໃສ່ຢູ່ບ່ອນເປິເປື້ອນ, ບ່ອນທີ່ສົກກະປົກຊື່ງເປັນແຫຼ່ງສະສົມຂອງເຊື້ອພະຍາດ ໜູນອກຈາກຈະອາໃສ່ຢູ່ຕາມທຳມະຊາດແລ້ວ ໜູຍັງສາມາດປັບຕົວ ແລະ ອາຢໃສ່ຢູ່ຕາມອາຄານບ້ານເຮືອນຂອງປະຊາຊົນໄດ້ອີກ, ທັງນີ້ກໍ່ເຮັດໃຫ້ໜູສາມາດແຜາກະຈາຍເຊື້ອພະຍາດສູ່ຄົນ ແລະ ສັດ ໄດ້ທາງກົງ ແລະ ທາງອ້ອມ ເຊຶ່ງໜູເປັນພາຫະຂອງເຊື້ອພະຍາດຫຼາຍຊະນິດເຊັ່ນ: ພະຍາດຍ່ງວໜູ ແລະ ການຕິດເຊື້ອພະຍາດຕ່າງໆ ຊື່ງພະຍາດບາງຊະນິດອາດເຮັດໃຫ້ເກີດອາການປ່ອຍຮຸ່ນແຮງຈົນເຖິ່ງຂັ້ນເສຍຊີວິດໄດ້. ນອກຈາກພະຍາດທີ່ກ່າວມາຂ້າງເທິ່ງນີ້ແລ້ວ ຍັງມີກາຝາກໃນໜູເຊັ່ນ:Hymenolepis spp ແລະTrichinella spp ທີ່ເປັນສາເຫດເຮັດໃຫ້ສັດມີສຸຂະພາບອ່ອນເພຍ ໂດຍມີໜູເປັນພາຫະນຳເຊື້ອກາຝາກເພາະກາຝາກບາງຊະນິດຍັງສາມາດຕິດຕໍ່ຈາກສັດສູ່ຄົນໄດ້ອີກເຊັ່ນ: Hymenolepisnana spp, Hymenolepis spp ແລະ Trichinella spp.ສະນັ້ນຂ້າພະເຈົ້າຈຶ່ງໄດ້ລົງສຶກສາ ແລະ ຂຽນບົດລາຍງານນີ້ເພຶ່ອເປັນປະໂຫຍດໃຫ້ແກ່ຊຸມຊົນ ຫຼື ຜູ້ທີ່ສົນໃຈທີ່ຢາກສືກສາຮຽນຮູ້ຕໍ່ໄປກ່ງວກັບກາຝາກ Hymenolepisnana spp, Hymenolepis spp ແລະTrichinella spp.ໃນໜູບ້ານ ເຂດຫ້ວຍຈຽມ.

Leave a Reply

Your email address will not be published. Required fields are marked *