Categories
ສາຍສັງຄົມ

ສຶກສາສົມທຽບຄຳສັບທີ່ໃຊ້ໃນພາສາລາວ ແລະ ພາສາໄທ: ຄໍາສັບຕ່າງກັນຄວາມໝາຍຄືກັນ ແລະ ຄໍາສັບຄືກັນຄວາມໝາຍຕ່າງກັນ

ສຈ. ປອ. ບົວລີ ປະພາພັນ, ຮສ. ປອ. ບຸນເລີດ ແສງສຸລິນ, ຮສ. ນູ ໄຊ​ຍະສິດ​ທິ​ວົງ, ຮສ. ປທ. ແສງ​ຟ້າ ໂຫລານຸພາບ ແລະ ປທ. ບຸນມີ ກົງມະນີ

ບົດຄັດຫຍໍ້

ບົດຄົ້ນຄວ້ານີ້ ມີຈຸດປະສົງສຶກສາສົມທຽບຄໍາສັບໃນພາສາລາວ ແລະພາສາໄທທີ່ມີຮູບຕ່າງກັນມີຄວາມໝາຍຄືກັນ ແລະຄຳທີ່ມີຮູບຄືກັນມີຄວາມໝາຍຕ່າງກັນ. ການຄົ້ນຄວ້າຄັ້ງນີ້ ໄດ້ເກັບກໍາເອົາບັນດາຄໍາສັບຈາກສອງພາສາມາສົມທຽບກັນ ໂດຍອີງໃສ່ບັນດາວັດຈະນານຸກົມລາວ ແລະວັດຈະນານຸກົມໄທ ເຊິ່ງໃຊ້ວັດຈະນານຸກົມພາສາລາວ ສະບັບ ດຣ. ທອງຄຳ ອ່ອນມະນີສອນ ປີ 2008 ແລະພົດຈະນານຸກົມພາສາໄທ ສະບັບລາຊະບັນດິດສະຖານ ພສ 2542 ເປັນຫຼັກ.

ຜ່ານການຄົ້ນຄວ້າສົມທຽບຄໍາສັບທີ່ຕ່າງກັນແຕ່ມີຄວາມໝາຍຄືກັນ ແລະຄໍາສັບຄືກັນແຕ່ມີຄວາມຕ່າງກັນໃນຄັ້ງນີ້ ພົບວ່າຄໍາສັບຕ່າງກັນຄວາມໝາຍຄືກັນມີ 2095 ຄໍາສັບ ແລະຄໍາສັບຄືກັນແຕ່ຄວາມໝາຍຕ່າງກັນມີ  123 ຄໍາສັບ.

Leave a Reply

Your email address will not be published. Required fields are marked *