Categories
ສາຍສັງຄົມ

ການຕັ້ງຊື່ໜັງສືພິມ ແລະ ວາລະສານ ໃນ ສປປ. ລາວ

ອຈ. ປທ. ນ. ຫອມມາລາ ເພັນສີຊະນະວົງ ຊອ. ປທ. ນ. ບຸດສະບາ ແພງດວງ ພາກວິຊາສື່ສານມວນຊົນ, ຄອສ, ມຊ, ໂທ: 020 2825 8406, 020 5611 2849

ບົດຄັດຫຍໍ້

ບົດຄົ້ນຄວ້າວິທະຍາສາດນີ້ມີຈຸດປະສົງເພື່ອອະທິບາຍພາສາທີ່ໃຊ້ໃນການຕັ້ງຊື່ໜັງສືພິມ ແລະ ວາລະສານ ດ້ານໂຄງສ້າງພາສາຕາມຊະນິດສາຍສໍາພັນວາກະຍະສໍາພັນ; ເພື່ອຊີ້ໃຫ້ເຫັນຄວາມເໝາະສົມດ້ານການໃຊ້ຈໍານວນພະຍາງ; ເພື່ອວິນິດໄສຍຸດທະວິທີໃນການຕັ້ງຊື່ຕາມແນວຄິດທິດສະດີ 10 ຍຸດທະວິທີໃນການຕັ້ງໜັງສືພິມ ແລະ ວາລະສານ; ເພື່ອຊີ້ໃຫ້ເຫັນຄວາມສໍາພັນລະຫວ່າງຊື່ທີ່ຖືກຕັ້ງຂຶ້ນ ແລະ ເນື້ອໃນ ເຊິ່ງກຸ່ມຜູ້ຄົ້ນຄວ້າໄດ້ນໍາເອົາຊື່ໜັງສືພິມ ແລະ ວາລະສານ ທີ່ພິມຈໍາໜ່າຍໃນນະຄອນຫຼວງວຽງຈັນທັງໝົດ ຕາມສະຖິຕິປີ 2018 ທີ່ໄດ້ຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍລວມມີໜັງສືພິມລວມ 25 ສະບັບ ແລະ ວາລະສານ 89 ສະບັບ ເພື່ອມາວິເຄາະຕາມຈຸດປະສົງທີ່ໄດ້ຕັ້ງໄວ້; ຜົນຂອງການຄົ້ນຄວ້າວິທະຍາສາດສາມາດສະຫຼຸບໄດ້ດັ່ງລາຍລະອຽດລຸ່ມນີ້:

ການຕັ້ງຊື່ໜັງສືພິມ ແລະ ວາລະສານ ໃນດ້ານໂຄງສ້າງພາສາຕາມຊະນິດສາຍສໍາພັນວາກະຍະສໍາພັນເຫັນວ່າ ປະກອບມີ 3 ກຸ່ມຄື ຄໍາ, ກຸ່ມຄໍາ ແລະ ປະໂຫຍກ ເຊິ່ງຊື່ໜັງສືພິມ ແລະ ວາລະສານ ທີ່ມີໂຄງສ້າງທາງສາຍສໍາພັນວາກະຍະພັນແບບເປັນກຸ່ມຄໍາກວມເອົາອົດຕາສ່ວນຫຼາຍກວ່າໝູ່. ຮອງລົງມາແມ່ນຊື່ໜັງສືພິມ ແລະ ວາລະສານທີ່ມີໂຄງສ້າງເປັນຄໍາ ແລະ ເປັນປະໂຫຍກ ຕາມລໍາດັບ.

ການວິເຄາະຂໍ້ມູນການຕັ້ງຊື່ໜັງສືພິມ ແລະ ວາລະສານ ໃນດ້ານຄວາມເໝາະສົມໃນການໃຊ້ຈໍານວນພະຍາງໃນການຕັ້ງຊື່ ເຫັນວ່າ ມີຊື່ໜັງສືພິມ ແລະ ວາລະສານ ທີ່ປະກອບດ້ວຍ 1-4 ພະຍາງ ກວມເອົາອັດຕາສ່ວນຫຼາຍກວ່າຊື່ໜັງສືພິມ ແລະ ວາລະສານ ທີ່ປະກອບດ້ວຍ 5-10 ພະຍາງ.

ການວິນິດໄສການຕັ້ງຊື່ໜັງສືພິມ ແລະ ວາລະສານ ຕາມແນວຄິດທິດສະດີການຕັ້ງຊື່ໜັງສືພິມ ແລະ ວາລະສານ ໃນ 10 ຍຸດທະວິທີ ເຫັນວ່າ ການຕັ້ງຊື່ໂດຍການຕັ້ງເປັນຄໍາອະທິບາຍກວມເອົາອັດຕາສ່ວນຫຼາຍກວ່າໝູ່ ໃນຈໍານວນຊື່ໜັງສືພິມ ແລະ ວາລະສານ ທີ່ນໍາມາສຶກສາ; ຮອງລົງມາແມ່ນການໃຊ້ຊື່ສະຖານທີ່, ຊື່ບຸກຄົນ ຫຼື ຊື່ວັດຖຸສິ່ງຂອງຕ່າງໆ; ການໃຊ້ຄໍາກໍາມະ; ການສ້າງຄໍາປະສົມ ແລະ ການປ່ຽນການສະກົດຄໍາ ຕາມລໍາດັບ; ສ່ວນໃນຍຸດທະວິທີອື່ນໆ ແມ່ນບໍ່ປາກົດເຫັນໃນຈໍານວນຊື່ໜັງສືພິມ ແລະ ວາລະສານ ທີ່ກຸ່ມຜູ້ຄົ້ນຄວ້ານໍາມາສຶກສາໃນຄັ້ງນີ້ ເທົ່າກັບ 0%.

ການວິເຄາະຂໍ້ມູນດ້ານຄວາມສໍາພັນລະຫວ່າງຊື່ ແລະ ເນື້ອໃນຂອງໜັງສືພິມ ແລະ ວາລະສານ ກໍພົບວ່າ ຊື່ ແລະ ເນື້ອໃນຂອງໜັງສືພິມ ແລະ ວາລະສານ ທີ່ນໍາມາສຶກສາໃນຄັ້ງນີ້ມີຄວາມກ່ຽວພັນກັນດີ ແລະ ກໍສາມາດຕອບສະໜອງຕາມຈຸດປະສົງ ແລະ ເປົ້າໝາຍຂອງແຕ່ລະສໍານັກພິມໄດ້ດີເໝືອນກັນ.

Leave a Reply

Your email address will not be published. Required fields are marked *