Categories
ສາຍສັງຄົມ

ປຽບທຽບຜົນການຮຽນກ່ຽວກັບວິຊາຄະນິດສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 5 ຂອງໂຮງຮຽນມັດທະຍົມສົມບູນ ເມືອງໄຊທານີ ທີ່ມີຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ

ອຈ.ປທ. ພອນສີ ເວທະນາ *, ຮສ.ປອ.ສີຖານ ສຸຂະວົງ*, ປອ.ສອນເພັດ ສີຫາະລາດ*, ປທ. ເພັດສະຫວັນ ອານຸວົງ*, ປທ. ວັນນະສຸກ ບົວສັງທອງ*, ປອ. ຄໍາແພງ ບຸດມີໄຊ*

ບົດຄັດຫຍໍ້

ໃນການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ ປຽບທຽບຜົນການຮຽນວິຊາຄະນິດສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 5 ຂອງໂຮງຮຽນມັດທະຍົມສົມບູນ ເມືອງໄຊທານີ ທີ່ມີຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ. ໂດຍນໍາໃຊ້ການເກັບກໍາຂໍ້ມູນທາງດ້ານປະລິມານ, ເຊິ່ງໄດ້ມີການຄິດໄລ່ເປີເຊັນ (Percentage), ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation) ແລະ ນໍາໃຊ້ສະຖິຕິທົດສອບ ເພື່ອປຽບທຽບຄ່າສະເລ່ຍຈາກຕາຕະລາງການແຈກຢາຍແບບ F(F-distribution), ຜົນການຄົ້ນຄວ້າພົບວ່າ:
ກຸ່ມນັກຮຽນທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງຫຼາຍ ໄດ້ຄະແນນວິຊາຄະນິດສາດສູງ ເຊິ່ງມີຄ່າສະ ເລ່ຍເທົ່າກັບ 9.13 ຮອງລົງມາແມ່ນ ກຸ່ມທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງປານກາງ ມີຄ່າສະເລ່ຍເທົ່າກັບ 7.47 ແລະ ກຸ່ມທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງໜ້ອຍ ມີຄ່າສະເລ່ຍເທົ່າກັບ 4.67.
ນັກຮຽນທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ ມີຜົນການຮຽນກ່ຽວກັບວິຊາຄະນິດສາດຕ່າງກັນ ໂດຍມີລະດັບຄວາມສໍາຄັນທາງສະຖິຕິ 0.01.
ນັກຮຽນທີ່ມີຄວາມເຊື່ອໝັ້ນໃນຕົນເອງຫຼາຍ ໄດ້ຄະແນນວິຊາຄະນິດສາດສູງກວ່ານັກຮຽນທີ່ມີຄວາມເຊື່ອໜັ້ນໃນຕົນເອງໃນປານກາງ ແລະ ໜ້ອຍ, ນັກຮຽນທີ່ມີຄວາມເຊື່ອໝັ້ນຕົນເອງໃນປານກາງ ໄດ້ຄະແນນວິຊາຄະນິດສາດສູງກວ່ານັກຮຽນທີ່ມີຄວາມເຊື່ອໝັ້ນໃນຕົນເອງໜ້ອຍ ໂດຍມີລະດັບຄວາມສໍາຄັນທາງສະຖິຕິໃນລະດັບ 0.01.
ດັ່ງນັ້ນ, ຄູຄວນເຝິກໃຫ້ນັກຮຽນກ້າຄິດກ້າສະແດງອອກຕື່ມ ແລະ ເນັ້ນທັກສະຂະບວນການຮຽນຮູ້ ໂດຍໃຫ້ນັກຮຽນກ້າເວົ້າ, ກ້າອະທິບາຍ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ນັກຮຽນ. ນອກຈາກນີ້ ຍັງສັງເກດເຫັນວ່ານັກຮຽນສ່ວນຫຼາຍແກ້ເລກບໍ່ໄດ້ດີ ໂດຍສະເພາະ ‘‘ພາກທີ 4 ຂອບເຂດ ແລະ ການຕໍ່ເນື່ອງຂອງຕຳລາ’’, ‘‘ພາກທີ 8 ເຄົ້າຕຳລາ ແລະ ສັງຄະນິດ’’ ສະເພາະສັງຄະນິດມີຂອບ ນັກຮຽນຍັງແທນຄ່າບໍ່ເປັນ, ‘‘ພາກທີ 10 ເວັກເຕີໃນສາມມິຕິ’’ ນັກຮຽນສ່ວນຫຼາຍບໍ່ເຂົ້າໃຈຂະບວນການແກ້ ແລະ ‘‘ພາກທີ 11 ເລຂາວິເຄາະໃນໜ້າພຽງ’’ ໂດຍສະເພາະຮູບວົງມົນ ແລະ ຮູບອີແປກໂບນ ນັກຮຽນຍັງບໍ່ເຂົ້າໃຈຂະບວນການແກ້.

Leave a Reply

Your email address will not be published. Required fields are marked *