ບົດຄັດຫຍໍ້
ນ້ຳໃຕ້ດິນ ເປັນແຫຼ່ງນ້ຳໃຊ້ທີ່ສຳຄັນຕົ້ນຕໍ ສຳລັບປະຊາຊົນທີ່ອາໄສຢູ່ເຂດຫ່າງໄກຈາກແມ່ນ້ຳ ແລະ ເຂດທີ່ລະບົບນ້ຳປະປາຍັງເຂົ້າບໍ່ເຖິງ ຫຼື ຍັງບໍ່ທັນເຂົ້າເຖິງຢ່າງພຽງພໍ. ແຕ່ວ່າ ຢູ່ຫຼາຍທ້ອງຖິ່ນໃນ ສປປ ລາວ ຍັງຂາດຂໍ້ມູນກ່ຽວກັບການນຳໃຊ້ນ້ຳໃຕ້ດິນ ແລະ ແຜນຄຸ້ມຄອງນ້ຳໃຕ້ດິນແບບຍືນຍົງ. ຈຸດປະສົງຂອງການສຶກສານີ້ແມ່ນ ເພື່ອສຶກສາການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການດຳລົງຊີວິດປະຈຳວັນຂອງຄົວເຮືອນ ຢູ່ບ້ານຕາດທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ເພື່ອກຳນົດທິດທາງການໄຫຼຂອງນ້ຳໃຕ້ດິນຢູ່ເຂດພື້ນທີ່ສຶກສາ. ຂໍ້ມູນທີ່ສຳຄັນສຳລັບການສຶກສາຄັ້ງນີ້ ລວມມີ ຂໍ້ມູນລະດັບນ້ຳໃຕ້ດິນ, ຂໍ້ມູນການນຳໃຊ້ນ້ຳໃຕ້ດິນ, ຈະນວນປະຊາກອນ ແລະ ລັກສະນະພູມສັນຖານຂອງພື້ນທີ່ສຶກສາ. ວິທີການເກັບກຳຂໍ້ມູນແມ່ນມີທັງການສຳພາດ ແລະ ວັດແທກຢູ່ພາກສະໜາມ. ຂໍ້ມູນດັ່ງກ່າວນີ້ ໄດ້ຈາກການສຳພາດຈຳນວນ 18 ຄອບຄົວ ແລະ ວັດແທກລະດັບນ້ຳໃຕ້ດິນໄປພ້ອມ. ການກຳນົດທິດທາງການໄຫຼຂອງນ້ຳໃຕ້ດິນ ແມ່ນນຳໃຊ້ ArcGIS. ຜົນການສຶກສາ ສະແດງໃຫ້ເຫັນວ່າປະຊາຊົນຢູ່ ບ້ານ ຕາດທອງ ໄດ້ນໍາໃຊ້ນໍ້າຈາກ 3 ແຫຼ່ງເປັນຫຼັກ ຄື ນໍ້າໃຕ້ດິນ (66%), ນໍ້າປະປາ (33%) ແລະ ນໍ້າດື່ມຕຸກ (1%). ສະເລ່ຍປະລິມານການນໍາໃຊ້ນໍ້າໃຕ້ດິນ ແມ່ນ 809 ລິດ/ຄອບຄົວ/ວັນ ຫຼື ສະເລ່ຍປະມານ 180 ລິດ/ຄົນ/ວັນ. ສ່ວນທິດທາງການໄຫຼຂອງນໍ້າໃຕ້ດິນຢູ່ເຂດ ບ້ານຕາດທອງ ຈະໄຫຼອອກຈາກສອງຝາກຂ້າງຂອງພື້ນທີ່ ວິທະຍາເຂດຂອງຄະນະຊັບພະຍາກອນນໍ້າ ໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ. ໃນອະນາຄົດ, ສຳລັບທ່ານທີ່ສົນໃຈຢາກ ສຶກສາກ່ຽວກັບນ້ຳໃຕ້ດິນຢູ່ເຂດບ້ານຕາດທອງ ກໍ່ຄວນລົງເລິກທາງດ້ານຄຸນນະພາບນໍ້າຂອງນ້ຳໃຕ້ດິນຢູ່ເຂດພື້ນທີ່ສຶກສາຕື່ມອີກ ແລະ ຄວນມີການສຶກສາທັງສອງລະດູ.