Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກໃບມັນຕົ້ນບົດ ເສີມດ້ວຍຫົວມັນຕົ້ນໝັກຢີສ ຕໍ່ກັບການຈະເລີນເຕີບໂຕຂອງໄກ່ພື້ນເມືອງ

ມາລາວັນ ຈິດຕະວົງ, ສົມຈິດ ພວງລະສອນ ແລະ ຄຳ ພົມ​ມະ​ຈັນ ຄະ​ນະ​ກະ​ເສດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ malavanc@yahoo.com

ບົດຄັດຫຍໍ້

ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກໃບມັນຕົ້ນບົດ ເສີມດ້ວຍຫົວມັນຕົ້ນໝັກຢີສ ຕໍ່ກັບການຈະເລີນເຕີບໂຕຂອງໄກ່ພື້ນເມືອງ ເຊິ່ງມີຈຸດປະສົງເພື່ອ ສົມທຽບການກິນໄດ້, ການຈະເລີນເຕີບໂຕ ແລະ ອັດ​ຕາການແລກປ່ຽນອາຫານມາເປັນນ້ຳໜັກ. ການທົດລອງໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຢູ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໂດຍ​ໃຊ້ເວລາ 90 ວັນ. ໄກ່ທົດລອງແມ່ນໄດ້ໃຫ້ອາຫານແບບເຕັມທີ່. ອາ​ຫານ​ແຕ່​ລະ​ສູດແມ່ນໄດ້ຈໍາກັດລະ​ດັບ​ທາດ​ຊີ້ນໃຫ້​ມີ​ລະ​ດັບ 15%. ຮູບ​ແບບ​ງານ​ທົດ​ລອງ​ແມ່ນ​ໄດ້​ນຳ​ໃຊ້​ແບບ​ສຸ່ມ​ສົ​ມ​ບູນ​ໃນ​ບ​ຣ໋ອກ ເຊິ່ງປະກອບມີ 4 ສິ່ງທົດລອງ, ໄກ່ຈໍານວນທັງໝົດ 48 ໂຕ (12 ໂຕ/ສິ່ງທົດລອງ) ໄກ່ມີອາຍຸປະມານ 8 ອາທິດ, ມີນໍ້າໜັກເລີ່ມຕົ້ນລະຫວ່າງ 388 – 612 g/ໂຕ, ວິທີການລ້ຽງແມ່ນລ້ຽງແບບຂັງຄອກ. 

        ຜົນການທົດລອງພົບວ່າ: ແຕ່​ລະ​ສິ່ງ​ທົດ​ລອງ​ແມ່ນມີອັດຕາການກິນໄດ້ລວມ, ອັດຕາການຈະເລີນເຕີບໂຕສະ​ເລ່ຍ​ຕໍ່​ມື້ (ADG), ອັດຕາການແລກປ່ຽນອາຫານມາເປັນນໍ້າໜັກໂຕ (FCR) ບໍ່ຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05) ດີກວ່າໝູ່ແມ່ນສິ່ງທົດລອງ T2 ເທົ່າກັບ 4.9 ແລະ ຕໍ່າກວ່າໝູ່ແມ່ນສິ່ງທົດລອງ T0 ເທົ່າກັບ 5.1 ສາມາດສະຫຼຸບໄດ້​ວ່າ: ໃນສິ່ງທົດລອງ T2 ທີ່ໃຫ້ແຫຼ່ງທາດຊີ້ນຈາກວັດຖຸດິບ (ໃບມັນຕົ້ນບົດໃນລະ ດັບ 9% ເປັນສ່ວນປະສົມ) ແມ່ນເຮັດ​ໃຫ້​ໄກ່ອັດຕາການຈະເລີນເຕີບໂຕ​ດີ ແລະ ມີ​ອັດ​ຕາ​ການ​ແລກ​ປ່ຽນ​ອາ​ຫານ​ມາ​ເປັນ​ນ້ຳ​ໜັກ​ທີ່​ດີ. 

Leave a Reply

Your email address will not be published. Required fields are marked *