ບົດຄັດຫຍໍ້
ການສຶກສາຜົນຂອງການນໍາໃຊ້ໃບແຄຝະລັ່ງແຫ້ງບົດເປັນແຫຼ່ງທາດຊີ້ນຕໍ່ກັບການກິນໄດ້, ຈະເລີນເຕີບໂຕ ອັດຕາຫານແລກປ່ຽນອາຫານມາເປັນນ້ຳໜັກ ແລະ ຜົນຕອບແທນທາງດ້ານເສດຖະກິດ, ການທົດລອງຄັ້ງນີ້ໃຊ້ໄລຍະເວລາລ້ຽງທັງໝົດ 13 ອາທິດ, ນໍາໃຊ້ໄກ່ອາຍຸ 28 ວັນ, ນໍ້າໜັກເລີ້ມຕົ້ນ 148.1-148.8 g/ໂຕ (ຜູ້ 32 ໂຕ ແລະ ແມ່ 32 ໂຕ), ໃຊ້ແຜນ ການທົດລອງແບບ RCBD, ມີ 4 ສິ່ງທົດລອງ, ໃນແຕ່ລະສິ່ງທົດລອງແມ່ນຈະໄດ້ຮັບອາຫານທີ່ມີໃບແຄຝະລັ່ງແຫ້ງບົດໃນອັດຕາ 0; 5; 10 ແລະ 15% ຜົນໄດ້ຮັບພົບວ່າ: ອາຫານ ແລະ ທາດຊີ້ນທີ່ກິນໄດ້ຕໍ່ວັນ, ອັດຕາການຈະເລີນເຕີບໂຕ, ນໍ້າໜັກຊາກໃນແຕ່ລະສິ່ງທົດລອງມີຄວາມແຕກຕ່າງທາງດ້ານສະຖິຕິ (P<0.05), ແຕ່ອັດຕາການແລກປ່ຽນອາຫານເປັນນໍ້າໜັກໂຕ (FCR), ປະ ສິດທິພາບການນໍາໃຊ້ທາດຊີ້ນ (PER), ເປີເຊັນຊາກ ແລະ ຕົ້ນທຶນຄ່າອາຫານຕໍ່ກັບການເພີ່ມຂຶ້ນຂອງນໍ້າໜັກໂຕບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິ (P>0.05), ເມື່ອທຽບອັດຕາຂອງການນໍາໃຊ້ໃບແຄຝະລັ່ງໃນສູດອາຫານເຫັນວ່າໃນອັດຕາ GLM10% ມີທ່າອ່ຽງທີ່ຈະດີກວ່າການນໍ້າໃຊ້ໃນອັດຕາ 5% ແລະ ໃນສິ່ງທົດລອງ GLM15% ມີປະສິດທິ ພາບຕໍ່າກວ່າໝູ່ດັ່ງມີຄ່າສະເລ່ຍລຸ່ມນີ້:
ການນໍາໃຊ້ GLM 10% ໃນສູອາຫານເຮັດໃຫ້ໄກ່ມີອັດຕາການກິນໄດ້ 40.97 g/ໂຕ/ວັນ, ທາດຊີ້ນທີ່ກິນໄດ້ 14.09 g/ໂຕ/ວັນ, ອັດຕາການຈະເລີນເຕີບໂຕ 8.93 g/ໂຕ/ວັນ, FCR 4.02, PER 1.51, FCG 17,457 ກີບ, ມີ ນໍ້າໜັກຊາກ 970.10 g/ໂຕ ແລະ ມີເປີເຊັນຊາກ 86.56%.
ການນໍາໃຊ້ GLM15% ໃນສູດອາຫານເຮັດໃຫ້ໄກ່ມີອັດຕາການກິນໄດ້ 34.81 g/ໂຕ/ວັນ, ທາດຊີ້ນທີ່ກິນໄດ້ 16.26 g/ໂຕ/ວັນ, ອັດຕາການຈະເລີນ ເຕີບໂຕ 10.73 g/ໂຕ/ວັນ, FCR 3.84, PER 1.58, FCG 16,408 ກີບ, ມີນໍ້າໜັກຊາກ 705.77 g/ໂຕ ແລະ ມີເປີເຊັນຊາກ 84.73%.