ບົດຄັດຫຍໍ້
ການສຶກສາຄັ້ງນີ້ເປັນຮູບແບບການທົດລອງກ່ຽວກັບຫົວຂໍ້ສຶກສາການນຳໃຊ້ຈຸລິນຊີ ໃນການເພີ່ມຄຸນນະພາບຝຸ່ນອິນຊີຈາກຕະກອນບຳບັດນ້ຳເປື້ອນຂອງໂຮງງານເບຍລາວ ທີ່ໃຊ້ວັດສະດຸປະສົມແຕກຕ່າງກັນ. ເຊິ່ງມີ 2 ຈຸດປະສົງຫຼັກຄື: (1) ເພື່ອວິເຄາະຄຸນະພາບຝຸ່ນອິນຊີທີ່ຜະລິດຈາກຕະກອນບໍາບັດນໍ້າເປື່ອນໂດຍໃຊ້ຈຸລິນຊີປັບປຸງຄຸນນະພາບ ທີ່ໃຊ້ວັດສະດຸປະສົມແຕກຕ່າງກັນ ແລະ (2) ເພື່ອປະເມີນຕົ້ນທຶນການຜະລິດຝຸ່ນອິນຊີ ຈາກກາກຕະກອນບໍາບັດນໍ້າເປື່ອນດັ່ງກ່າວ. ໂດຍນໍາໃຊ້ວິທີການຄົ້ນການທົດລອງແບບ CRD(Completed Random Design)ປະກອບມີ 3 ຊຸດທົດລອງ (Replications) ແລະ ແຕ່ລະຊຸດແບ່ງອອກເປັນ 5 ສິ່ງທົດລອງ(Treatments)
ຜົນການສຶກສາການນຳໃຊ້ຈຸລິນຊີ ໃນການເພີ່ມຄຸນນະພາບຝຸ່ນອິນຊີຈາກຕະກອນບຳບັດນ້ຳເປື້ອນຂອງ ໂຮງງານເບຍລາວ ທີ່ໃຊ້ວັດສະດຸປະສົມແຕກຕ່າງກັນ ເຫັນວ່າ ຈຸລິນຊີປັບປຸງດິນ(IMO)ມີບົດບາດສໍາຄັນໃນການເພີ່ມຄຸນະພາບຂອງຝຸ່ນອິນຊີ ໂດຍສະເພາະແມ່ນທາດອິນຊີວັດຖຸ ແລະ ທາດ ໂປແທັສຊຽມ ເພີ່ມຂຶ້ນຈາກ 20.97% – 47.42% (ທຽບກັບ ຕົວຢືນ) ແລະ ຈາກ 0.08 % – 1.21% (ທຽບກັບຕົວຢືນ) ຕາມລໍາດັບ, ລວມທັງການປັບຄ່າຄວາມເປັນກົດ – ດັ່ງໃຫ້ຢູ່ໃນສະພາບທີ່ເປັນກາງ ແລະ ເໝາະສົມສໍາລັບການປູກພືດ. ສິ່ງທົດລອງ T5 ເປັນຝຸ່ນອິນຊີທີ່ມີຄຸນະພາບດີທີ່ສຸດ ແລະ ໄດ້ຕາມມາດຕະຖານຝຸ່ນອິນຊີຂອງກົມປູກຝັງ ແລະ ເປັນອັດຕາສ່ວນການປະສົມທີ່ເໝາະສົມ ເນື່ອງຈາກມີຕົ້ນທຶນຕໍ່າສະເລ່ຍຢູ່ທີ່ 1,334 ກີບຕໍ່ກິໂລກຣາມ ແລະ 1,588 ກີບຕໍ່ກິໂລກຣາມ ຕາມລໍາດັບ. ເຖິງແນວໃດກໍ່ຕາມ, ການໃຊ້ກາກຕະກອນເປັນສ່ວນປະສົມຫຼັກໃນການເຮັດຝຸ່ນຊີ ຍັງມີບັນຫາການແຂງຕົວຂອງເມັດຝຸ່ນໃນເວລາທີ່ແຫ້ງແລ້ວ ເວລາໃຊ້ໄປດົນໆ ຫຼື ເປັນຈໍານວນຫຼາຍອາດສົ່ງຜົນເຮັດໃຫ້ເປັນການເພີ່ມອະນຸພາກດິນໜຽວໃນພື້ນທີ່ການປູກພືດເພີ່ມຂຶ້ນ ແລະ ເຮັດໃຫ້ດິນຍິ່ງໜຽວ ແລະ ແຂງ. ສະນັ້ນ, ການນໍາໃຊ້ຄວນນໍາໃຊ້ຮ່ວມກັບຝຸ່ນຄອກອື່ນໆ ປະສົມນໍາ.