ບົດຄັດຫຍໍ້
ຜ່ານການສຶກສາຜົນຂອງການໃຊ້ກາກເບຍໃນສູດອາຫານຕໍ່ປະລິມານການກີນໄດ້ ແລະ ການຈະເລີນເຕີບໂຕຂອງໝູນ້ອຍຫລັງຢ່ານົມໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອສຶກສາປະລິມານການກິນໄດ້, ການຈະເລີນເຕີບໂຕ ແລະ ຜົນຕອບແທນທາງດ້ານເສດຖະກິດການລົງທຶນຂອງໝູນ້ອຍ. ການທົດລອງດັ່ງກ່າວແມ່ນໄດ້ປະຕີບັດຢູ່ຟາມໝູຂອງພາກວີຊາລ້ຽງສັດ ແລະ ການປະມົງ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ. ການສຶກສານີ້ ໃຊ້ໝູທົດລອງຈໍານວນທັງໝົດ 24 ໂຕ ໂດຍມີນໍ້າມັກເລີ່ມຕົ້ນລະເລ່ຍປະມານ 4.8 Kg/ໂຕ, ອາຍຸ 35 ວັນ. ໝູແມ່ນໄດ້ຈັດ 4 ກຸ່ມ, ກຸ່ມລະ 6 ໂຕ (ຄອກລະ 2 ໂຕ) ໂດຍໃຊ້ຮູບແບບການທົດລອງແບບສຸ່ມສົມບູນ (Completely randomized design: CRD), ປະກອບມີ 3 ຊໍ້າ ໃນແຕ່ລະສີ່ງທົດລອງ. ອາຫານທີ່ໃຊ້ໃນການທົດລອງຄັ້ງນີ້ ແມ່ນປະກອບມີກາກເບຍ 4 ລະດັບເປັນສິ່ງທົດລອງຄື: BG0%, BG10%, BG20% ແລະ BG30% ໃນສູດອາຫານ.
ຜົນການສຶກສາດັ່ງກ່າວພົບວ່າ ການໃຫ້ອາຫານສູດ BG10% ແມ່ນເພີ່ມປະລິມານການກິນໄດ້ຂອງທາດແຫ້ງ (429.5 g/d) , ການກິນໄດ້ຂອງທາດຊີ້ນ (68.2 g/d) ແລະ ເພີ່ມປະລິມານການກິນໄດ້ຂອງ CF ຂອງໝູນ້ອຍຫລັງຢ່ານົມ (P<0.05), ເປັນຜົນເຮັດໃຫ້ ໝູນ້ອຍກິນອາຫານສູດ BG 10% ແມ່ນມີນ້ຳໜັກເພີ່ມຂື້ນດີກວ່າ (P<0.05), ສົ່ງຜົນຕໍ່ຄ່າຂອງ ADG ສູງຂື້ນ (233.8 g/d), ທຽບກັບສິ່ງທົດລອງອື່ນໆ ແມ່ນມີຄ່າຂອງ ADG ນ້ອຍລົງ ແຕ່ຄ່າຂອງ FCR ແມ່ນບໍ່ມີຜົນຕໍ່ໝູນ້ອຍຫລັງຢ່ານົມ. ການໃຫ້ອາຫານສູດ BG10% ມີຜົນດີຕໍ່ການຫລຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງລາຍຮັບດີກວ່າໝູ ຊຶ່ງການສຶກສານີ້ສະຫລຸບໄດ້ວ່າ ການໃຫ້ອາຫານສູດ BG10% ແມ່ນມີຜົນດີຕໍ່ການກິນໄດ້, ເພີ່ມການຈະເລີນເຕີບໂຕ ແລະ ຫລຸດຕົ້ນທຶນການຜະລິດ ແຕ່ຄວນລະວັງອົງປະກອບຂອງທາດເຍື່ອໄຍໃນກາກເບຍທີ່ສູງເກີນໄປ ຈະມີຜົນກະທົບຕໍ່ການໃຊ້ປະໂຫຍດຂອງອາຫານຂອງໝູນ້ອຍຫລັງຈາກຢ່ານົມ.