Categories
ສາຍທຳມະຊາດ

Legal and Institutional Capacity Assessment for Lao PDR to Implement Minamata Convention on Mercury

Thanongkham Venethongkham Deputy Chief, Division of Environmental Inspection for Investment Project, DPCM, MoNRE Email: vthanongkham@gmail.com

Abstract

The Legal and Institutional Capacity Assessment for Lao PDR to implement the Minamata Convention on Mercury is aimed to strengthen Lao PDR’s national capacity to ratify the Minamata Convention and effectively implement it to reduce, and feasible eliminate mercury use and its emissions and releases. The results of the study found wide gaps and challenges in legal framework and institutional capacity that Lao PDR must overcome in order to comply with the obligations under the Minamata Convention. The Environmental Protection Law and the Law on Chemicals is the core legal framework that closely relates to these obligations. However, these laws and regulations are more general in context and do not specifically address mercury management Regarding intuitional capacity, the Ministry of Energy and Mines, which is the key player in this area and responsible for mining activities, does not clearly define regulations relevant to mercury mining and its utilisation, particularly the use of mercury in artisanal and small-scale gold mining (ASGM) activities which are the key mercury users in Lao PDR. Furthermore, there is a significant need for cofssat, the mercury trade.

Categories
ສາຍທຳມະຊາດ

ການສຶກສາລັກສະນະໂຄງສ້າງເສັ້ນຮອຍເລື່ອນເທີງໜ້າດິນ ໂດຍການນຳໃຊ້ເຕັກໂນໂລຊີພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ, ສປປ ລາວ

ວິລະສິດ ພົມສຸວັນ1, ວົງເພັດ ສີທະວົງ2, ໄພວອນ ແສງພັອນ1, ສຸດວິໄລ ດວງພະຈັນ1 1ພະແນກ ສືບຢັ່ງທາງໄກ ແລະ ແຜນທີ່, ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 2ພະແນກ ຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ບົດຄັດຫຍໍ້

ຄຳວ່າ “Lineament” ໝາຍເຖີງລັກສະນະແນວເສັ້ນຊື່ ທີ່ອະທິບາຍ ກ່ຽວກັບ ໂຄງສ້າງພື້ນຖານຂອງທໍລະນີວິ ທະຍາ. ນອກ ຈາກນີ້ Lineament ຍັງສະແດງລັກສະນະໂຄງສ້າງແນວເສັ້້ນຮອຍເລື່ອນເທີງໜ້າດິນ; ເຊີ່ງເປັນລັກສະ ນະທາງດ້ານໂຄງສ້າງກາຍຍະພາບ ແລະ ຮູບແບບຂອງປະກົດການທາງທໍລະນີສັນຖານວິທະຍາ ຂອງເປືອກໂລກ (Geomorphological Lineament); ພ້ອມກັນນັ້ນ ກໍ່ຍັງມີຫຼາຍທິດສະດີ ແລະ ຫຼັກການ ເພື່ອໃຊ້ສຶກສາ ກ່ຽວກັບ ພື້ນທີ່ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນໃນວຽກງານການສຳຫຼວດ ເຊີ່ງໄດ້ຕິດພັນກັບຄວາມເປັນມາ ແລະ ການປ່ຽແປງໂຄງສ້າງໜ່ວຍໂລກຂອງພວກເຮົາ (O’Leary et al., 1976). ປະຈຸບັນ, ການສຶກສາດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ນຳໄປປະຍຸກໃຊ້ໃນຂະແຫນງການຕ່າງໆຢ່າງກວ້າງຂວາງ ໂດຍສະເພາະແມ່ນທາງດ້ານທໍລະນີວິທະຍາ ເພາະມີບົດບາດຄວາມສຳຄັນ ຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ການຂຸດຄົ້ນບໍ່ແຮ່ (Rowan & Lathram, 1980; Mathew & Ariffin, 2018); ການເລືອກທີ່ຕັ້ງຂອງການສ້າງເຂື່ອນ (Tamura et al., 2000; Theilen-Willige et al., 2016; Barjasteh, 2019); ຂົວ, ເສັ້ນທາງຄົມມະນາຄົມ (Singh, et al., 2016), ການເກີດແຜ່ນດິນໄຫວ (Arellano-Baeza et al., 2006a; 2006a; 2007; Sharifia et al., 2008; Vashchilov & Kalinina 2008; Lister et al., 2018); ການເຊາະເຈື່ອນ ແລະ ການພັງຖະລາຍຂອງໜ້າດິນ (Ramli et al., 2010; Yusof et al., 2011; Ali & Ali, 2018); ການຫານ້ຳໃຕ້ດິນ (Chandra et al., 2006; Abdullah et al., 2015; Takorabt et al., 2018; Thomas & Duraisamy, 2018) ແລະ ລັກສະນະຄວາມເຄັມຂອງພື້ນທີ່ດິນ (Wannakomol, 2005, YADARAK, 2009) ແລະ ອື່ນໆ.

ການສຶກສາຄັ້ງນີ້ ໄດ້ນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ (ພາບຖ່າຍດາວທຽມ) ມາວິເຄາະ ແລະ ປະມວນພາບຖ່າຍດາວ Landsat-8 OLI/TIRS ເຊີ່ງພາບຖ່າຍດາວທຽມ ວັນທີ 09 ກຸມພາ 2019 ເພື່ອມາແຍກເອົາຂໍ້ມູນເສັ້້ນຮອຍເລື່ອນເທີງໜ້າດິນ ດ້ວຍວິທີການໄຈ້ແຍກແບບອັດຕະໂນມັດ (Automatic Lineament Extraction) (Adhab & Hassan, 2014; El-Sawy, 2016); ພົບວ່າ: ຈຳນວນເສັ້ນຮອຍເລື່ອນເທີງໜ້າດິນ ພາຍຂອບເຂດພື້ນທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ມີທັງໝົດ 711 ເສັ້້ນ. ໃນນັ້ນ ຄວາມຍາວສູງສຸດ, ຄວາມຍາວຕ່ຳສຸດ ແລະ ຄວາມຍາວສະເລ່ຍ ຂອງ ເສັ້້ນຮອຍເລື່ອນເທີງໜ້າດິນ ປະມານ 4000 ແມັດ, 12 ແມັດ ແລະ 577 ແມັດ ຕາມລຳດັບ. ສຳລັບ, ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນ (Lineament Density) ຈະສະແດງຄ່າຄວາມເຂັ້ມຂອງສີທີ່ແຕກຕ່າງກັນ ຄື: ສີເຫຼືອງອ່ອນ ມີຄວາມໜາແໜ້ນໜ່ອຍ (ມີຈຳນວນ 1-2 ເສັ້້ນ), ສີຂຽວອ່ອນ ແມ່ນມີຄວາມໜາແໜ້ນປານກາງ (ມີຈຳນວນ 3-4 ເສັ້້ນ) ແລະ ສີຟ້າແກ່ ມີຄວາມໜາແໜ້ນສູງ (ມີຈຳ ນວນຫຼາຍກວ່າ 5 ເສັ້້ນຂື້ນໄປ). ພ້ອມນັ້ນ ກໍ່ຍັງພົບວ່າ: ແນວໂນ້ມຂອງທິດທາງການແຜ່ກະຈາຍແນວເສັ້້ນຮອຍເລື່ອນເທິງໜ້າດິນ (Trend of Lineament Orientations) ຢູ່ ເມືອງແກ້ວອຸດົມ ເມື່ອທຽບກັບຄວາມໜາແໜ້ນຂອງແນວເສັ້້ນຊື່ດັ່ງກ່າວ ມີທິດໄປທາງທິດຕາເວັນອອກຊຽງເໜືອ (Northeast) ຫຼາຍກວ່າ ທິດຕາເວັນ ຕົກຊຽງເໜືອ (Northwest). ຈາກຜົນໄດ້ຮັບຂອງການສຶກສາຄັ້ງນີ້, ເຖີງແມ່ນວ່າຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ທີ່ໄດ້ຈາກວິເຄາະ ແລະ ປະມວນຜົນຈາກພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ເຊີ່ງເບື່ອງຕົ້ນຍັງບໍ່ສາມາດບົ່ງຊີ້ໄດ້ເຖີງໄລ່ຍະເວລາທີ່ແນ່ນອນ ກ່ຽວກັບ ແນວໂນ້ມ ຫຼື ຄວາມສ່ຽງ ຂອງການເກີດມີແຜ່ນດິນໄຫວໃນອານາຄົດ ຫຼື ບໍ່; ເພາະຕ້ອງໃຊ້ຮ່ວມກັບບັນດາຂໍ້ມູນຕ່າງໆ ເຊັ່ນ: ສະຖິຕິການເກີດແຜ່ນ ດິນ, ຄວາມແຮງສັນສະເຖື່ອນ, ລັກສະນະໂຄງສ້າງທໍລະນີສັນ ຖານ ແລະ ຂໍ້ມູນອື່ນໆ ໃນຂອບເຂດພື້ນທີ່ສຶກສາ ແລະ ພື້ນທີ່ຢູ່ໃກ້ຄຽງ ພ້ອມກັບການວິເຄາະຈາກເຄື່ອງມືອຸປະ ກອນທີ່ທັນສະໄໝ ແລະ ຄະນະຜູ້ຊ່ຽວຊານທາງດ້ານທໍລະນີສັນຖານວິທະຍາ ເພື່ອຈະປະເມີນຫາຄວາມສ່ຽງ ຫຼື ແນວໂນ້ມທີ່ຈະເກີດມີແຜ່ນດິນໄຫວ. ແຕ່ເຖີງຢ່າງໃດກໍ່ຕາມ, ຂະບວນການ ແລະ ວິທີການວິເຄາະ ເພື່ອໃຫ້ໄດ້ມາຂອງຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ເຊີ່ງເປັນວິທີການທີ່ໃຊ້ຢ່າງກວ້າງຂວາງໃນລະດັບສາກົນ ເຊີ່ງວິທີການດັ່ງກ່າວ ແມ່ນສາມາດນຳເອົາໄປໃຊ້ເຂົ້າໃນຫຼາຍຂະແໜງການ ເພື່ອປະເມີນຂໍ້ມູນທີ່ໄດ້ຮັບເຂົ້າໃນຂະແໜງການທີ່ຕ້ອງການ ຂອງ ສປປ ລາວ ໃນອານາຄົດ.

Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ກາກເບຍເປັນ​ແຫລ່ງ​ທາດ​ຊີ້ນຕໍ່ການ​ກິນ​ໄດ້ ແລະ ການຈະເລີນເຕີບໂຕຂອງໝູນ້ອຍຫລັງ​ຢ່າ​ນົມ

ບຸນເລີດ ສີວິໄລ1* ແລະ ຄຳແຫລ້1 ໄຊ​ຍະ​ສິດ 1 ພາກວິ​ຊາ​ລ້ຽງ​ສັດ ແລະ ການ​ປະ​ມົງ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ * ຜູ້ຮັບຜິດຊອບການຄົ້ນຄວ້າວິທະຍາສາດ: lerth_si@yahoo.com

ບົດຄັດຫຍໍ້

​ຜ່ານການ​ສຶກ​ສາຜົນຂອງການໃຊ້ກາກເບຍໃນສູດອາຫານຕໍ່ປະລິມານການກີນໄດ້ ແລະ ການຈະເລີນເຕີບໂຕຂອງໝູນ້ອຍ​ຫລັງ​ຢ່າ​ນົມໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອສຶກສາ​ປະ​ລິ​ມານ​ການ​ກິນ​ໄດ້, ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ຜົນ​ຕອບ​ແທນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ລົງ​ທຶນ​ຂອງ​ໝູ​ນ້ອຍ. ການທົດລອງດັ່ງກ່າວແມ່ນໄດ້ປະຕີບັດຢູ່ຟາມໝູຂອງພາກວີຊາລ້ຽງສັດ ແລະ ການປະມົງ, ຄະນະກະເສດສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ. ການ​ສຶກ​ສານີ້ ໃຊ້ໝູທົດລອງ​ຈໍານວນທັງໝົດ 24 ໂຕ ໂດຍມີນໍ້າມັກເລີ່ມຕົ້ນລະເລ່ຍປະມານ 4.8 Kg/ໂຕ, ອາຍຸ 35 ວັນ. ໝູແມ່ນ​ໄດ້​ຈັດ 4 ກຸ່ມ, ກຸ່ມ​ລະ 6 ໂຕ (ຄອກ​ລະ 2 ໂຕ) ໂດຍ​ໃຊ້ຮູບແບບການທົດ​ລອງແບບສຸ່ມສົມບູນ (Completely randomized design: CRD), ປະກອບມີ 3 ຊໍ້າ ໃນແຕ່ລະສີ່ງທົດລອງ. ອາ​ຫານ​ທີ່​ໃຊ້​ໃນ​ການ​ທົດ​ລອງ​ຄັ້ງ​ນີ້ ແມ່ນ​ປະ​ກອບ​ມີກາກ​ເບຍ 4 ລະ​ດັບ​ເປັນ​ສິ່ງ​ທົດ​ລອງຄື: BG0%, BG10%, BG20% ແລະ BG30% ໃນ​ສູດ​ອາ​ຫານ.

ຜົນ​ການ​ສຶກ​ສາ​ດັ່ງ​ກ່າວ​ພົບ​ວ່າ ການ​ໃຫ້​ອາ​ຫານ​ສູດ BG10% ແມ່ນ​ເພີ່ມ​ປະ​ລິ​ມານ​ການ​ກິນ​ໄດ້​ຂອງທາດ​ແຫ້ງ (429.5 g/d) , ການ​ກິນ​ໄດ້​ຂອງທາດ​ຊີ້ນ (68.2 g/d) ແລະ ເພີ່ມປະ​ລິ​ມານ​ການ​ກິນ​ໄດ້​ຂອງ​ CF ​ຂອງ​ໝູ​ນ້ອຍຫລັງ​ຢ່າ​ນົມ (P<0.05), ເປັນ​ຜົນ​ເຮັດ​ໃຫ້ ໝູ​ນ້ອຍ​ກິນ​ອາ​ຫານ​ສູດ BG 10% ແມ່ນ​ມີ​ນ້ຳ​ໜັກ​ເພີ່ມຂື້ນດີກວ່າ (P<0.05), ສົ່ງ​ຜົນ​ຕໍ່​ຄ່​າຂອງ ADG ສູງຂື້ນ (233.8 g/d), ທຽບ​ກັບ​ສິ່ງ​ທົດ​ລອງ​ອື່ນໆ ແມ່ນ​ມີ​ຄ່າຂອງ ADG ນ້ອຍລົງ ແຕ່ຄ່າຂອງ FCR ແມ່ນບໍ່​ມີ​ຜົນ​ຕໍ່​ໝູ​ນ້ອຍ​ຫລັງ​ຢ່າ​ນົມ. ການ​ໃຫ້​ອາ​ຫານ​ສູດ BG10% ມີ​ຜົນ​ດີ​ຕໍ່​ການ​ຫລຸດ​ຜ່ອນ​ຕົ້ນ​ທຶນ​ການ​ຜະ​ລິດ ແລະ ສ້າງ​ລາຍ​ຮັບ​ດີກວ່າ​ໝູ ຊຶ່ງການ​ສຶກ​ສານີ້​​ສະ​ຫລຸບ​ໄດ້​ວ່າ ການ​ໃຫ້​ອາ​ຫານ​ສູດ BG10% ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ກິນ​ໄດ້, ເພີ່ມ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ຫລຸດ​ຕົ້ນ​ທຶນ​ການ​ຜະ​ລິດ ແຕ່​ຄວນ​ລະ​ວັງ​ອົງ​ປະ​ກອບ​ຂອງ​ທາດ​ເຍື່ອ​ໄຍ​ໃນ​ກາກ​ເບຍ​ທີ່​ສູງ​ເກີນ​ໄປ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ປະ​ໂຫຍດ​ຂອງ​ອາ​ຫານ​ຂອງ​ໝູ​ນ້ອຍ​ຫລັງ​ຈາກ​ຢ່າ​ນົມ. 

Categories
ສາຍທຳມະຊາດ

Effects of Prebiotic, Probiotic and Sybiotic Supplementation in Diet on growth Performance of Native Chickens

ໄພວອນ ໄຊຍະສານ, ວັນນະພອນ ພຸດທະນາ ແລະ ມາ​ລາ​ວັນ ຈິດ​ຕະ​ວົງ Phaivone SAIYASAN, Vannaphone PHOUTHANA and Malavanh CHITTAVONG ຄະ​ນະ​ກະ​ເສດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ v.phouthana@nuol.edu.la, malavanc@yahoo.com

Abstract

Effects of prebiotic, probiotic and sybiotic supplementation in diet on growth performance of Native Chicken objective compared effects of prebiotic, probiotic and sybiotic supplementation in diet on growth performance of Native Chicken and effects of prebiotic, probiotic and sybiotic supplementation control E.coli, Salmonella and Cocclidiae in the chicken digestive tract. A total of 120-d-oldcommercial Native chickens were randomly allocated in to 9 dietary groups with 4 replicates; 1) control: basal diet, 2) basal diet plus prebiotic (0.2g/kg diet of Allium cepa L,)3 basal diet plus prebiotic (0. 4% diey of  Allium cepa L, 4) basal diet plus probiotic (0.1%g diet of Allium cepa L), 5) basal diet plus probiotic (0.15%g diet of Allium cepa L), 6) basal diet plus prebiotic and probiotic mixture (0.2% diet of Allium cepa L. and 0.1% of Bacillus amyloliquefaciens), 7) basal diet plus prebiotic and probiotic mixture (0.2% diet of Allium cepa L. and 0.15% of Bacillus amyloliquefaciens), 8) basal diet plus prebiotic and probiotic mixture (0.4%  diet of Allium cepa L. and 0.1% of Bacillus amyloliquefaciens), 9) basal diet plus prebiotic and probiotic mixture (0.4%  diet of Allium cepa L. and 0.15% of Bacillus amyloliquefaciens). Result showed that dietary treatments had no effect on final body weight (BW), weight gain, and average daily gain 1495. 75, 144 2.50, 1546.00 ,1406.75, 1521.75, 1516.00, 1538.25, 1500.00  and 1576.50 g were not significantly different between the treatments (P>0.05). Effects of prebiotic, probiotic and sybiotic supplementation feed intake, feed conversion ratio found that 12.70, 12.64, 13.30, 12.13, 13.01, 13.02, 13.47, 12.83 and 13.75 g/b/d and4.66b ,4.02a,  4.41ab, 4.49ab, 4.43ab, 4.24ab, 4.14ab, 4.23ab ແລະ 4.04a had decreased when compared with the control group. Furthermore, the organs and carcass weights (after slaughter, liver, gizzard, and breast fillet) were not significantly different between the treatments (P>0.05). But effects of supplementary (after pluck, heart, spleen, thigh and drumstick) were significantly different (P<0, 05. However, the total of E.coli, Salmonella and Cocclidiae had decreased when compared with the control group. Dietary supplementation of prebiotic, probiotic and sybiotic can be reduced the populations of unprofitable or potential pathogens (E.coli, Salmonella and Cocclidiae) compared with the control treatment.

Categories
ສາຍທຳມະຊາດ

ການກວດພູມຕ້ານທານ HA ແລະ HI ຕໍ່ພະຍາດນິວຄາເຊີນໃນໄກ່ໄຂ່

ຜູ້ຊີ້ນຳ: ປອ. ວັນນະພອນ ພຸດທະນາ ຜູ້​​ປະຕິບັດ: ປທ. ນິດຕະກອນ ສຸລີນທອນ ທ້າວ ທອງລື ພາກວິຊາ ສັດຕະວະແພດ ຄະນະກະເສດສາດ ມະຫາວະທະຍາໄລແຫ່າງຊາດ

ຄວາມເປັນມາ ແລະ ຄວາມສໍາຄັນຂອງການລ້ຽງໄກ່

ໃນປັດຈຸບັນມີການພັດທະນາຂື້ນຫຼາຍດ້ານ ໂດຍສະເພາະການກະສິກໍາເຊັ່ນ: ປູກຝັງ ແລະ ລ້ຽງສັດ ແມ່ນໄດ້ຮັບການສົ່ງເສີມການພັດທະນາຫຼາຍຂື້ນ ເນື່ອງຈາກວ່າ ປະເທດລາວເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ແລະ ປະຊາກອນໂລກໄດ້ມີການເພີ່ມຂື້ນເລື່ອຍໆຄວາມຕ້ອງການທັງສະບຽງອາຫານນັບມື້ນັບສູງ, ສະນັ້ນ ການລ້ຽງໄກ່ກໍ່ ແມ່ນໜື່ງໃນແຜນການງານການລ້ຽງສັດ ແລະ ການປະມົງ ທີ່ມີຄວາມສໍາຄັນຫຼາຍ, ໄກ່ເປັນສັດທີ່ລ້ຽງງ່າຍໃຊ້ຕົ້ນທືນໜ້ອຍ ແລະ ມີຄວາມທົນທານຕໍ່ເຊື້ອພະຍາດ ຫຼື ທົນຕໍ່ດິນຟ້າອາກາດ ການລ້ຽງໄກ່ສ່ວນໃຫຍ່ຊາວກະສິກອນ ແມ່ນລ້ຽງແບບປະຖົມປະຖານ ບໍ່ມີຄວາມຮູ້ທາງດ້ານການປ້ອງກັນພະຍາດ, ການປັບປຸງພັນ, ອາຫານ ແລະ ການຄວບຄຸ້ມພະຍາດ. ໃນນັ້ນພະຍາດນິວຄາເຊິນ (Newcastle Diseases). ທອງໃສ (2002). ໄດ້ກ່າວວ່າພະຍາດແມ່ນເກີດໄດ້ທຸກລະດຸການ ແລະ ທຸກບ່ອນທີ່ມີການລ້ຽງສັດຈຶ່ງເຮັດໃຫ້ໄກ່ຕາຍເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ດັ່ງນັ້ນຈຶ່ງເຮັດໃຫ້ໄກ່ມີການຈະເລີນເຕີບໂຕຊ້າບໍ່ສາມາດຜະລິດໄກ່ໄດ້ຕາມຄວາມຕ້ອງການໃນສັງຄົມ ຈຶ່ງເຮັດໃຫ້ນັກເສດຖະກິດ ແລະ ນັກວິຊາການເກີດມີແນວຄວາມຄິດປັບປຸງແນວພັນໃໝ່ເກີດຂຶ້ນໂດຍທົ່ວໄປແລ້ວຈະແບ່ງໄກ່ອອກເປັນ 2 ປະເພດຄື: ໄກ່ພັນໄຂ່ ແລະ ໄກ່ພັນຊີ້ນ ເພຶ່ອໃຊ້ເວລາການລ້ຽງສັ້ນແຕ່ສາມາດຕອບສະໜອງຕາມຄວາມຕ້ອງການໃນສັງຄົມໄດ້.    ການໃຊ້ວັກຊິນເປັນວິທີໜຶ່ງທີ່ຊ່ວຍໃນການປ້ອງພະຍາດ ແລະ ຫຼຸດຜ່ອນອັດຕາການຕາຍໃຫ້ນ້ອຍລົງ ວັກຊິນເປັນ ຊີວະວັດຖຸທີ່ຕຽມຂຶ້ນຈາກເຊື້ອຈຸລິນຊີ ຫຼື ສ່ວນໃດສ່ວນໜຶ່ງຂອງເຊື້ອຈຸລິນຊີ ຊຶ່ງຈະມີກົນໄກທີ່ສາມາດເຮັດໃຫ້ຮ່າງກາຍສ້າງພູມຄຸ້ມກັນທີ່ຈໍາເພາະຕໍ່ຈຸລິນຊີຊະນິດນັ້ນໆ ກໍ່ຈະສ້າງພູມຄຸ້ມກັນອັນຈໍາເພາະກັບພະຍາດ ວັກຊິນໂດຍທົ່ວໄປຈະປະກອບດ້ວຍສ່່ວນຂອງຈຸລິນຊີທີ່ເປັນສາເຫດຂອງພະຍາດ (Antigen) ຊຶ່ງຖຶກເຮັດໃຫ້ອ່ອນລິດຫຼຸດລົງ ຫຼື ການໃຊ້ສ່ວນທີ່ເປັນພິດທີ່ອ່ອນລົງ (Toxoid) ມາກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍ ແລະ ສາມາດຈັດຈໍາແອນຕີເຈນຂອງລະບົບພູມຄຸ້ມກັນຂອງຮ່າງກາຍເຮັດໃຫ້ຮ່າງກາຍສາມາດກໍາຈັດພະຍາດໄດ້ພາຍຫຼັງທີ່ໄດ້ຮັບວັກຊິນແລ້ວ.

Categories
ສາຍທຳມະຊາດ

ຜົນຂອງການນໍາໃຊ້ໃບແຄຝະລັ່ງປົ່ນເປັນແຫຼ່ງທາດຊີ້ນຕໍ່ການຈະເລີນເຕີບໂຕ ແລະ ຄຸນນະພາບຊາກຂອງໄກ່ດູກດໍາພື້ນເມືອງ

ອ່າງຄຳ ບຸດດາລາ1,2, ມາລາວັນ ຈິດຕະວົງ2 ແລະ ຟອງສະມຸດ ສຸທໍາມະວົງ2 ຄະນະກະເສດສາດ ແລະ ປ່າໄມ້ ມະຫາວິທະຍາໄລ ຈໍາປາສັກ1,2, ຄະນະກະເສດສາດ ມະຫາວິທະຍາໄລ ແຫ່ງຊາດ2 angkham.BDL@hotmail.com; malavanc@yahoo.com

ບົດຄັດຫຍໍ້

ການສຶກສາຜົນຂອງການນໍາໃຊ້ໃບແຄຝະລັ່ງແຫ້ງບົດເປັນແຫຼ່ງທາດຊີ້ນຕໍ່ກັບການ​ກິນ​ໄດ້, ຈະເລີນເຕີບໂຕ ອັດ​ຕາ​ຫານ​ແລກ​ປ່ຽນ​ອາ​ຫານ​ມາ​ເປັນ​ນ​້ຳ​ໜັກ ແລ​ະ ຜົນ​ຕອບ​ແທນ​ທາງ​ດ້ານ​ເສດ​ຖະ​ກິດ, ການທົດລອງຄັ້ງນີ້ໃຊ້ໄລຍະເວລາລ້ຽງທັງໝົດ 13 ອາທິດ, ນໍາໃຊ້ໄກ່ອາຍຸ 28 ວັນ, ນໍ້າໜັກເລີ້ມຕົ້ນ 148.1-148.8 g/ໂຕ (ຜູ້ 32 ໂຕ ແລະ ແມ່ 32 ໂຕ), ໃຊ້ແຜນ ການທົດລອງແບບ RCBD, ມີ 4 ສິ່ງທົດລອງ, ໃນແຕ່ລະສິ່ງທົດລອງແມ່ນຈະໄດ້ຮັບອາຫານທີ່ມີໃບແຄຝະລັ່ງແຫ້ງບົດໃນອັດຕາ 0; 5; 10 ແລະ 15% ຜົນໄດ້ຮັບພົບວ່າ: ອາຫານ ແລະ ທາດຊີ້ນທີ່ກິນໄດ້ຕໍ່ວັນ, ອັດຕາການຈະເລີນເຕີບໂຕ, ນໍ້າໜັກຊາກໃນແຕ່ລະສິ່ງທົດລອງມີຄວາມແຕກຕ່າງທາງດ້ານສະຖິຕິ (P<0.05), ແຕ່ອັດຕາການແລກປ່ຽນອາຫານເປັນນໍ້າໜັກໂຕ (FCR), ປະ ສິດທິພາບການນໍາໃຊ້ທາດຊີ້ນ (PER), ເປີເຊັນຊາກ ແລະ ຕົ້ນທຶນຄ່າອາຫານຕໍ່ກັບການເພີ່ມຂຶ້ນຂອງນໍ້າໜັກໂຕບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິ (P>0.05), ເມື່ອທຽບອັດຕາຂອງການນໍາໃຊ້ໃບແຄຝະລັ່ງໃນສູດອາຫານເຫັນວ່າໃນອັດຕາ GLM10% ມີທ່າອ່ຽງທີ່ຈະດີກວ່າການນໍ້າໃຊ້ໃນອັດຕາ 5% ແລະ ໃນສິ່ງທົດລອງ GLM15% ມີປະສິດທິ ພາບຕໍ່າກວ່າໝູ່ດັ່ງມີຄ່າສະເລ່ຍລຸ່ມນີ້:

    ການນໍາໃຊ້ GLM 10% ໃນສູອາຫານເຮັດໃຫ້ໄກ່ມີອັດຕາການກິນໄດ້ 40.97 g/ໂຕ/ວັນ, ທາດຊີ້ນທີ່ກິນໄດ້ 14.09  g/ໂຕ/ວັນ, ອັດຕາການຈະເລີນເຕີບໂຕ 8.93 g/ໂຕ/ວັນ, FCR 4.02, PER 1.51, FCG 17,457 ກີບ, ມີ ນໍ້າໜັກຊາກ 970.10 g/ໂຕ ແລະ ມີເປີເຊັນຊາກ 86.56%.

    ການນໍາໃຊ້ GLM15% ໃນສູດອາຫານເຮັດໃຫ້ໄກ່ມີອັດຕາການກິນໄດ້ 34.81 g/ໂຕ/ວັນ, ທາດຊີ້ນທີ່ກິນໄດ້ 16.26 g/ໂຕ/ວັນ, ອັດຕາການຈະເລີນ ເຕີບໂຕ 10.73 g/ໂຕ/ວັນ, FCR 3.84, PER 1.58, FCG 16,408 ກີບ, ມີນໍ້າໜັກຊາກ 705.77  g/ໂຕ ແລະ ມີເປີເຊັນຊາກ 84.73%.

Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ແຫຼ່ງໂປຼຕີນຈາກຫອຍໝັກປະສົມກັບ ໃບກະຖິນປົ່ນຕໍ່ການຈະເລີນເຕີບໂຕຂອງໄກ່ອີຢິບ

ສີພັນ ແສນວັນນະຄຳ ແລະ ມາລາວັນ ຈິດຕະວົງ ຄະ​ນະ​ກະ​ເສດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ malavanc@yahoo.com

ບົດຄັດຫຍໍ້

ການທົດລອງກ່ຽວກັບຜົນຂອງການໃຫ້ຫອຍໝັກ ແລະ ໃບກະຖິນປົ່ນ ຕໍ່ການຈະເລີນເຕີບໂຕຂອງໄກ່ອີຢິບ ມີຈຸດປະສົງເພື່ອປຽບທຽບການຈະເລີນເຕີບໂຕ ຄຸນນະພາບຊາກ ແລະ ຜົນຕອບແທນທາງດ້ານເສດຖະກິດ ຊຶ່ງການທົດລອງໄດ້ຈັດຕັ້ງປະຕິບັດຢູ່ຄະນະກະເສດສາດ ວິທະຍາເຂດນາບົງ, ໃຊ້ໄລຍະເວລາ 90 ວັນ. ໄກ່ທຸກໂຕໄດ້ໃຫ້ອາຫານແບບເຕັມທີ່. ອາຫານທຸກສູດໃນແຕ່ລະສິ່ງທົດລອງແມ່ນໄດ້ຈໍາກັດຄ່າໂປຼຕີນທີ່ໃກ້ຄຽງກັນໃນລະດັບ 16% ໂດຍສຸມເຂົ້າແຜນງານທົດລອງແບບສຸມສົມບູນ ໃນບ໋ອກເຊິ່ງປະກອບມີ 4 ສິ່ງທົດລອງ, ໄກ່ຈໍານວນທັງໝົດ 48 ໂຕ (12 ໂຕ/ສິ່ງທົດລອງ) ອາຍຸປະ ມານ 6 ອາທິດ, ມີນໍ້າໜັກເລີ່ມຕົ້ນລະຫວ່າງ 200-300 ກຣາມ/ໂຕ ໄກ່ທຸກໂຕໄດ້ລ້ຽງຂັງຄອກສູ່ພື້ນ. 

ຜົນການທົດລອງພົບວ່າ ອັດຕາການກິນໄດ້ລວມ (ຄິດໄລ່ເປັນທາດແຫ້ງ) ເຊິີ່ງມີຄວາມແຕກຕ່າງກັນທາງດ້ານສະຖິຕິ (P<0.05) ມີຄ່າເທົ່າກັບ GS0=79.79, GS1=63.08, GS2=63.79, GS3= 59.74 ຕາມລໍາດັບ. ອັດຕາການຈະເລີນເຕີບໂຕ (ADG) ແມ່ນມີຄວາມແຕກຕ່າງທາງດ້ານສະຖິຕິ (P<0.05) ມີຄ່າເທົ່າກັບ GS0=13.65, GS1=10.50,  GS2=10.60, GS3=8.90 ຕາມລໍາດັບ. ສ່ວນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກໂຕ (FCR) ບໍ່ມີຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05) ດີ ກວ່າໝູ່ແມ່ນສິ່ງທົດລອງ GS1 ແລະ GS2 ເທົ່າກັບ 6.04 ແລະ 6.06 ຕາມລໍາດັບ ຕໍ່າກວ່າໝູ່ແມ່ນສິ່ງທົດລອງ GS3 ເທົ່າກັບ 6.73 ຜົນໄດ້ຮັບທາງດ້ານເສດຖະກິດຄິດໄລ່ສະເພາະຄ່າອາຫານ ແລະ ແນວພັນແມ່ນ GS0 ມີກໍາໄລສູງກວ່າໝູ່ເທົ່າກັບ 46,267 ກີບ/ໂຕ ແລະ ຕໍ່າກວ່າໝູ່ແມ່ນ GS3= 36,521 ກີບ/ໂຕ ແລະ ເມື່ອໄລລຽງເສດຖະກິດຄິດໄລ່ຕົ້ນທຶນທັງໝົດ ແລະ ຫັກຄ່າແຮງງານອອກມີກໍາໄລ່ສູງກວ່າໝູ່ແມ່ນ GS0=30,018 ກີບ/ໂຕ ແລະ ຕໍ່າກວ່າໝູ່ແມ່ນ GS3= 20,273 ກີບ/ໂຕ. 

ການທົດລອງຄັ້ງນີ້ ສະຫຼຸບໄດ້ວ່າໃນສິ່ງທົດລອງ GS2ໃຫ້ແຫຼ່ງໂປຼຕີນຈາກວັດຖຸດິບ (ຫອຍໝັກ 23% ແລະ ໃບກະຖິນປົ່ນໃນລະດັບ 6% ເປັນສ່ວນປະສົມ) ແມ່ນໃຫ້ຜົນຕອບແທນທີ່ດີ ກວ່າໝູ່ທາງດ້ານອັດຕາການຈະເລີນເຕີບໂຕ, ຄຸນນະພາບຊາກ ແລະ ທາງດ້ານເສດຖະກິດ, ວັດຖຸດິບທີ່ໃຊ້ໃນຄັ້ງນີ້ແມ່ນສາມາດໃຊ້ທົດແທນອາຫານສໍາເລັດຮູບເປັນການຊ່ວຍລົດຕົ້ນທຶນໃນການລ້ຽງໄກ່ພັນອີຢິບໄດ້. 

Categories
ສາຍທຳມະຊາດ

ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກໃບມັນຕົ້ນບົດ ເສີມດ້ວຍຫົວມັນຕົ້ນໝັກຢີສ ຕໍ່ກັບການຈະເລີນເຕີບໂຕຂອງໄກ່ພື້ນເມືອງ

ມາລາວັນ ຈິດຕະວົງ, ສົມຈິດ ພວງລະສອນ ແລະ ຄຳ ພົມ​ມະ​ຈັນ ຄະ​ນະ​ກະ​ເສດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ malavanc@yahoo.com

ບົດຄັດຫຍໍ້

ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກໃບມັນຕົ້ນບົດ ເສີມດ້ວຍຫົວມັນຕົ້ນໝັກຢີສ ຕໍ່ກັບການຈະເລີນເຕີບໂຕຂອງໄກ່ພື້ນເມືອງ ເຊິ່ງມີຈຸດປະສົງເພື່ອ ສົມທຽບການກິນໄດ້, ການຈະເລີນເຕີບໂຕ ແລະ ອັດ​ຕາການແລກປ່ຽນອາຫານມາເປັນນ້ຳໜັກ. ການທົດລອງໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຢູ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໂດຍ​ໃຊ້ເວລາ 90 ວັນ. ໄກ່ທົດລອງແມ່ນໄດ້ໃຫ້ອາຫານແບບເຕັມທີ່. ອາ​ຫານ​ແຕ່​ລະ​ສູດແມ່ນໄດ້ຈໍາກັດລະ​ດັບ​ທາດ​ຊີ້ນໃຫ້​ມີ​ລະ​ດັບ 15%. ຮູບ​ແບບ​ງານ​ທົດ​ລອງ​ແມ່ນ​ໄດ້​ນຳ​ໃຊ້​ແບບ​ສຸ່ມ​ສົ​ມ​ບູນ​ໃນ​ບ​ຣ໋ອກ ເຊິ່ງປະກອບມີ 4 ສິ່ງທົດລອງ, ໄກ່ຈໍານວນທັງໝົດ 48 ໂຕ (12 ໂຕ/ສິ່ງທົດລອງ) ໄກ່ມີອາຍຸປະມານ 8 ອາທິດ, ມີນໍ້າໜັກເລີ່ມຕົ້ນລະຫວ່າງ 388 – 612 g/ໂຕ, ວິທີການລ້ຽງແມ່ນລ້ຽງແບບຂັງຄອກ. 

        ຜົນການທົດລອງພົບວ່າ: ແຕ່​ລະ​ສິ່ງ​ທົດ​ລອງ​ແມ່ນມີອັດຕາການກິນໄດ້ລວມ, ອັດຕາການຈະເລີນເຕີບໂຕສະ​ເລ່ຍ​ຕໍ່​ມື້ (ADG), ອັດຕາການແລກປ່ຽນອາຫານມາເປັນນໍ້າໜັກໂຕ (FCR) ບໍ່ຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05) ດີກວ່າໝູ່ແມ່ນສິ່ງທົດລອງ T2 ເທົ່າກັບ 4.9 ແລະ ຕໍ່າກວ່າໝູ່ແມ່ນສິ່ງທົດລອງ T0 ເທົ່າກັບ 5.1 ສາມາດສະຫຼຸບໄດ້​ວ່າ: ໃນສິ່ງທົດລອງ T2 ທີ່ໃຫ້ແຫຼ່ງທາດຊີ້ນຈາກວັດຖຸດິບ (ໃບມັນຕົ້ນບົດໃນລະ ດັບ 9% ເປັນສ່ວນປະສົມ) ແມ່ນເຮັດ​ໃຫ້​ໄກ່ອັດຕາການຈະເລີນເຕີບໂຕ​ດີ ແລະ ມີ​ອັດ​ຕາ​ການ​ແລກ​ປ່ຽນ​ອາ​ຫານ​ມາ​ເປັນ​ນ້ຳ​ໜັກ​ທີ່​ດີ. 

Categories
ສາຍທຳມະຊາດ

ອັດຕາການຕິດເຊື້ອ Hymenolepis spp. ແລະ Trichinella spp. ໃນໜູຢູ່ເຂດຫ້ວຍຈຽມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ປທ. ທີບພະກອນ ລັກຊີວີ ອຈ. ປອ. ວັນນະ​ພອນ ພຸດ​ທະນາ

ບົດນຳ

ໜູເປັນສັດທີ່ລ້ຽງລູກດ້ອຍນ້ຳນົມມີວີວັດທະນາການຄຽງຄູ່ກັບມະນຸດມາຍາວນານ ແລະ ຈັດເປັນກຸ່ມສັດທີ່ນຳເຊື້ອພະຍາດມາສູ່ຄົນ ແລະ ສັດ. ໜູຈັດວ່າເປັນສັດທີ່ມີກະດູກສັນຫຼັງຂະໜາດນ້ອຍສາມາດຂະຫຍາຍພັນໄດ້ຢ່າງໄວວາ ຊື່ງປະເທດໄທພົບຫຼາຍເກືອບທຸກພື້ນທີ່ ເນື່ອງຈາກວ່າໜູສາ ມາດປັບຕົວໃຫ້ເຂົ້າກັບທີ່ຢູ່ອາໃສໄດ້ຫຼາຍຮູບແບບຫາກິນໄດ້ທາງພື້ນດິນ ແລະ ເທິງຕົ້ນໄມ້ ທັງໃນພື້ນທີ່ປ່າທຳມະຊາດ ແລະ ໃນບ້ານເຮືອນ ມີຄວາມສຳພັນກັນກັບມະນຸດລວມທັງສິ່ງທີ່ມີຊີວິດອື່ນໆ. ແຕ່ສຳລັບມະນຸດແລ້ວໜູເປັນສັດທີ່ລຳຄານ ຫຼື ເວົ້າໄດ້ອີກວ່າສັດຕູສຳຄັນໃນການເກັບທຳລາຍ ເຊິ່ງໜູໄດ້ສົ່ງຜົນກະທົບເຮັດໃຫ້ເກີດຄວາມເສຍຫາຍໂດຍທາງກົງ ແລະ ທາງອ້ອມ ລວມທັງເປັນແຫຼ່ງສະສົມເຊື້ອພະຍາດທີ່ສຳຄັນ ນອກຈາກນີ້ຍັງມີການລາຍງານມາວ່າໜູເປັນແຫຼ່ງສະສົມເຊື້ອພະຍາດຫຼາຍຊະນິດສາມາດແຜ່ກະຈາຍເຊື້ອມາສູ່ຄົນ ແລະ ສັດລ້ຽງໄດ້ອີກດ້ອຍເຊັ່ນ:ເກີດຈາກເຊື້ອໄວຣັດ, ແບັກທີເຣຍ, ໂປຣໂຕຊົວ ແລະ ອື່ນໆ. ດັ່ງນັ້ນຈຶ່ງຢາກໃຫ້ຮູ້ວ່າຄວາມສຳຄັນຂອງໜູຕໍ່ລະບົບນິເວດ ການແຜ່ກະຈາຍ ແລະ ແຜ່ເຊື້ອພະຍາດຕ່າງໆໜູເປັນຕົວສະສົມເຊື້ອພະຍາດທີ່ເປັນບັນຫາທາງດ້ານສາທາລະນະສຸກທົ່ວໂລກ ອາການຂອງພະຍາດ, ວິທີການຕິດເຊື້ອ ແລະ ການປ້ອງກັນ ໂດຍຕ້ອງການໃຫ້ປະຊາຊົນຮັບຮູ້ເຖິ່ງໂລກໄພທີ່ຮ້າຍແຮງຈາກໜູຊື່ງເປັນພາຫະນຳເຊື້ອພະຍາດ ສະນັ້ນເຮົາຄວນຮັບປະທານອາຫານທີ່ປຸງສຸກດີ, ຖືກສຸຂະອະນາໄມເພື່ອປ້ອງກັນການເກີດພະຍາດໃນຄົນ ແລະ ສັດຕໍ່ໄປ.

ໜູເປັນສັດທີ່ສາມາດແຜ່ພັນໄດ້ໄວ ແລະ ຈະມັກອາໃສ່ຢູ່ບ່ອນເປິເປື້ອນ, ບ່ອນທີ່ສົກກະປົກຊື່ງເປັນແຫຼ່ງສະສົມຂອງເຊື້ອພະຍາດ ໜູນອກຈາກຈະອາໃສ່ຢູ່ຕາມທຳມະຊາດແລ້ວ ໜູຍັງສາມາດປັບຕົວ ແລະ ອາຢໃສ່ຢູ່ຕາມອາຄານບ້ານເຮືອນຂອງປະຊາຊົນໄດ້ອີກ, ທັງນີ້ກໍ່ເຮັດໃຫ້ໜູສາມາດແຜາກະຈາຍເຊື້ອພະຍາດສູ່ຄົນ ແລະ ສັດ ໄດ້ທາງກົງ ແລະ ທາງອ້ອມ ເຊຶ່ງໜູເປັນພາຫະຂອງເຊື້ອພະຍາດຫຼາຍຊະນິດເຊັ່ນ: ພະຍາດຍ່ງວໜູ ແລະ ການຕິດເຊື້ອພະຍາດຕ່າງໆ ຊື່ງພະຍາດບາງຊະນິດອາດເຮັດໃຫ້ເກີດອາການປ່ອຍຮຸ່ນແຮງຈົນເຖິ່ງຂັ້ນເສຍຊີວິດໄດ້. ນອກຈາກພະຍາດທີ່ກ່າວມາຂ້າງເທິ່ງນີ້ແລ້ວ ຍັງມີກາຝາກໃນໜູເຊັ່ນ:Hymenolepis spp ແລະTrichinella spp ທີ່ເປັນສາເຫດເຮັດໃຫ້ສັດມີສຸຂະພາບອ່ອນເພຍ ໂດຍມີໜູເປັນພາຫະນຳເຊື້ອກາຝາກເພາະກາຝາກບາງຊະນິດຍັງສາມາດຕິດຕໍ່ຈາກສັດສູ່ຄົນໄດ້ອີກເຊັ່ນ: Hymenolepisnana spp, Hymenolepis spp ແລະ Trichinella spp.ສະນັ້ນຂ້າພະເຈົ້າຈຶ່ງໄດ້ລົງສຶກສາ ແລະ ຂຽນບົດລາຍງານນີ້ເພຶ່ອເປັນປະໂຫຍດໃຫ້ແກ່ຊຸມຊົນ ຫຼື ຜູ້ທີ່ສົນໃຈທີ່ຢາກສືກສາຮຽນຮູ້ຕໍ່ໄປກ່ງວກັບກາຝາກ Hymenolepisnana spp, Hymenolepis spp ແລະTrichinella spp.ໃນໜູບ້ານ ເຂດຫ້ວຍຈຽມ.

Categories
ສາຍທຳມະຊາດ

ການກວດຫາສານທີ່ປົນເປື້ອນໃນຜະລິດຕະພັນສັດຢູ່ນະຄອນຫຼວງວຽງຈັນ

ສົງການ ສີວິໄຊ ແລະ ວັນນະພອນ ພຸດທະນາ ພາກວິຊາສັດຕະວະແພດ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ

ບົດຄັດຫຍໍ້

ຜ່ານການເກັບກຳຂໍ້ມູນ ແລະ ປະຕິບັດຕົວຈິງກ່ຽວກັບການກວດຫາສານທີ່ປົນເປື້ອນໃນຜະ ລິດຕະພັນສັດຢູ່ນະຄອນຫຼວງວຽງຈັນ ຊຶ່ງມີຈຸດປະສົງເພື່ອສຶກສາການກວດກາສານທີ່ປົນເປື້ອນໃນຜະລິດຕະພັນສັດ (ງົວ, ໝູ, ສັດປີກ ແລະ ອາຫານທະເລ) ທີ່ໂຮງຂ້າສັດ, ຕະຫຼາດ,  ແລະ ຟາມລ້ຽງສັດ ແລະ ເພື່ອປະເມີນຜົນກະທົບຂອງສານທີ່ປົນເປື້ອນໃນຜະລິດຕະພັນສັດທີ່ກວດກາພົບ ໂດຍໄດ້ລົງປະຕິບັດຕົວຈິ່ງຢູ່ໜ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນ, ເປັນເວລາທັງໝົດ 6 ເດືອນ ແມ່ນເລີ່ມແຕ່ວັນທີ  2 ມີນາ 2019 ຫາ 31 ກັນຍາ 2019.

ການເກັບກຳຂໍ້ມູນໃນຄັ້ງນີ້ ແມ່ນໄດ້ເກັບເອົາຕົວຢ່າງເລືອດສັດ ແລະ ສິ້ນສ່ວນຜະລິດຕະພັນສັດທີ່ໂຮງງານຂ້າສັດ, ຕະຫຼາດ ແລະ ຟາມລ້ຽງສັດ ໃນນະຄອນຫຼວງວຽງຈັນ ໂດຍການເກັບຮັກສາຕົວຢ່າງຜະລິດຕະພັນສັດໃນອຸ່ນຫະພູມ 0-4°C, ຈຳນວນຕົວຢ່າງທີ່ໄດ້ທັງໝົດ 362 ຕົວຢ່າງ ໃນນັ້ນ ຈຳນວນຕົວຢ່າງທີ່ເກັບໄດ້ຈາກຟາມລ້ຽງສັດໃນ 24 ຟາມ ຈຳນວນ 250 ຕົວຢ່າງ, ຈຳນວນຕົວຢ່າງທີ່ເກັບໄດ້ຈາກຕະຫຼາດ ແລະ ຮ້ານຂາຍຜະລິດຕະພັນສັດ ຈຳນວນ 107 ຕົວຢ່າງ ແລະ ຈາກໂຮງງານຂ້າສັດຈຳນວນ 5 ຕົວຢ່າງ.

ການກວດຫາສານຢາຕ້ານເຊື້ອທີ່ຕົກຄ້າງໃນສັດ ແລະ ຜະລິດຕະພັນສັດ ຈາກຜົນການວິໄຈທັງໝົດ 300 ຕົວຢ່າງ ຜົນການວິໄຈພົບ ສານຢາຕ້ານເຊື້ອ 20.67% (62/300) ໃນນັ້ນກວດພົບໃນເລືອດສັດ 20% (50/250) ແລະ ຈາກຜະລິດຕະພັນສັດ 26.66% (12/50).

ຊະນິດຢາຕ້ານເຊື້ອທີ່ຕົກຄ້າງໃນຜະລິດຕະພັນສັດ ຜົນຈາກການວິໄຈພົບຢາຕ້ານເຊື້ອໃນກຸ່ມ A. Tetracycline ເທົ່າກັບ 15% (18/120), B. Sulfonamide ເທົ່າກັບ 30.00% (30/100) ແລະ C. Penicilline ເທົ່າກັບ 17.50% (14/80) ເຫັນພົບສານຢາຕ້ານເຊື້ອຫຼາຍສົມຄວນ ຊຶ່ງພົບຫຼາຍກວ່າໝູ່ແມ່ນຢາຕ້ານເຊື້ອໃນກຸ່ມ B. Sulfonamide  ຮອງລົງມາແມ່ນກຸ່ມ A. Tetracycline ແລະ ກຸ່ມ C. Penicilline ຕາມລຳດັບ.

ຜົນຈາກການວິໄຈຈຳນວນຕົວຢ່າງທັງໝົດ 62 ຕົວຢ່າງ ຊຶ່ງມີຈຳນວນ 12 ຕົວຢ່າງທີ່ວິໄຈພົບສານຟໍມາລິນປົນເປື້ອນໃນຜະລິດຕະພັນສັດ ເທົ່າກັບ 19.35%. ໃນນັ້ນ ສານຟໍມາລິນທີ່ປົນເປື້ອນໃນຜະລິດຕະພັນສັດ ທີ່ພົບເຫັນຫຼາຍແມ່ນຢູ່ຕະຫຼາດເມືອງຈັນທະບູລີ ເທົ່າກັບ 33.33% (5/15), ຮອງລົງມາແມ່ນຕະລາດເມືອງໄຊເສດຖາ ເທົ່າກັບ 26.67% (4/15) ແລະ ຕະຫຼາດເມືອງສີສັດຕະນາກ ເທົ່າກັບ 25.00% (3/12). ນອກຈາກນັ້ນ ສານປົນເປື້ອນເລົ່ານັ້ນ ຍັງມີຜົນກະທົບບໍ່ສະເພາະແຕ່ສຸຂະພາບ ມັນຍັງກວມເອົາຜົນກະທົບທາງເສດຖະກິດຢ່າງມະຫາສານໃນແຕ່ລະປີ.