Categories
ສາຍທຳມະຊາດ

ສຶກສາຄຸນລັກສະນະທາງເຄມີ-ຟີຊິກຂອງນໍ້າມັນເຊື້ອໄຟຈາກຂີ້ເຫຍື້ອປຼາດສະຕິກໂດຍໃຊ້ຂະບວນການໄພໂຣໄລຊິດ

ແກ້ວນະຄອນ ຄູນວິໄລ, ຄໍາດີ ທໍ່, ກູມົວ ຊົງປໍ ພາກວິຊາວິສະວະກຳເຄມີ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ. P.O. Box 3166, ວິທະຍາເຂດໂສກປ່າຫຼວງ, 01005 ຖະໜົນມິດຕະພາບລາວ-ໄທ,ນະຄອນຫຼວງວຽງຈັນ. ຜູ້ປະສານງານ, ອີເມວ: Khounvilay7@gmail.com

ບົດຄັດຫຍໍ້

ໃນບົດຄົ້ນຄວ້ານີ້ສຶກສາກ່ຽວກັບຂະບວນໄພໂຣໄລຊິດທີ່ໃຊ້ພະລັງງານໄຟຟ້າເປັນຕົວສະໜອງຄວາມຮ້ອນໃຫ້ແກ່ການຫຼອມປຼາດສະຕິກໃຫ້ກາຍເປັນນໍ້າມັນແຫຼວ ທີ່ສາມາດນໍາໃຊ້ເປັນນ້ຳມັນເຊື້ອໄຟໄດ້,ວັດຖຸດິບທີນຳມາປ້ອນໃສ່ໃນຂະບວນໄພໂຣໄລຊິດຄືເສດຂີ້ເຫຍື້ອຈາກຜະລິດຕະພັນປະເພດໂຟມ(Polystyrene: PS),ຖົງຢາງໃສ່ອາຫານ(High-density Polyethylene, HDPE)ແລະ ຕຸກນໍ້າດື່ມ(Polyethylene Terephthalate, PET).ນ້ຳມັນເຊື້ອໄຟທີ່ໄດ້ຈາກການກັ່ນໂດຍຜ່ານຂະບວນການຂະບວນໄພໂຣໄລຊິດນີ້ ຈະນຳມາສຶກສາຄຸນລັກສະນະທາງຟີຊີກ-ເຄມີເຊັ່ນ:​ ຄ່າຄວາມໜຽວ ແລະ ຄວາມເປັນອາຊິດ-ດ່າງເພື່ອທຽບກັບຄຸນລັກສະນະ ຂອງນໍ້າມັນຈາກລັດວິສະຫະກິດນ້ຳມັນເຊື້ອໄຟລາວ.ຈາກຜົນການທົດລອງເຫັນວ່າທີ່ອັດຕາສ່ວນປຼາດສະຕິກທີ່ໃຊ້PS500g,PP 500gແລະ HDPE 500g ຈະໄດ້ຮັບປະລິມານນ້ຳມັນ ແມ່ນ 400, 25 ແລະ 93 mLຕາມລໍາດັບ. ເມື່ອນໍາເອົາວັດຖຸດິບມາປະສົມກັນທີ່ອັດຕາສ່ວນ 1:1ຈຳນວນ 500gຂອງ PS:HDPE, PET:PSແລະHDPE:PET ຈະໄດ້ຮັບປະລິມານນ້ຳມັນ ແມ່ນ 328, 70ແລະ83 mL ຕາມລໍາດັບ. ຄ່າຄວາມເປັນກົດ – ດ່າງຂອງPSຢູ່ທີ່(pH = 5.2)ມີລັກສະນະເປັນສີເຫຼືອງໃສ,PET ຢູ່ທີ່(pH =3.1)ມີສີຂຽວ-ດໍາແລະHDPEແມ່ນ(pH = 6.2)ມີສີສີເຫຼືອງ – ດໍາ.ສ່ວນຄ່າຄວາມໜຽວຂອງນ້ຳມັນເພີ່ມຂຶ້ນເມື່ອອຸນຫະພູມການທົດສອບຫຼຸດລົງ.

Categories
ສາຍທຳມະຊາດ

ການຫາສະພາວະທີ່ເໝາະສົມຂອງການຍ່ອຍສະຫລາຍເຟືອງເຂົ້າດ້ວຍເອນໄຊSACCHARIFICATION OF IONIC LIQUID TREATED RICE STRAW

*Sengthong Lee (1,2),VirakSorn(2),KeonakhoneKhounvilay(1),KhanokRatanakhanokchai(2),ParipokPhitsuwan(2) (1) Department of Chemical Engineering, Faculty of Engineering, National University of Laos, P.O. Box 3166, Sokpaluang Campus, 01005 Lao-Thai Friendship Rd, Vientiane Capital, Laos PDR (2) Division of Biochemical Technology, School of Bio-resources and Technology, King Mongkut’s University of Technology Thonburi, Bangkuntien, Bangkok 10150, Thailand *Corresponding author: lee.kee17@yahoo.com

ບົດຄັດຫຍໍ້

ການຫາສະພາວະທີ່ເໝາະສົມໃນການຍ່ອຍເຟືອງເຂົ້າດ້ວຍເອນໄຊ ທີ່ຜ່ານການປັບສະພາບດ້ວຍທາດແຫຼວໄອໂອນິກໂດຍໃຊ້ວິທີພື້ນຜິວຕອບສະຫນອງທີ່ມີການວາງແຜນການທົດລອງແບບບ໋ອກເບນເຄນເພື່ອສຶກສາຜົນຂອງປະລິມານຂອງ 3ປັດໄຈຄື ແຊລລູເລັດ, ໄຊລາເນັດ ແລະ TritonX-100ໃນການຍ່ອຍເຟືອງເຂົ້າທີ່ຜ່ານການປັບສະພາບດ້ວຍຂອງແຫຼວໄອໂອນິກ. ຈາກຜົນການທົດລອງພົບວ່າແຊລລູເລັດ ແລະ ໄຊລາເນັດມີຜົນຢ່າງຊັດເຈນໃນການຍ່ອຍເຟືອງເຂົ້າທີ່ຜ່ານການປັບສະພາບ.ຂໍ້ມູນທີ່ໄດ້ຈາກການທົດລອງມີຄວາມເຫມາະສົມກັບສົມຜົນ second-order polynomialແລະ ເຫັນດ້ວຍກັບຄ່າການຄາດຄະເນ ເນື່ອງຈາກມີຄ່າສຳປະສິດຂອງການຕັດສິນໃຈສູງ(R2=0.98). ສະພາວະທີ່ເໝາະສົມໃນການຍ່ອຍຟາງເຂົ້າຄືໃຊ້ປະລິມານຂອງແຊລລູເລັດ 50 FPU/g substrate, ໄຊລາເນັດ 100 XU/g substrateແລະ TritonX-1000.375 g/g substrateເຊີ່ງໃຫ້ຜົນຜະລິດຂອງReducing sugarເຖີງ3828.86 µg/mLໃນເວລາການຍ່ອຍ24ຊົ່ວໂມງ. ສະນັ້ນ, ຮູບແບບໂມເດລສາມາດນໍາໃຊ້ເພື່່ອກໍານົດປະສິດທິພາບຂອງ 3 ປັດໄຈເພື່ອຄາດການຜົນຜະລິດຂອງນໍ້າຕານreducing.

Categories
ສາຍທຳມະຊາດ

ການສຶກສາການປົນເປື້ອນຂອງໄມໂຄຣພລາສຕິກໃນແຫຼ່ງນໍ້າ ແລະ ດິນຕະກອນ ບໍລິເວນບຶງທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ວິມາລາ ອາລຸນ; ພຸດຄຳ ສິງພາຈອນ; ບຸນພັກ ລໍເບຣຍຢາວ; ດາວອນ ແກ້ວມະນີ ພາກວິຊາ ວິທະຍາສາດສິ່ງແວດລ້ອມ, ຄະນະ ວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ຊາດ Vimala.aroune20@gmail.com; Phoutkhamsk@gmail.com

ບົດຄັດຍໍ້

(ປະມານ 20% ຂອງຊະນິດໄມໂຄຣ ພລາສຕິກທັງໝົດໃນນ້ຳ.  ສ່ວນປະລິມານໄມໂຄຣພລາສຕິກໃນຕົວຢ່າງດິນຕະກອນທັງໝົດຈາກ 5 ຈຸດ ແມ່ນປະກອບມີ 231 ອັນ ໂດຍພົບຫຼາຍສຸດຈຸດທີ 1 ມີ 73 ການສຶກສາການປົນເປື້ອນຂອງໄມໂຄຣພລາສຕິກໃນນ້ຳ ແລະ ດິນຕະກອນ ບໍລິເວນເຂດບຶງທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ມີ 2 ຈຸດປະສົງເພື່ອ: 1) ເພື່ອສຶກສາປະລິມານທາງດ້ານກາຍະພາບ (ສີ, ຮູບຮ່າງ ແລະ ຂະໜາດ) ຂອງໄມໂຄຣພລາສຕິກທີ່ປົນເປື້ອນໃນນໍ້າ ແລະ ດິນຕະກອນ ໃນບໍລິເວນເຂດບຶງທາດຫຼວງ; 2) ເພື່ອສຶກສາຫາຊະນິດຂອງໄມໂຄຣພລາສຕິກທີ່ປົນເປື້ອນໃນນໍ້າ ແລະ ດິນຕະກອນ ໃນບໍລິເວນເຂດບຶງທາດຫຼວງ ໂດຍໄດ້ເກັບຕົວຢ່າງນ້ຳ (250 mL) ແລະ ດິນຕະກອນ (150 g) ແບບເຈາະຈົງ (Purposive sampling) ໃນຈຸດຕຳແໜ່ງພິກັດດຽວກັນ, ໂດຍເກັບຕົວຢ່າງລະ 5 ຈຸດ. ໃນການວິເຄາະຫາປະລິມານທາງກາຍະພາບຂອງໄມໂຄຣພລາສຕິກແມ່ນໃຊ້ວິທີການສ່ອງຜ່ານກ້ອງ Stereo microscopes-Stemi 508 ແລະ ວິເຄາະຫາຊະນິດຂອງໄມໂຄຣພລາສຕິກແມ່ນໄດ້ນຳໃຊ້ວິທີການດ້ວຍເຄື່ອງມື (FT-IR).ຜົນຈາກການສຶກສາພົບວ່າ: ປະລິມານໄມໂຄຣພລາສຕິກໃນຕົວຢ່າງນ້ຳທັງໝົດຈາກ 5 ຈຸດແມ່ນມີທັງໝົດ 124 ອັນ ແລະ ເຫັນໄດ້ວ່າມີໄມໂຄຣພລາສຕິກຫຼາຍສຸດຢູ່ຈຸດທີ 5 ມີ 42 ອັນ, ສ່ວນພົບໜ້ອຍທີ່ສຸດແມ່ນຢູ່ຈຸດທີ 1 ມີ 11 ອັນ; ໃນນັ້ນຮູບຮ່າງຂອງໄມໂຄຣພລາສຕິກທີ່ວິເຄາະໄດ້ພົບວ່າ: ມີ 6 ຮູບແບບ, ມີ 5 ສີ, ຂະໜາດມີ 5 ລະດັບ ແລະ  ຊະນິດຂອງໄມໂຄຣພລາສຕິກມີ 8 ຊະນິດ, ໂດຍພົບຫຼາຍສຸດແມ່ນໂພລີເອສເທີ (Polyesterອັນ ແລະ ພົບໜ້ອຍສຸດຈຸດທີ 3 ມີ 24 ອັນ; ໃນນັ້ນຮູບຮ່າງຂອງໄມໂຄຣພລາສຕິກທີ່ວິເຄາະໄດ້ພົບວ່າ: ມີ 7 ຮູບແບບ, ມີ 4 ສີ, ຂະໜາດມີ 5 ລະດັບ ແລະ  ຊະນິດມີ 3 ຊະນິດ ໂດຍພົບຫຼາຍແມ່ນຊະນິດໂພລີເອມາຍດ໌-6 (Polyamide-6) ກວມເອົາ 50% ຂອງຊະນິດໄມໂຄຣພລາສຕິກທັງໝົດ. ດັ່ງນັ້ນ, ການພົບເຫັນວ່າມີປະລິມານຂອງໄມໂຄຣພລາສຕິກຈໍານວນຫຼາຍຢູ່ທັງໃນນໍ້າ ແລະ ດິນຕະກອນ ເຊິ່ງແຫຼ່ງທີ່ມາຂອງໄມໂຄຣພລາສຕິກອາດຈະມາຈາກການປົນເປື້ອນຂອງນ້ຳທີ່ປ່ອຍ ມາຈາກໂຮງງານ, ໂຮງໝໍ ແລະ ເຂດຊຸມຊົນໃກ້ຄຽງ. ນອກນັ້ນ, ການຖິ້ມຂີ້ເຫຍື້ອພລາສຕິກລົງໃນແຫຼ່ງນ້ຳໂດຍກົງນັ້ນ ຖ້າຫາກເປັນພລາສຕິກທີ່ມີຂະໜາດໃຫຍ່ຈະກໍໃຫ້ເກີດການສະສົມຢູ່ໃນແຫຼ່ງນ້ຳເປັນເວລາດົນ ແລະ ສາມາດເກີດປະຕິກິລິຍາອອກຊິເດເຊິນ Photo biodegradables ໄດ້ເມືື່ອພລາສຕິກທີ່ຖືກຍ່ອຍສະຫຼາຍນັ້ນກະທົບກັບແສງຈຶ່ງກາຍໄປເປັນໄມໂຄຣພລາສຕິກທີ່ມີຂະໜາດນ້ອຍ ແລະ ເກີດການສະສົມຢູ່ໃນຕ່ອງໂສ້ອາຫານຂອງສິ່ງທີ່ມີຊີວິດໄດ້.

Categories
ສາຍທຳມະຊາດ

ການປັບສະພາບເສດຂີ້ເຫຍື້ອອ້ອຍດ້ວຍ Ca(OH)2ແລະ ຄວາມຮ້ອນເພື່ອໃຊ້ເປັນວັດຖຸດິບໃນການຜະລິດເອທານອລຊີວະພາບ(Sugarcane trash pretreatment by Ca(OH)2 and Heating as Bioethanol feedstock)ອໍລະວັນ ສອນສຸພາບ (Ms. Orlavanh SONESOUPHAP)a ແລະ ແກ້ວນະຄອນ ຄູນວິໄລ (Keonakhone KHOUNVILAI)

ວິສະວະກຳເຄມີ, ພາກວິຊາວິສະວະກຳກົນຈັກ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ a E-mail: sonesouphap86@gmail.com, Tel: 020 97113593

ບົດຄັດຫຍໍ້

ການປັບສະພາບຕົວຢ່າງຂອງເສດຂີ້ເຫຍື້ອອ້ອຍເພື່ອນຳມາເປັນວັດຖຸດິບໃນການຜະລິດເອທານອລຊີວະພາບດ້ວຍທາດແຄລຊ່ຽມໄຮດ໋ອກໄຊCa(OH)2ທີ່ມີຄວາມເຂັ້ມຂຸ້ນ 2%, 4% ແລະ 6%ທີ່ອຸນຫະພູມ 90°C, 100°C, 110°Cແລະ 120°C.ຈາກຜົນຂອງການວິເຄາະຫາອົງປະກອບທາງຊີວະເຄມີ ເຊັ່ນ: ປະລິມານຂອງທາດແຊກ, ໂຮໂລເຊລລູໂລສ, ແອລຟາ-ເຊລລູໂລສ ແລະ ລິກນິນ ພົບວ່າ: ສະພາວະຕ່າງໆມີຜົນຕໍ່ປະລິມານຂອງທາດໂຮໂລເຊລລູໂລສທີ່ໄດ້ ແລະ ປະລິມານການກໍາຈັດທາດແຊກ, ລິກນິນ. ເຫັນວ່າການປັບສະພາບໃນສະພາວະCa(OH)24%, 100°Cມີປະລິມານຂອງທາດໂຮໂລເຊລລູໂລສ ແລະ ແອລຟາ-ເຊລລູໂລສສູງສຸດປະມານ 99.39%ແລະ 86.75%ຕາມລຳດັບ ແລະຍັງເປັນສະພາວະທີ່ພົບປະລິມານຂອງທາດແຊກ ແລະ ປະລິມານຂອງລິກນິນໜ້ອຍທີ່ສຸດຄື: ມີພຽງແຕ່  25%ແລະ1.5%ຕາມລຳດັບ.

Categories
ສາຍທຳມະຊາດ

ສຶກສາ ຄວາມເຂັ້ມແສງຕາເວັນ ອຸນຫະພູມ ຄວາມຊຸ່ມສຳພັດ ໃນເຂດພູຈອມວອຍປ່າສະຫງວນຂອງແຂວງ ແຂວງບໍລິຄຳໄຊ, ສປປລາວ

ວາດສະໜາ ຄໍາວົງສາ, ແຫຼມທອງ ລັດດາວົງ, ຄໍາປອນ ມູນພູມີ, ພູແກ້ວຖາທິລາດ, ໄພທູນທະວີໄຊ ສຸກດາໄລ ໄຊສົມບັດ, ພູວັນ ສຸກສົມຫວັງ, ສອນໄຊ ໄຊເຮືອງສີ ແລະ ສົມດວນ ພົມມະວັນ ພາກວິຊາຟີຊິກສາດ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ *ຜູ້ຮັບຜິດຊອບ (Author):ວາດສະໜາ ຄໍາວົງສາ Tel: 02022220585, Email: vathsanakhamvongsa@yahoo.com, k.moonphumy@nuol.edu.la

ບົດຄັດຫຍໍ້

ສຶກສາ ຄວາມເຂັ້ມແສງຕາເວັນ ອຸນຫະພູມ ແລະ ຄວາມຂຸ່ມສຳພັດ ຢູ່ເຂດພູຈອມວອຍ ປ່າສະຫງວນຂອງແຂວງ ແຂວງບໍລິຄໍາໄຊ, ໂດຍການຕິດຕັ້ງເຄື່ອງ ໄພຣາໂນມິເຕິ ສຳລັບແທກຄວາມເຂັ້ມແສງຕາເວັນ, ແລະ ເຄື່ອງ ອີບວກອີໂອມນິພອທ 30 ສຳ​ລັບວັດແທກອຸນຫະພູມ ​ແລະ ຄວາມຊຸ່ມສໍາພັດ, ຢູ່ເສັ້ນຂະໜານທີ  ແລະ ເສັ້ນແວງທີ , ຄວາມສູງຫ່າງຈາກລະດັບໜ້ານໍ້າທະເລປະມານ , ເຂດດັ່ງກ່າວແມ່ນນອນຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ. ການເກັບຂໍ້ມູນເລີ່ມແຕ່ປີ 2017–2019, ຂໍ້ມູນຄວາມເຂັ້ມແສງຕາເວັນໄດ້ວັດແທກອອກມາໃນຫົວໜ່ວຍ ແຮງດັນໄຟຟ້າ ໂວລ (volt) ຫຼັງຈາກນັ້ນກໍ ຄິດໄລ່ ແລະ ແປງເປັນຫົວໜ່ວຍພະລັງງານ ເມກະຈູລ (MJ), ສຳລັບອຸນຫະພູມ ແລະ ຄວາມຊຸ່ມສຳພັດ ຊຶ່ງວັດແທກໃນຫົວໜ່ວຍ ອົງສາເຊລຊຽດ  ແລະ ເປີເຊັນ  ຕາມລຳດັບ, ຊຶ່ງສະແດງຜົນຂອງການສຶກສາເລີ່ມແຕ່ ເດືອນມັງກອນ ຫາ ເດືອນທັນວາ ແລະ ຄ່າສະເລ່ຍລາຍວັນໝົດ

Categories
ສາຍທຳມະຊາດ

ຕົ້ນກະຖິນໜາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ

ພົງໄພບູນ ພອນປະເສີດ1, 2*, ສີທາ ສຸວັນນະວົງສັກ1 ແລະ ອຸ້ຍ ເອີນທະວັນ1 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຕົ້ນກະຖິນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນໍ້າຢ່າງໄວວາ ເຊີ່ງເປັນຂໍ້ຈຳກັດເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີສັດຕູທາງທໍາມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນ, ການນໍາເອົາຕົ້ນກະຖິນໜາມມາໃຊ້ປະໂຫຍດໃນດ້ານພະລັງງານຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສຶກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່າຍອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົງເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໜາມ, ປຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊີ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖິນໜາມ:ແປ້ງ) ຄື 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອີກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນໍ້າ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສືກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົງທີ່ສະໝໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖົ່າໜ້ອຍ. ດັ່ງນັ້ນ, ສາມາດສະຫຼຸບໄດ້ວ່າຖ່ານອັດກ້ອນຈາກກະຖິນໜາມມີ ປະສິດທິພາບ ແລະ ຍັງສາມາດ ເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ ໃນຕໍ່ໜ້າໄດ້

Categories
ສາຍທຳມະຊາດ

ສຶກສາການເພີ່ມຂຶ້ນຂອງປະລິມານຂີ້ເຫຍື້ອທົ່ວໄປຫັນປ່ຽນມາເປັນພະລັງງານທົດແທນ ກໍລະນີສຶກສາ: ເຂດນະຄອນຫຼວງວຽງຈັນ

KeophousonePhonhalath*,VonePhommaphaeng*,KhampasithThammathevo*, MalivanhVongsalasin*&KeovivoneOuthachakK** *ພາກວິຊາວິສະວະກໍາສິ່ງແວດລ້ອມ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດລາວ, keophontahu@gmail.com , +8562091565208 ** ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຍີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຍີ້

ບົດຄັດຫຍໍ້

ນະຄອນຫຼວງວຽງຈັນແມ່ນນະຄອນຫຼວງໃຫຍ່ຂອງປະເທດລາວທີ່ມີປະຊາກອນເພີ້ມຂຶ້ນ ແລະ ມີການຂຶ້ນຂອງຂົງເຂດເສດຖະກິດເຊິ່ງອາດເປັນສາເຫດເຮັດໃຫ້ ປະລິມານຂີ້ເຫຍື້ອເພີ້ມຂຶ້ນ. ສະນັ້ນບົດສຶກສາສະບັບນີ້  ແມ່ນບົດໂຄງການທີ່ສຶກສາການເພີ່ມຂຶ້ນຂອງປະລິມານຂີ້ເຫຍື້ອທົ່ວໄປຫັນປ່ຽນມາເປັນພະລັງງານ ໃນເຂດນະຄອນຫຼວງວຽງຈັນ, ສຶກສາແມ່ນສຶກສາຈາກຂໍ້ມູນມືສອງ. ເຊິ່ງຈຸດປະສົງແມ່ນ ເພື່ອສຶກສາປະລິມານຂີ້ເຫຍື້ອທົ່ວໄປໃນອະນາຄົດ ພ້ອມຈັດແຍກຂີ້ເຫຍື້ອທົ່ວໄປແຕ່ລະປະເພດ ແລະ ການຫັນປ່ຽນຂີ້ເຫຍື້ອມາເປັນພະລັງງານ ວ່າຈະສາມາດສ້າງເປັນພະລັງງານໄດ້ຫຼາຍປານໃດ.ວິທີການສຶກສາແມ່ນສຶກສາການເພີ່ມຂຶ້ນຂອງປະຊາກອນໃນອະນາຄົດ ເພື່ອຈະນໍາເອົາຈໍານວນປະຊາກອນມາຄິດໄລ່ຄາດຄະເນຫາປະລີມານຂີ້່ເຫຍື້ອໃນອະນາຄົດແຕ່ລະຊ່ວງປີເຊັ່ນ: 10 ປີ, 15 ປີ ແລະ 20 ປີ. ອີງຕາມຜົນການສຶກສາເຫັນວ່າມີ ຂີ້ເຫຍື້ອຈາກຄົວເຮືອນ(ເສດອາຫານ), ໄມ້(ເສດໄມ້ ແລະ ກິ່ງໄມ້ຕ່າງໆ), ປຣາສະຕິກ, ແກ້ວ/ກະເບື້ອງ, ເຈ້ຍ, ຜ້າແພ, ໜັງ/ຢາງຢືດ, ໂຫລະ ແລະ ອື່ນໆ, ສະນັ້ນພະລັງງານທີ່ປະເມີນວ່າອາດຈະມີໃນການຫັນປ່ຽນຂີ້ເຫຍື້ອມາເປັນພະລັັງງານຂອງປີ 2028, 2033, 2038 ເຊິ່ງໄດ້ສະຫຼູບດັ່ງໃນຕາຕະລາງລຸ່ມນີ້, ສະນັ້ນຖ້ານໍາໃຊ້ພະລັງງານນີ້ມາຮັບໃຊ້ຄົວເຮືອນແມ່ນຈະໄດ້ 32.668 ຫຼັງຄາເຮືອນ/ເດືອນ ໃນປີ 2028, ໄດ້ 37.871 ຫຼັງຄາເຮືອນ/ເດືອນ 2033, 43.889 ຫຼັງຄາເຮືອນ/ເດືອນ ໃນປີ 2033, ນີ້ສະແດງໃຫ້ເຫັນເຖິງຄວາມອາດສມາດໃນການຫຼຸດປະລິມານຂີ້ເຫຍື້ອໄປເປັນພະລັງທົດແທນໄດ້.

Categories
ສາຍທຳມະຊາດ

ສຶກສາຄຸນສົມບັດທາງກົນຈັກຂອງ 10 ຊະນິດໄມ້ໃນລາວStudy on Mechanical properties of ten wood in Laos

ຮສ ທອງວັນ ວິໄລຜົນ ໜ່ວຍວິຊາ ວິສະວະກໍາ ວັດສະດຸ, ພາກວິຊາ ວິສະວະກໍາ ກົນຈັກ ຄະນະວິສະວະກໍາສາດ ມະມາວິທະຍາໄລແຫ່ງຊາດ, ຖະນົນມິດຕະພາບ ລາວ-ໄທ, ເມືອງສີສັດຕະນາກ, ຕູ້ໄປສະນີ: 3166, ນະຄອນຫຼວງວຽງຈັນ. Correspond Author*: +856 20 55 65 8386

ບົດຄັດຫຍໍ້

ໂຄງການນີ້ໄດ້ທຳການທົດສອບຫາຄຸນສົມບັດທາງກົນຈັກຂອງ10ຊະນິດໄມ້ເຊັ່ນ: ໄມ້ກົງແດງ, ໄມ້ເຊິຟາງ, ໄມ້ໂກ, ໄມ້ພຸງ, ໄມ້ໝາກຂາມ, ໄມ້ແຄຕີນນົກ, ໄມ້ໝາກຫວ້າ, ໄມ້ໝາກແຫນ, ໄມ້ແຫ້, ແລະໄມ້ຊານແພງ. ໂດຍສະເພາະແມ່ນເອົາມາຈາກແຂວງນະຄອນຫຼວງວຽງຈັນ ແລະ ທາງພາກເໜືອຂອງລາວ.ສະແດງໃຫ້ເຫັນຄວາມຊື້ນຂອງໄມ້ກົງແດງ, ໄມ້ພຸ່ງ, ໄມ້ໂກ, ໄມ້ເຊີຟາງ ແລະໄມ້ໝາກຂາມ.ຄວາມຊື້ນເບື້ອງຕົ້ນຂອງໄມ້ກົງແດງ(SP1)ແມ່ນ 13.9% ແລະຄວາມ ຊື້ນເໜາະສົມຂອງໄມ້ກົງແດງ11.2%, ຄວາມຊື້ນເບື້ອງຕົ້ນຂອງໄມ້ພຸ່ງ (SP2) 14% ແລະ ຄວາມຊື້ນເໜາະສົມແມ່ນ 11.3% ຄວາມຊື່ນເບື້ອງຕົ້ນຂອງໄມ້ໂກ (SP3) ແມ່ນ 14.1% ແລະ ຄວາມຊື້ນເໜາະສົມແມ່ນ 10.8%, ຄວາມຊື້ນເບື້ອງຕົ້ນຂອງໄມ້ເຊີຟາງ (SP4) ແມ່ນ14.3% ແລະຄວາມຊື້ນເໜາະສົມແມ່ນ 11.6%, ຄວາມຊື້ນເບື້ອງຕົ້ນຂອງໄມ້ໝາກຂາມ (SP5) ແມ່ນ 14.1% ແລະຄວາມຊື້ນເໜາະສົມແມ່ນ 12%,ເຫັນວ່າໄມ້ເຊີຟາງມີຄວາມຊື້ນເບື້ອງຕົ້ນສູງກ່ວາແຕ່ໄມ້ໝາກຂາມມີຄວາມຊື້ນເໝາະສົມສູງກວ່າ.ສະແດງໃຫ້ເຫັນຄວາມແຂງຕາມແນວລັດສະໝີ ແລະຕາມວົງປີຂອງໄມ້ກົງແດງ, ໄມ້ພຸ່ງ, ໄມ້ໂກ, ໄມ້ເຊີຟາງ ແລະໄມ້ໝາກຂາມ. ຄວາມແຂງຕາມແນວລັດສະໝີເບື້ອງຕົ້ນແຮງຢຽບຂອງໄມ້ກົງແດງ (SP1) ແມ່ນ 4.16 KN ແລະຄວາມແຂງຕາມວົງປີເບື້ອງຕົ້ນແມ່ນ (SP1)4.47 kN, ຄວາມແຂງຕາມລັດສະໝີເບື້ອງຕົ້ນຂອງໄມ້ພຸ່ງ (SP2) ແມ່ນ 1.28kNແລະຄວາມແຂງຕາມວົງປີເບື້ອງຕົ້ນ(SP2)ແມ່ນ 1.33KN, ຄວາມແຂງຕາມລັດສະໝີເບື້ອງຕົ້ນຂອງໄມ້ໂກ (SP3) ແມ່ນ 1.71kNແລະຄວາມແຂງຕາມວົງປີເບື້ອງຕົ້ນແມ່ນ (SP3) 1.49KN, ຄວາມແຂງຕາມລັດສະໝີເບື້ອງຕົ້ນຂອງໄມ້ເຊີຟາງ (SP4) ແມ່ນ 2.52kN.ລັດສະໝີເບື້ອງຕົ້ນຂອງໄມ້ໝາກຂາມ (SP5) ແມ່ນ 6.63kN ແລະຄວາມແຂງຂອງວົງປີເບື້ອງຕົ້ນ(SP5) ແມ່ນ 6.92kN,ເຫັນວ່າໄມ້ ມີຄວາມແຂງຕາມວົງປີສູງກ່ວາ ແລະໄມ້ ມີຄວາມແຂງຕາມແນວລັດສະໝີສູງກ່ວາໄມ້ ແລະໄມ້.

Categories
ສາຍທຳມະຊາດ

ສຶກສາຄວາມເປັນໄປໄດ້ໃນການບໍາບັດນໍ້າເປື້ອນໂດຍນໍາໃຊ້ສະໜາມໄຟຟ້າແຮງດັນສູງທີ່ຄວາມດັນບັນຍາກາດແບບ Corona Discharge ຢູ່ເທິງຜິວໜ້ານໍ້າຕາມແນວນອນ.

ສຸກສະຫວັດ ພູນສະຫວັດ,ໄຊພອນ ຮຸ່ງບຸນຍວງ, ວັນໄຊ ແມັກສະຣິກ, ໄພວັນ ບຸນຮັກສາ, ກອນມະນີ ກັນລະຍາ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ E-mail: phounsavath@live.com

ບົດຄັດຫຍໍ້

ໃນການຄົ້ນຄວ້າວິໄຈນີ້ແມ່ນໄດ້ສ້າງຕົ້ນແບບຈຳລອງການບໍາບັດນໍ້າເປື້ອນໂດຍນໍາໃຊ້ສະໜາມໄຟຟ້າແຮງດັນສູງທີ່ຄວາມດັນບັນຍາກາດແບບ Corona Discharge ຢູ່ເທິງຜິວໜ້ານໍ້າຕາມແນວນອນ ມີອິເລັກໂທຣດຂົວບວກ ແລະ ຂົວລົບ, ມີໄລຍະຫ່າງຂອງອິເລັກໂທຣດຢູ່ທີ່ 3-5cm ຕາມລຳດັບ,  ໄດ້ໃຊ້ກະແສໄຟຟ້າສະຫຼັບທີ່ມີແຮງດັນ 10kV.ໃນການທົດລອງຄັ້ງນີ້ແມ່ນໃຊ້ນໍ້າເປື້ອນຈາກໂຮງງານຄ້າສັດດອກດູເຂົ້າໃນການທົດລອງໃນອັດຕາການໄຫຼຂອງນ້ຳແມ່ນ 1L/H.  ເຊິ່ງໄດ້ແບ່ງຊ່ວງເວລາການທົດລອງອອກເປັນຊ່ວງໄລຍະເວລາດັ່ງນີ້ 45 ແລະ 60ນາທີ ຕໍ່່ການທົດລອງໜຶ່ງຄັ້ງ, ຈາກຜົນການທົດລອງເຫັນວ່າໄລຍະຫ່າງທັ້ງສອງອິເລັກໂທຣດມີການຮວມຕະກອນຂອງນໍ້າເລີມຕັ້ນແມ່ນ 5ນາທີທຳອິດ ແມ່ນ.

ໄລ່ຍະຫ່າງຂອງອິເລັກໂທຣດ 3cm ເຫັນວ່າຄ່າ COB ຈາກ 4,136.83 mg/L ສາມາດຫຼຸດໄດ້ເຫຼືອ 319.19 mg/L, ປ່ຽບທຽບເປັນສ່ວນຮ້ອຍແມ່ນ 17.26 ສ່ວນຮ້ອຍຂອງນ້ຳເປື້ອຍ, ໃນການທົດລອງເວລາທີດີທີ່ສຸດແມ່ນ 45 ນາທີ mg /L

ໄລ່ຍະຫ່າງຂອງອິເລັກໂທຣດ 5cm ເຫັນວ່າຄ່າ COB ຈາກ 4,136.83 mg/L ສາມາດຫຼຸດໄດ້ເຫຼືອ 714,01 mg /L ປ່ຽບທຽບເປັນສ່ວນຮ້ອຍແມ່ນ 12.96 ສ່ວນຮ້ອຍຂອງນ້ຳເປື້ອຍ

ໃນການຈັດຫວ່າງໄລຍະຫ່າງທັ້ງສອງອິເລັດໂທຣດເຫັນວ່າຄ່າ BOD ສາມາດຫຼຸດໄດ້ເຫຼືອ 1,320 mg /L ເເຊິ່ງປຽບທຽບກັບຄ່າມາດຕະຖານແມ່ນບໍ່ສາມາດຫຼຸດໄດ້.

Categories
ສາຍທຳມະຊາດ

ຂະບວນການການແຍກເສັ້ນໄຍຜັກຕົບເພື່ອຜະລິດເຄື່ອງຫັດຖະກຳ

ວິລະພອນ ວົງພະຈັນ1, ຢູລິນ ຄຸນພິທັກ1, ແລະ ພົງໄພບູນ ພອນປະເສີດ1, 2* 1 ພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ 2ໜ່ວຍວິຊາເຕັກໂນໂລຊີຊີວະພາບ ແລະ ພະລັງງານທົດແທນ, ຄະນະວິທະຍາສາດສິ່ງແວດລ້ອມ, ມຊ * Email: p.phonepaseuth@nuol.edu.la

ບົດຄັດຫຍໍ້

ຜັກຕົບເປັນວັດສະພືດຊະນິດໜຶ່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນແຫຼ່ງນໍ້າຢ່າງໄວວາ ເຊິ່ງເປັນຂໍ້ຈໍາກັດຫຼັກໃນດ້ານການຄົມມະນາທາງນໍ້າ ແລະ ກີດຂວາງຂອງການລະບາຍນໍ້າ ແລະ ຍັງເຮັດໃຫ້ແຫ່ງນໍ້າຕື້ນເຂີນ. ດັ່ງນັ້ນ, ການນໍາເອົາຜັກຕົບມາໃຊ້ປະໂຫຍດໃນດ້ານຫັດຖະກໍາ ເປັນໜຶ່ງໃນວິທີການຫຼຸດຜ່ອນບັນຫາດັ່ງກ່າວ. ການສຶກສາຄັ້ງນີ້ມີຈຸດປະສົ່ງເພື່ອສຶກສາຂະບວນການແຍກເສັ້ນໄຍຜັກຕົບ, ປຽບທຽບຄຸນນະພາບຂອງເສັ້ນໄຍຜັກຕົບ ແລະ ນຳເອົາເສັ້ນໄຍທີ່ໄດ້ໄປຜະລິດເປັນເຄື່ອງຫັດຖະກຳ. ເຊິ່ງໄດ້ມີການປະສົມເສັ້ນໄຍຜັກຕົບ ແລະ ເສັ້ນໄຍກາບກ້ວຍໃນອັດຕາສ່ວນທີ່ແຕກຕ່າງກັນ. ໂດຍມີທັງໝົດ 7 ອັດຕາສ່ວນຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍຄື: 00:100; 80:20; 60:40; 50:50; 40:60; 20:80; 100:00; ເພື່ອປຽບທຽບຄວາມໝັ້ນໜຽວດ້ວຍວິທີການມັດເສັ້ນໄຍດ້ວຍວິທີການແຂວນເທິງຮາວທີ່ຫ້ອຍດ້ວຍລູກຕຸ່ມຂະໜາດມາດຕະຖານ ຈົນກວ່າເສັ້ນໄຍຂາດ ເພື່ອຫານ້ຳໜັກສູງສຸດທີ່ເສັ້ນໄຍສາມາດຮັບໄດ້ ແລ້ວຄິດໄລ່ຫາແຮງດຶງ, ສ່ວນການປຽບທຽບຄຸນສົມບັດໃນການດູດຊຶມນໍ້າດ້ວຍການນໍາຕົວຢ່າງເສັ້ນໄຍມາອົບທີ່ອຸນນະພູມ 50 C° ເປັນເວລາ 24 ຊົ່ວໂມງແລ້ວ ຊັ່ງນໍ້າໜັກເສັ້ນໄຍຫຼັງອົບ, ຕໍ່ມານໍາເສັ້ນໄຍຫຼັງອົບມາແຊ່ໃນນໍ້າກັ່ນທີ່ອຸນນະພູນຫ້ອງເປັນເວລາ 24 ຊົ່ວໂມງ ແລະ ຊັ່ງນໍ້າໜັກເສັ້ນໄຍໃນທຸກ 3, 6, 9 ແລະ 24 ຊົ່ວໂມງ ເຊິ່ງແຕ່ລະຕົວຢ່າງມີການທົດລອງ 3 ຊໍ້າ. ຈາກຜົນການສຶກສາຂັ້ນຕອນໃນການແຍກເສັ້ນໄຍພືດດ້ວຍເຄື່ອງຈັກແບບໃຊ້ໄຟຟ້າເຫັນວ່າ ແຕ່ລະວັດຖຸດິບໃຊ້ນໍ້າໜັກເລີ່ມຕົ້ນ 70 kg,  ສາມາດແຍກເສັ້ນໄຍຜັດຕົບໄດ້ 0.54kg  ແລະ ເສັ້ນໄຍກາບກ້ວຍໄດ້ 3.01kg. ໃນການປຽບທຽບຄວາມໝັ້ນໜຽວຂອງເສັ້ນໄຍຜັກຕົບ:ເສັ້ນໄຍກາບກ້ວຍສ່ວນຮ້ອຍດ້ວຍອັດຕາສ່ວນທີ່ແຕກຕ່າງກັນ, ສາມາດສະຫຼຸບໄດ້ວ່າ: ອັດຕາສ່ວນ 50:50 ມີລັກສະນະເສັ້ນໄຍສີໄຂ່ຂາວ, ມີຄວາມສາມາດຮັບຄວາມແຮງດຶງ 14.7N ແລະ ມີຄ່າການດູດຊຶມນໍ້າ 7 ເທົ່າ, ມີຜິວສໍາຜັດນຸ່ມເລັກນ້ອຍ ເຊິ່ງໄດ້ເລືອກເອົາອັດຕາສ່ວນນີ້ມາທົດລອງຕໍ່າແຜນແພ ແລະ ນໍາມາຕໍ່ຍອດເຮັດເປັນຜະລິດຕະພັນຫັດຖະກໍາ (ກະເປົ໋າເງິນ). ການສຶກສາເຕັກນິກວິທີທີ່ໃຊ້ໃນການແຍກເສັ້ນໄຍພືດ ເພື່ອຜະລິດເຄື່ອງຫັດຖະກຳ ສາມາດເປັນອີກແນວທາງໜຶ່ງໃນການຫຼຸດປະລິມານຜັກຕົບ ແລະ ກາບກ້ວຍໄດ້ ໂດຍການນໍາມາສ້າງສັນເປັນຜະລິດຕະພັນທີມີມູນຄ່າ ສາມາດເປັນແນວທາງໃນການສ້າງເປັນເສດຖະກິດສີຂຽວໄດ້ໃນອະນາຄົດ