Categories
ສາຍທຳມະຊາດ

ການສຶກສາປຽບທຽບການເຜົາໄຫມ້ຂອງແກສຊີວະມວນໃນຮູບແບບປະສົມອາກາດ-ເຊື້ອໄຟກ່ອນ ແລະ ແບບບໍ່ປະສົມອາກາດ-ເຊື້ອໄຟໃນເຕົາເຜົາແບບໄຊໂຄລນດ້ວຍເຕັກນິກການຈຳລອງທາງໂຕເລກແຫຼມທອງ ຈັນພາວົງ

ພາກວິຊາວິສະວະກຳກົນຈັກ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໂທ: +85620 59572910; ອີເມລ: lemthong@gmail.com

ບົດຄັດຫຍໍ້

ການເຜົາໄຫມ້ຂອງແກສຊີວະມວນພາຍໃຕ້ເງື່ອນໄຂການປະສົມອາກາດເຜົາໄຫມ້ ແລະ ເຊື້ອໄຟໃນແບບຕ່າງກັນໄດ້ຖືກສຶກສາໂດຍອິງໃສ່ຂໍ້ມູນຈາກການຈຳລອງການໄຫຼທາງໂຕເລກ. ການປະສົມຂອງອາກາດ ແລະ ເຊື້ອໄຟປະກອບດ້ວຍຮູບແບບການປະສົມກ່ອນ ແລະ ບໍ່ປະສົມກ່ອນ. ຂະບວນການເຜົາໄຫມ້ແມ່ນພາຍໃຕ້ເງື່ອນໄຂກຳລັງງານຄວາມຮ້ອນການເຜົາໄຫມ້ເຊື້ອໄຟ50 kWth. ຜົນໄດ້ຮັບຂອງຈຳລອງຈະຖືກປຽບທຽບຄວາມຖືກຕ້ອງກັບຂໍ້ມູນການທົດລອງ. ໂມເດລ EDC (eddy-dissipation concept) ຖືກໃຊ້ສຳລັບວິເຄາະການເຜົາໄຫມ້ ຮ່ວມກັບຂັ້ນຕອນການເກີດປະຕິກິລິຍາ SK17(a 17 species skeletal reaction mechanism). ຄຸນລັກສະນະການໄຫຼພາຍໃນຫ້ອງເຜົາໄຫມ້ ແລະ ຄຸນລັກສະນະການເຜົາໄຫມ້ຈະໄດ້ຖືກວິເຄາະ. ຜົນການທົດລອງສາມາດກ່າວໄດ້ວ່າການເຜົາໄຫມ້ແບບປະສົມກ່ອນໃຫ້ຜົນໃນທາງທີ່ດີຕໍ່ຄຸນລັກສະນະດ້ານການໄຫຼ ແລະ ການເຜົາໄຫມ້ເມື່ອປຽບທຽບກັບການເຜົາໄຫມ້ແບບບໍ່ປະສົມກ່ອນໂດຍອິງໃສ່ປະສິດທິພາບການປ່ຽນອາຕອມຂອງໄຮໂດຣ-ຄາຣບອລ ແລະ ການປ່ອຍອາຍເສຍ (CO ແລະ NO) ຕ່ຳ.

Categories
ສາຍທຳມະຊາດ

ສຶກສາອຸທົກທໍລະນີວິທະຍາ ແລະ ໂຄງສ້າງທໍລະນີວິທະຍາເຂດພູຈອມວອຍ ປ່າສະຫງວນ ຂອງແຂວງບໍລິຄຳໄຊ ສປປ ລາວ

ສູນທອນ ສິງສຸໂພ1, ວຽງທອງ ໄຊຍະວົງ1, ສັກໄຊ ໂສມປະເສີດ1, ທ່ຽງສະໝອນ ຊ້ວນສວນດາວ1 ນິພົນ ວໍລະຈັກ1, ອຳພອນ ດວງຄໍາດີ2, ໂສພາ ແກ້ວມະນີວອນ2, ແຫຼມທອງ ລັດດາວົງ1 1ອາຈານພາກວິຊາຟີຊິກສາດ, ຄະນະວິທະຍາສາດທຳມະຊາດ; 2ນັກສຶກສາພາກວິຊາຟີຊິກສາດ, ຄະນະວິທະຍາສາດທຳມະຊາດ ອີເມລ: singsoupho@nuol.edu.la

ບົດຄັດຫຍໍ້

ເຂດພູຈອມວອຍ ແລະ ບໍລິເວນໃກ້ຄຽງ ແມ່ນເຂດທີ່ ອຸດົມສົມບູນ ທາງທຳມະຊາດ ເຊິ່ງອະນາຄົດອາດຈະສາມາດພັດທະນາ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ. ພູຈອມວອຍຕັ່ງຢູ່ໃນເຂດປ່າສະຫງວນແຫ່ງຊາດຂອງແຂງບໍລິຄຳໄຊ. ການສຶກສາຄັ້ງນີ້ ແມ່ນໄດ້ໃຊ້ລະບົບການຈັດການພູມີສາດ ແລະ ການວັດແທກໄລຍະໄກ (GIS and Remote Sensing) ແລະ ການສຳຫຼວດດ້ານທໍລະນີສາດ ແລະ ທໍລະນີຟີຊິກ ຢູ່ພາກສະໜາມ ໃນຂອບເຂດບໍລິເວນພູຈອມວອຍ ເພື່ອສຶກສາກ່ຽວກັບ ສະພາບພື້ນພູມີປະເທດ, ສະພາບທໍລະນີສາດ ແລະ ສະພາບອຸທົກທໍລະນີ ໃນພື້ນທີ່ດັ່ງກ່າວ. ສະພາບພູມີສາດຂອງພູຈອມວອຍມີຄວາມສູງແຕ່ປະມານ 480 ເຖິງ 1800m ຈາກລະດັບໜ້ານຳທະເລສະເລ່ຍ, ສາມາດວິເຄາະຄວາມລາດຊັນຂອງພື້ນທີ່ ມີຄວາມຊັນແຕ່ 0 ຫາ 78o, ວິເຄາະສາຍນ້ຳຈາກໃນຂອບເຂດປ່າສະຫງວນ ແລະ ບໍລິເວນອອ້ມຂ້າງ ສາມາດກຳນົດລະບົບນ້ຳໜ້າດິນ ແລະ ນໍ້າໃຕ້ດິນ ເຊິ່ງມີຄວາມອຸດົມສົມບູນ ສາມາດ ສະໜອງເພື່ອເຮັດລະບົບນໍ້າລິນ ແລະ ເຈາະນໍ້າບາດານໄດ້. ຂອບເຂດພູຈອມວອຍ ປະກອບດິນທີ່ຢູ່ຊັ້ນເທິງເຊິ່ງເກີດມາຈາກການຜຸພັງຈາກຫີນແກຣນິດ, ປະກອບດ້ວຍຫີນແກຣນີດ (Granite) ຄວບຄຸມພື້ນທີເປັນສ່ວນໃຫຍ່ ນອກຈາກນັ້ນຍັງພົບຫີນຄອດໄຊ ແລະ ຫີນພຸໄຟ. ຜົນການສຳຫຼວດດ້ານທໍລະນີຟີຊິກ ເຊິ່ງປະກອບດ້ວຍການວັດແທກຄວາມຕ້ານໄຟຟ້າຈຳເພາະໄຟຟ້າ ແລະ ການສຳຫຼວດດ້ານຄື້ນສັ່ນສະເທືອນແບບຫັກ ເຊິ່ງສາມາດກຳນົດ ໂຄງສ້າງທໍລະນີສາດ ເຊັ່ນ: ຊັ້ນດິນ, ຊັ້ນຫີນຖານ ແລະ ບໍລິເວນທີ່ເປັນຮອຍຕໍ່ລະຫວ່າງຊຸດຫີນ ແລະ ສາມາດທີ່ກຳນົດບໍລິເວນທີ່ ມີນໍ້າໃຕ້ດິນແຊກຊິມຢູ່. ຈາກການສຶກສາຄັ້ງນີ້ ສາມາດໃຫ້ຂໍ້ມູນດ້ານສະພາບພູມີສາດ, ສະພາບທໍລະນີສາດ ແລະ ລະບົບນ້ຳ ເຊິ່ງສາມາດນໍາໄປໃຊ້ໃນການບໍລິຫານຈັດການ ແລະ ພັດທະນາພື້ນທີ່ດັ່ງກ່າວໃຫ້ມີປະສິດທິຜົນ ແລະ ຍືນຍົງ.

Categories
ສາຍທຳມະຊາດ

ສຶກສາ ກົງຫັນລົມແກນຕັ້ງແບບປະສົມທີ່ໃຊ້ກັບໃບພັດບັງຄັບທິດທາງລົມStudy on Mixed Vertical Axis Wind Turbine with Wind Guide Vanes

ສູນທິສັກ ພົມມະຈັນ1,ບົວແກ້ວ ມາລິຍາ2,ວົງມົວຢ່າງ ຕົງປໍໄຊວ່າງ3,ສົມໝາຍລີ ວາກົວລີ4 ໜ່ວຍວິຊາ ພະລັງງານ, ພາກວິຊາ ວິສະວະກໍາ ກົນຈັກ, ຄະນະວິສະວະກໍາສາດ ມະມາວິທະຍາໄລແຫ່ງຊາດ, ຖະນົນມິດຕະພາບ ລາວ-ໄທ, ເມືອງສີສັດຕະນາກ, ຕູ້ໄປສະນີ: 3166, ນະຄອນຫຼວງວຽງຈັນ. Email: sounthisack@fe-nuol.edu.la. Mobile: +856 20 99 41 0955

ບົດຄັດຫຍໍ້

ບົດໂຄງການນີ້ເປັນການສຶກສາການເຮັດວຽກຂອງກົງຫັນລົມແບບແກນຕັ້ງແບບປະສົມລະຫວ່າງກົງຫັນລົມຊາໂວເນຍ ແລະ ດາຣີຢຸດສ ໃນເງື່ອນໄຂການນຳໃຊ້ກັບມູມຂອງໃບພັດບັງຄັບທິດທາງລົມທີ່ແຕກຕ່າງກັນລະຫວ່າງ ບໍ່ມີໃບພັດບັງຄັບທິດທາງລົມ, ໃບພັດບັງຄັບທິດທາງລົມທີມູມ 30°,ໃບພັດບັງຄັບທິດທາງລົມທີມູມ 60°ແລະ ໃບພັດບັງຄັບທິດທາງລົມທີມູມ 90°.ຜ່ານການທົດລອງສາມາດສະຫຼຸດຜົນໄດ້ດັ່ງນີ້, ຖ້າກົງຫັນລົມແບບປະສົມບໍ່ມີໃບພັດນໍາທາງລົມກົງຫັນລົມແມ່ນສາມາດເຮັດປະສິດທິພາບໄດ້ສູງສຸດ 25% ທີ່ຄວາມໄວລົມ 6 m/s.ທີ່ມຸມໃບພັດນໍາທາງລົມ30°ກົງຫັນລົມແມ່ນສາມາດເຮັດປະສິດທິພາບໄດ້ສູງສຸດ 23% ທີ່ຄວາມໄວລົມ 5 m/s.ມຸມຂອງໃບພັດບັງຄັບທິດທາງລົມທີ່ມຸມ 60°ສາມາດເຮັດປະສິດທິພາບໄດ້ສູງສຸດ 28%ທີ່ຄວາມໄວລົມ 6 m/sແລະມຸມຂອງໃບພັດບັງຄັບທິດທາງລົມທີ່ມຸມ90°ສາມາດເຮັດປະສິດທິພາບໄດ້ສູງສຸດ 27%ທີ່ຄວາມໄວລົມ 6 m/s. ຈາກຜົນການທົດລອງຂ້າງເທິງມັນສະແດງໃຫ້ເຫັນວ່າກົງຫັນລົມແກນຕັ້ງແບບປະສົມລະຫວ່າງກົງຫັນລົມຊາໂວເນຍ ແລະ ດາຣີຢຸດສທີ່ ນຳໃຊ້ກັບມູມຂອງໃບພັດບັງຄັບທິດທາງລົມແບບຕ່າງໆ ສາມາດເຮັດວຽກໄດ້ດີໃນຄວາມໄວລົມແຕ່ 4 m/s – 6m/s ຊື່ງມັນກໍ່ເໝາະສົມກັບຫຼາຍເຂດໃນບ້ານເຮົາທີ່ມີຄວາມໄວລົມບໍ່ສູງຫຼາຍ.

Categories
ສາຍທຳມະຊາດ

ການກວດວັດແທກ ແລະ ວິເຄາະຫາທາດກຳມັນຕະພາບລັງສີທຳມະຊາດໃນດິນຂົງເຂດ ພູຈອມວອຍ, ແຂວງບໍລິຄຳໄຊ

ສູນທອນ ສິງສຸໂພ1, ສອນໄຊ ໄຊເຮືອງສີ1, ສັກໄຊ ໂສມປະສີດ1, ທ່ຽງສະໝອນ ຊ້ວນສວນດາວ1, , ນິພົນ ວໍລະຈັກ1 ອໍາພອນ ດວງຄຳດີ2 ແລະ ແຫຼມທອງ ລັດດາວົງ1 1ອາຈານພາກວິຊາຟີຊິກສາດ, 2ນັກສຶກສາພາກວິຊາຟີຊິກສາດ ຄະນະວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ ອີເມລ: singsoupho@nuol.edu.la

ບົດຄັດຫຍໍ້

ຈຸດປະສົງຂອງການສຶກສາຄັ້ງນີ້ ແມ່ນເພື່ອປະເມີນຄວາມເຂັ້ມຂຸ້ນຂອງທາດກຳມັນຕະລັງສີ  232Th , 226Ra ແລະ 40K ທີ່ມີໃນດິນເຂດພູຈອມວອຍ ປ່າສະຫງວນແຂວງບໍລິຄຳໄຊ ເພື່ອປະກອບເປັນຂໍ້ມູນພື້ນຖານດ້ານກຳມັນຕະພາບລັງສີໃຫ້ແກ່ ສປປ ລາວ ແລະ ພາກພື້ນ. ຕົວຢ່າງດິນໄດ້ຖືກເກັບແມ່ນບໍລິເວນພູຈອມວອຍ ເຊິ່ງມີທັງໝົດ 28 ຈຸດ​ ແລະ ມີ 66 ຕົວຢ່າງ ເຊິ່ງໄດ້ວັດແທກ ແລະ ​ວິ​ເຄາະ​ຫາ​ປະ​ມານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ໃນ​ຕົວ​ຢ່າງ​ດິນ ໂດ​ຍ​ນໍາໃຊ້ຫົວ​ວັດແທກ Germanium ບໍ​ລິ​ສຸດ (HePGe, Model: GEM20P4-70). ຄ່າ​ສະ​ເລ່ຍ​ຄວາມເຂັ້ມຂຸ້ນຂອງທາດ 226Ra, 232Th ແລະ 40K ມີຄ່າເທົ່າ 71.04±17.74 Bq kg-1, 106.28±27.45 Bq kg-1 ແລະ 835.69±211.21 Bq kg-1 ຕາມລຳດັບ. ຄ່າ​ສະເລ່ຍຂອງກຳ​ມັນ​ຕະ​ພາບ​ລັງ​ສີ​ເຣດຽມ​ທຽບເທົ່າ (Raeq), ປະ​ລິ​ມານ​ລັງ​ສີ​​ທີ່​ດູດ​ກືນ​ໃນ​ອ​າ​ກາດ (DR), ອັດ​ຕາ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບ​ຕໍ່​ປີ (AED), ດັດ​ສະ​ນີຄ​ວາ​ມ​ສ່ຽງ​ລັງ​ສີ​ຈາກ​ພາຍນອກ (Hex) ​ແລະ ພາຍ​ໃນ (Hin) ມີຄ່າ 211.53±61.72, 131.86±27.82 , 0.16±0.03,   0.78±0.17 ແລະ 0.97±0.21, ຕາມລຳດັບ. ນິວໄຄດ໌ລັງສີ 238U, 232Th ແລະ 40K ທັງໝົດທຸກຈຸດ​ທີ່ວັດແທກໄດ້​ແມ່ນ​ສູງ​ກວ່າ​ຄ່າ​ສະ​ເລ່ຍຄ່າ​ສະ​ເລ່ຍກຳມັນຕະພາບລັງສີສະເພາະຂອງນິວໄຄດ໌ລັງສີທຳ​ມະ​ຊາດໃນ​ດິນ​ຂອງ​ສາ​ກົນ​, ອັດ​ຕາ​ປະ​ລິ​ມານປະ​ລິ​ມານ​ລັງ​ສີ​ດູດ​ກືນ​ໃນ​ອາ​ກາດ (DR), ອັດ​ຕາ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບພາຍນອກ​ຮ່າງ​ກາຍ​​ປະ​ຈຳ​ປີ (AEDout) ແມ່ນສູງກວ່າ​ຄ່າສາ​ກົນ​​ , ສວ່ນກຳມັນ​ຕະ​ພາບ​ລັງ​ສີ​ເຣດຽມທຽບເທົ່າ (Raeq), ຄ່າ​ປະ​ລິ​ມານ​ລັງ​ສີ​ທີ່​ໄດ້​ຮັບ​ຈາກ​ພາຍນອກ​ຮ່າງກ​າຍ​ປະ​ຈຳ​ປີ (external hazard index: Hex) ແລະ (internal hazard index: Hin) ແມ່ນ​ຕ່ຳ​ກວ່າ​ຄ່າຂອງ​ສາ​ກົນ, ລາຍງານໂດຍ (UNSCEAR ໃນ​ປີ 2000).

Categories
ສາຍທຳມະຊາດ

ອອກແບບການຜະລິດພະລັງງານໄຟຟ້າໂດຍໃຊ້ຕົ້ນໄມ້ກັງຫັນລົມ Design the Generation of Electrical Energy by Wind Turbine Tree

Miengma Phommainh, Phaphithoun Panyada, Assoc.Prof. Dr. Senprasong Phrakornkham Department of Electrical Engineering, Faculty of Engineering, National University of Laos Lao-Thai Friendship Road, Sisattanak District, PO Box: 3166, Vientiane Capital. Email: guyleuven@gmail.com Mobile: +856 20 954 99 666

ບົດຄັດຫຍໍ້

           ບົດຄົ້ນຄວ້ານີ້ແມ່ນໄດ້ອອກແບບການຜະລິດພະລັງງານໄຟຟ້າໂດຍນຳໃຊ້ຕົ້ນໄມ້ໄຟຟ້າກັງຫັນລົມ, ເພື່ອທີ່ຈະອະທິບາຍວ່າພະລັງງານໄຟຟ້າທີ່ຜະລິດຈາກຕົ້ນໄມ້ກັງລົມໄດ້ແນວໃດນັ້ນ ໜ່ວຍປັ່ນໄຟແບບກັງຫັນແກນຕັ້ງແມ່ນຈະຍຶດເຂົ້າກັບກ່ອງໄມ້ ໜ່ວຍປັ່ນໄຟກັງຫັນລົມປະກອບດ້ວຍສີ່ໃບພັດ ຊຶ່ງຍຶດຕິດກັບເພົາຂອງໜ່ວຍປັ່ນໄຟ ແກນເພົາແມ່ນໄດ້ຍຶດເຂົ້າຂົດລວດທອງແດງສາມມ້ວນ ຂົດລວດທອງແດງສາມມ້ວນແມ່ນພາກສ່ວນເຄື່ອນທີ່ ແລະ ແມ່ເຫຼັກຖາວອນທີ່ເປັນຮູບວົງມົນເປັນພາກສ່ວນຄົງທີ່ ເມື່ອລົມເປົ່າໃສ່ກັບໃບພັດກັງຫັນລົມ ກັງຫັນລົມຈະໝູນເອົາຂົດລວດທອງແດງໝູນອ້ອມແມ່ເຫຼັກຖາວອນຮູບວົງມົນ ເຮັດໃຫ້ຄວາມໜາແໜ້ນຂອງເສັ້ນແຮງແມ່ເຫຼັກໄປຕັດກັບຂົດລວດ ເຮັດໃຫ້ເກີດມີແຮງດັນເກີດຂຶ້ນທີ່ຂົດລວດ ລົມຈຳລອງທີ່ຈະນະມາໃຊ້ໃນການທົດລອງແມ່ນມີລະດັບຄວາມໄວລະຫວ່າງ 8 m/s ຫາ 10 m/s. ຜົນຂອງການທົດລອງພົບວ່າ ເມື່ອປ້ອນຄວາມໄວລົມ 8 m/s ໃຫ້ກັບຕົ້ນໄມ້ກັງຫັນລົມ ແຮງດັນໄຟຟ້າທີ່ຜະລິດໄດ້ແມ່ນ 8.44 V ແຮງດັນໄຟຟ້າຈະຄ່ອຍໆເພີ່ມຂຶ້ນເມື່ອເພີ່ມຄວາມໄວລົມ ສຳລັບຄວາມໄວລົມໃນລະດັບ 10 m/s ແຮງດັນໄຟຟ້າແມ່ນເພີ່ມຂຶ້ນເຖິງ 12.5V ຊຶ່ງສາມາດເຮັດໃຫ້ດອກໄຟ LED 12 V DC ຮູ່ງໄດ້.

Categories
ສາຍທຳມະຊາດ

ສຶກສາລະບົບແຈ້ງເຕືອນອັກຄີໄພ ທີ່ສາມາດລະບຸເສັ້ນທາງ ແລະ ສະຖານທີ່ເກິດເຫດ ເທີງແຜນທີ່ Google map

ພະນົມພົມດວງສີ1ໄຊສະໝອນ ດິດຕະພົງ1ວິລະກອນ ແສນວິໄລ2ຄໍາຜອງ ຄົງສົມບູນ1 1ພາກວິຊາວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ, 2ພະແນກວິທະຍາສາດພື້ນຖານ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.

ບົດຄົດຫຍໍ້

ປະເທດລາວ ນັບຕັ້ງແຕ່ປີ 2014 ຫາ 2020, ຈາກສະຖິຕິໄດ້ເກິດມີອັກຄີໄພລວມທັງໝົດ 1.195 ຄັ້ງ ມູນຄ່າເສຍຫາຍຫຼາຍກວ່າ 2.391.000.000.000 ກີບ. ຖ້າຄິດສະເພາະນະຄອນຫຼວງວຽງຈັນ ໃນໄລຍະ 7 ປີຜ່ານມານີ້ເຫັນວ່າມີການເກິດອັກຄີໄພທັງໝົດ 383 ຄັ້ງ ຄິດເປັນ 32% ຂອງທັງໝົດ ແລະ ມູນຄ່າເສຍຫາຍ 1.147.338.000.000 ກີບ ເປັນເຂດທີ່ມີການເກິດອັກຄີໄພຫຼາຍສຸດ. ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊີວິດອີນຊີ, ແລະ ເຮືອນຊານບ້ານຊ່ອງ ຂອງພໍ່ແມ່ປະຊາຊົນ ຢ່າງມະຫາສານ. ບັນຫາອັນເປັນຕົ້ນຕໍ່ທີ່ເຮັດໃຫ້ເກິດອັກຄີໄພ ແມ່ນໄຟຟ້າລັດວົງຈອນ ຄວາມປະມາດໃນການໃຊ້ໄຟແຕ່ງຢູ່ຄົວກີນ. ໄຟທີ່ໃໝ້ຈະຫຍາຍວົງກວ້າງຢ່າງໄວວາ ຍ້ອນຄວາມແອອັດຂອງຊຸມຊົນ ຫາກການໃຫ້ຄວາມຊ່ວຍເຫຼືອ ການດັບເພີງ ແລະ ມອດໄຟຟ້າ ມີຄວາມຊັກຊ້າ ບໍ່ທ່ວງທັນຕໍ່ເຫດການ ຈະສ້າງຄວາມສູນເສຍຢ່າງຫຼວງຫຼາຍ. ຂັ້ນຕອນໃນການດໍາເນີນການຊ່ວຍເຫຼືອຂອງເຈົ້າໜ້າທີ່ດັບເພີງ ແມ່ນມີຄວາມຊັກຊ້າ ເນື່ອງຈາກວ່າທາງສະຖານີຈໍາເປັນຈະຕ້ອງໄດ້ສອບຖາມເຖີງລາຍລະອຽດກ່ຽວກັບຜູ້ປະສົບໄພ ບໍ່ວ່າຈະເປັນ ເຫດເກິດຢູ່ໃສ ເຮືອນ-ຮ່ອມທີເທົ່າໃດ ບ້ານຫຍັງ ເມືອງຫຍັງ ແລະ ອື່ນໆ ທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນທີ່ຈະໃຊ້ເຂົ້າໃນການເດີນທາງ ໄປໃຫ້ຄວາມຊ່ວຍເຫຼືອ ບາງຄັ້ງຄາວໃຊ້ເວລາ 10-30 ນາທີ ໃນການຮັບຂໍ້ມູນ. ທາງດ້ານເຈົ້າໜ້າທີ່ໄຟຟ້າ ທີ່ຈະໄປມອດໄຟນັ້ນ ກໍ່ຕ້ອງໄດ້ສອບຖາມຂໍ້ມູນເຊັ່ນດຽວກັນ. ສະນັ້ນ, ໃນບົດຄົ້ນຄວ້າວິໄຈສະບັບນີ້ຈະໄດ້ສຶກສາລະບົບການແຈ້ງເຕືອນອັກຄີໄພ ທີ່ສາມາດລະ​ບຸ​ສະ​ຖານ​ທີ່​ ແລະ ເສັ້ນທາງ ຈາກສະຖານີດັບເພີງ-ໄຟຟ້າ ໄປຫາຈຸດເກິດເຫດ. ຫາກເກິດອັກຄີໄພໃນສະຖານທີ່ໃດໜື່ງ ລະບົບຈະສົ່ງຂໍ້ມູນ ຜ່ານທາງເຄືອຂ່າຍ GSM ມາຫາສະຖານີດັບເພີງ ແລະ ສະຖານີໄຟຟ້າ ຮັບແຈ້ງເຫດພາຍໃນ 1 ນາທີ ຫຼື ໜ້ອຍກວ່າ. ໂດຍຈະສະແດງຂໍ້ມູນຂອງສະຖານທີ່ເກິດເຫດ ເຊັ່ນ: ຂໍ້ມູນເຈົ້າຂອງເຮືອນ, ຕໍາແໜ່ງ, ບ້ານເລກທີ, ຮ່ອມທີ, ເມືອງ ແລະ ເສັ້ນທາງ ຈາກສະຖານີໄປຫາຈຸດເກິດເຫດ ຜ່ານທາງ Google maps ໄວ້ຢ່າງຊັດເຈນ. ຊື່ງເປັນຂໍ້ດີທີ່ສາມາດເຮັດໃຫ້ຂະບວນການຊ່ວຍເຫຼືອຜູ້ປະສົບໄພ ໄດ້ໄວຂຶ້ນ ແລະ ທັນຕໍ່ເຫດການ ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ອາດຈະເກິດຂຶ້ນ.

Categories
ສາຍທຳມະຊາດ

ການປ້ອງກັນຜົນກະທົບນໍ້າເຂົ້າ-ນໍ້າອອກທໍ່ ແລະ ສະເໜີວິທີການຄິດໄລ່ອອກແບບໂຄງສ້າງທໍ່ກົມເບຕົງເສີມເຫຼັກຕາມມາດຕະຖານຂອງ Association of State Highway and Transportation Officials (AASHTO)

ຊື່ຜູ້ຂຽນ: ປອ. ສຸວັນນາວົງຄຳຈັນ ປທ. ບຸນໂຮມ ຈັນສະຫວ່າງ ປທ. ຄຳເສີມ ສຸລິຍະມາດ ບ່ອນເຮັດວຽກຂອງຜູ່ຂຽນ: ຄະນະວິສະວະກຳສາດ, ພາກວິຊາວິສະວະກຳຂົວ-ທາງ. ອີເມວຂອງຜູ່ຂຽນ: souvanhna.vkc@gmail.com, ໂທລະສັບ: 020 22410 416

ບົດ​ຄັດ​ຫ​ຍໍ້

ການລະບາຍນ້ຳຈາກບ່ອນນໍ້າເຂົ້າ inletແມ່ນມີຄວາມສໍາຄັນໃນການເກັບກໍາຂໍ້ມູນບໍ່ວ່າຈະເປັນເຂດພູສູງ,ເຂດທົ່ງພຽງ,ເຂດຫລຸບໂນນ ເພື່ອຊອກຫາເນື້ອທີ່ອ່າງໂຕ່ງເພື່ອຮີບໂຮມປະລິມານນໍ້າໃນທໍາມະຊາດຕົວຈິງ,ສືກສາສະພາບພື້ນທີ່ວ່າເປັນເຂດໃດໃນການທີ່ຈະນໍາມາເປັນຂໍ້ມູນເພື່ອມາຄິດໄລ່ປະລິມານນໍ້າຝົນ50ປີຄືນຫລັງແລະຄວາມຊາພື້ນທີ່ເປັນເຂດປ່າຕືບ ຫລື ປ່າບາງ ເພື່ອຈະມາຄໍານວນຊອກຫາປະລິມານນໍ້າໃນທໍາມະຊາດ Q = 0.278xCIA ,ຊອກຫາ ຂະໜາດຂອງຝີທໍ່ ວ່າມີຂະໜາດເທົ່າໃດ ອາດຈະເປັນທໍ່ຝີ 60,80,100,120,150 ຫຼື ເປັນຂະໜາດBOX ລ້ວນແລ້ວແຕ່ຂື້ນກັບອ່າງໂຕ່ງຕົວຈິງ.ການສືກສາວິເຄາະຄັ້ງນີ້ແມ່ນການຄວມຄຸມການເສຍຫາຍໄລຍະເຕົ້າໂຮມນໍ້າເຂົ້າທໍ່.

ນອກຈາກນັ້ນ ຈະໄດ້ມີການສະເໜີການ​ຄິດ​ໄລ່​ອອກ​ແບບ​ໂຄງ​ສ້າງ​ທໍ່​ກົມ​ເບ​ຕົງ​ເສີມ​ເຫຼັກຕາມມາດ​ຕະ​ຖານ​ຂອງAssociation of State Highway and Transportation Officials (AASHTO)ທີ່​ນຳ​ໃຊ້​ໃນສ​ປ​ປລາວດ້ວຍ​ການ​ນຳ​ໃຊ້​ລົດ​ບັນ​ທຸກHL93ກໍ​ລະ​ນີ​ເພົາ​ດຽວແລະເພົາ​ຄູ່ແລ່ນ​ຜ່ານ​ຊັ້ນ​ດິນ​ຖົມ​ຫຼັງ​ທໍ່​ກົມ​ເບ​ຕົງ​ເສີມ​ເຫຼັກ​.

Categories
ສາຍທຳມະຊາດ

Bifurcation analysis of a diffusive predator–prey system with Bifurcation analysis of a diffusive predator–prey system with

Bounsanong Sounvoravong1 · Jianping Gao2 ·Shangjiang Guo3 1Department of Mathematics and Statistics, Faculty of Natural Sciences, National University of Laos 2,3College of Mathematics and Econometrics, Hunan University, Changsha, Hunan 410082, P. R. China Nonlinear Dyn (2018) 94:2901–2918 https://doi.org/10.1007/s11071-018-4533-2 © Springer Nature B.V. 2018

Abstract

In this paper, a diffusive predator–prey model with nonmonotonic functional response is investigated. The stability of the positive spatially homogeneous steady states and bifurcations of spatially homogeneous/nonhomogeneous time-periodic solutions as well as steady-state solutions are studied. In particular, the formulas determining the direction and the stability of the bifurcating periodic solutions are obtained. These results provide theoretical evidences to the complex spatiotemporal dynamics found by numerical simulations.

Categories
ສາຍທຳມະຊາດ

ພືດດອກໃນເຂດພູຈອມວອຍ ປ່າສະຫງວນຂອງແຂວງ ແຂວງບໍລິຄໍາໄຊ

Corresponding author: biokklano@yahoo.com Tel. +856 20 55209822 ໜ່ວຍວິຊາພືດສາດ, ພາກວິຊາຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ 2ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ

ບົດ​ຄັດ​ຫຍໍ້

ການສຶກສາພືດດອກໃນ​ເຂດ​ພູ​ຈອມ​ວອຍ, ​ປ່າ​​ສະ​ຫງວນ​ຂອງ​ແຂວງ ​ແຂວງ​ບໍລິ​ຄຳ​ໄຊ ແຕ່​ເດືອນ​ທັນ​ວາ 2017 ເຖິງ​ເດືອນ​ຕຸລາ 2020, ​ໃນ​ເຂດ​ບ້ານ​ນາ​ເຮືອງ ເມືອງ​ຄຳ​ເກີດ ແລະ ​ບ້ານ​ນ້ຳ​ປັນ, ບ້ານວັງບານ ເມືອງ​ໄຊ​ຈຳ​ພອນ, ​ໃນ​ລະດັບ​ຄວາມ​ສູງ​ທຽບ​ກັບ​ລະດັບ​ນ້ຳ​ທະ​ເລ ແຕ່ 500 ມ. ເຖິງ 1,820 ມ,  ພົບພືດທັງ​ໝົດ 460ຊະນິດ, 107 ຕະກຸນ ມີ​ຕົວ​ຢ່າງ​ພືດຫຼາຍກວ່າ 450 ນ້ຳ​ເບີ ເຊິ່ງໄດ້​ເກັບ​ຮັກ​ສາ​ໄວ້​ໃນ​ຫ້ອງພິ​ພິ​ທະ​ພັນ​ພືດ ຂອງພາກວິຊາຊີວະວິທະຍາ, ຄະ​ນະ​ວິ​ທະ​ຍາ​ສາດທຳ​ມະ​ຊາດ ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ. ພືດທີ່ສຶກສາຄັ້ງນີ້ພົບວ່າກຸ່ມ​ພືດ​ໃບ​ລ້ຽງ​ຄູ່​ມີ​ຈຳນວນ​ຫຼາຍ​ກວ່າ​ໝູ່ 355 ຊະນິດ ນອນ​ໃນ 87 ຕະກຸນ, ​ຮອງລົງ​ມາ​ແມ່ນກຸ່ມພືດ​ໃບ​ລ້ຽງ​ດ່ຽວ 99 ຊະນິດ, 15 ຕະກຸນ, ກຸ່ມ​ພືດ​ເມັດ​ເປຶ​ອຍ 6 ຊະນິດ 5 ຕະກຸນ. ໃນການສຶກສາຄັ້ງນີ້ສຶກສາລັກສະນະທາງສັນຖານວິທະຍາ, ຈັດຈຳແນກລະດັບກຸ່ມ, ຕະກຸນ ແລະ ຊະນິດ, ໄດ້ສຶກການ​ກະຈາຍ​ພັນ, ສະພາບ​ທາງ​ແຫຼ່ງທີ່ຢູ່​ອາ​ໄສ, ສະພາບ​ທາງ​ນິ​ເວດ​ວິທະຍາ ແລະ ຖ່າຍພາບປະກອບ

Categories
ສາຍທຳມະຊາດ

ການປະເມີນແຜນທີ່ນໍ້າຖ້ວມລະດັບພາກພື້ນແບບປະສົມປະສານພາຍໃຕ້ການປ່ຽນແປງດິນຟ້າອາກາດໃນລາວໂດຍໃຊ້ Analytical Hierarchy Processການປະເມີນແຜນທີ່ນໍ້າຖ້ວມລະດັບພາກພື້ນແບບປະສົມປະສານພາຍໃຕ້ການປ່ຽນແປງດິນຟ້າອາກາດໃນລາວໂດຍໃຊ້ Analytical Hierarchy Process

SengphrachanhPhrakonkham, phoummixaysiharath, Department of Envirronmental Engineering, Faculty of Engineering, National University of Laos Lao-Thai Friendship Road, Sisattanak District, PO Box: 3166, Vientiane Capital. Email: bphrakonkham@gmail.com Mobile: +856 20 22073266

ບົດຄັດຫຍໍ້

ໃນທົດສະວັດທີ່ຜ່ານມາ, ມີຫລາຍບ່ອນໄດ້ເກີດນ້ຳຖ້ວມຂື້ນໃນລາວ. ເພື່ອຫຼຸດຜ່ອນຜົນກະທົບແລະການສູນເສຍຈາກໄພນ້ຳຖ້ວມ, ຈຶ່ງເປັນສິ່ງທີ່ສຳຄັນທີ່ຈະຕ້ອງເຂົ້າໃຈກ່ຽວກັບຂະໜາດຄວາມຮຸນແຮງແລະພື້ນທີ່ຜົນກະທົບຂອງນ້ຳຖ້ວມທີ່ອາດຈະເກີດຂື້ນໃນອະນາຄົດ. ການປ່ຽນແປງດິນຟ້າອາກາດແມ່ນມີບົດບາດສຳຄັນຕໍ່ໄພນໍ້າຖ້ວມ ແລະຈຳເປັນທີ່ຈະຕ້ອງເຂົ້າໃຈຜົນກະທົບຂອງມັນຕໍ່ກັບໄພນ້ຳຖ້ວມ. ສະນັ້ນ, ການສ້າງແຜນທີ່ນໍ້າຖ້ວມແມ່ນຈະເປັນເຄື່ອງມືທີ່ສຳຄັນສຳລັບອົງການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຫຼື ລັດຖະບານແຫ່ງ ສ ປ ປ ລາວເພື່ອເສີມສ້າງຄວາມເຂົ້າໃຈ ແລະ ສາມາດລະບຸພື້ນທີ່ທີ່ມີຄວາມສ່ຽງ ແລະ ອ່ອນໄຫວຕໍ່ໄພນໍ້າຖ້ວມ. ໃນບົດສຶກສານີ້ ພວກເຮົາໄດ້ພັດທະນາແຜນທີ່ນໍ້າຖ້ວມແບບປະສົມປະສານ(integrated flood hazard map) ໂດຍອີງໃສ່ການລວມເອົາ 2ແຜນທີ່ຄື: ແຜນທີ່ນໍ້າຖ້ວມໃນປະຈຸບັນຈາກແບບຈໍາລອງ ແລະແຜນທີ່ນໍ້າຖ້ວຈາກຜົນກະທົບການປ່ຽນແປງດິນຟ້າອາກາດ.Analytical Hierarchy Process (AHP) ແມ່ນເຄື່ອງມືເພື່ອໃຊ້ຊ່ວຍໃນການຕັດສິນໃຈເມື່ອມີຫລາຍເກນຕັດສິນ (multi criteria decision making). ໃນການສຶກສານີ້ແມ່ນໄດ້ໃຊ້ AHP ເປັນເຄື່ອງມືໃນການລວມເອົາແຜນທີ່ນໍ້າຖ້ວມທັງ2ທີ່ແຕກຕ່າງກັນເຂົ້າເປັນແຜນທີ່ນໍ້າຖ້ວມແບບປະສົມປະສານ. ເພື່ອທີ່ຈະສາມາດລວມເອົາແຜນທີ່ທັງສອງເຂົ້າກັນໄດ້ນັ້ນ, ກ່ອນອື່ນເຮົາຕ້ອງເຂົ້າໃຈເຖິງຄວາມສໍາຄັນສໍາພັນ (relative importance) ຂອງແຕ່ລະແຜນທີ່ກ່ອນເພື່ອທີ່ຈະຫານໍ້າໜັກ (weight) ຂອງແຕ່ລະແຜນທີ່.AHPແມ່ນຖືກນຳໃຊ້ເພື່ອຊອກຫານ້ຳໜັກໃຫ້ແຕ່ລະແຜນທີ່, ໂດຍການນຳໃຊ້ຕາຕະລາງການປຽບທຽບແບບຄູ່(pairwise comparison) ເພື່ອປຽບທຽບຄວາມສຳຄັນຂອງມັນ. ຄ່າຂອງແຕ່ລະແຖວໃນການສົມທຽບແບບຄູ່ແມ່ນຖືກກຳນົດໂດຍອີງໃສ່ແບບສອບຖາມຈາກຜູ້ຊ່ຽວຊານໃນດ້ານນັ້ນໆ.ຈາກນັ້ນພວກເຮົາປຽບທຽບຜົນໄດ້ຮັບຂອງພວກເຮົາກັບເຫດການທີ່ເຄຍເກີດຂື້ນເພື່ອກວດເບິ່ງຄວາມແມ່ນຍໍາ ແລະ ຄວາມຖືກຕ້ອງຂອງແບບຈໍາລອງ ຜົນໄດ້ຮັບສະແດງໃຫ້ເຫັນວ່າພາກໃຕ້ຂອງລາວມີພື້ນທີ່ທີ່ອາດຈະສ່ຽງຕໍ່ໄພນໍ້າຖ້ວມສູງທັງປະຈຸບັນ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນອະນາຄົດ.