Categories
ສາຍທຳມະຊາດ

ສຶກສາແນວໂນ້ມການປ່ຽນແປງຂອງສິ່ງແວດລ້ອມເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄໍາໄຊດ້ວຍແບບຈໍາລອງຄະນິດສາດ

ລີຊັດເຕີ ລີເລ່ຍນູ1, ທອງສຸກ ໄຊບຸນເຮືອງ1, ເກດຕິສັກ ໄຊຊະນະດາສີ1, ຜຸຍ ສຸກສົມຫວັງ1, ພິດສະໄໝ ມູນລະດົກ1, ຂັນຄໍາ ວົງສະຫວ່າງ1, ບົວສີ ດວງສະຫວັນ1, ຄໍາສະຫຍຸຍ ໄຊຍາລາດ1, ຄໍາຜຸ ອິນທະວອນ1, ພູວົງ ໂພທິສານ2 ແລະ ສະລັນທອນ ບົວລົມ2 1ອາຈານພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ 2ນັກສຶກສາພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ຊາດ

ບົດຄັດຫຍໍ້

ການສຶກສາກ່ຽວກັບ ປະເມີນແນວໂນ້ມການປ່ຽນແປ່ງສິ່ງແວດລ້ອມດ້ວຍແບບຈໍາລອງຄະນິດສາດ ໃນຄັ້ງນີ້ແມ່ນໄດ້ລົງສຳຫຼວດເກັບຂໍ້ມູນກ່ຽວກັບປະຊາຊົນ, ສັດ ແລະ ພືດນາໆຊະນິດ ຢູ່ໃນບໍລິເວນເຂດພູຈອມວອຍປ່າສະ ຫງວນຂອງແຂວງບໍລິຄໍາໄຊ. ວິທີການສຶກສາແມ່ນໃຊ້ໂປຣແກຣມ MATLAB ແລະ Microsoft Excel ວິເຄາະຫາບັນດາປັດໄຈທີ່ມີຜົນຕໍ່ການປ່ຽນແປງສິ່ງແວດລ້ອມ ພ້ອມທັງສ້າງແບບຈຳລອງທາງຄະນິດສາດປະເມີນແນວໂນ້ມການປ່ຽນແປງສິ່ງແວດລ້ອມໃນເຂດດັ່ງກ່າວແຕ່ປີ 1980-2044. ລົງເກັບກໍາຂໍ້ມູນພາກສະໜາມຈຳນວນ 4 ຄັ້ງ ມີທັງໝົດ 180 ຄອບຄົວ ຈາກ 5 ບ້ານ ຄື: ບ້ານ ນາເຮືອງ ບ້ານ ຫາງນາ, ບ້ານ ນາຈະໄຫຼ້ ແລະ ບ້ານ ແກ້ວແສນຄຳ, ເມືອງ ຄໍາເກີດ, ຈໍານວນ 30, 30, 30 ແລະ 30  ຄອບຄົວ ຕາມລຳດັບ ແລະ ບ້ານ ນໍ້າປັນ, ເມືອງ ໄຊຈຳພອນ ຈຳນວນ 60  ຄອບຄົວ. ຂໍ້ມູນພືດ ແລະ ສັດທີ່ເກັບກໍາໄດ້ທັງໝົດ 151 ຊະນິດ ຄື: ສັດລ້ຽງລູກດ້ວຍນໍ້ານົມມີ 26 ຊະນິດ; ສັດເຄິ່ງບົກ-ເຄິ່ງນໍ້າມີ 24 ຊະນິດ; ສັດເລືອຄານມີ 5 ຊະນິດ; ນົກມີ 11 ຊະນິດ; ປາມີ 26 ຊະນິດ; ແມງໄມ້ມີ 28 ຊະນິດ; ຕົ້ນໄມ້ຈິງມີ 12 ຊະນິດ; ໄມ້ປ່ອງມີ 3 ຊະນິດ; ໜໍ່ຫວາຍ-ໜໍ່ບຸ່ນມີ 6 ຊະນິດ, ເຫັດມີ 10 ຊະນິດ.  ຜົນການສຶກສາພົບວ່າ:  ສັດລ້ຽງລູກດ້ວຍນໍ້ານົມມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນ ຊ້າງ (ສູນພັນແລ້ວ), ກວາງ ແລະ ເສົາຫຼ້າ ມີແນວໂນ້ມໃກ້ຈະສູນພັນ ແລະ ຮອງລົງມາແມ່ນ ເສືອ, ໝີ ແລະ ເໝີຍຕາມລໍາດັບ, ສ່ວນໜູປ່າແມ່ນບໍ່ມີປ່ຽນແປງ; ສັດເຄິ່ງບົກ-ເຄິ່ງນໍ້າສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງ, ກົງກັນຂ້າມຕະປາດຄີໂອແມ່ນເພີ່ມຂຶ້ນເລັກໜ້ອຍ; ສັດເລືອຄານ ສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງເທົ່າໆກັນ, ສ່ວນງູຈົງອາງຕາໃຫຍ່ແມ່ນເພີ່ມຂຶ້ນເລັກໜ້ອຍ; ນົກມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນໄກ່ຂວາ, ຮອງລົງມາແມ່ນນົກຍຸງ, ນົກກົກຄໍາຕາມລໍາດັບ, ສ່ວນນົກແກ້ວ ແລະ ນົກເຂົາມີແນວໂນ້ມບໍ່ປ່ຽນແປງ; ປາມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນປາສູດ ແລະ ປາກະປິ, ຮອງລົງມາແມ່ນປາມັນໜ້າບໍ້າ, ສ່ວນປາໄຍມີແນວໂນ້ມບໍ່ປ່ຽນແປງ, ປາດູດຝຸ່ນ(ຫຼື ປາຝຣັ່ງ) ແລະ ປາກໍມີແນວໂນ້ມເພີ່ມຂຶ້ນໄວທີ່ສຸດ ຈົນກາຍເປັນໄພຂົ່ມຂູ່ຕໍ່ປາຊະນິດອື່ນໆ; ແມງໄມ້ຫຼຸດລົງຫຼາຍກວ່າໝູ່ແມ່ນແມງມຸມຫຼັງໜາມ, ແມງກະເບື້ອໂກແຣັດ, ແມງກະເບື້ອໝາກນາວສີ, ສ່ວນຕໍ່ ແລະ ດ້ວງແມ່ນມີແນວໂນ້ມບໍ່ປ່ຽນແປງ; ໄມ້ຈິງມີແນວໂນ້ມປ່ຽນຫຼຸດລົງຫຼາຍກວ່າໝູ່ແມ່ນໄມ້ໂລງເລງ ແລະ ໄມ້ສະພີ້, ສ່ວນໄມ້ມີ້ໃຫຍ່, ໄມ້ໝາກກໍຟານ ແລະ ໄມ້ຍາງມີແນວໂນ້ມບໍ່ປ່ຽນແປງ; ໄມ້ປ່ອງມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ໄມ້ແສງຕາລ້ອມ, ຮອງລົງມາແມ່ນໄມ້ຂົມ ແລະ ໄມ້ແລບ; ໜໍ່ຫວາຍ-ໜໍ່ບຸ່ນມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນຫວາຍ ແລະ ໜໍ່ຕາວ, ສ່ວນປະເພດອື່ນໆແມ່ນມີແນວໂນ້ມຫຼຸດລົງພຽງເລັກໜ້ອຍ; ເຫັດມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ເຫັດ Myxomycetes, ກົງກັນຂ້າມ ເຫັດຫຼິນຈື່, ເຫັດເປັນພິດ ແລະ ເຫັດທີ່ບໍ່ມີຂໍ້ມູນນຳໃຊ້ແມ່ນມີແນວໂນ້ມເພີ່ມຂຶ້ນຫຼາຍ, ສ່ວນເຫັດທີ່ກິນໄດ້ ແລະ ເປັນຢາມີແນວໂນ້ມບໍ່ປ່ຽນແປງ; ຈໍານວນພົນລະເມືອງທັງ 5 ບ້ານແມ່ນມີແນວໂນ້ມທີ່ເພີ່ມຂຶ້ນພຽງເລັກໜ້ອຍ.

Categories
ສາຍທຳມະຊາດ

ຄວາມຫຼາກຫຼາຍຂອງຊະນິດພັນປາໃນເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄຳໄຊ

ກອນອຸມາ ພົງສາ, ບຸນທົບ ພະໄຊສົມບັດ, ຈັນທິມາ ປົນທະລິດ, ລີພອນ ໜໍ່ປະເສີດ, ເກັ່ງຄຳ ເງິນນະລາດ, ທອງຈັນ ອິນທະວົງ, ພຸດທະນົງ ອິນທະວົງ ແລະ ດວງມາລາ ພູວິລົມ ພາກວິຊາ ຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ Email: bounthob@nuol.edu.la.

ບັດຄັດຫຍໍ້

ການສຳຫຼວດ ກ່ຽວກັບຄວາມຫຼາກຫຼາຍຂອງປາ ໃນເຂດປ່າສະຫງວນພູຈອມວອຍທັງໝົດ 7 ຄັ້ງ ລະຫວ່າງປີ 2017-2020 ໃນຈໍານວນ 7 ຈຸດທີ່ນອນຢູ່ໃນເຂດເມືອງໄຊຈຳພອນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໄດ້ຮວບຮວມຕົວຢ່າງປາທັງໝົດຈຳນວນ  43 ຊະນິດ, 23 ສະກຸນ, 9 ຕະກຸນ, ຫຼາຍກວ່າໝູ່ແມ່ນຕະກຸນປາປາກ (Cyprinidae) ມີ 19 ຊະນິດ, ກວມເອົາ 44% ຂອງຈຳນວນຊະນິດປາທັງໝົດທີ່ພົບ. ປາສ່ວນຫຼາຍເລົ່ານີ້ລ້ວນແຕ່ເປັນອາຫານຂອງຄົນໃນທ້ອງຖິ່ນ ແລະ ພົບວ່າສະກຸນປາມັນ (Garra) ນັບວ່າເປັນປາທີ່ນຳເຂົ້າມາປ່ອຍໃນເວລາບໍ່ເທົ່າໃດປີທີ່ຜ່ານມານີ້. ພົບ 1 ຊະນິດ ທີ່ຢູ່ໃນສະຖານະພາບໃກ້ຈະສູນພັນທີ່ສຸດຄືປາພັ້ນ Schistura tenura (Kottelat,2000) ແລະ ອີກ 2 ຊະນິດທີ່ໃກ້ຈະສູນພັນຄື: ປາພັ້ນ Schistura bolavenensis (Kottelat,2000) ແລະ ປາຢື້ນ Pterocryptis inusitata. ອີກດ້ານນຶ່ງ, ປາແກງ (Cirrhinus molitorella (Valenciennes, 1844)ໄດ້ມີການນໍາໃຊ້ຫຼາຍຢ່າງກວ້າງຂວາງ ແລະ ຖືກຈັດເປັນປາທີ່ໃກ້ຈະຖືກໄພຂົ່ມຂູ່. ໃນເຂດສຶກສາໄດ້ມີການບັນທຶກລາຍງານປາຂັງ Luciocyprinus striolatus ໃນເຂດວັງສະຫງວນຂອງບ້ານວັງບານ ເມືອງໄຊຈຳພອນ ທີ່ເປັນປາຂະໜາດໃຫຍ່, ຈັດຢູ່ໃນຈຳພວກປາທີ່ຖືກໄພຂົ່ມຂູ່ ແລະ ໃກ້ຈະສູນພັນ ຕາມບັນຊີແດງຂອງ IUCN. ຜົນການສຶກສາຢັງຢືນວ່າພວກເຮົາຍັງຕ້ອງການເວລາ ແລະ ຂະຫຍາຍພື້ນທີ່ເພີ່ມເຕີ່ມ ເພື່ອຊອກໄດ້ຊະນິດພັນໃໝ່ທີ່ອາດເຊື່ອງຊ້ອນຢູ່ໃນພື້ນທີ່ອັນອຸດົມສົມບູນທາງທຳມະຊາດ; ຊື່ງຈະເປັນຂໍ້ມູນທີ່ສຳຄັນໃຫ້ແກ່ວຽກງານອະນຸລັກປາໃນອະນາຄົດ.

Categories
ສາຍສັງຄົມ

ການຈັດການຮຽນ-ການ​ສອນວິຊາພະລະສຶກສາຂອງນັກ​ສຶກສາ​ຄູປີ 1 ໃນວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ

ພູ​ແກ້ວ ພານ​ໄທ​ອິນ​ທະ​ວົງ, ໃຈລາສີ ຍໍພັນໄຊ, ສົມພອນ ວໍລະຈັກ, ວຽງຄຳ ຊາຊົວຢາງ, ພາກ​ວິຊາ​ວິທະຍາສາດ​ການ​ກີ​ລາ, ຄະນະ​ວິທະຍາສາດ​ການ​ກີລາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ

ບົດຄັດຫຍໍ້

ສຶກສາ​ເລື່ອງ: ການ​ຮຽນ-​ການ​ສອນ​ພະລະສຶກສາ​ຂອງ​ນັກຮຽນ​ຄູ​ປີ 1 ​ໃນ​ວິທະຍາ​ເຂດ​ດົງ​ໂດກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ມີ​ຈຸດປະສົງ ​ເພື່ອ​ສຶກສາ​​ການ​ຈັດການ​ຮຽນ-​ການ​ສອນ ວິຊາ​ພະລະສຶກສາ ຂອງ​ນັກ​ສຶກສາຄູ​ປີ 1 ​ໃນ​ວິທະ ຍາ​ເຂດ​ດົງ​ໂດກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ.

ກຸມ​ເປົ້າ​ໝາຍ​ທີ່​ໃຊ້​ໃນ​ການ​ສຶກສາຄັ້ງນີ້ ​ແມ່ນ​ນັກ​ສຶກສາຄູ​ປີ 1 ​ໃນ​ວິທະຍາ​ເຂດ​ດົງ​ໂດກ ມີ 14 ສາຂາ​ວິຊາ ຈຳນວນ​ນັກ​ສຶກສາ​ທັງ​ໝົດ 416 ຄົນ ຍິງ 219 ຄົນ ​ແລະ ຄູ​ສອນ​ວິ​ຊາ​ພະລະສຶກສາ 7 ທ່ານ ຍິງ 2 ທ່ານ ​

ເຄື່ອງມື​ທີ່​ນຳ​ໃຊ້​ໃນ​ການ​ສຶກສາ​ແມ່ນ​ແບບ​ສອບ​ຖາມ ມາດຕາ​ສ່ວນ​ປະ​ເມີນ​ຄ່າ 5 ລະດັບ ການ​ວິ​ເຄາະ​ດ້ວຍ​ພັນ​ລະ​ນາ​ສະຖິຕິ

ຜົນ​ການ​ສຶກສາ​ພົບ​ວ່າ

ການຮຽນ-ການສອນ ທັງ 4 ດ້ານ ເຫັນວ່າຄ່າສະເລ່ຍລວມ ແມ່ນຈັດຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ X=3.65 ໃນລໍາດັບທີ 1 ແມ່ນດ້ານວິທີສອນຂອງຄູ-ອາຈານພະລະສຶກສາຄ່າສະເລ່ຍແມ່ນ X=3.86. ລໍາດັບທີ່ 2 ແມ່ນດ້ານຫຼັ

ສຶກສາ​ເລື່ອງ: ການ​ຮຽນ-​ການ​ສອນ​ພະລະສຶກສາ​ຂອງ​ນັກຮຽນ​ຄູ​ປີ 1 ​ໃນ​ວິທະຍາ​ເຂດ​ດົງ​ໂດກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ມີ​ຈຸດປະສົງ ​ເພື່ອ​ສຶກສາ​​ການ​ຈັດການ​ຮຽນ-​ການ​ສອນ ວິຊາ​ພະລະສຶກສາ ຂອງ​ນັກ​ສຶກສາຄູ​ປີ 1 ​ໃນ​ວິທະ ຍາ​ເຂດ​ດົງ​ໂດກ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ.
ກຸມ​ເປົ້າ​ໝາຍ​ທີ່​ໃຊ້ໃນ​ການ​ສຶກສາຄັ້ງນີ້ ​ແມ່ນ​ນັກ​ສຶກສາຄູ​ປີ 1 ​ໃນ​ວິທະຍາ​ເຂດ​ດົງ​ໂດກ ມີ 14 ສາຂາ​ວິຊາ ຈຳນວນ​ນັກ​ສຶກສາ​ທັງ​ໝົດ 416 ຄົນ ຍິງ 219 ຄົນ ​ແລະ ຄູ​ສອນ​ວິ​ຊາ​ພະລະສຶກສາ 7 ທ່ານ ຍິງ 2 ທ່ານ ​
ເຄື່ອງມື​ທີ່​ນຳ​ໃຊ້​ໃນ​ການ​ສຶກສາ​ແມ່ນ​ແບບ​ສອບ​ຖາມ ມາດຕາ​ສ່ວນ​ປະ​ເມີນ​ຄ່າ 5 ລະດັບ ການ​ວິ​ເຄາະ​ດ້ວຍ​ພັນ​ລະ​ນາ​ສະຖິຕິ
ຜົນ​ການ​ສຶກສາ​ພົບ​ວ່າ
ການຮຽນ-ການສອນ ທັງ 4 ດ້ານ ເຫັນວ່າຄ່າສະເລ່ຍລວມ ແມ່ນຈັດຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ X=3.65 ໃນລໍາດັບທີ 1 ແມ່ນດ້ານວິທີສອນຂອງຄູ-ອາຈານພະລະສຶກສາຄ່າສະເລ່ຍແມ່ນ X=3.86. ລໍາດັບທີ່ 2 ແມ່ນດ້ານຫຼັກສູດມີຄ່າສະເລ່ຍ X=3.71. ລໍາດັບທີ 3 ການວັດ ແລະ ປະເມີນຜົນຂອງການຮຽນພະລະສຶກສາຄ່າສະເລ່ຍແມ່ນ X=3.56 ແລະ ລໍາດັບທີ 4 ແມ່ນການໃຊ້ສື່ອຸປະກອນ-ສິ່ງອຳນວຍຄວາມສະດວກ X=3.41
ຜົນ​ການ​ສຳ​ລວດຄວາມ​ຄິດ​ເຫັນພົບ​ວ່າ:
ດ້ານ​ການ​ສອນ​ແບບ​ຕ່າງໆ ອາຈານ​ສອນ​ແຕ່ລະຄົນ​ຄວນ​ເລືອກ​ເອົາ​ວິທີ​ທີ່​ເໝາະ​ສົມ​ກັບ​ວິຊາ​ທີ່ຕົນ​ເອັງ​ສອນ​ໃຫ້;ຫຼາຍ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ ​ແລະ ຈື່ໄດ້.
ດ້ານ​ຫຼັກສູດ ​ແມ່ນ​ຕ້ອງ​ມີ​ການ​ປັບປຸງ​ໄປ​ຕາມ​ໄລຍະ​ເວລາ ​ເພື່ອ​ໃຫ້​ທັນ​ກັບ​ສະພາບການ​ຂອງ​ໂລກ ​ແລະ ສອດຄອງ​ກັບ​ສະພາບ​ພາຍ​ໃນ​ປະ​ເທດ​ເຮົາ.
ການ​ນຳ​ໃຊ້ສື່ ອາຈານ​ຕ້ອງ​ນຳ​ໃຊ້​ສື່​ທີ່​ເໝາະ​ສົມ​ກັບ​ບົດ​ທີ່ຕົນ​ເອັງ​ສອນ​ເຊັ່ນ: ອຸປະກອນ​ໃຊ້​​ເຝິກ​ແອບ, ພາບ​ເຄື່ອນ​ໄຫວ, ວິ​ດີ​ໂອ​ສອນ​ເຕັກນິກ ຊ່ວຍ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈງ່າຍ​ກ່ອນ​ການ​ປະຕິບັດ ​ແລະ ​ໃຫ້​ເຫັນ​ປະຈັກ​ຕາ
ການ​ວັດ​ປະ​ເມີນ​ຜົນຄວນ​ໃຊ້​ຫຼາຍ​ວິທີ, ຫຼາຍ​ແບບ​ການ​ວັດ ​ເພື່ອ​ປະ​ເມີນ​ຜົນ​ໃຫ້​ມີ​ປະສິດ​ທິພາ​ບ, ມີ​ຄວາມ​ເປັນ​ທຳ​ເຊັ່ນ: ​ແຈ້ງ​ວິທີ​ປະ​ເມີນ​ໃຫ້​ນັກ​ສຶກສາ​ຮູ້ລ່ວງ​ໜ້າ, ​ແຈ້ງ​ກຳນົດ​ການ​ປະ​ເມີນ​ໄວ​ກ່ອນ ​ແລະ ປະ​ເມີນ​ຕາມ​ຄວາມ​ຮູ້​ທີ່​ນັກຮຽນ​ໄດ້ຮັບ​ຮູູ້

ກສູດມີຄ່າສະເລ່ຍ X=3.71. ລໍາດັບທີ 3 ການວັດ ແລະ ປະເມີນຜົນຂອງການຮຽນພະລະສຶກສາຄ່າສະເລ່ຍແມ່ນ X=3.56 ແລະ ລໍາດັບທີ 4 ແມ່ນການໃຊ້ສື່ອຸປະກອນ-ສິ່ງອຳນວຍຄວາມສະດວກ X=3.41 

ຜົນ​ການ​ສຳ​ລວດຄວາມ​ຄິດ​ເຫັນພົບ​ວ່າ:

  1. ດ້ານ​ການ​ສອນ​ແບບ​ຕ່າງໆ ອາຈານ​ສອນ​ແຕ່ລະຄົນ​ຄວນ​ເລືອກ​ເອົາ​ວິທີ​ທີ່​ເໝາະ​ສົມ​ກັບ​ວິຊາ​ທີ່ຕົນ​ເອັງ​ສອນ​ໃຫ້;ຫຼາຍ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ ​ແລະ ຈື່ໄດ້.
  2. ດ້ານ​ຫຼັກສູດ ​ແມ່ນ​ຕ້ອງ​ມີ​ການ​ປັບປຸງ​ໄປ​ຕາມ​ໄລຍະ​ເວລາ ​ເພື່ອ​ໃຫ້​ທັນ​ກັບ​ສະພາບການ​ຂອງ​ໂລກ ​ແລະ ສອດຄ່ອງ​ກັບ​ສະພາບ​ພາຍ​ໃນ​ປະ​ເທດ​ເຮົາ.
  3. ການ​ນຳ​ໃຊ້​ສື່ ອາຈານ​ຕ້ອງ​ນຳ​ໃຊ້​ສື່​ທີ່​ເໝາະ​ສົມ​ກັບ​ບົດ​ທີ່ຕົນ​ເອັງ​ສອນ​ເຊັ່ນ: ອຸປະກອນ​ໃຊ້​​ເຝິກ​ແອບ, ພາບ​ເຄື່ອນ​ໄຫວ, ວິ​ດີ​ໂອ​ສອນ​ເຕັກນິກ ຊ່ວຍ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈງ່າຍ​ກ່ອນ​ການ​ປະຕິບັດ ​ແລະ ​ໃຫ້​ເຫັນ​ປະຈັກ​ຕາ
  4. ການ​ວັດ​ປະ​ເມີນ​ຜົນຄວນ​ໃຊ້​ຫຼາຍ​ວິທີ, ຫຼາຍ​ແບບ​ການ​ວັດ ​ເພື່ອ​ປະ​ເມີນ​ຜົນ​ໃຫ້​ມີ​ປະສິດ​ທິພາ​ບ, ມີ​ຄວາມ​ເປັນ​ທຳ​ເຊັ່ນ: ​ແຈ້ງ​ວິທີ​ປະ​ເມີນ​ໃຫ້​ນັກ​ສຶກສາ​ຮູ້ລ່ວງ​ໜ້າ, ​ແຈ້ງ​ກຳນົດ​ການ​ປະ​ເມີນ​ໄວ​ກ່ອນ ​ແລະ ປະ​ເມີນ​ຕາມ​ຄວາມ​ຮູ້​ທີ່​ນັກຮຽນ​ໄດ້ຮັບ​ຮູູ້.
Categories
ສາຍສັງຄົມ

ສຶກສາຄວາມຕ້ອງການພັດທະນາຊັບພະຍາກອນມະນຸດໃນອຸດສາຫະກໍາທ່ອງທ່ຽວ ຂອງ ສປປ.ລາວ ກໍລະນີສຶກສາ: 3 ເຂດທ່ອງທ່ຽວຕົ້ນຕໍ

ລັດສະໝີ ວົງແສງຈັນ1; ບົວດໍາແສງຄໍາຄຸດລາວົງ2; ພັນປະກິດອ່ອນພັນດາລາ3; ກົງໃຈ ສິນໂນລັກ4 1ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ 2ມະຫາວິທະຍາໄລວິທະຍາໄລແຫ່ງຊາດ 1vlatsamy@yahoo.co.uk 2Buadam61@gmail.com 3o.phanhpakit@gmail.com 4sinnoluc@gmail.com

ບົດຄັດຫຍໍ້

ການ​ຄົ້ນ​ຄວ້າໃນຄັ້ງ​ນີ້ມີ​ຈຸດປະສົງ​ເພື່ອສຶກສາສະພາບທົ່ວໄປຂອງການພັດທະນາຊັບພະຍາກອນມະນຸດ, ຮູບແບບຄວາມຕ້ອງການພັດທະນາຊັບພະຍາກອນມະນຸດແລະບັນຫາອຸປະສັກໃນການພັດທະນາຊັບພະຍາກອນມະນຸດໃນອຸດສາຫະກໍາທ່ອງທ່ຽວ, ປຽບທຽບຄວາມຕ້ອງການໃນການພັດທະນາຊັບພະຍາກອນມະນຸດດ້ານການຝຶກອົບຮົມແລະດ້ານການຍົກລະດັບການສຶກສາຂອງອຸດສາຫະກໍາທ່ອງທ່ຽວໂດຍແຍກຕາມປະເພດອຸດສາຫະກໍາທ່ອງທ່ຽວແລະປຽບທຽບຄວາມຕ້ອງການໃນການພັດທະນາຊັບພະຍາກອນມະນຸດດ້ານການຝຶກອົບຮົມແລະດ້ານການຍົກລະດັບການສຶກສາໂດຍແຍກຕາມທີ່ຕັ້ງອຸດສາຫະກໍາທ່ອງທ່ຽວຂອງແຕ່ລະເຂດສໍາລັບຜູ້ບໍລິຫານໃນອຸດສາຫະກໍາທ່ອງທ່ຽວໃນສປປລາວ. ການ​ສຶກສາ​ຄັ້ງ​ນີ້​ແມ່ນ​ນໍາໃຊ້​ວິທີ​ການ​ສຶກສາ​ແບບສຳຫຼວດ​ໂດຍ​ນໍາ​ໃຊ້​ກຸ່ມ​ຕົວຢ່າງ​ທັງ​ໝົດ 156 ​ບໍລິສັດ, ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​​​ແມ່ນ​ໃຊ້​ສະຖິຕິ​ພັນ​ລະນາ​ແລະ​ສະຖິຕິ​ອ້າງ​ອີງດ້ວຍ​ການ​ແປ​ຄວາມ​ໝາຍ​ໃນ​ລັກສະນະ​ຄວາມ​ຖີ່, ຄ່າ​ສະ​ເລ່ຍ, ການ​ທົດ​ສອບ​ສົມມຸດ​ຖານ t-test ແລະ One way ANOVA.      ຜົນການສຶກສາພົບວ່າ:​ ອຸດສາຫະກໍາທ່ອງທ່ຽວສ່ວນຫຼາຍ ​​ເປັນບໍລິສັດຈໍາກັດຜູ້ດຽວ, ເປັນ​ປະເພດທຸລະກິດກ່ຽວກັບໂຮງແຮມ-ຣີສອດ, ມີຈໍານວນພະນັກງານຕໍ່າກວ່າ 20 ຄົນ, ມີ​ໄລຍະດໍາເນີນທຸລະກິດຢູ່ໃນຊ່ວງ 5-10 ປີ, ການຮັບພະນັກງານສະເລ່ຍຕໍ່ປີແມ່ນ 1-2 ຄົນຕໍ່ປີ ແລະ ມີງົບປະມານພັດທະນາບຸກຄະລາກອນແຕ່ລະປີຕໍ່າກວ່າ 5% ຂອງງົບດໍາເນີນງານ.ລັກສະນະການ​ພັດທະນາບຸກຄະລາກອນໃນອົງກອນຜູ້ບໍລິຫານສ່ວນຫຼາຍເຄີຍເຂົ້າຝຶກອົບຮົມ 1-2 ຄັ້ງ, ​ວິທີພັດທະນາບຸກຄະລາກອນ​ແມ່ນການຝຶກອົບຮົມໄລຍະສັ້ນ, ​ ​ຊ່ວງເດືອນທີ່ເໝາະສົມໃນການໃຊ້ຝຶກອົບຮົມຈະແມ່ນລະຫວ່າງເດືອນ 7 ຫາເດືອນ 9,ຈໍານວນມື້ທີ່​ເໝາະ​ສົມໃນ​ການ​ໃຊ້​ຝຶກ​ອົບຮົມໃນໄລຍະ 3 ຫາ 5 ມື້ ​ແລະອຸປະສັກຫຼືຂໍ້ຫຍຸ້ງຍາກໃນການພັດທະນາບຸກຄະລາກອນໃນອົງກອນແມ່ນຍ້ອນບັນຫາພາລະໜ້າວຽກຫຼາຍ.ລະດັບຄວາມຕ້ອງການດ້ານການ​ຝຶກ​ອົບຮົມຂອງ​ຜູ້​ບໍລິຫານສໍາລັບໝວດບໍລິຫານທຸລະກິດແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ຫຼາຍ; ສໍາລັບ    ໝວດພາສາຕ່າງປະເທດແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ປານກາງແລະສໍາລັບ​ໝວດທັກສະວິຊາສະເພາະແມ່ນ​​ມີຄວາມຕ້ອງການດ້ານການ​ຝຶກ​ອົບຮົມໃນພາບລວມສະເລ່ຍ​ໃນ​ລະດັບ​ຫຼາຍ​. ສາຂາ​ວິຊາ​ທີ່ຕ້ອງການຍົກລະດັບ​ຂອງ​ຜູ້​ບໍລິຫານ​ໂດຍ​ລຽງລຳດັບ​ຄວາມ​ຄິດ​ເຫັນ​ສະ​ເລ່ຍ​ແຕ່ຫຼາຍຫາໜ້ອຍມີ​ຄື: ການ​ບໍລິຫານການທ່ອງທ່ຽວລະດັບຫຼາຍທີ່ສຸດ; ພາສາ​ອັງກິດສໍາລັບທຸລະກິດ,​ ການບໍລິຫານ​ການຕະຫຼາດ, ການ​ບໍລິຫານການ​ໂຮງ​ແຮມລະດັບຫຼາຍ, ການບັນຊີ,ບໍລິຫານການ​ເງິນແລະການ​ບໍລິຫານ​ບຸກຄະລາ​ກອນຢູ່ໃນລະດັບຫຼາຍ​; ການ​ບໍລິຫານການຂົນສົ່ງຢູ່ໃນລະດັບປານກາງເທົ່ານັ້ນ.ຜົນ​ຂອງການ​ທົດ​ສອບ​ສົມມຸດ​ຖານ​ໂດຍ​ຈຳ​ແນ​ກຕາມ​ຕາມປະເພດອຸດສາຫະກໍາທ່ອງທ່ຽວແລະທີ່ຕັ້ງຂອງອຸດສາຫະກໍາທ່ອງທ່ຽວຂອງ​ຜູ້​ບໍລິຫານ​ເຫັນ​ວ່າ: ຜູ້ບໍລິຫານທີ່ຢູ່ໃນປະເພດອຸດສາຫະກໍາທ່ອງທ່ຽວທີ່ຕ່າງກັນຈະມີຄວາມຄວາມຕ້ອງການຝຶກອົບຮົມໃນສາຂາວິຊາໝວດບໍລິຫານທຸລະກິດແລະໃນສາຂາວິຊາໝວດພາສາຕ່າງປະເທດສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ95%, ຄວາມຕ້ອງການຍົກລະດັບໃນສາຂາວິຊາຕ່າງໆສ່ວນຫຼາຍແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ99%; ຜູ້ບໍລິຫານທີ່ຢູ່ໃນທີ່ຕັ້ງຂອງອຸດສາຫະກໍາທ່ອງທ່ຽວທີ່ຕ່າງກັນຈະມີຄວາມຄວາມຕ້ອງການຝຶກອົບຮົມໃນສາຂາວິຊາໝວດບໍລິຫານທຸລະກິດແລະໃນສາຂາວິຊາໝວດພາສາຕ່າງປະເທດຕ່າງໆສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ 95%. ຄວາມຕ້ອງການຍົກລະດັບໃນສາຂາວິຊາຕ່າງໆສ່ວນຫຼາຍບໍ່ແຕກຕ່າງກັນດ້ວຍລະດັບຄວາມເຊື່ອໝັ້ນ 95%.

Categories
ສາຍສັງຄົມ

ສຶກສາໂອກາດໃນການສົ່ງເສີມການລົງທຶນຂອງຈີນ ຢູ່ ສປປ.ລາວ ແບບຍືນຍົງ

ລັດສະໝີ ວົງແສງຈັນ1; ສິດທິໄຊ ໄຊຍະວົງ2; ຈິນດາວົງ ໄຊຍະສິນ3; ບຸດສະບາແພງດວງ4; ພູລັດສະໝີ ເພັດທະນູລັດ5 1ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ 2ມະຫາວິທະຍາໄລວິທະຍາໄລແຫ່ງຊາດ 1vlatsamy@yahoo.co.uk 2x.sithixay@gmail.com 3chindavongsa@yahoo.fr 4b.phengdouang@nuol.edu.la 5phoulathsamee@gmail.com

ບົດຄັດຫຍໍ້

ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອສຶກສາຮູບແບບລັກສະນະຂອງຫົວໜ່ວຍວິສາຫະກິດຈີນທີ່ລົງທຶນຢູ່ ສປປ.ລາວ, ສຶກສາຄວາມຄິດເຫັນຂອງນັກທຸລະກິດຈີນທີ່ມີຕໍ່ສະພາບແວດລ້ອມທາງດ້ານເສດຖະກິດ, ການເມືອງ, ວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມທໍາມະຊາດາທີ່ກ່ຽວກັບໂອກາດໃນການລົງທຶນຂອງນັກລົງທຶນຈີນຢູ່ ສປປ.ລາວ ແລະ ສຶກສາສະພາບຂໍ້ຫຍຸ້ງຍາກ ແລະ ອຸປະສັກໃນການດໍາເນີນທຸລະກິດຂອງນັກລົງທຶນຂອງຈີນຢູ່ ສປປ.ລາວ. ການສຶກສາຄັ້ງນີ້ແມ່ນນໍາໃຊ້ວິທີການສຶກສາແບບສຳຫຼວດໂດຍນໍາໃຊ້ກຸ່ມຕົວຢ່າງທັງໝົດ 100 ບໍລິສັດ, ໃນການວິເຄາະຂໍ້ມູນແມ່ນໃຊ້ສະຖິຕິພັນລະນາ ແລະ ສະຖິຕິອ້າງອີງດ້ວຍການແປຄວາມໝາຍໃນລັກສະນະຄວາມຖີ່, ຄ່າສະເລ່ຍ, ການທົດສອບສົມມຸດຖານ One way ANOVA.      ຜົນຂອງການສຶກສາເຫັນວ່າ: ວິສາຫະກິດສ່ວນຫຼາຍແມ່ນຂະແໜງການຄ້າ, ແມ່ນວິສາຫະກິດສ່ວນບຸກຄົນ,  ມີຈໍານວນພະນັກງານຕໍ່າກວ່າ 10 ຄົນ, ຜູ້ປະກອບກິດຈະການສ່ວນຫຼາຍເປັນເພດຊາຍ, ມີອາຍຸຢູ່ລະຫວ່າງ 30-39 ປີ, ມີລະດັບການສຶກສາຈົບມັດທະຍົມປາຍ ແລະ ມີປະສົບການໃນການດໍາເນີນທຸລະກິດຢູ່ລະຫວ່າງ 1-5 ປີ. ລະດັບຄວາມຄິດເຫັນກ່ຽວກັບໂອກາດໃນການສົ່ງເສີມການລົງທຶນຂອງນັກລົງທຶນຈີນຢູ່ລາວຂອງຜູ້ປະກອບກິດຈະການ ໃນດ້ານເສດຖະກິດໃນພາບລວມສະເລ່ຍໃນລະດັບປານກາງ, ດ້ານການເມືອງໃນພາບລວມສະເລ່ຍໃນລະດັບຫຼາຍ, ດ້ານວັດທະນະທໍາ-ສັງຄົມ ແລະ ປະຫວັດສາດ ໃນພາບລວມສະເລ່ຍໃນລະດັບປານກາງ ແລະ  ດ້ານສິ່ງແວດລ້ອມ ແລະ ພູມີປະເທດ ໃນພາບລວມສະເລ່ຍໃນລະດັບປານກາງ. ຜົນຂອງການທົດສອບສົມມຸດຖານໂດຍຈຳແນກຕາມຕາມປະເພດທຸລະກິດ, ຂະໜາດວິສາຫະກິດ, ລະດັບການສຶກສາ ແລະ ໄລຍະເວລາໃນການດໍາເນີນທຸລະກິດຂອງຜູ້ປະກອບການເຫັນວ່າ:  ຜູ້ປະກອບກິດຈະການທີ່ຢູ່ໃນປະເພດທຸລະກິດທີ່ຕ່າງກັນຈະມີລະດັບຄວາມຄິດເຫັນກ່ຽວກັບໂອກາດໃນການສົ່ງເສີມການລົງທຶນຢູ່ ສປປລາວ ແບບຍືນຍົງ ທັງໝົດທຸກດ້ານບໍ່ແຕກຕ່າງກັນ ດ້ວຍລະດັບຄວາມເຊື່ອໝັ້ນ 95%, ຜູ້ປະກອບກິດຈະການທີ່ມີຂະໜາດວິສາຫະກິດທີ່ຕ່າງກັນ ຈະມີລະດັບຄວາມຄິດເຫັນກ່ຽວກັບໂອກາດໃນການສົ່ງເສີມການລົງທຶນຢູ່ ສປປລາວ ແບບຍືນຍົງ ສ່ວນຫຼາຍບໍ່ແຕກຕ່າງກັນ ດ້ວຍລະດັບຄວາມເຊື່ອໝັ້ນ 95%, ຍົກເວັ້ນໃນດ້ານ ດ້ານສິ່ງແວດລ້ອມ ແລະ ພູມີປະເທດ ຈະແຕກຕ່າງກັນ ດ້ວຍລະດັບຄວາມເຊື່ອໝັ້ນ 95%, ຜູ້ປະກອບກິດຈະການທີ່ມີລະດັບການສຶກສາແຕກຕ່າງກັນຈະມີລະດັບຄວາມຄິດເຫັນກ່ຽວກັບໂອກາດໃນການສົ່ງເສີມການລົງທຶນຢູ່ ສປປລາວ ແບບຍືນຍົງ ທັງໝົດທຸກດ້ານບໍ່ແຕກຕ່າງກັນ ດ້ວຍລະດັບຄວາມເຊື່ອໝັ້ນ 95%, ຜູ້ປະກອບກິດຈະການທີ່ມີໄລຍະເວລາດໍາເນີນທຸລະກິດທີ່ຕ່າງກັນຈະມີລະດັບຄວາມຄິດເຫັນກ່ຽວກັບໂອກາດໃນການສົ່ງເສີມການລົງທຶນຢູ່ ສປປລາວ ແບບຍືນຍົງ ທັງໝົດທຸກດ້ານບໍ່ແຕກຕ່າງກັນ ດ້ວຍລະດັບຄວາມເຊື່ອໝັ້ນ 95%. 

Categories
ສາຍສັງຄົມ

ພຶດຕິກໍາການເລືອກໃຊ້ບໍລິການໆທ່ອງທ່ຽວຂອງນັກທ່ອງທ່ຽວ​ອາເມລິກາໃນ​ນະຄອນຫຼວງວຽງຈັນ

ອຈ. ພຸດທະ​ສອນ ນວນ​ສະຫວັນ ອຈ. ສາລິກາ ອ່ອນ​ສີ ອຈ. ມະນີຍົມ ດອກດວງນາລີ ອຈ. ກັນຫາ​ ແສງ​ມະນີ

ບົດ​ຄັດ​ຫຍໍ້

ການຄົ້ນຄວ້າໃນຫົວຂໍ້ພຶດຕິກໍາ​ການທ່ອງທ່ຽວຂອງນັກທ່ອງທ່ຽວອາເມລິກາ ໃນນະຄອນຫຼວງວຽງຈັນ ຊຶ່ງ​ປະກອບ​ດ້ວຍ 3 ຈຸດປະສົງ​ຄື: ຊອກຮູ້ເຖິງພຶດຕິ​ກໍາຂອງນັກທ່ອງທ່ຽວອາເມລິກາຕໍ່ການໃຊ້​ບໍລິການດ້ານ​ການທ່ອງ​ທ່ຽວ​, ຊອກຮູ້ເຖິງປັດ​ໄຈ​ທີ່ມີ​ອິດ​ທິພົນ​ຕໍ່​ການຕັດສິນໃຈຂອງນັກທ່ອງທ່ຽວອາເມລິກາໃນການ​​ໃຊ້​ບໍລິການ​ດ້ານ​ການທ່ອງທ່ຽວ, ຊອກຮູ້​ບັນຫາ ​ແລະ ຂໍ້​ສະ​ເໜີ​ແນະ​ຕ່າງໆ ທີ່​ນັກ​ທ່ອງ​ທ່ຽວອາເມລິກາມີ​ຕໍ່​ການ​ໃຊ້​ບໍລິການໆທ່ອງ​ທ່ຽວ​ໃນ​ນະຄອນຫຼວງວຽງຈັນ. ຜູ້​ຄົ້ນຄວ້າໄດ້​ສຶກສາ​ຈາກນັກ​ທ່ອງ​ທ່ຽວ​ອາເມລິກາທີ່​ເດີນທາງ​ມາ​ທ່ອງ​ທ່ຽວ​ໃນ​ນະຄອນຫຼວງວຽງຈັນ​ຈໍານວນ​​ກຸ່ມ​ຕົວຢ່າງ​ທັງໝົດ​ແມ່ນ 397 ຄົນ ​​ໃນ​ການ​ຄົ້ນຄວ້າຄັ້ງນີ້​ແມ່ນໄດ້ດໍາ​ເນີນ​ການ​ຄົ້ນຄວ້າດ້ວຍ​ວິທີ​ປະລິມານ ຊຶ່ງຜົນ​ການ​ຄົ້ນຄວ້າມີດັ່ງນີ້:

ຈາກ​ຜົນການ​ວິ​ເຄາະ​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ການ​ຄົ້ນຄວ້າສາມາດ​ສະຫຼຸບ​ໄດ້ເຊັ່ນ: ສໍາລັບຈຸດປະສົງ​ທີ່ນັກທ່ອງທ່ຽວອາເມລິກາ​ເດີ​ນທາງມາ​ທ່ອງ​ທ່ຽວແມ່ນເພື່ອມາ​ພັກຜ່ອນ, ເວລາທີ່ໃຊ້​​ແມ່ນ 1 ອາທິດ, ຊ່ວງ​ເວລາ​ທີ່​ມັກ​​ເດີນທາງ​ ແມ່ນ​ພັກ​ປະ​ຈໍາປີ, ຮູບ​ແບບ​ການທ່ອງທ່ຽວທີ່​ນັກ​ທ່ອງ​ທ່ຽວສົນ​ໃຈ​ແມ່ນ​ທ່ອງທ່ຽວນິ​ເວດ​ຕາມແຄມ​ແມ່​ນໍ້າຂອງ, ການ​ທ່ອງ​ທ່ຽວທາງ​ວັດທະນະທໍາ ​ແລະ ປະ​ເພນີ, ທ່ອງທ່ຽວເປັນ​ໄລຍະ​ຍາວ, ຜູ້ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຕັດສິນ​ສິນ​ໃຈ​ເລືອກ​ແຫຼ່ງທ່ອງ​ທ່ຽວ ຫຼື ຈັດ​ໂປ​ແກຣມທ່ອງ​ທ່ຽວແມ່ນ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​​, ການ​ຮັບຮູ້​ຂໍ້​ມູນ​ແຫຼ່ງທ່ອງ​ທ່ຽວແມ່ນຈາກອິນ​ເຕີ​ນັດ, ຈໍານວນ​ຜູ້ທີ່ຮ່ວມ​ເດີນທາງ​ທ່ອງ​ທ່ຽວ​ 2 ຄົນ, ການ​​ເລືອກ​ໃຊ້​ບໍລິການ​ທ່ອງ​ທ່ຽວ​ດ້ວຍ​ຕົນ​ເອງ, ໂປ​ແກຣມທ່ອງ​ທ່ຽວໃນ​ເຂດ​ເທດສະບານແມ່ນ​ເລືອກທ່ອງທ່ຽວໃນເມືອງຈັນທະ​ບູລີ, ລັກສະນະ​​ແຫຼ່ງທ່ອງ​ທ່ຽວ ຫຼື ກິດຈະ​ກໍາແມ່ນທ່ອງ​ທ່ຽວ​ແຄມ​ແມ່​ນໍ້າ​ຂອງ, ຫໍພິພິ​ຕະພັນ​ສິນລະປະ​ວັດທະນະ​ທໍາບັນດາ​ເຜົ່າ ແລະ ປະຫວັດສາດ​.

          ປັດ​ໄຈທີ່​ມີ​ຜົນຕໍ່ການ​ຕັດສິນ​ໃຈຂອງ​ນັກ​ທ່ອງ​ທ່ຽວ​ອາເມລິກາໃນ​ການ​ເລືອກ​ໂປ​ແກຣມທົວໃນ​ນະຄອນຫຼວງ​ວຽງຈັນ ເຫັນ​ວ່ານັກ​ທ່ອງ​ທ່ຽວມີ​ການ​ຕັດສິນ​ໃຈ​ໃນ​ລະດັບ​ຫຼາຍຫາຫຼາຍສຸດ​ໃນທຸກໆ ດ້ານ​​ເຊັ່ນ: ຊື່ສຽງຂອງ​​ແຫຼ່ງທ່ອງ​ທ່ຽວ​ໃນດ້ານ​ທໍາ​ມະ​ຊາດ​, ຄວາມ​ສວຍ​ງາມ ​ແລະ  ໜ້າສົນ​ໃຈ​ຂອງ​ແຫຼ່ງທ່ອງ​ທ່ຽວ​ແມ່ນດ້ານວັດວາອາຣາມ​ໃນ​ນະຄອນຫຼວງວຽງຈັນ​, ຄວາມ​ສະດວກ​ສະບາຍ​ໃນ​ການ​​ໃຫ້​ບໍລິການ​ຂອງ​ເຈົ້າໜ້າທີ່​​,  ຄວາມບໍ່​ແອ​ອັດ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ແຫຼ່ງທ່ອງ​ທ່ຽວ​, ຄວາມ​ສະດວກ​ສະບາຍ​ໃນ​ການ​ສື່ສານ, ຄວາມ​ສະດວກ​ສະບາຍ​ ​ແລະ ຄວາມ​ສະອາດ​ຂອງ​ທີ່​ພັກ,  ດ້ານສະຖານ​ທີ່​ພັກ​ໃກ້​ກັບ​ແຫຼ່ງທ່ອງ​ທ່ຽວ, ໂປ​ແກ​ຣມທ່ອງ​ທ່ຽວ​ເໝາະສົມ​ກັບ​ຄ່າ​ໃຊ້​ຈ່າຍ​, ດ້ານຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງທ່ຽວແມ່ນການ​ຂັບ​ລົດ​ສ່ວນ​ຕົວ​ໄປ​ທ່ຽວ​ເອງ​ , ໄດ້​ຮັບ​ສ່ວນ​ຫຼຸດຈາກ​ການທ່ອງທ່ຽວ/ການ​ຈອງ​ທີ່​ພັກ, ສິ່ງ​ອໍານວຍ​ຄວາມ​ສະດວກ​ໃນ​ແຫຼ່ງທ່ອງ​ທ່ຽວ​ເຊັ່ນ: ​ໄຟຟ້າ, ນໍ້າ​ປະປາ, ຫ້ອງ​ນໍ້າ ​ ແລະ ສຸດທ້າຍໂປ​ແກຣມທ່ອງ​ທ່ຽວ​ເໝາະສົມ​ກັບ​​ໄລຍະ​ເວລາ.ໃນດ້ານ​ບັນຫາ ​ແລະ ຂໍ້​ສະ​ເໜີ​ແນະ​ຕ່າງໆ ທີ່​ນັກ​ທ່ອງ​ທ່ຽວອາເມລິກາມີ​ຕໍ່​ການ​ໃຊ້​ບໍລິການໆທ່ອງ​ທ່ຽວ​ໃນ​ນະຄອນຫຼວງວຽງຈັນມີຄື: ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໂປ​ແກຣມການທ່ອງທ່ຽວທີ່​ຈັດ​ຂຶ້ນເຫັນ​ວ່າ​ນັກທ່ອງທ່ຽວແມ່ນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໂປ​ແກ​ຣມການທ່ອງທ່ຽວແມ່ນຢູ່ໃນລະດັບຫຼາຍໃນທຸກໆ ດ້ານຕໍ່​ໂປແກ​ຣມການທ່ອງທ່ຽວ​ເຊັ່ນ: ໂປ​ແກຣມທົວ​ແມ່ນ​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້, ສິ່ງ​ອໍານວຍ​ຄວາມ​ສະດວກ​ໃນ​ແຫຼ່ງທ່ອງ​ທ່ຽວ​ເຊັ່ນ: ​ໄຟຟ້າ, ນໍ້າ​ປະປາ, ຫ້ອງ​ນໍ້າ, ສະຖານ​ທີ່​ທ່ອງ​ທ່ຽວມີ​ຄວາມ​ສວຍ​ງາມ, ໜ້າສົນ​ໃຈຄື​ກັບ​ໂຄສະນາ​ໄວ້ ​ ແລະ ຄວາມ​ສະດວກ​ສະບາຍ​ຂອງ​ສະຖານ​ທີ່​ພັກ​ແຮມຄື​ກັບ​ໂຄສະນາ. ສ່ວນບັນຫາ​ໃນ​ການເດີນທາງ​ທ່ອງທ່ຽວທີ່ນັກ​ທ່ອງ​ທ່ຽວອາ​ເມ​ລິ​ກາ​ພົບ​ເຫັນຫຼາຍແມ່ນ​​ເຫັນ​ວ່າຄ່າ​ບໍລິການ​ນໍາ​ທ່ຽວມີ​ລາຄາ​ແພງ, ສະພາບ​ທິວ​ທັດ​ໃນ​ແຫຼ່ງທ່ອງ​ທ່ຽວບໍ່​ເປັນ​ລະບຽບສວຍ​ງາມ​ເຊັ່ນ: ຮ້ານ​ຄ້າ​ແອ​ອັດ​ໂພດ,ຂີ້ຝຸ່ນ ແລະ ການເຊື່ອມ​ໂຍງ​ຂອງ​ແຫຼ່ງທ່ອງ​ທ່ຽວ

Categories
ສາຍສັງຄົມ

ສຶກສາຄວາມສໍາພັນລະຫວ່າງແຫຼ່ງນໍ້າ ແລະ ການເກີດພະຍາດໄຂ້ເລືອດອອກກໍລະນີສຶກສາ: ນະຄອນຫຼວງວຽງຈັນ

ຜູ້ຄົ້ນຄວ້າ: ປທ. ນາງ ປາລະມີ ຈັ້ງລືໄຊ Name and Surname: Palamy Changleuxai ພາກວິຊາພູມີສາດ ແລະ ສາລະສົນເທດສາດ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ Department of Geography and Information Science, Faculty of Social Sciences, National University of Laos ອີເມວ (E-mail): palamy.ch@gmail.com ເບີໂທລະສັບ (Tel): +85620 55363653

ບົດຄັດຫຍໍ້

ໄຂ້ເລືອດອອກເປັນພະຍາດທີ່ມີແຜ່ລະບາດທົ່ວໂລກ ແລະ ມີປະຊາກອນຫຼາຍກວ່າ 70% ໃນໂລກອາໄສຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ການຕິດພະຍາດດັ່ງກ່າວໂດຍສະເພາະແມ່ນເຂດທີ່ມີອາກາດຮ້ອນຊຸ່ມເຊັ່ນ: ຂົງເຂດອາຊີອາເວັນອກກສ່ຽງໃຕ້. ເວົ້າສະເພາະປະເທດລາວ, ມີການລາຍງານຜູ້ຕິດພະຍາດໄຂ້ເລືອດອອກຕັ້ງແຕ່ປີ 1983 ແລະ ມີການລະບາດໃຫຍ່ໃນປີ 1985, 1987, 1995, 1996, 1998, 2003, 2010, 2017 ແລະ 2019. ໃນແຕ່ລະປີມີຈໍານວນຜູ້ຕິດເຊື້ອຫຼາຍກວ່າ 1,000 ກໍລະນີ ແລະຫຼາຍກວ່າບັນດາແຂວງອື່ນໆແມ່ນຢູ່ນະຄອນຫຼວງວຽງຈັນ. ສາເຫດການເກີດຂຶ້ນຂອງພະຍາດໄຂ້ເລືອດອອກແມ່ນກ່ຽວຂ້ອງກັບຫຼາຍປັດໄຈ ແລະ ນຶ່ງໃນນັ້ນແມ່ນປັດໄຈທາງດ້ານສິ່ງແວດລ້ອມ. ບົດສຶກສາຄົ້ນຄວ້ານີ້ມີຈຸດປະສົງສຶກສາຄວາມສຳພັນກັນຂອງພະຍາດໄຂ້ເລືອດອອກ ແລະ ແຫຼ່ງນໍ້າຕ່າງໆໂດຍນໍາໃຊ້ຂໍ້ມູນພາບຖ່າຍດາວທຽມ Planet Scope ແລະ Rapid Eyes ເພື່ອສຶກສາແຫຼ່ງນໍ້າເທິງຫນ້າດິນແລ້ວນໍາມາສົມທຽບກັບຂໍ້ມູນປະລິມານນໍ້ຝົນ (Rainfall) ແລະ ພະຍາດໄຂ້ເລືອດອອກ (Dengue Fever) ແລະໄລຍະການເກີດຂອງພະຍາດໄຂ້ເລືອດອອກ (Lag1, Lag2). ການສຶກສານີ້ແມ່ນໄດ້ເນັ້ນໃສ່ການລະບາດຂອງພະຍາດປີ 2017 ເນື່ອງຈາກຂໍ້ມູນທີ່ຈໍາເປັນຕ້ອງໃຊ້ແມ່ນສາມາດສະໜອງໃຫ້ກັບບົດຄົ້ນຄວ້ານີ້ໄດ້ເຊັ່ນ: ຂໍ້ມູນທາງພື້ນທີ່ຂອງພະຍາດໄຂ້ເລືອດອອກ, ແລະ ຂໍ້ມູນພາບຖ່າຍດາວທຽມ. ວິທີການສຶກສາໃນຄັ້ງນີ້ຜູ້ຄົ້ນຄວ້າໄດ້ນໍາໃຊ້ວິທີການຂອງ NDWI (Normalized Difference Water Index) ແລະ NDMI (Normalized Difference Moisture Index) ເພື່ອສຶກສາແຫຼ່ງນໍ້າເທິງຫນ້າດິນໃນໄລຍະເວລາທີ່ແຕກຕ່າງກັນຄື ເລີ່ມແຕ່ເດືອນມັງກອນເຖິງເດືອນທັນວາ ປີ 2017. ຈາກນັ້ນໄດ້ນໍາໃຊ້ວິທີການ Spearman Correlation ແລະ Regression Analysis ເພື່ອສຶກສາຄວາມພົວພັນລະຫວ່າງແຫຼ່ງນໍ້າ, ປະລິມານນໍ້າຝົນ ແລະ ພະຍາດໄຂ້ເລືອດອອກ. ຈາກຜົນຂອງການຄົ້ນຄວ້າພົບວ່າແຫຼ່ງນໍ້າເທິງຫນ້າດິນ ແລະ ປະລິມານນໍ້າຝົນແມ່ນມີຄວາມສໍາພັນກັບພະຍາດໄຂ້ເລືອດອອກຢູ່ໃນລະດັບທີ່ສໍາຄັນ. ຕໍ່ກັບການຂະຫຍາຍຕົວຂອງຍຸງເຫັນວ່າບໍ່ມີຄວາມສໍາພັນກັນຮ່ວມກັບແຫຼ່ງນໍ້າ, ແຕ່ມີຄວາມສຳພັນຮ່ວມກັບປະລິມານນໍ້າຝົນຢູ່ໃນລະດັບທີ່ສຳຄັນ.

Categories
ສາຍສັງຄົມ

ຄວາມທ້າທາຍໃນການຫຼຸດຜ່ອນ ແລະ ການແກ້ໄຂຄວາມທຸກຍາກຂອງຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ບ້ານຫາງລ້ອງ, ເມືອງຊໍາໃຕ້, ແຂວງຫົວພັນ

ປອ. ນ. ສົມຄິດ ບູລິດໍາ ເບີໂທ : 020 2243 9023 ອີເມວ: somkhit@nuol.edu.la.com

ບົດຄັດຫຍໍ້

ການສຶກສາຄວາມທ້າທາຍໃນການຫຼຸດຜ່ອນ ແລະ ການແກ້ໄຂຄວາມທຸກຍາກຂອງຊາວກະສິ ກອນທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ບ້ານຫາງລ້ອງ, ເມືອງຊໍາໃຕ້, ແຂວງຫົວ  ພັນປະກອບດ້ວຍ 2 ຈຸດປະສົງຄື: 1. ສຶກສາສະພາບການປ່ຽນແປງດິນຟ້າອາກາດທີ່ມີຜົນກະທົບຕໍ່ກັບຜົນຜະລິດເຂົ້າຂອງປະຊາຊົນບ້ານຫາງລ້ອງ; 2. ສຶກສາເຖິງຄວາມອາດສາມາດ ແລະ ທ່າແຮງໃນການປັບຕົວຂອງປະຊາຊົນບ້ານຫາງລ້ອງເພື່ອຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ໂດຍໃຊ້ວິທີການສຶກສາແບບປະລິມານ ແລະ ຄຸນນະພາບ, ກຸ່ມຕົວຢ່າງ 84 ຄອບຄົວ ຊຶ່ງໄດ້ກໍານົດເອົາ 100% ຂອງຈໍານວນຄອບຄົວທັງໝົດ.ຜົນຂອງການສຶກສາພົບວ່າ: ການປ່ຽນແປງອຸນຫະພູມ ແລະ ປະລິມານນໍ້າຝົນຕະຫຼອດເຖິງຮູບແບບການກະຈາຍຂອງຝົນ ແລະ ຊ່ວງໄລຍະເວລາຂອງຝົນໄດ້ມີຜົນຕໍ່ຜົນຜະລິດເຂົ້າ. ຜົນຜະລິດເສຍໃນລະດັບກາງແມ່ນ 45% ເສຍຫາຍສູງສຸດແມ່ນ >70%. ຜົນກະທົບການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດກໍຄືການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະແມ່ນປະຊາ ຊົນຜູ້ທຸກຍາກຍິ່ງປະສົບກັບບັນຫາໃນການດໍາລົງຊີວິດ. ສະນັ້ນ, ການປັບຕົວເປັນສິ່ງທີ່ສໍາຄັນໃນການ ດໍາລົງຊີວິດ. ການປັບຕົວຂອງປະຊາຊົນບ້ານຫາງລ້ອງແມ່ນມີຄວາມຫຼາກຫຼາຍ ຊຶ່ງຂຶ້ນກັບເງື່ອນໄຂຂອງແຕ່ລະຄອບຄົວເປັນຕົ້ນແມ່ນການເຮັດນາແຊງ, ການລ້ຽງສັດ, ການເກັບກູ້ເຄື່ອງປ່າຂອງດົງ, ການຕໍ່າຫູກ, ລ້ຽງມ້ອນ, ການປູກພືດທາດແປ້ງສໍາຮອງ, ເປັນກໍາມະກອນຊົ່ວຄາວ ແລະ ອື່ນໆ. ເຖິງວ່າວິທີການປັບຕົວທີ່ກ່າວມາສ່ວນໜຶ່ງຍັງເປັນວຽກກະສິກໍາທີ່ກ່ຽວຂ້ອງການປ່ຽນແປງດິນຟ້າອາກາດ, ແຕ່ກໍສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ສ່ວນໃດສ່ວນໜຶ່ງເປັນຕົ້ນແມ່ນການຂາຍສັດລ້ຽງ ແລະ ການເກັບກູ້ເຄື່ອງປ່າຂອງດົງ. ທ່າແຮງໃນການຫຼຸດພົ້ນອອກຈາກຄວາມທຸກຍາກໃນປັດຈຸບັນແມ່ນອີງໃສ່ຄວາມອາດສາມາດຂອງແຕ່ລະຄອບຄົວ, ຍັງບໍ່ທັນມີຮູບແບບ ແລະ ວິທີການໃນການປັັບຕົວທີ່ໂດດເດັ່ນ ຊຶ່ງເປັນພຽງແຕ່ການໜູນໃຊ້ແບບວິທີທີ່ເຄີຍປະຕິບັດກັນມາເທົ່ານັ້ນ. ທາງລັດຖະບານ ແລະ ພາກ ສ່ວນກ່ຽວຂ້ອງຍັງມີງົບປະມານຈໍາກັດໃນການທຸ້ມເທໃສ່ວຽກງານດັ່ງກ່າວຢ່າງທົ່ວເຖິງ ແລະ ເປັນຮູບປະທໍາ.

Categories
ສາຍສັງຄົມ

ການປ່ຽນແປງການນໍາໃຊ້ພື້ນທີ່ກະສິກໍາຂອງປະຊາຊົນ ບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ

ຂຽນໂດຍ: ນາງ ກັນຫາ ແສງມະນີ ໂທລະສັບ: 020 5685 6919 ອີເມວ: kanha SENGMANY@yahoo.com

ບົດ​ຄັດຫຍໍ້

ສໍາລັບການສຶກສາໃນເລື່ອງກ່ຽວກັບ “ການປ່ຽນແປງການນໍາໃຊ້ພື້ນທີ່ກະສິກໍາຂອງປະຊາຊົນ ບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ” ຜູ້ສຶກສາໄດ້ຕັ້ງຈຸດປະສົງໄວ້ດັ່ງນີ້   1. ສຶກສາປັດໄຈທີ່ສົ່ງຜົນສະ ທ້ອນຕໍ່ການປ່ຽນແປງການນໍາໃຊ້ທີ່ດິນກະສິກໍາໃນຂອບເຂດບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ ແລະ 2. ສຶກສາຜົນກະທົບຈາກການປ່ຽນແປງການນໍາໃຊ້ທີ່ດິນກະສິກໍາຕໍ່ການພັດທະນາເສດຖະກິດຄອບຄົວຂອງປະຊາຊົນໃນບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ ເຊິ່ງມີວິທີການສຶກສາທາງດ້ານປະລິມານ ແລະ  ຄຸນນະພາບ, ຜົນຂອງການສຶກສາໃນຄັ້ງນີ້ມີຄື: 

ສາເຫດທີ່ພາໃຫ້ມີການປ່ຽນແປງການນໍາໃຊ້ພື້ນທີ່ກະສິກໍາມີປັດໄຈດ້ານກາຍະພາບຄື: ລັກສະນະພູມສັນຖານ, ປະລິມານນໍ້າຕາມແຫຼ່ງນໍ້າທໍາມະຊາດ, ສະພາບຟ້າອາກາດທີ່ເອື້ອອໍານວຍ, ນອກນີ້ກໍມີປັດໄຈທາງດ້ານເສດຖະກິດ-ສັງຄົມ ທີ່ເປັນຕົວຊີ້ວັດເຖິງການປ່ຽນແປງການນໍາໃຊ້ທີ່ດິນຄືຂະໜາດຂອງການນໍາໃຊ້ເນື້ອທີ່ດິນຕ່າງກັນ, ແນວທາງນະໂຍບາຍສົ່ງເສີມການປູກພືດເປັນສິນຄ້າຂອງເອກະຊົນໂດຍມີລັດຄຸ້ມຄອງ, ການພັດທະນາໂຄງລ່າງ, ເສັ້ນທາງ ແລະ ໄຟຟ້າຂອງລັດ ເປັນສິ່ງສໍາຄັນໃນການເສີມຂະຫຍາຍພື້ນທີ່ທໍາການຜະລິດກະສິກໍາຢ່າງກວ້າງ ຂວາງ, ປະຊາກອນ ແລະ ການປະກອບອາຊີບ, ການຂະຫຍາຍຕົວຂອງຕະຫຼາດ ປະລິມານຂອງຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນຈາກແຫຼ່ງພື້ນທີ່ການຜະລິດກະສິກໍາໃນເຂດບ້ານສາກົກ, ການຂະຫຍາຍຕົວດ້ານເຕັກໂນໂລຊີໃນປັດຈຸບັນ. ປັດໄຈດ້ານການຍ້າຍຖິ່ນມີຜົນຕໍ່ ການປ່ຽນແປງການນໍາໃຊ້ທີ່ດິນກະສິິກໍາໃນເຂດບ້ານສາກົກ ແມ່ນການຍ້າຍອອກໄປບ່ອນອື່ນ ແລະ ຍ້າຍເຂົ້າມາແມ່ນບໍ່ມີຜົນຕໍ່ການນຳໃຊ້ພື້ນທີ່ດິນກະສິກໍາ.ຜົນກະທົບຈາກການປ່ຽນແປງການນໍາໃຊ້ທີ່ດິນກະສິກໍາ ໄດ້ສົ່ງຜົນຕໍ່ການພັດທະນາເສດຖະກິດຄອບຄົວຂອງປະຊາຊົນໃນບ້ານສາກົກ ມີທັງດ້ານບວກ: ແມ່ນສາມາດສ້າງລາຍຮັບຂອງຄົນໃນຄອບຄົວ ເພີ່ມຂຶ້ນ, ມີຄວາມສາມາດຊື້ພາຫະນະຮັບໃຊ້ໃນການຜະລິດກະສິກໍາ, ຊື້ອຸປະກອນມາຮັບໃຊ້ຊີວິດຂອງຄົນໃນຄົວເຮືອນ, ປະຊາຊົນມີການພົວພັນສັງຄົມຢ່າງກວ້າງຂວາງຫຼາຍຂຶ້ນ. ດ້ານລົບຄື: ຜົນກະທົບທາງດ້ານລົບມີການໃຊ້ຈ່າຍຂອງຄົວເຮືອນໃນປັດຈຸບັນຈ່າຍເພີ່ມຂຶ້ນ ເຊັ່ນດ້ານສະບຽງອາຫານສູງຂຶ້ນ, ຄ່າໃຊ້ຈ່າຍເຂົ້າໃນການຜະລິດກະສິກໍາກໍຈ່າຍຫຼາຍຂຶ້ນ ຈາກລາຍຮັບທີ່ໄດ້ ແລະ ລາຍຈ່າຍທີ່ເພີ່ມສົ່ງຜົນເຮັດໃຫ້ມີອັດຕາຄ່າໃຊ້ຈ່າຍຂອງຄົນໃນຄອບຄົວແມ່ນສາມາດກຸ້ມຕົນເອງ ແລະ ສະສົມເປັນທຶນແຮໄວ້ມີເງິນພຽງພໍໃຊ້ ແລະ ຈ່າຍໃນຄອບຄົວ.

Categories
ສາຍສັງຄົມ

ການເຊື່ອມໂຍງດ້ານການທ່ອງທ່ຽວຂອງຄະນະວິທະຍາສາດສັງຄົມກັບບັນດາມະຫາວິທະຍາໄລໃນເຄືອຂ່າຍປະເທດອາຊຽນ

ຊອ ປທ. ນາງ ສີປະໄພ ປັນຕະຍານົນ Mvlomonosov@yahoo.com

ບົດຄັດຫຍໍ້

   ການສຶກສາເລື່ອງ ການເຊື່ອມໂຍງດ້ານການທ່ອງທ່ຽວຂອງຄະນະວິທະຍາສາດສັງຄົມກັບບັນດາມະຫາວິທະຍາ ໄລໃນເຄື່ອຂ່າຍປະເທດອາຊຽນ ຊຶ່ງຈຸດປະສົງຂອງການສຶກສາປະກອບມີ 1) ສຶກສາຄວາມຈໍາເປັນຂອງການເຊື່ອມໂຍງທາງດ້ານການທ່ອງທ່ຽວຂອງຄະນະວິທະຍາສາດສັງຄົມກັບມະຫາວິທະຍາໄລໃນເຄືອຂ່າຍປະເທດອາຊຽນ, 2) ສຶກສາສິ່ງທີ່ເປັນບັນຫາໃນການເຊື່ອມໂຍງດ້ານການທ່ອງທ່ຽວຂອງຄະນະວິທະຍາສາດສັງຄົມກັບມະຫາວິທະຍາໄລໃນເຄື່ອຂ່າຍປະເທດອາຊຽນ ແລະ 3) ສຶກສາແນວທາງໃນການເຊື່ອມໂຍງດ້ານການທ່ອງທ່ຽວຂອງຄະນະວິທະຍາ ສາດສັງຄົມກັບມະຫາວິທະຍາໄລໃນເຄື່ອຂ່າຍປະເທດອາຊຽນ ໂດຍນໍາໃຊ້ວິທີການສຶກສາແບບປະລິມານ ແລະ ຄຸນນະພາບ, ກຸ່ມຕົວຢ່າງສຶກສາທາງດ້ານປະລິມານມີ 104 ຄົນ ແລະ ກຸ່ມຕົວຢ່າງທາງດ້ານຄຸນນະພາບມີ 8 ທ່ານ.

    ຜົນການສຶກສາພົບວ່າ: ການເຊື່ອມໂຍງເຫັນວ່າຄວາມຈໍາເປັນໃນການພັດທະນາຫຼັກສູດ ໂດຍລວມແມ່ນມີຄວາມຈໍາເປັນຢູ່ໃນລະດັບຫຼາຍ ມີຄ່າ(X=4.07) ມີຄ່າ (SD=0.74), – ດ້ານຄວາມຈໍາເປັນໃນການພັດທະນາແລກປ່ຽນອາຈານສອນ ແລະ ນັກສຶກສາ ໂດຍລວມຢູ່ໃນລະດັບຫຼາຍ ເຊິ່ງມີຄ່າ (X=4.24) ແລະ ມີຄ່າ (SD= 0.75), ກ່ຽວກັບຄວາມຈໍາເປັນໃນການພັດທະນາເອກະສານ-ຕໍາລາ ຮັບໃຊ້ການຮຽນການສອນ ໂດຍລວມແມ່ນຢູ່ໃນລະດັບດີ ໂດຍມີຄ່າ(X=4.17) ແລະ ຄ່າ (SD=0.77), ບັນຫານິຕິກໍາ ແລະ ດ້ານນະໂຍບາຍ ໂດຍລວມຢູ່ໃນລະດັບຫຼາຍ ເຊິ່ງມີຄ່າ(X= 3.76) ແລະ ມີຄ່າ (SD=0.74), ແນວທາງໃນການເຊື່ອມໂຍງໂດຍລວມ ຢູ່ໃນລະດັບຫຼາຍ ເຊິ່ງມີຄ່າ(X=4.02)ແລະ ມີຄ່າ (SD=0.80). ເຊິ່ງການພັດທະນາຫຼັກສູດຄວນປັບປຸງຫຼັກສູດໃຫ້ມີຄວາມສະດວກ ສ້າງເງືອນໄຂອໍານວຍຄວາມສະດວກໃຫ້ແກ່ການສຶກສາ, ສາມາດຖ່າຍໂອນໜ່ວຍກິດ ແລະ ຄະແນນຂອງນັກສຶກສາລະຫວ່າງມະຫາໄລໜຶ່ງໄປຫາອີກມະຫາໄລໜຶ່ງ.ດ້ານການພັດທະນາການແລກປ່ຽນອາຈານສອນ ແລະ ນັກສຶກສາແມ່ນມີຄວາມຈໍາເປັນຫຼາຍ ເຊັ່ນ: ເຕັກນິກການສອນ, ເນື້ອໃນບົດຮຽນ ແລະ ລາຍວິຊາສອນ. ສ່ວນດ້ານການພັດທະນາເອກະສານ-ຕໍາລາຮັບໃຊ້ການຮຽນການສອນ: ຄວນສ້າງໂອກາດໃຫ້ມີການຄົ້ນຄ້ວາບັນດາປື້ມຕໍາລາ-ເອກະສານ ຕະຫຼອດເຖິງການນໍາໃຊ້ສື່ການສອນ ແລະ ລົງພາກຕົວຈິງລະຫວ່າງທິດສະດີກັບພຶດຕິກໍາໃຫ້ສອດຄ່ອງ ເພື່ອໃຫ້ເທົ່າທຽມກັນກັບພາກພື້ນ ແລະ ສາກົນໃຫ້ຫຼາຍທີ່ສຸດ. ດ້ານການແລກປ່ຽນຂໍ້ມູນຂ່າວສານດ້ານວິຊາການແມ່ນມີຄວາມຈໍາເປັນ ໂດຍສະເພາະດ້ານວິຊາການ, ດ້ານອາຈານສອນ ແລະ ດ້ານເຕັກນິກເພື່ອໃຫ້ທ່ວງທັນກັບສະພາບຄວາມເປັນຈິງ.

ສິ່ງທີ່ເປັນບັນຫາໃນການເຊື່ອມໂຍງແມ່ນດ້ານນະໂຍບາຍ, ນິຕິກໍາກ່ຽວກັບການເຊື່ອມໂຍງ,  ຄວາມເຂົ້າໃຈຂອງອາຈານ ແລະ ນັກສຶກສາຍັງມີຄວາມຈໍາກັດ, ດ້ານບັນຫາດ້ານຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈຂອງຜູ້ບໍລິຫານໃນລະດັບພາກວິຊາຕໍ່ວຽກງານດັ່ງກ່າວເຫັນວ່າຍັງຂາດປັດໄຈສະໜັບສະໜູນໃນການພົວພັນພາຍນອກ.