Categories
ສາຍສັງຄົມ

ການພັດທະນາສະຫະກອນກະສິກໍາໃນເຂດຊົນນະບົດ ແລະ ນະໂຍບາຍການສະໜັບສະໜຸນຢູ່ພາກກາງ ສປປ ລາວ

ອຈ. ປອ.ໄຊພອນ ກອງມະນີລາ, ພາກວິຊາການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ xayphonekong@gmail.com ອຈ. ປອ.ສີສົມເພັດ ຄ້ານໍເພັດ, ພະແນກຄຸ້ມຄອງນັກສຶກສາ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ Sisomphet.k@cyberia.la ອຈ. ປທ. ສຸກວັນຄອນ ເລືອງມີໄຊ, ພາກວິຊາການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ souksvk@gmail.com ອຈ. ປທ. ໝອນທອງ ບົວແສງທອງ, ພາກວິຊາການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ Monethong_jack@yahoo.com ຜຊ. ປທ. ຟອງຄໍາ ສໍນໍ້າຕອງ, ພາກວິຊາການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ Fongkham.cpaclao.gmail.com

ພາກສະເໜີ

ສະຫະກອນກະສິກໍາ ໄດ້ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດຂອງປະເທດ- ກະສິກໍາ, ການຜະລິດ, ການບໍລິໂພກ, ການຄ້າ, ການບໍລິການ ແລະ ອື່ນໆ. ສະຫະກອນສະຫະກອນບໍ່ພຽງແຕ່ຊ່ວຍສ້າງເສດຖະກິດເທົ່ານັ້ນ, ແຕ່ຍັງຊ່ວຍພັດທະນາທາງດ້ານສັງຄົມ, ການສຶກສາ ແລະວັດທະນະທໍາອີກດ້ວຍ. ສະຫະກອນກະສິກໍາ ໃນຄວາມໝາຍກວ້າງ ໝາຍເຖິງ ກຸ່ມຄົນທີ່ມີການຈັດຕັ້ງເປັນນິຕິບຸກຄົນ ແລະ ພ້ອມກັນປະຕິບັດກໍາຈະກໍາທາງເສດຖະກິດຮ່ວມກັນ ແຕ່ສະຫະກອນກະສິກໍາ ໃນຄວາມໝາຍແຄບ ໝາຍເຖິງອົງກອນອິດສະຫຼະທີ່ມີຄົນເຂົ້າຮ່ວມດ້ວຍຄວາມສະໝັກໃຈ ເພື່ອດໍາເນີນງານໃຫ້ບັນລຸຈຸດປະສົງຮ່ວມກັນທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ດ້ວຍການຮ່ວມກັນເປັນເຈົ້າຂອງ ແລະ ຄວບຄຸຸມທຸລະກິດ. 

ໃນ ສປປ ລາວ, ສະຫະກອນກະສິກໍາ ໝາຍເຖິງ ອົງກອນຈັດຕັ້ງສະຫະກອນທີ່ມີການສະໝັກໃຈສ້າງຕັ້ງໂດຍຊາວກະສິກອນ ຊຶ່ງຈຸດປະສົງໃນການສ້າງຕັ້ງແມ່່ນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຜະລິດກະສິກໍາໃຫ້ເປັນສິນຄ້າ ພ້ອມທັງການໃຫ້ບໍລິການດ້ານການສະໜອງປັດໄຈການຜະລິດ, ສິນເຊື່ອ, ແລະ ການຈໍາໜ່າຍຜົນຜະລິດ, ລວມທັງຮັບປະກັນທາງດ້ານສະຫວັດດີການສັງຄົມລະຫວ່າງສະມາຊິກ ແລະ ຄອບຄົວຂອງສະມາຊິກດ້ວຍກັນ. ປັດຈຸບັນ, ສະຫະກອນກະສະກໍາທີ່ຈົດທະບຽນຖືກຕ້ອງຕາມກົດໝາຍມີ 23 ແຫ່ງ, ໃນນັ້ນ ມີຢູ່ພາກກາງ 4 ແຫ່ງໄດ້ແກ່: ສະຫະກອນສົ່ງເສີ່ມກະສິກໍາຫົງສາ, ເມືອງຫົງສາ ແຂວງໄຊຍະບູລີ; ສະຫະກອນບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ; ສະຫະກອນຜະລິດກະສິກໍາ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ; ສະຫະກອນຜະລິດກະສິກໍາ ແລະ ການນໍາເຂົ້າ-ສົ່ງອອກ ບ້ານສິມມະໂນ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

The Impact of Tourism Development on Residents’ Satisfaction with the Quality of Life A Case of Vangvieng Vientiane Province, Lao PDR

Dr. Souphinh Vongphachanh Tourism and Hotel Management Faculty of Social Sciences National University of Laos Contract: mobile 856-20 5458 3080, Email: ng_phinh@yahoo.com

Abstract

The study’s purpose is to examine how tourism affects the residents’ satisfaction with the quality of life in the Vangvieng Tourist Site. The proposed model projected that overall life satisfaction is influenced by five particular life domains (satisfaction with material, community, health and security, emotional and family well-beings), and five particular life domains were also affected by residents’ perception on tourism impact. The sample consisted of residents living in 3 villages in the Vangvieng District (Savang, Naduang andNaxai Villages). 239 respondents were surveyed. CFA and SEM were applied for data analysis.  Multi-group analysis was utilized for comparing the difference among three villages.

The results demonstrated that residents’ perception of positive tourism impact affected their satisfaction with five life domains significantly. Meanwhile, residents’ perception on negative tourism impacts have affected on life satisfaction only with two life domains significantly (material and health-security well-being). The result also revealed that residents’ overall life satisfaction was influenced by three particular life domains. Material well-being negatively influenced overall life satisfaction. Meanwhile emotional and family well-being positively influenced their overall life satisfaction. The result of a comparison across three villages revealed there is a statistically significant difference among villages, which based on the conditions and stage of tourism development and tourism business ownership in their villages.

In conclusion, residents generally are satisfied with quality of life which is impacted by tourism development. However, the level of residents’ life satisfaction are different from a village to another villages. Due to residents in each village has a specific characteristics such as village’s conditions, tourism business ownership and stage of tourism development. Therefore, local authority and government should apply regional balanced development concept in the District’s Socio-Economic Development Plan by supporting various projects that are suitable for a specific region in order to reduce income disparity among villages.

Categories
ສາຍສັງຄົມ

ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ

ຊອ ປທ ນ. ພຸດທະ​ສອນ ນວນ​ສະຫວັນ

ບົດຄັດຫຍໍ້

ໃນການສຶກສາໃນຫົວຂໍ້ “ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ” ຄັ້ງນີ້ມີຈຸດປະສົງຄື: ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍ ເບີ​ລີ ​ເມືອງພູ​ຄູນ ​ແຂວງ​ຫຼວງພະ​ບາງ ແລະ ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດຕໍ່ການທ່ອງທ່ຽວທາງກະສິກໍາໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ ​ຊຶ່ງໃຊ້ວິທີການສຶກສາ ແບບປະສົມທັງປະລິມານ ແລະ ຄຸນນະພາບ ໂດຍການສຶກສາແບບປະລິມານ ເພື່ອສຶກສາຂໍ້ມູນທົ່ວໄປຂອງຜູ່ຕອບແບບ ສອບຖາມ, ປະເມີນສັກກະຍະພາບແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ ແລະ ໃຊ້ການສຶກສາແບບຄຸນນະພາບ ເພື່ອສຶກສາ ຂໍ້ມູນພື້ນຖານຂອງແຫຼ່ງທ່ອງທ່ຽວໃນດ້ານຕຳແໜ່ງທີ່ຕັ້ງ, ລັກສະນະຂອງແຫຼ່ງທ່ອງທ່ຽວ, ຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ ແລະ ຄວາມຄິດເຫັນດ້ານແນວທາງໃນການພັດທະນາແຫຼ່ງທ່ອງທ່ຽວພູຄູນສະຕໍເບີ ລີ.

  1. ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີ​ລີ ​ເມືອງພູ​ຄູນ ​ແຂວງ​ຫຼວງພະ​ບາງ ຊຶ່ງຜົນ ການສຶກສາເຫັນວ່າສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີແມ່ນຢູ່ໃນລະດັບປານກາງ (X = 3.20) ນັ້ນອາດເວົ້າໄດ້ວ່າ: ແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີມີຄວາມເປັນໄປໄດ້ທີ່ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສາມາດທ່ອງ ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງທ່ຽວມີສັກກະຍະພາບໃນລະດັບດີດ້ານສັກກະຍະພາບການດຶງດູດໃຈນັກທ່ອງທ່ຽວຂອງ ແຫຼ່ງທ່ອງທ່ຽວ (X = 3.81) ແລະ ດ້ານສັກກະຍະພາບການບໍລິຫານຈັດການຂອງແຫຼ່ງທ່ອງທ່ຽວທາງກະເສດ (X = 3.55) ເຊິ່ງເປັນສັກກະຍະພາບທີ່ມີປັດໄຈທີ່ກົງກັບຈຸດແຂງ ແລະ ໂອກາດຂອງແຫຼ່ງທ່ອງທ່ຽວ. ໃນທາງກັບກັນ, ແຫຼ່ງ ທ່ອງທ່ຽວພູຄູນສະຕໍເບີລີກໍຍັງມີຄວາມເປັນໄປໄດ້ທີ່ບໍ່ສາມາດກາຍເປັນແຫຼ່ງທ່ອງທ່ຽວທີ່ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງ ທ່ຽວມີສັກກະຍະພາບໃນດ້ານການຮອງຮັບຂອງແຫຼ່ງທ່ອງທ່ຽວແມ່ນໜ້ອຍ (X = 2.33) ແລະ ດ້ານສັກກະຍະພາບ ໃນການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວແມ່ນປານກາງ (X = 3.14) ຊຶ່ງເປັນສັກກະຍະພາບທີມີປັດໄຈເປັນຈຸດອ່ອນ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ.
  2. ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດຕໍ່ການທ່ອງທ່ຽວ ທາງກະສິກໍາໃນສວນສະຕໍເບີລີ ເມືອງ ພູຄູນ ແຂວງຫຼວງພະບາງ ຜົນການສຶກສາ ເຫັນວ່າ: ແຫຼ່ງທ່ອງທ່ຽວຄວນໄດ້ຮັບ ການປັບປຸງດ້ານສິ່ງອຳນວຍຄວາມສະດວກເປັນຕົ້ນແມ່ນ: ຮ້ານອາຫານ, ຫ້ອງນ້ຳ, ເສັ້ນທາງການເຂົ້າເຖິງ, ທີ່ພັກ, ອຸປະ ກອນໃນການເຮັດກິດຈະກຳ, ຖັງຂີ້ເຫຍື້ອ, ບ່ອນນັ່ງ, ລະບົບນ້ຳ, ໄຟຟ້າ ແລະ ການບໍລິການ.
Categories
ສາຍສັງຄົມ

ການຈັດສັນທີ່ດິນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ​​​ສ້າງເຂື່ອນໄຟຟ້ານໍ້າຄານ 3. ກໍລະນີສຶກສາ: ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ

ອຈ ປທ ນາງ ສາລິກາ ອ່ອນສີ

ບົດຄັດຫຍໍ້

ການສຶກສາກ່ຽວກັບ“ການຈັດສັນພື້ນ​ທີ່ໃຫ້ແກ່ປະຊາຊົນຜູ້​ທີ່ໄດ້ຮັບຜົນກະທົບຈາກໂຄງການ​​​ ເຂື່ອນໄຟຟ້ານ້ຳຄານ 3. ກໍລະນີສຶກສາ: ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ” ໄດ້ກໍານົດເອົາ 2 ຈຸດປະສົງສຶກສາຄື: 1)ສຶກສາການຈັດສັນພື້ນທີ່ ບ້ານສາມັກຄີໄຊ ທີ່ໄດ້ຮັບຜົນກະທົບຈາກໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນໍາຄານ 3 ແລະ 2) ສຶກສາແນວ​ທາງ​ແກ້ໄຂບັນຫາ​ການ​ຈັດ​ສັນ​ພື້ນ​ທີ່ ​ເຂົ້າ​ໃນ​ການ​ຈັດ​ສັນ​ຍົກ​ຍ້າຍ​​ປະ​ຊາ​ຊົນຂອງໂຄງການສ້າງ​ເຂື່ອນ​ໄຟຟ້ານໍ້າຄານ 3.​ ຜົນການສຶກສາມີດັ່ງລຸ່ມນີ້:

ຜົນການຄົ້ນຄ້ວາພົບວ່າການນໍາໃຊ້ທີ່ດິນບ້ານສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງ ເປັນພື້ນທີ່ຈັດສັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຄານ 3 ໃນປີ 2015 ຊຶ່ງບ້ານສາມັກຄີໄຊເປັນບ້ານຈັດສັນຍົກຍ້າຍ 10 ບ້ານມາເຕົ້າໂຮມເປັນບ້ານດຽວກັນແລ້ວ ເຫັນວ່າດິນປຸກສ້າງແມ່ນພຽງພໍ, ແຕ່ດິນກະສິກໍາບໍ່ພຽງພໍ ແລະ ປ່າໄມ້ແມ່ນຖືກຈໍາກັດຄັບແຄບລົງເພາະມາຢູ່ໃກ້ຕົວເມືອງ. ສໍາລັບໃບຕາດິນແມ່ນຍັງບໍ່ມີໃບນໍາໃຊ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ມີການບຸກລຸກພື້ນທີ່ດິນເພີມຂື້ນເພື່ອທໍາການຜະລິດ ເນື່ອງຈາກບັນຫາທາງດ້ານກາຍະພາບຂອງພື້ນທີ່ເພາະບາງບ່ອນມີລັກສະນະເປັນເນີນພູ ແລະ ຮ່ອມພູເຮັດໃຫ້ພື້ນທີ່ໃຊ້ປູກຝັງແມ່ນບໍ່ພຽງພໍ ແລະ ຍັງບໍ່ໄດ້ຈັດສັນດິນກະສິກຳໃຫ້ກັບປະຊາຊົນ. ແນວໃດກໍຕາມ, ການນໍາໃຊ້ພື້ນທີ່ຂອງຊາວບ້ານສາມັກຄີໄຊໂດຍລວມແລ້ວແມ່ນມີຄວາມສະດວກສະບາຍດ້ານໂຄງລ່າງພື້ນຖານ, ແຕ່ກໍພົບບັນຫາທີ່ຍັງຄົງຄ້າງທີ່ທາງໂຄງການຍັງບໍ່ທັນສາມາດປະຕິບັດໄດ້ຕາມສັນຍາໂດຍສະເພາະການຈັດສັນພື້ນທີ່ກະສິກຳໃຫ້ປະຊາຊົນຜູ້ໄດຮັບຜົນກະທົບ. ບັນຫາດ້ານເສດຖະກິດຂອງປະຊາຊົນປະຊາຊົນຍັງຂາດວຽກເຮັດງານທຳທີ່ໝັ້ນຄົງ ແລະ ການສ້າງລາຍຮັບ.   

ການສຶກສາຍັງພົບວ່າການແກ້ໄຂບັນຫາພື້ນທີ່ດິນທຳການຜະລິດໃຫ້ພຽງພໍເພື່ອຜູ້ໄດ້ຮັບຜົນກະທົບມີຊີວິດການເປັນຢູ່ທີ່ດີຂຶ້ນກ່ວາເກົ່າ ແລະ ການຊ່ວຍເຫຼືອໃນດ້ານຕ່າງໆຈາກໂຄງການເຊັ່ນ: ການຈັດສັນອາຊີບໃນການສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ກັບປະຊາຊົນ.

Categories
ສາຍສັງຄົມ

ການ​ເຕີບ​ໂຕ​ດ້ານອຸດສາ​ຫະ​ກໍາການທ່ອງທ່ຽວຂອງເມືອງໄຊທານີໃນໄລຍະຂອງການພັດທະນາ

ຊອ.ປທ.ນາງ ວິໄລທ່ຽງ ສີສຸວົງ tel: 020 56537735, email: v.sisouvong@nuol.edu.la ອ​ຈ.ປອ.ສາຍທອງ ພົມມະວົງ, ຊອ.ປ​ທ.ນາງ ສີ​ປະ​ໄພ ປັນ​ຕະ​ຍາ​ນົນ, ຊອ.ປທ. ເມນີລາດ ສີມົງຄຸນ ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄສຄ, ມຊ

ບົດຄັດຫຍໍ້

ການ​ສຶກ​ສາ​ການເຕີບ​ໂຕ​ດ້ານ​ອຸດ​ສາ​ຫະ​ກໍາການ​ທ່ອງ​ທ່ຽວຂອງ​ເມືອງ​ໄຊ​ທາ​ນີ​ ໃນ​ໄລ​ຍະ​ຂ້າມ​ຜ່ານຂອງ​ການ​ພັດ​ທະ​ນາ​ນີ້ ແມ່ນໄດ້ສຶກສາ ສະພາບການປ່ຽນແປງອຸດສາຫະກໍາທ່ອງທ່ຽວໃນເມືອງໄຊທານີ ນະຄອນຫຼວງວຽງຈັນ. ການສຶກສາແມ່ນໄດ້ໃຊ້ວິທີສຶກສາແບບຄຸນນະພາບໂດຍອາໄສຫຼັກຖານຂໍ້ມູນຈາກເອກະສານຂອງພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຂໍ້ມູນໃນລະບົບອິນເຕີເນັດກັບພາກສ່ວນທີ່ກ່ຽວຂ້ອງໃນດ້ານສະຖິຕິ, ປະຫວັດຄວາມເປັນມາ, ແລະ ທີ່ຕັ້ງຂອງສະຖານທີ່ຕ່າງໆ ແລະ ການສໍາພາດແບບມີໂຄງສ້າງ ແລະ ເຈາະເລິກປະເດັນທີ່ກ່ຽວຂ້ອງ ຈໍານວນ 14 ຄົນ ຈາກ 2 ພາກສ່ວນ ຄື: 1) ພາກສ່ວນ ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ແລະ 2) ຜູ້ບໍລິຫານທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວໃນເມືອງໄຊທານີ ຜົນການສຶກສາພົບວ່າ: 

ເມືອງໄຊທານີໃນຊ່ວງປີ 1999 ຕົນຮອດຕົ້ນປີ 2020 ແມ່ນມີການປ່ຽນແປງ ແລະ ຂະຫຍາຍຕົວສູງ ທາງດ້ານອຸດສາຫະກໍາການທ່ອງທ່ຽວ ເປັນຕົ້ນແມ່ນ ທີ່ພັກ ທີ່ມີອັດຕາການເຕີບໂຕສະເລ່ຍໃນແຕ່ລະປີ 6.30 ສ່ວນຮ້ອຍ; ຮ້ານອາຫານ ອັດຕາສະເລ່ຍໃນແຕ່ລະປີ 4.40 ສ່ວນຮ້ອຍ, ປີທີ່ມີອັດຕາການເຕີບໂຕສູງກວ່າໝູ່ແມ່ນ ປີ 2004 ອັດຕາການເຕີບໂຕຂອງຮ້ານອາຫານແມ່ນເທົ່າກັບ 200 ສ່ວນຮ້ອຍ; ບໍລິສັດທ່ອງທ່ຽວມີອັດຕາສະເລ່ຍແຕ່ລະປີເທົ່າກັບ 0.16 ສ່ວນຮ້ອຍ, ດ້ານແຫຼ່ງທ່ອງທ່ຽວກໍມີການພັດທະນາ ແລະຂະຫຍາຍຕົວ, ສ່ວນຈໍານວນນັກທ່ອງທ່ຽວແມ່ນບໍ່ສາມາດຢືນຢັນໄດ້ເນື່ອງຈາກທາງເມືອງເອງບໍ່ໄດ້ເກັບຂໍ້ມູນດັ່ງກ່າວ ມີແຕ່ສະຖິຕິປີ 2017 ເມືອງໄຊທານີມີຈໍານວນນັກທ່ອງທ່ຽວ 3,102 ຄົນ ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດພຽງແຕ່ 30 ຄົນ. ແຕ່ໃນການເຕີບໂຕດັ່ງກ່າວແມ່ນຍັງບໍ່ສົມດູນລະຫວ່າງນັກທ່ອງທ່ຽວ ແລະ ດ້ານທີ່ພັກ ເນື່ອງຈາກວ່າສັງເກດເຫັນທຸກິດທີ່ພັກບາງບ່ອນແມ່ນປະກາດຂາຍ ແລະ ຍຸບເລີກ; ດ້ານລາຍຮັບຈາກການທ່ອງທ່ຽວໂດຍກົງກໍບໍ່ສາມາດເກັບກໍາຂໍ້ມູນໄດ້ ມີແຕ່ຂໍ້ມູນລາຍຮັບຂອງເມືອງຈາກຂະແໜງການຕ່າງໆ ໃນນັ້ນມີຂະແໜງການບໍລິການ ແລະ ການຄ້າ ທີ່ເປັນອັນດັບ 2 ຮອງຈາກຂະແໜງອຸດສາຫະກໍາ ແລະ ກໍ່ສ້າງ, ສ່ວນໃນດ້ານສິນຄ້າທີ່ລະນຶກແມ່ນຍັງບໍ່ມີຫຼາຍ ແລະ ຍັງຕ້ອງການການສົ່ງເສີມຜະລິດຕະພັນພາຍໃນເມືອງ, ນອກຈາກນັ້ນ, ເມືອງໄຊທານີກໍມີການຈັດກິດຈະກໍາການທ່ອງທ່ຽວແບບຄາລາວານ ແລະ ບຸນປະເພນີຕ່າງໆ ເປັນການກະຕຸ້ນໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ.

Categories
ສາຍສັງຄົມ

ການຈັດການຮຽນ-ການສອນ ໃຊ້ວິທີສອນແບບສູນການຮຽນ ໃນວິຊາ ວິເຄາະຫຼັກສູດ ສໍາລັບນັກສຶກສາປີທີ 2 ສາຂາຄູປະຫວັດສາດ ພາກວິຊາຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ

ປທ. ພູວິນິດ ທໍາມະບານວົງ*, ອຈ.ປທ. ສີສຸວັນ ແສງຈັນທະວົງ*, ອຈ.ປທ. ສົມເພັດ ຈັນທະລັງສີ* ປທ. ບຸນເວີນ ສຸນີຈັນ*, ປຕ. ດໍາດວນ ສຸວັນນະວົງສາ*

ບົດຄັດຫຍໍ້

ການສຶກສາຄົ້ນຄວ້າວິທະຍາສາດຄັ້ງນີ້  ມີຈຸດປະສົງສຶກສາ ການຈັດການຮຽນ-ການສອນໂດຍໃຊ້ວິທີສອນແບບສູນການຮຽນໃນວິຊາວິເຄາະຫຼັກສູດ ສໍາລັບນັກສຶກສາປີທີ 2 ສາຂາຄູປະຫວັດສາດ ຈໍານວນ 28 ຄົນ ສົກສຶກສາ 2019-2020 ພາກວິຊາຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ.  ຊຶ່ງໄດ້ທົດລອງສອນຕົວຈິງໃນຫ້ອງຮຽນເພື່ອ ຫາປະສິດທິພາບຂອງບົດສອນ (E1), ປະສິດທິຜົນທາງການຮຽນ (E2) ແລະ ຄວາມເພີງພໍໃຈຂອງນັກສຶກສາຕໍ່ການຮຽນວິຊາວິເຄາະໂດຍໃຊ້ວິທີສອນແບບສູນການຮຽນ ຕາມເກນມາດຕາຖານ E1/E2 ທີ່ກຳນົດໄວ້75/75. ໂດຍໃຊ້ຄ່າສະເລ່ຍແລະ ຄ່າຜັນປ່ຽນມາດຖານ (S.D) ແລ້ວນໍາໄປແປຄວາມ ໝາຍຄ່າດັດສະນີປະສິດທິຜົນຂອງການຮຽນ (EI) ຕາມເກນທີ່ກໍານົດໄວ້.

ຜົນການຄົ້ນຄວ້າພົບວ່າ: 

1. ປະສິດທິພາບບົດສອນເທົ່າ E1\E2=80.0081.19  ສູງກວ່າເກນທີ່ກຳນົດໄວ້;

2. ດັດສະນີປະສິດທິຜົນຂອງການຮຽນ (EI) ມີຄ່າເທົ່າກັບ 0.54 ໝາຍວ່າ ນັກສຶກສາມີຄວາມຮູ້ເພີ່ມຂື້ນຈາກຄວາມຮູ້ເດີມ 54%.3. ຜົນການວັດຄວາມເພິ່ງພໍໃຈ ຂອງນັກສຶກສາທີ່ມີຕໍ່ການຮຽນ-ການສອນ ທີມີລະດັບຄວາມເພິ່ງພໍໃຈຕໍ່ການຮຽນວິຊາວິເຄາະຫຼັກສູດ ເລື່ອງ ການວິເຄາະທາງປະຫວັດສາດ ແລະ ການວິເຄາະຫຼັກສູດມັດທະຍົມຕອນຕົ້ນ-ຕອນປາຍ ວິຊາວິເຄາະຫຼັກສູດ ໂດຍໃຊ້ຮູບແບບສູນການຮຽນ  ສໍາລັບຄູປະຫວັດສາດ ປີ 2 ໂດຍລວມຢູ່ໃນລະດັບຫຼາຍ.

Categories
ສາຍສັງຄົມ

ການບໍຫານຈັດການໂຮງຮຽນ ແລະ ຄວາມຮູ້ຂອງນັກຮຽນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນ ສປປ ລາວ; ກໍລະນີສຶກສາ

Kethsana Kanyasan*, Daisuke Nonaka2, Athithouthay Chatouphonexay1, Paul Michael Hernandez3, Sengchanh Kounnavong4, and Jun Kobayashi2,5

ບົດຄັດຫຍໍ້

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ປັບໃຊ້ກອບຄວາມປອດໄພຮອບດ້ານໃນໂຮງຮຽນ (School Safety Framework) ແລະ ຍັງໄດ້ຊອດແຊກຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າຫຼັກສູດການຮຽນ-ການສອນເພື່ອເສີມສ້າງຄວາມຮູ້ໃຫ້ນັກຮຽນ ແລະ ຊຸມຊົນໃນ ສປປ ລາວ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນການຈັດຕັ້ງປະຕິບັດຈິງແມ່ນຍັງບໍ່ທັນໄດ້ມີການປະເມີນເທື່ອ. ບົດຄົ້ນຄ້ວາຄັ້ງນີ້້ມີຈຸດປະສົງເພື່ອປະເມີນສະພາບການປະຈຸບັນຂອງການບໍລິຫານຈັດການຄວາມສ່ຽງພັດພິບັດໃນໂຮງຮຽນ ແລະ ລະດັບຄວາມຮູ້ຂອງນັກຮຽນກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ໂດຍສະເພາະແມ່ນອັກຄີໄພ ໃນ ສປປ ລາວ.
ວິທີດຳເນີນການຄົ້ນຄ້ວາ ໄດ້ດຳເນີນການຄົ້ນຄ້ວາແບບກໍລະນີສຶກສາ (A Case study) ຢູ່ 5 ແຂວງໃນ ສປປ ລາວ ລວມມີ ແຂວງຫຼວງພະບາງ, ຫົວພັນ, ໄຊຍະບູລີ, ບໍ່ແກ້ວ ແລະ ບໍລິຄຳໄຊ ໃນປີ 2017, ສຳເລັດການລົງສັງເກດການຢູ່ 8 ໂຮງຮຽນທີ່ຖືກເລືອກ,​ ກວດສອບຂໍ້ມູນ ເອກະສານທີ່ໃຊ້ປະກອບໃນການດຳເນີນກິດຈະກຳການຮຽນ-ການສອນ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຢາຍແບບສອບຖາມໃຫ້ນັກຮຽນຊັ້ນ ມ2 ທັງໝົດ 869 ຄົນ. ນຳໃຊ້ Fisher’s exact ໃນການທົດສອບຄວາມຮູ້ຂອງນັກຮຽນກ່ຽວກັບການປ້ອງກັນ ແລະ ໂຕ້ຕອບອັກຄີໄພ.
ຜົນການຄົ້ນຄ້ວາ ລັກສະນະຂອງໂຮງຮຽນແມ່ນມີອິດທິຜົນຕໍ່ຄວາມຮູ້ຂອງນັກຮຽນ, ທຸກໂຮງຮຽນແມ່ນໄດ້ດຳເນີນການຈັດການຮຽນ-ການສອນ ກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ແລະ ໄດ້ກຳນົດສະຖານທີ່ອົບພະຍົກ ຫຼື ລົບໄພ ກໍລະນີເກີດໄພພິບັດ, ໃນຂະນະທີ່ບາງໂຮງຮຽນໄດ້ດຳເນີນການຝຶກຊ້ອມ ການໂຕ້ຕອບ ແລະ ຫຼົບຫຼີກໄພພິບັດ. 6 ໃນ 8 ໂຮງຮຽນ ແມ່ນໂຮງຮຽນໂຄງການທົດລອງຄວາມສ່ຽງໄພພິບັດ, 5 ໂຮງຮຽນແມ່ນເຄີຍມີປະສົບການໄຟໄໝ້. ໃນທຸກໂຮງຮຽນທີ່ຖືກເລືອກ, ນັກຮຽນສ່ວນໜ້ອຍສາມາດຕອບຄຳຖາມໄດ້ຖືກຕ້ອງໃນພາກການປ້ອງກັນໄພພິບັດ. ແຕ່ເຖິງຢ່າງໃດກໍ່ຕາມ ນັກຮຽນຫຼາຍກ່ວາ 80% ສາມາດຕອບຄຳຖາມໄດ້ຢ່າງຖືກຕ້ອງໃນພາກການໂຕ້ຕອບໄພພິບັດ.
ສະຫຼຸບຜົນການຄົ້ນຄ້ວາ ທຸກໂຮງຮຽນແມ່ນໄດ້ຈັດກິດຈະກຳການປ້ອງກັນອັກຄີໄພ. ນັກຮຽນສ່ວນຫຼາຍມີຄວາມຮູ້ໃນການໂຕ້ຕອບໄພອັກຄີໄພ. ການໃຫ້ຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຮອບດ້ານ ອາດຈະມີຜົນປະໂຫຍດໃນການປັບປຸງຄວາມຮູ້ ແລະ ປະຕິບັດຕົວຈິງຂອງນັກຮຽນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ.

Categories
ສາຍສັງຄົມ

ການສະເໜີພຶດຊະຄະນິດໃນຮູບແບບເລຂາຄະນິດ ໂດຍນໍາໃຊ້ Algebra Tiles Visualization Algebra on Geometry Form by Algebra Tiles

ປທ. ຕົວວື່ ວື່

ບົດຄັດຫຍໍ້

ຄະນິດສາດມີຄວາມຫຼາກຫຼາຍໃນວິທີການສິດສອນ ແລະ ການຮຽນຮູ້ ເຊິ່ງ Algebra Tiles ເປັນການຮຽນຮູ້ຄະນິດສາດທີ່ມີລັກສະນະຮູບປະທໍາສູ່ລັກສະນະນາມມະທໍາ ໂດຍການໃຊ້ຄວາມຄິດຢ່າງມີເຫດຜົນ. Algebra Tiles ເປັນການປະກອບເປັນຮູບຈັດຕຸລັດ ຫຼື ຮູບສີ່ແຈ ໂດຍນໍາໃຊ້ຫຼັກເກນທາງດ້ານພຶດຊະຄະນິດ. ນອກຈາກນີ້ Algebra Tiles ກໍ່ຍັງສາມາດປັບມານໍາໃຊ້ຫຼັກເກນທາງດ້ານເລຂາຄະນິດເປັນຕົ້ນແມ່ນສູດຊອກຫາເນື້ອທີ່ຂອງຮູບຕ່າງໆ.

Categories
ສາຍສັງຄົມ

ປຽບທຽບຜົນການຮຽນກ່ຽວກັບວິຊາຄະນິດສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 5 ຂອງໂຮງຮຽນມັດທະຍົມສົມບູນ ເມືອງໄຊທານີ ທີ່ມີຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ

ອຈ.ປທ. ພອນສີ ເວທະນາ *, ຮສ.ປອ.ສີຖານ ສຸຂະວົງ*, ປອ.ສອນເພັດ ສີຫາະລາດ*, ປທ. ເພັດສະຫວັນ ອານຸວົງ*, ປທ. ວັນນະສຸກ ບົວສັງທອງ*, ປອ. ຄໍາແພງ ບຸດມີໄຊ*

ບົດຄັດຫຍໍ້

ໃນການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ ປຽບທຽບຜົນການຮຽນວິຊາຄະນິດສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ 5 ຂອງໂຮງຮຽນມັດທະຍົມສົມບູນ ເມືອງໄຊທານີ ທີ່ມີຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ. ໂດຍນໍາໃຊ້ການເກັບກໍາຂໍ້ມູນທາງດ້ານປະລິມານ, ເຊິ່ງໄດ້ມີການຄິດໄລ່ເປີເຊັນ (Percentage), ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation) ແລະ ນໍາໃຊ້ສະຖິຕິທົດສອບ ເພື່ອປຽບທຽບຄ່າສະເລ່ຍຈາກຕາຕະລາງການແຈກຢາຍແບບ F(F-distribution), ຜົນການຄົ້ນຄວ້າພົບວ່າ:
ກຸ່ມນັກຮຽນທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງຫຼາຍ ໄດ້ຄະແນນວິຊາຄະນິດສາດສູງ ເຊິ່ງມີຄ່າສະ ເລ່ຍເທົ່າກັບ 9.13 ຮອງລົງມາແມ່ນ ກຸ່ມທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງປານກາງ ມີຄ່າສະເລ່ຍເທົ່າກັບ 7.47 ແລະ ກຸ່ມທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງໜ້ອຍ ມີຄ່າສະເລ່ຍເທົ່າກັບ 4.67.
ນັກຮຽນທີ່ມີລະດັບຄວາມເຊື່ອໝັ້ນໃນຕົນເອງຕ່າງກັນ ມີຜົນການຮຽນກ່ຽວກັບວິຊາຄະນິດສາດຕ່າງກັນ ໂດຍມີລະດັບຄວາມສໍາຄັນທາງສະຖິຕິ 0.01.
ນັກຮຽນທີ່ມີຄວາມເຊື່ອໝັ້ນໃນຕົນເອງຫຼາຍ ໄດ້ຄະແນນວິຊາຄະນິດສາດສູງກວ່ານັກຮຽນທີ່ມີຄວາມເຊື່ອໜັ້ນໃນຕົນເອງໃນປານກາງ ແລະ ໜ້ອຍ, ນັກຮຽນທີ່ມີຄວາມເຊື່ອໝັ້ນຕົນເອງໃນປານກາງ ໄດ້ຄະແນນວິຊາຄະນິດສາດສູງກວ່ານັກຮຽນທີ່ມີຄວາມເຊື່ອໝັ້ນໃນຕົນເອງໜ້ອຍ ໂດຍມີລະດັບຄວາມສໍາຄັນທາງສະຖິຕິໃນລະດັບ 0.01.
ດັ່ງນັ້ນ, ຄູຄວນເຝິກໃຫ້ນັກຮຽນກ້າຄິດກ້າສະແດງອອກຕື່ມ ແລະ ເນັ້ນທັກສະຂະບວນການຮຽນຮູ້ ໂດຍໃຫ້ນັກຮຽນກ້າເວົ້າ, ກ້າອະທິບາຍ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ນັກຮຽນ. ນອກຈາກນີ້ ຍັງສັງເກດເຫັນວ່ານັກຮຽນສ່ວນຫຼາຍແກ້ເລກບໍ່ໄດ້ດີ ໂດຍສະເພາະ ‘‘ພາກທີ 4 ຂອບເຂດ ແລະ ການຕໍ່ເນື່ອງຂອງຕຳລາ’’, ‘‘ພາກທີ 8 ເຄົ້າຕຳລາ ແລະ ສັງຄະນິດ’’ ສະເພາະສັງຄະນິດມີຂອບ ນັກຮຽນຍັງແທນຄ່າບໍ່ເປັນ, ‘‘ພາກທີ 10 ເວັກເຕີໃນສາມມິຕິ’’ ນັກຮຽນສ່ວນຫຼາຍບໍ່ເຂົ້າໃຈຂະບວນການແກ້ ແລະ ‘‘ພາກທີ 11 ເລຂາວິເຄາະໃນໜ້າພຽງ’’ ໂດຍສະເພາະຮູບວົງມົນ ແລະ ຮູບອີແປກໂບນ ນັກຮຽນຍັງບໍ່ເຂົ້າໃຈຂະບວນການແກ້.

Categories
ສາຍສັງຄົມ

ການນຳໃຊ້ວິທີການສອນແບບ TGT ເຂົ້າໃນການຮຽນ – ການສອນວິຊາພາສາລາວ: ການອ່ານ ແລະ ການຂຽນ ຊັ້ນ ປ.4 ໂຮງຮຽນປະຖົມສົມບູນສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ

ອຈ. ປທ. ໄພວັນ ພັດທະທໍາມະວົງ*, ຮສ. ປອ. ສີຖານ ສຸຂະວົງ*, ອຈ.ປອ. ໜຽວ ສີລາວົງ*, ປທ. ຄໍາເມີງ ສີບຸນເຮືອງ*, ປທ. ວັນນະສຸກ ບົວສັງທອງ

ບົດຄັດຫຍໍ້

ການຄົ້ນຄວ້າຄັ້ງນີ້ ເປັນການຄົ້ນຄວ້າແບບທົດລອງ ໂດຍມີຈຸດປະສົງ: 1) ເພື່ອສຶກສາຫາປະສິດທິພາບຂອງບົດສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສອນແບບ TGT ຕາມເກນ 80/80, 2) ປະສິດທິຜົນການຮຽນຂອງນັກຮຽນ, 3) ເພື່ອສຶກສາລະດັບຄວາມເພິ່ງພໍໃຈຂອງນັກຮຽນຕໍ່ການນໍາໃຊ້ວິທີສິດສອນແບບ TGT ເຂົ້າໃນການຮຽນການສອນພາສາລາວ: ການອ່ານ-ການຂຽນ. ກຸ່ມທົດລອງທີ່ໃຊ້ໃນການຄົ້ນຄວ້າແມ່ນນັກຮຽນປະຖົມສຶກສາຊັ້ນ ປ.4 ຂອງໂຮງຮຽນປະຖົມສົມບູນສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ສົກຮຽນ 2019-2020 ຈໍານວນ 1 ຫ້ອງ, ມີນັກຮຽນຈໍານວນ 56 ຄົນ (ຍິງ 28 ຄົນ). ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີ ບົດສອນວິຊາພາສາລາວ: ການອ່ານ-ການຂຽນ ຈໍານວນ 5 ບົດ, ແບບທົດສອບຍ່ອຍ ຈໍານວນ 5 ສະບັບ, ແບບສອບສອບວັດຜົນສໍາເລັດທາງການຮຽນ 4 ຕົວເລືອກ ຈໍານວນ 20 ຂໍ້, ຄ່າອໍານາດຈໍາແນກ (r) ຢູ່ໃນຫວ່າງ 0.30-0.60, ຄ່າຄວາມຍາກງ່າຍ (P) ຢູ່ໃນຫວ່າງ 0.40-0.70, ຄ່າຄວາມເຊື່ອໝັ້ນຂອງແບບທົດສອບແມ່ນ 0.752 ແລະ ແບບສອບຖາມຄວາມເພິ່ງພໍໃຈ ຈໍານວນ 1 ສະບັບ ມີຈໍານວນ 23 ຂໍ້, ມີຄ່າຄວາມສອດຄ່ອງທາງດ້ານເນື້ອໃນ (IOC) ເທົ່າກັບ 1.00 ທຸກຂໍ້ ແລະ ຄ່າຄວາມເຊື່ອໝັ້ນຂອງແບບສອບຖາມຄວາມເພິ່ງພໍໃຈແມ່ນ 0.91.

ຜົນການຄົ້ນຄວ້າພົບວ່າ:

  1. ບົດສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ມີປະສິດທິພາບເທົ່າກັບ 83.36/87.14 ສູງກວ່າເກນທີ່ຕັ້ງໄວ້;
  2. ປະສິດຕິຜົນການຮຽນຮູ້ວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ມີຄ່າດັດສະນີປະສິດທິຜົນເທົ່າກັບ 0.8982 ໝາຍຄວາມວ່ານັກຮຽນມີຄວາມກ້າວໜ້າທາງການຮຽນແມ່ນ 89.82%;

ຄວາມເພິ່ງພໍໃຈຂອງນັກຮຽນຕໍ່ການຈັດກິດຈະກໍາການຮຽນ-ການສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ໂດຍລວມແມ່ນຢູ່ໃນລະດັບພໍໃຈຫຼາຍທີ່ສຸດ.