Categories
ສາຍທຳມະຊາດ

ສຶກສາແນວໂນ້ມການປ່ຽນແປງຂອງສິ່ງແວດລ້ອມເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄໍາໄຊດ້ວຍແບບຈໍາລອງຄະນິດສາດ

ລີຊັດເຕີ ລີເລ່ຍນູ1, ທອງສຸກ ໄຊບຸນເຮືອງ1, ເກດຕິສັກ ໄຊຊະນະດາສີ1, ຜຸຍ ສຸກສົມຫວັງ1, ພິດສະໄໝ ມູນລະດົກ1, ຂັນຄໍາ ວົງສະຫວ່າງ1, ບົວສີ ດວງສະຫວັນ1, ຄໍາສະຫຍຸຍ ໄຊຍາລາດ1, ຄໍາຜຸ ອິນທະວອນ1, ພູວົງ ໂພທິສານ2 ແລະ ສະລັນທອນ ບົວລົມ2 1ອາຈານພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ 2ນັກສຶກສາພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ຊາດ

ບົດຄັດຫຍໍ້

ການສຶກສາກ່ຽວກັບ ປະເມີນແນວໂນ້ມການປ່ຽນແປ່ງສິ່ງແວດລ້ອມດ້ວຍແບບຈໍາລອງຄະນິດສາດ ໃນຄັ້ງນີ້ແມ່ນໄດ້ລົງສຳຫຼວດເກັບຂໍ້ມູນກ່ຽວກັບປະຊາຊົນ, ສັດ ແລະ ພືດນາໆຊະນິດ ຢູ່ໃນບໍລິເວນເຂດພູຈອມວອຍປ່າສະ ຫງວນຂອງແຂວງບໍລິຄໍາໄຊ. ວິທີການສຶກສາແມ່ນໃຊ້ໂປຣແກຣມ MATLAB ແລະ Microsoft Excel ວິເຄາະຫາບັນດາປັດໄຈທີ່ມີຜົນຕໍ່ການປ່ຽນແປງສິ່ງແວດລ້ອມ ພ້ອມທັງສ້າງແບບຈຳລອງທາງຄະນິດສາດປະເມີນແນວໂນ້ມການປ່ຽນແປງສິ່ງແວດລ້ອມໃນເຂດດັ່ງກ່າວແຕ່ປີ 1980-2044. ລົງເກັບກໍາຂໍ້ມູນພາກສະໜາມຈຳນວນ 4 ຄັ້ງ ມີທັງໝົດ 180 ຄອບຄົວ ຈາກ 5 ບ້ານ ຄື: ບ້ານ ນາເຮືອງ ບ້ານ ຫາງນາ, ບ້ານ ນາຈະໄຫຼ້ ແລະ ບ້ານ ແກ້ວແສນຄຳ, ເມືອງ ຄໍາເກີດ, ຈໍານວນ 30, 30, 30 ແລະ 30  ຄອບຄົວ ຕາມລຳດັບ ແລະ ບ້ານ ນໍ້າປັນ, ເມືອງ ໄຊຈຳພອນ ຈຳນວນ 60  ຄອບຄົວ. ຂໍ້ມູນພືດ ແລະ ສັດທີ່ເກັບກໍາໄດ້ທັງໝົດ 151 ຊະນິດ ຄື: ສັດລ້ຽງລູກດ້ວຍນໍ້ານົມມີ 26 ຊະນິດ; ສັດເຄິ່ງບົກ-ເຄິ່ງນໍ້າມີ 24 ຊະນິດ; ສັດເລືອຄານມີ 5 ຊະນິດ; ນົກມີ 11 ຊະນິດ; ປາມີ 26 ຊະນິດ; ແມງໄມ້ມີ 28 ຊະນິດ; ຕົ້ນໄມ້ຈິງມີ 12 ຊະນິດ; ໄມ້ປ່ອງມີ 3 ຊະນິດ; ໜໍ່ຫວາຍ-ໜໍ່ບຸ່ນມີ 6 ຊະນິດ, ເຫັດມີ 10 ຊະນິດ.  ຜົນການສຶກສາພົບວ່າ:  ສັດລ້ຽງລູກດ້ວຍນໍ້ານົມມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນ ຊ້າງ (ສູນພັນແລ້ວ), ກວາງ ແລະ ເສົາຫຼ້າ ມີແນວໂນ້ມໃກ້ຈະສູນພັນ ແລະ ຮອງລົງມາແມ່ນ ເສືອ, ໝີ ແລະ ເໝີຍຕາມລໍາດັບ, ສ່ວນໜູປ່າແມ່ນບໍ່ມີປ່ຽນແປງ; ສັດເຄິ່ງບົກ-ເຄິ່ງນໍ້າສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງ, ກົງກັນຂ້າມຕະປາດຄີໂອແມ່ນເພີ່ມຂຶ້ນເລັກໜ້ອຍ; ສັດເລືອຄານ ສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງເທົ່າໆກັນ, ສ່ວນງູຈົງອາງຕາໃຫຍ່ແມ່ນເພີ່ມຂຶ້ນເລັກໜ້ອຍ; ນົກມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນໄກ່ຂວາ, ຮອງລົງມາແມ່ນນົກຍຸງ, ນົກກົກຄໍາຕາມລໍາດັບ, ສ່ວນນົກແກ້ວ ແລະ ນົກເຂົາມີແນວໂນ້ມບໍ່ປ່ຽນແປງ; ປາມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນປາສູດ ແລະ ປາກະປິ, ຮອງລົງມາແມ່ນປາມັນໜ້າບໍ້າ, ສ່ວນປາໄຍມີແນວໂນ້ມບໍ່ປ່ຽນແປງ, ປາດູດຝຸ່ນ(ຫຼື ປາຝຣັ່ງ) ແລະ ປາກໍມີແນວໂນ້ມເພີ່ມຂຶ້ນໄວທີ່ສຸດ ຈົນກາຍເປັນໄພຂົ່ມຂູ່ຕໍ່ປາຊະນິດອື່ນໆ; ແມງໄມ້ຫຼຸດລົງຫຼາຍກວ່າໝູ່ແມ່ນແມງມຸມຫຼັງໜາມ, ແມງກະເບື້ອໂກແຣັດ, ແມງກະເບື້ອໝາກນາວສີ, ສ່ວນຕໍ່ ແລະ ດ້ວງແມ່ນມີແນວໂນ້ມບໍ່ປ່ຽນແປງ; ໄມ້ຈິງມີແນວໂນ້ມປ່ຽນຫຼຸດລົງຫຼາຍກວ່າໝູ່ແມ່ນໄມ້ໂລງເລງ ແລະ ໄມ້ສະພີ້, ສ່ວນໄມ້ມີ້ໃຫຍ່, ໄມ້ໝາກກໍຟານ ແລະ ໄມ້ຍາງມີແນວໂນ້ມບໍ່ປ່ຽນແປງ; ໄມ້ປ່ອງມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ໄມ້ແສງຕາລ້ອມ, ຮອງລົງມາແມ່ນໄມ້ຂົມ ແລະ ໄມ້ແລບ; ໜໍ່ຫວາຍ-ໜໍ່ບຸ່ນມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນຫວາຍ ແລະ ໜໍ່ຕາວ, ສ່ວນປະເພດອື່ນໆແມ່ນມີແນວໂນ້ມຫຼຸດລົງພຽງເລັກໜ້ອຍ; ເຫັດມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ເຫັດ Myxomycetes, ກົງກັນຂ້າມ ເຫັດຫຼິນຈື່, ເຫັດເປັນພິດ ແລະ ເຫັດທີ່ບໍ່ມີຂໍ້ມູນນຳໃຊ້ແມ່ນມີແນວໂນ້ມເພີ່ມຂຶ້ນຫຼາຍ, ສ່ວນເຫັດທີ່ກິນໄດ້ ແລະ ເປັນຢາມີແນວໂນ້ມບໍ່ປ່ຽນແປງ; ຈໍານວນພົນລະເມືອງທັງ 5 ບ້ານແມ່ນມີແນວໂນ້ມທີ່ເພີ່ມຂຶ້ນພຽງເລັກໜ້ອຍ.

Categories
ສາຍທຳມະຊາດ

ຄວາມຫຼາກຫຼາຍລັກ​ສະ​ນະ​ທາງ​ໂຄງ​ສ້າງ​ຂອງ​ສັງຄົມພືດ ໃນເຂດ​ປ່າສະຫງວນພູ​ຈອມວອຍ ແຂວງບໍລິຄໍາໄຊ

ວິຈິດ ລຳໄຊ1 ສຸລິວັນ ຫຼ້າໜໍ່ສະຫວັນ1 ຄຳ​ຟ້າ ຈັນ​ທະ​ວົງ​ສາ1 ສົມຈັນ ບຸນພັນມີ1 ແກ້ວອຸດອນ ສຸວັນນະກຸມມານ1 ຍຸ​ລັນ​ຕິ ເສນ​ຈັນ​ທິ​ລາດ1 ສຸ​ພາ​ພອນ ຈິດ​ຕິ​ລາດ1 ດວງ​ແຂ ແກ້ວ​ນ້ອຍ1 ຂັນ ຢວງ​ຢາ​ເຢຍ1 ຄຳ​ບ່ອງ ກົມ​ມະ​ຈັນ1 ກິ່ງ​ແກ້ວ ສີ​ໂພ​ໄຊ1 ແສງ​ຟອງ ດວງ​ມະ​ນີ1 ວັນ​ໄຊ ໄຊ​ຍະ​ຫານ1 ເກດ​ສຸ​ດາ ພາ​ສຸ​ກເຂດ1 ສີ​ໄພ ປັນ​ຍາ​ນຸ​ວົງ1 ມະນີແສງເພັດ ພະຄຸນທອງ2 ພູເວີນ ວັນນິສາ3 ທອນ ດວງ​ດາ​ລາ4 ແພງ ຫຼຽນ​ພົມ​ໄຊ4 1 ພາກວິ​ຊາ​ຊີ​ວະ​ວິ​ທະ​ຍາ, ຄະ​ນະ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ; 2ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ; 3 ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ ເມືອງ​ຄຳ​ເກິດ; 4 ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ ເມືອງ​ໄຊ​ຈຳ​ພອນ.

ບົດ​ຄັດ​ຫຍໍ້

ການສຶກສາຄວາມ​ຫຼາກ​ຫຼາຍ​ຂອງ​ໂຄງ​ສ້າງ​​ສັງ​ຄົມພືດ ໃນ​ເຂດ​ປ່າ​​ສະ​ຫງວນພູ​ຈອມ​ວອຍ ຊຶ່ງ​ເປັນປ່າ​​ສະ​ຫງວນຂອງ​ແຂວງ, ​ແຂວງ​ບໍລິ​ຄຳ​ໄຊ, ໃນໄລ​ຍະ​ແຕ່ປີ 2017–2020 ເຊິ່ງ​ໄດ້ສຶກສາໃນເຂດເມືອງໄຊຈໍາພອນ ແລະ ເຂດເມືອງຄຳເກີດ , ​ໃນ​ລະດັບ​ຄວາມ​ສູງທຽບ​ກັບ​ລະດັບ​ນ້ຳ​ທະ​ເລ ​ແຕ່ 500 ​ແມັດ ​ເຖິງ 1,820 ​ແມັດ, ປ່າສະຫງວນພູຈອມວອຍໄດ້​ຮັບ​ອິດ​ທິ​ພົນ​ຂອງສະພາບອາກາດຂອງ​ສອງ​ປະ​ເທດ​ ລາວ ແລະ ຫວຽດນາມ ທີ່ແຕກ​ຕ່າງ​ກັນ, ໃນການສຶກສາ ໄດ້​ສ້າງດອນ​ຕົວ​ຢ່າງ​​ທັງ​ໝົດ 131 ດອນ, ໄດ້ຮວບຮວມ​​ຊະ​ນິດ​ໄມ້​ຍືນ​ຕົ້ນ​ທີ່​ພົບ​ເຫັນ​ໃນ​ເຂດ​ສຳ​ຫຼວດໄດ້ທັງ​ໝົດຈຳນວນ 119 ຕະກຸນ ແລະ 489 ຊະນິດ, ໄດ້ເກັບ​ຕົວ​ຢ່າງ​ພືດຫຼາຍກວ່າ 420 ນ້ຳ​ເບີ ເຊິ່ງໄດ້​ເກັບ​ຮັກ​ສາ​ໄວ້​ໃນ​ພິ​ພິ​ທະ​ພັນ​ພືດ ພາກວິຊາຊີວະວິທະຍາ ຄະ​ນະ​ວິ​ທະ​ຍາ​ສາດທຳ​ມະ​ຊາດ ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ. ລັກສະນະ​​ທາງ​ໂຄງ​ສ້າງ​ຂອງ​ສັງ​ຄົມ​ພືດໂດຍ​ທົ່ວ​ໄປ​ແມ່ນປະ​ກອບ​ດ້ວຍ ​5 ລັກ​ສະ​ນະ​ຂອງ​ໂຄງ​ສ້າງ​ປ່າ​ໄມ້ ແລະ ສັງ​ຄົມ​ພືດ ຊຶ່ງ​ປະ​ກົດ​ເຫັນ​ຕາມ​ຄວາມ​ສູງ​ ທຽບ​ກັບ​ລະ​ດັບ​ນ້ຳ​ທະ​ເລ ເຊັ່ນ : (1) ລັກ​ສະ​ນະ​ຂອງ​ສັງ​ຄົມພືດ​ຂອງປ່າ​ດົງ​ດິບ​ຊຸ່ມ​ຊື້ນ​ເຂດ​ສູງ High Montane Evergreen Forest (1.000–1.820 ມ.) (2) ລັກ​ສະ​ນະ​ຂອງ​ສັງ​ຄົມ​ພືດ​ຂອງປ່າ​ດົງ​ດິບ​ຊຸ່ມ​ຊື້ນ​ເຂດ​ຕ່ຳ Lower Montane Evergreen Forest (500–800 ມ.); (3) ລັກ​ສະ​ນະ​ຂອງ​ສັງ​ຄົມ​ພືດ​ຂອງ​ປ່າ​ປະ​ສົມ​ປ່ຽນ​ໃບ Mixed Deciduous Forest (500–800 ມ.); (4) ປ່າ​ໄມ້​ປ່ອງ ທີ່​ເປັນ​ປ່າ​ໄມ້ຂົມ Indosasa sp. (800–1.100 ມ.) ແລະ ປ່າ​ໄມ້​ແສນ​ຕາ​ລ້ອມ Chimonocalamus griffithianus (1,300–1.820 ມ.) ແລະ (5) ປ່າ​ເຫຼົ່າ Degraded Forest (1.100–1.550 m);  ຜ່ານ​ການ​ຍ່າງ​ປ່າ​ສຳ​ຫລວດ​ພືດ ທິມ​ງານ​ຍັງ​ໄດ້​ພົບ​ເຫັນ​ປະ​ກົດ​ການ​ ທີ່​ເປັນຄວາມ​ຊ່ຽງ ແລະ ໄພ​ຂົ່ມ​ຂູ່ ທັງ​ສ້າງ​ຂຶ້ນ​ດ້ວຍ​ມະ​ນຸດ ແລະ ໄພ​ພິ​ບັດທາງ​ທຳ​ມະ​ຊາດ ຕໍ່​ກັບ​​ຊີ​ວະ​ນາໆ​ພັນ ແລະ ສິ່ງ​ແວດ​ລ້ອມ,  ພົບ​ເຫັນ​ວ່າ ໄພ​ທຳ​ມະ​ຊາດຈາກຄວາມ​ໜາວ​ເຢັນ​ເຖິງນ້ຳ​ກ້າມ ໃນ​ປີ 2015 ໄດ້​ເຮັດ​ໃຫ້ກິ່ງ​ງ່າ​ຂອງ​ຕົ້ນ​ໄມ້​ໃຫຍ່​ຈຳ​ນວນ​ໜຶ່ງ​ຕາຍ​ໄປ ພ້ອມ​ທັງ​ຕົ້ນ​ໄມ້​ໃຫຍ່ ແລະ ນ້ອຍ​ບາງ​ຊະ​ນິດ ທີ່​ມີ​ຄວາມ​ອ່ອນ​ໄຫວ​ສູງໄດ້​ຕາຍ​ໄປ​ທັງ​ຕົ້ນ ​ເຮັດ​ໃຫ້​ພື້ນ​ທີ່​ດັ່ງ​ກ່າວ​ເປີດ​ແສງ​ລົງ​ເຖິງ​ດິນ ຈົນ​ກາຍ​ເປັນ​​ປັດ​ໃຈ​ທາງ​ທຳ​ມະ​ຊາດ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ຕົ້ນ​ໄມ້​ເບີກ​ນຳ​, ພືດ​ລົ້ມ​ລຸກ ແລະ ພືດພຸ່ມ​ປະ​ກົດ​ຂື້ນ​ຢ່າ​ງ​ໜາ​ແໜ້ນກາຍ​ເປັນ​ສະ​ພາບ​ປ່າ​ໄມ້ ທີ່​ມີ​ລັກ​ສະ​ນະ​ເປັນປ່າ​ເຫຼົ່າ (Degraded Forest) ຫຼື ການ​ປ່ຽນ​ແປງ​ໂຄງ​ສ້າງ​ຂອງ​ປ່າ​ໄມ້​ເຂດ​ສູງ. ໃນການສຶກສາຄັ້ງນີ້ໄດ້ສຶກສາລັກສະນະທາງສັນຖານວິທະຍາ, ຈັດຈຳແນກລະດັບກຸ່ມ, ຕະກຸນ ແລະ ຊະນິດ​ຂອງ​ໄມ້​ຍືນ​ຕົ້ນ, ໄດ້ສຶກສາ​ກຸ່ມ​ປະ​ຊາ​ກອນ, ການ​ກະຈາຍ​ພັນ, ສະພາບ​ທາງ​ແຫຼ່ງທີ່ຢູ່​ອາ​ໄສ, ສະພາບ​ທາງ​ນິ​ເວດ​ວິທະຍາ, ສະພາບ​ທາງ​ການ​ອະນຸລັກ, ຄວາມ​ຊ່ຽງ ​ແລະ ​ແນວ​ໂນ້ມ, ຄວາມອ່ອນ​ໄຫວ​ຕໍ່​ການ​ປ່ຽນ​ແປງ​ດິນຟ້າ​ອາກາດ , ການ​ບໍລິການ​ຂອງຂໍ້​ມູນ​ທາງ​ລະບົບ​ນິ​ເວດ ຂອງ​​ໄມ້​ຍືນ​ຕົ້ນ​ໃນ​ເຂດ​ສຶກ​ສາ ແລະ ຖ່າຍພາບປະກອບ.

Categories
ສາຍສັງຄົມ

ລາຍ​ນາກ​ໃນ​​ຜ້າແພ ເອກ​ະລັກ​ໜຶ່ງຂອງ​ລາວ

ຮສ. ຄໍາຜູຍ ພົນລືຊາ, ພາກວິຊາພາສາ-ວັດທະນະທໍາລາວ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ

ບົດ​ຄັດ​ຫຍໍ້

ບົດຄົ້ນຄວ້າ “ລາຍນາກໃນຜ້າແພ ເອກະລັກໜຶ່ງຂອງລາວ” ເປັນບົດຄົ້ນຄວ້າທີ່ໄດ້ທຶນການຄົ້ນຄວ້າຈາກສູນພັດທະນາອາຊີ, ມະຫາວິທະຍາໄລແຫ່ງຊາດ. ບົດຄົ້ນຄ້ວາບັດນີ້ໄດ້ສໍາເລັດແຕ່ປີ 2010 ແຕ່ບໍ່ທັນຖືກພິມເຜີຍແຜ່ ແລະນໍາສະເໜີຜົນຂອງການສຶກສາເປັນທາງການຈັກເທື່ອ. ຜົນສໍາເລັດຂອງການຄົ້ນຄວ້າກວມເອົາ 4 ບັນຫາຄື ສັນຍະລັກນາກໃນບໍລິບົດສັງຄົມລາວ, ລາຍນາກໃນຜ້າແພລາວ 96 ລາຍ, ວິທີເກັບລວດລາຍນາກໃນຜ້າແພລາວ ແລະການຍ້ອມສີທໍາມະຊາດ 9 ສີ ຕາມຄວາມເຊື່ອສີພະຍານາກຂອງຄົນລາວ.

Categories
ສາຍສັງຄົມ

ການກຽມຄວາມພ້ອມຂອງຜູ້ປະກອບການທຸລະກິດລາວຕໍ່ການທ່ອງທ່ຽວພາຍຫຼັງທີ່ມີການບໍລິການລົດໄຟ ລາວ-ຈີນ

ໄຊພອນ ກອງມະນີລາ (Xayphone KONGMANILA), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ xayphonekong@gmail.com ບຸນທະວີ ສໍສໍາພັນ (Bounthavy SORSAMPHANH), ຄະນະວິທະຍາສາດສັງຄົມ samphanh@ gmail.com ສິດທິໄຊ ໄຊຍະວົງ (Sithixay XAYYAVONG), ຫ້ອງການຄົ້ນຄວ້າ ແລະ ບໍລິການວິຊາການ x.sithixay@gmail.com ປະກາຍພອນ ສີວົງໄຊ (Pakaiphone SYPHOXAY), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ n_pakai@yahoo.com ປະທິສິດ ມິດທິຍາພອນ (Pathisith MITHIYAPHONE) patisith2014@gmail.com ຈັນທະໜອມ ເດືອນມະນີ (Chanthanom DEUANEMANY) chanthanomdeuanemany@yahoo.com

ບົດ​ຄັດ​ຫຍໍ້

ການຄົ້ນຄວ້າຄັ້ງນີ້  ມີຈຸດປະສົງເພື່ອປະເມີນການກຽມພ້ອມຂອງຫົວໜ່ວຍທຸລະກິດຕໍ່ການທ່ອງທ່ຽວພາຍຫຼັງທີ່ມີການເປີດບໍລິການທາງລົດໄຟລາວ-ຈີນ ແລະ ເພື່ອວິເຄາະຄວາມສໍາພັນລະຫວ່າງປັດໄຈຕ່າງໆ ແລະ ການກຽມພ້ອມຂອງຫົວໜ່ວຍທຸລະກິດໂດຍມີການນໍາໃຊ້ແບບສອບຖາມເພື່ອເປັນເຄື່ອງມືໃນການເກັບຂໍ້ມູນ ແລະ ໄດ້ນໍາໃຊ້ການສະຖິຕພັນລະນາ ເຊັ່ນ ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດສະຫະສໍາພັນເປັນເຄື່ອງມືໃນການວິເຄາະຂໍ້ມູນ. ຜົນການຄົ້ນຄວ້າຊີ້ໃຫ້ເຫັນວ່າ ຫົວໜ່ວຍທຸລະກິດທີ່ຢູ່ໃນເມືອງວັງວຽງ ແລະ ແຂວງຫຼວງພະບາງມີການກຽມພ້ອມໃນດ້ານຕ່າງໆ ໃນລະດັບດີ ຍົກເວັ້ນ ບາງດ້ານທີ່ມີຄ່າສະເລ່ຍຢູ່ໃນລະດັບໜ້ອຍ ແລະ ປານກາງ. ນອກຈາກນັ້ນ, ຍັງພົບວ່າ ຜູ້ເປັນເຈົ້າຂອງທຸລະກິດ ແລະ ຜູ້ບໍລິຫານທີ່ມີອາຍຸນ້ອຍກວ່າຈະມີການກຽມພ້ອມທາງດ້ານບຸກຄະລາກອນ ແລະ ດ້ານຍຸດທະສາດໃນການແຂ່ງຂັນຫຼາຍກວ່າຜູ້ທີ່ມີອາຍຸຫຼາຍກວ່າ; ຫົວໜ່ວຍທຸລະກິດທີ່ມີທຶນຈົດທະບຽນທີ່ຫຼາຍກວ່າ ແລະ ມີຂະໜາດທີ່ໃຫຍ່ກວ່າ ຈະມີການກຽມພ້ອມທາງດ້ານການຕະຫຼາດ, ຍຸດທະສາດໃນການແຂ່ງຂັນ ແລະ ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາຫຼາຍກວ່າຫົວໜ່ວຍທຸລະກິດທີ່ມີທຶນຈົດທະບຽນທີ່ໜ້ອຍກວ່າ; ຫົວໜ່ວຍທຸລະກິດທີ່ມີລາຍຮັບສະເລ່ຍຫຼາຍກວ່າຈະມີການກຽມພ້ອມດ້ານການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາຫຼາຍກວ່າຫົວໜ່ວຍທຸລະກິດທີ່ມີລາຍຮັບສະເລ່ຍໜ້ອຍກວ່າ.