Categories
ສາຍທຳມະຊາດ

ພືດດອກໃນເຂດພູຈອມວອຍ ປ່າສະຫງວນຂອງແຂວງ ແຂວງບໍລິຄໍາໄຊ

Corresponding author: biokklano@yahoo.com Tel. +856 20 55209822 ໜ່ວຍວິຊາພືດສາດ, ພາກວິຊາຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ 2ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ

ບົດ​ຄັດ​ຫຍໍ້

ການສຶກສາພືດດອກໃນ​ເຂດ​ພູ​ຈອມ​ວອຍ, ​ປ່າ​​ສະ​ຫງວນ​ຂອງ​ແຂວງ ​ແຂວງ​ບໍລິ​ຄຳ​ໄຊ ແຕ່​ເດືອນ​ທັນ​ວາ 2017 ເຖິງ​ເດືອນ​ຕຸລາ 2020, ​ໃນ​ເຂດ​ບ້ານ​ນາ​ເຮືອງ ເມືອງ​ຄຳ​ເກີດ ແລະ ​ບ້ານ​ນ້ຳ​ປັນ, ບ້ານວັງບານ ເມືອງ​ໄຊ​ຈຳ​ພອນ, ​ໃນ​ລະດັບ​ຄວາມ​ສູງ​ທຽບ​ກັບ​ລະດັບ​ນ້ຳ​ທະ​ເລ ແຕ່ 500 ມ. ເຖິງ 1,820 ມ,  ພົບພືດທັງ​ໝົດ 460ຊະນິດ, 107 ຕະກຸນ ມີ​ຕົວ​ຢ່າງ​ພືດຫຼາຍກວ່າ 450 ນ້ຳ​ເບີ ເຊິ່ງໄດ້​ເກັບ​ຮັກ​ສາ​ໄວ້​ໃນ​ຫ້ອງພິ​ພິ​ທະ​ພັນ​ພືດ ຂອງພາກວິຊາຊີວະວິທະຍາ, ຄະ​ນະ​ວິ​ທະ​ຍາ​ສາດທຳ​ມະ​ຊາດ ມະ​ຫາ​ວິ​ທະ​ຍ​າ​ໄລ​ແຫ່ງ​ຊາດ. ພືດທີ່ສຶກສາຄັ້ງນີ້ພົບວ່າກຸ່ມ​ພືດ​ໃບ​ລ້ຽງ​ຄູ່​ມີ​ຈຳນວນ​ຫຼາຍ​ກວ່າ​ໝູ່ 355 ຊະນິດ ນອນ​ໃນ 87 ຕະກຸນ, ​ຮອງລົງ​ມາ​ແມ່ນກຸ່ມພືດ​ໃບ​ລ້ຽງ​ດ່ຽວ 99 ຊະນິດ, 15 ຕະກຸນ, ກຸ່ມ​ພືດ​ເມັດ​ເປຶ​ອຍ 6 ຊະນິດ 5 ຕະກຸນ. ໃນການສຶກສາຄັ້ງນີ້ສຶກສາລັກສະນະທາງສັນຖານວິທະຍາ, ຈັດຈຳແນກລະດັບກຸ່ມ, ຕະກຸນ ແລະ ຊະນິດ, ໄດ້ສຶກການ​ກະຈາຍ​ພັນ, ສະພາບ​ທາງ​ແຫຼ່ງທີ່ຢູ່​ອາ​ໄສ, ສະພາບ​ທາງ​ນິ​ເວດ​ວິທະຍາ ແລະ ຖ່າຍພາບປະກອບ

Categories
ສາຍທຳມະຊາດ

ການປະເມີນແຜນທີ່ນໍ້າຖ້ວມລະດັບພາກພື້ນແບບປະສົມປະສານພາຍໃຕ້ການປ່ຽນແປງດິນຟ້າອາກາດໃນລາວໂດຍໃຊ້ Analytical Hierarchy Processການປະເມີນແຜນທີ່ນໍ້າຖ້ວມລະດັບພາກພື້ນແບບປະສົມປະສານພາຍໃຕ້ການປ່ຽນແປງດິນຟ້າອາກາດໃນລາວໂດຍໃຊ້ Analytical Hierarchy Process

SengphrachanhPhrakonkham, phoummixaysiharath, Department of Envirronmental Engineering, Faculty of Engineering, National University of Laos Lao-Thai Friendship Road, Sisattanak District, PO Box: 3166, Vientiane Capital. Email: bphrakonkham@gmail.com Mobile: +856 20 22073266

ບົດຄັດຫຍໍ້

ໃນທົດສະວັດທີ່ຜ່ານມາ, ມີຫລາຍບ່ອນໄດ້ເກີດນ້ຳຖ້ວມຂື້ນໃນລາວ. ເພື່ອຫຼຸດຜ່ອນຜົນກະທົບແລະການສູນເສຍຈາກໄພນ້ຳຖ້ວມ, ຈຶ່ງເປັນສິ່ງທີ່ສຳຄັນທີ່ຈະຕ້ອງເຂົ້າໃຈກ່ຽວກັບຂະໜາດຄວາມຮຸນແຮງແລະພື້ນທີ່ຜົນກະທົບຂອງນ້ຳຖ້ວມທີ່ອາດຈະເກີດຂື້ນໃນອະນາຄົດ. ການປ່ຽນແປງດິນຟ້າອາກາດແມ່ນມີບົດບາດສຳຄັນຕໍ່ໄພນໍ້າຖ້ວມ ແລະຈຳເປັນທີ່ຈະຕ້ອງເຂົ້າໃຈຜົນກະທົບຂອງມັນຕໍ່ກັບໄພນ້ຳຖ້ວມ. ສະນັ້ນ, ການສ້າງແຜນທີ່ນໍ້າຖ້ວມແມ່ນຈະເປັນເຄື່ອງມືທີ່ສຳຄັນສຳລັບອົງການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຫຼື ລັດຖະບານແຫ່ງ ສ ປ ປ ລາວເພື່ອເສີມສ້າງຄວາມເຂົ້າໃຈ ແລະ ສາມາດລະບຸພື້ນທີ່ທີ່ມີຄວາມສ່ຽງ ແລະ ອ່ອນໄຫວຕໍ່ໄພນໍ້າຖ້ວມ. ໃນບົດສຶກສານີ້ ພວກເຮົາໄດ້ພັດທະນາແຜນທີ່ນໍ້າຖ້ວມແບບປະສົມປະສານ(integrated flood hazard map) ໂດຍອີງໃສ່ການລວມເອົາ 2ແຜນທີ່ຄື: ແຜນທີ່ນໍ້າຖ້ວມໃນປະຈຸບັນຈາກແບບຈໍາລອງ ແລະແຜນທີ່ນໍ້າຖ້ວຈາກຜົນກະທົບການປ່ຽນແປງດິນຟ້າອາກາດ.Analytical Hierarchy Process (AHP) ແມ່ນເຄື່ອງມືເພື່ອໃຊ້ຊ່ວຍໃນການຕັດສິນໃຈເມື່ອມີຫລາຍເກນຕັດສິນ (multi criteria decision making). ໃນການສຶກສານີ້ແມ່ນໄດ້ໃຊ້ AHP ເປັນເຄື່ອງມືໃນການລວມເອົາແຜນທີ່ນໍ້າຖ້ວມທັງ2ທີ່ແຕກຕ່າງກັນເຂົ້າເປັນແຜນທີ່ນໍ້າຖ້ວມແບບປະສົມປະສານ. ເພື່ອທີ່ຈະສາມາດລວມເອົາແຜນທີ່ທັງສອງເຂົ້າກັນໄດ້ນັ້ນ, ກ່ອນອື່ນເຮົາຕ້ອງເຂົ້າໃຈເຖິງຄວາມສໍາຄັນສໍາພັນ (relative importance) ຂອງແຕ່ລະແຜນທີ່ກ່ອນເພື່ອທີ່ຈະຫານໍ້າໜັກ (weight) ຂອງແຕ່ລະແຜນທີ່.AHPແມ່ນຖືກນຳໃຊ້ເພື່ອຊອກຫານ້ຳໜັກໃຫ້ແຕ່ລະແຜນທີ່, ໂດຍການນຳໃຊ້ຕາຕະລາງການປຽບທຽບແບບຄູ່(pairwise comparison) ເພື່ອປຽບທຽບຄວາມສຳຄັນຂອງມັນ. ຄ່າຂອງແຕ່ລະແຖວໃນການສົມທຽບແບບຄູ່ແມ່ນຖືກກຳນົດໂດຍອີງໃສ່ແບບສອບຖາມຈາກຜູ້ຊ່ຽວຊານໃນດ້ານນັ້ນໆ.ຈາກນັ້ນພວກເຮົາປຽບທຽບຜົນໄດ້ຮັບຂອງພວກເຮົາກັບເຫດການທີ່ເຄຍເກີດຂື້ນເພື່ອກວດເບິ່ງຄວາມແມ່ນຍໍາ ແລະ ຄວາມຖືກຕ້ອງຂອງແບບຈໍາລອງ ຜົນໄດ້ຮັບສະແດງໃຫ້ເຫັນວ່າພາກໃຕ້ຂອງລາວມີພື້ນທີ່ທີ່ອາດຈະສ່ຽງຕໍ່ໄພນໍ້າຖ້ວມສູງທັງປະຈຸບັນ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນອະນາຄົດ.

Categories
ສາຍທຳມະຊາດ

ການໃຊ້ນໍ້າໝັກຊີວະພາບຈາກໝາກນັດ ແລະ ເກຶອກໍາຈັດວັດສະພືດໃນສວນສາລີ

Yeng LEE, Pem LUANGSACKDA, Somsanouk PHONEPADID

ບົດຄັດຫຍໍ້

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອສໍາຫຼວດ ແລະ ຮວບຮວມຊະນິດຂອງວັດສະພືດທີ່ເກີດໃນສາລີເພື່ອງ່າຍຕໍ່ການຈັດການ, ເພື່ອສຶກສາຜົນຂອງນໍ້າໝັກຊີວະພາບ  ແລະ ເກືອຕໍ່ກໍາຈັດວັດສະພືດ,  ຄວາມອຸດົມສົມບູນຂອງດິນ ແລະ ເພື່ອສຶກສາຜົນຂອງການກໍາຈັດວັດສະພືດຕໍ່ການຈະເລີນເຕີບໂຕ ແລະ ຜົນຜະລິດຂອງສາລີ, ຊຶ່ງໄດ້ດໍາເນີນການທົດລອງຢູ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງເດືອນສິງຫາປີ 2019 ເຖີງ ເດືອນເມສາ ປີ 2020 ຊຶ່ງວາງແຜນການທົດລອງແບບ RCBD ລວມມີທັງໝົດ 4 ສິ່ງທົດລອງ ແລະ 4 ຊໍ້າ ຄື: T1:  ກຳຈັດວັດສະພືດດ້ວຍມືເມື່ອ 25 ມື້ຫຼັງປູກສາລີ (ຕົວຢືນ), T2: ໃຊ້ນໍ້າໝັກຊີວະພາບ ແລະ ເກືອອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 7 ມື້, T3: ໃຊ້ນໍ້າໝັກຊີວະພາບ ແລະ ອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 14 ມື້ ແລະ T4: ໃຊ້ນໍ້າໝັກຊີວະພາບ ແລະ ອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 20 ມື້, ຈາກຜົນການທົດລອງພົບວັດສະພືດທັງໝົດ 12  ຊະນິດ ຊຶ່ງພົບວັດສະພືດໃບແຄບເຊັ່ນ: ຫຍ້າແຫ້ວໝູ, ຫຍ້າຕີນນົກ, ຫຍ້າຕີນກາ, ແລະ ຫຍ້າແພກ, ຫຍ້າສາບແຮ້ງສາບກາ, ຜັກໂຫມ, ຜັກສ້ຽນ, ຜັກຢາງ, ຖົ່ວດິນປ່າ, ຫຍ້າຍຸບເຄືອ ,ຫຍ້າຍຸບ ແລະ ຜັກ. ຈໍານວນຕົ້ນວັດສະພືດເມື່ອ 60 ວັນຫຼັງປູກສາລີ ພົບວ່າ ການກໍາຈັດວັດສະພືດເມື່ອ 14 ວັນຫຼັງປູກສາລີ ມີຈໍານວນຕົ້ນວັດສະພືດຫຼາຍທີ່ສຸດ ແລະ ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການອື່ນໆ ຄື 213.50 ຕົ້ນ/m2. ວິທີກໍາຈັດວັດສະພືດດ້ວຍມື ແລະ ການໃຊ້ນໍ້າໝັກຊີວະພາບ ແລະ ເກືອ ກໍາຈັດວັດສະພືດ 7 ວັນຫຼັງປູກສາລີ ແມ່ນສາມາດກໍາຈັດວັດສະພືດໄດ້ໃນລະດັບປານກາງຫາລະດັບດີຊຶ່ງຄະແນນຢູ່ລະຫວ່າງ  5.0 – 9.0.  ດ້ານຄວາມເປັນພິດຂອງນໍ້າໝັກຊີວະພາບ ແລະ ເກືອກໍາຈັດວັດສະພືດຕໍ່ສາລີພົບວ່າ ໃຊ້ນໍ້າໝັກຊີວະພາບອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 7 ແລະ 14 ມື້ ຫຼັງປູກສາລີນັ້ນແມ່ນມີຄວາມເປັນພິດຕໍ່ສາລີພຽງເລັກໜ້ອຍຊຶ່ງຄະແນນຢຸ່ລະຫວ່າງ 2.5 – 3.2. ດ້ານຄວາມສູງວິທີທີ່ໃຊ້ນໍ້າໝັກຊີວະພາບອັດຕາ 500 cc + 500 g ຕໍ່ນໍ້າ 2 ລິດ ສີດພົ່ນເມື່ອວັດສະພືດງອກໄດ້ 20  ມື້ ມີຜົນເຮັດໃຫ້ຕົ້ນສາລີມີຄວາມສູງຫຼາຍກວ່າໝູ່ຄື 241.25 cm/ຕົ້ນ ແຕ່ບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການກໍາຈັດວັດສະພືດເມື່ອ 7 ແລະ 14 ວັນ. ດ້ານຜົນຜະລິດພົບວ່າ ການໃຊ້ນໍ້າໝັກຊີວະພາບ ແລະ ເກືອ ກໍາຈັດວັດສະພືດເມື່ອ 20 ວັນຫຼັງປູກສາລີນັ້ນແມ່ນມີຜົນເຮັດໃຫ້ໄດ້ຜົນຜະລິດຫຼາຍທີ່ສຸດຄື  2,301 kg/ໄລ່ ແລະ ມີຄວາມແຕກຕ່າງທາງດ້ານສະຖິຕິກັບວິທີການອື່ນໆ. ສ່ວນທາດອາຫານໃນດິນພົບວ່າ ທາດ N ແລະ K ພົບວ່າ ແຕ່ລະວິທີການກໍາຈັດວັດສະພືດມີຜົນເຮັດໃຫ້ປະລິມານຫຼຸດລົງ. ແຕ່ພົບສານປະກອບອິນຊີ (Organic Matter)  ມີປະລິມານເພີ່ມຂຶ້ນ, ສ່ວນຄວາມເປັນກົດເປັນດ່າງ pH ພົບວ່າ ຫຼັງເຮັດການທົດລອງດິນມີຄ່າ pH ເທົ່າກັບ 6.07-7.33 ແລະ ພົບວ່າ ການໃຊ້ນໍ້າໝັກຊີວະພາບຈາກໝາກນັດ ແລະ ເກືອກໍາຈັດວັດສະພືດນັ້ນບໍ່ມີຜົນຕໍ່ຄຸນສົມບັດຂອງດິນຄືບໍ່ມີຜົນເຮັດໃຫ້ດິນເຄັມ.

Categories
ສາຍທຳມະຊາດ

ສຶກສາວິຖີຊີວິດ, ເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງຊາວກະສິກອນຜູ້ຜະລິດພືດຜັກທີ່ກ່ຽວຂ້ອງກັບການຍອມຮັບເຕັກນິກໃໝ່ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ

ໄມເຢີ ຊົ່ງ1**, ຟອງສະມຸດ ສຸທຳມະວົງ1, ພິມມະສອນ ສີສຸວັນ1 ແລະ ອິນທອງ ສົມພູ1 Gomathy Palaniappan2** , Laurie Bonney3** and Alice Melland4** 1 ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດລາວ 2 ມະຫາວິທະຍາໄລ Queensland, Australia 3 ສະຖາບັນຄົ້ນຄ້ວາກະສິກຳ ທັດສມາເນຍ (TIA), ມະຫາວິທະຍາໄລ Tasmania, Australia 4 ມະຫາວິທະຍາໄລ Southern Queensland, Australia * ໂຄງການຄົ້ນຄ້ວາເພື່ອການຈັດການດິນ ແລະ ນໍ້າແບບປະສົມປະສານໃນການຜະລິດພືດຜັກໃນ ສປປ ລາວ ແລະ ກໍາປູເຈຍ, SMCN/2014/088 **ນັກຄົ້ນຄ້ວາຫຼັກ: xmaiyer@yahoo.com, g.palaniappan@uq.edu.au, Alice.Melland@usq.edu.au

ບົດຄັດຫຍໍ້:

ກະສິກໍາແມ່ນແຫຼ່ງລາຍຮັບອັນຕົ້ນຕໍສຳລັບປະຊາຊົນທີ່ທຸກຍາກໃນຊົນນະບົດ. ວິທີການສຶກສາວິຖີຊີວິດແບບຍືນຍົງໄດ້ຊ່ວຍໃຫ້ນັກຄົ້ນຄ້ວາເຂົ້າໃຈເຖິງການດຳລົງຊີວິດຂອງຄົນທີ່ທຸກຍາກວ່າດຳລົງຊີວິດແບບໃດບົນພື້ນຖາມໂອກາດ ແລະ ຊັບພະ ຍາກອນທີ່ເຂົາມີ. ກອບແນວຄວາມຄິດ ທີ່ຖືກນຳໃຊ້ມາວິເຄາະຫາສາເຫດຂອງ ຄວາມທຸກຈົນ ແລະ ການເຂົ້າເຖິງຊັບພະຍາກອນຂອງປະ ຊາຊົນ (ຊັບພະຍາກອນທີ່ຈັບຕ້ອງໄດ້ ແລະ ບໍ່ສາມາດຈັບຕ້ອງ) ສຳລັບການດຳລົງຊີວິດ. ຊັບພະຍາກອນປະກອບດ້ວຍ 5 ສິ່ງໃຫຍ່ໆ ຄື: ທຶນຮອນຈາກ ທຳມະຊາດ, ທຶນຮອນທາງວັດຖຸ, ທຶນຮອນທາງ ການເງິນ, ທືນຮອນທາງຊັບພະຍາກອນມະນຸດ ແລະ ທຶນຮອນທາງສັງຄົມ. ການສຳຫຼວດເສດຖະກິດສັງ ຄົມຄັ້ງນີ້ໄດ້ປະຕິບັດຢູ່ບ້ານປາກຊາບເກົ່າ (ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ), ບ້ານຫົວ ຫ້າ (ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ), ບ້ານທົ່ງເສັດ ແລະ ບ້ານ ກະຕວດ (ເມືອງປາກ ຊ່ອງ, ແຂວງຈຳປາສັກ). ການສຳຫຼວດໄດ້ດຳເນີນ ໃນຊ່ວງ ປີ 2017 ຫາ ປີ 2018 ໂດຍມີຜູ້ໃຫ້ສຳພາດທັງໝົດ 114 ຄົນທີ່ໄດ້ຄັດເລືອກຈາກເຂດເປົ້າໝາຍຂອງໂຄງການ. ການສຸ່ມເກັບຕົວຢ່າງແມ່ນສຸ່ມແບບຕັ້ງໃຈເພື່ອໃຫ້ໄດ້ຕົວຢ່າງທີ່ເປັນຕົວ ແທນຕາມມາດຕະຖານການຄັດເລືອກຕົວຢ່າງ. ການວິເຄາະຂໍ້ມູນແມ່ນໃຊ້ຄ່າສະຖິຕິແບບບັນຍາຍ, ການພັນລະນາ ແລະ ອະທິບາຍ ຊຶ່ງນັ້ນແມ່ນເປົ້າໝາຍຫຼັກຂອງບົດຄົ້ນຄ້ວາຂໍ້ມູນພື້ນຖານນີ້.  ຜົນໄດ້ຮັບທີ່ນຳມາສະເໜີໃນບົດລາຍງານນີ້ແມ່ນເປັນ ຜົນໄດ້ຮັບລວມຈາກການສຳຫຼວດຂໍ້ມູນພື້ນຖານຂອງໂຄງການ, ຊຶ່ງປະກອບດ້ວຍຂໍ້ມູນປະຊາກອນຄົວເຮືອນ, ທຶນຮອນຈາກທຳມະຊາດ, ທຶນຮອນທາງວັດຖຸ, ທຶນຮອນທາງການເງິນ, ທືນຮອນທາງຊັບພະຍາກອນມະນຸດ ແລະ ທຶນຮອນທາງສັງຄົມ. ກອບວຽກຂອງການດຳລົງຊີວິດແບບຍືນຍົງ, ຫ້າ ຕົ້ນທຶນຂອງການດຳລົງຊີວິດ ຫຼື ເອີ້ນວ່າເປັນໝາກ ຫົວໃຈຂອງການພັດທະນາ ແບບຍືນຍົງ. ການສຳ ຫຼວດຄັ້ງນີ້ສະຫຼຸບໄດ້ວ່າ ຊັບສິນເຫຼົ່ານີ້ເປັນຕົວ ແທນຂອງວັດຖຸອຸປະກອນ, ການບໍລິການ ແລະ ກາລະໂອກາດທີ່ຜູ້ໃຊ້ສາມາດໃຊ້ໃນການຕອບສະ ໜອງຄວາມຕ້ອງການພື້ນຖານຂອງພວກເຂົາ ແລະ ເພື່ອບັນເທົາ ຫຼື ປັບຕົວໃຫ້ເຂົ້າກັບສະພາບການປ່ຽນແປງ.

Categories
ສາຍທຳມະຊາດ

ສຶກສາແນວໂນ້ມການປ່ຽນແປງຂອງສິ່ງແວດລ້ອມເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄໍາໄຊດ້ວຍແບບຈໍາລອງຄະນິດສາດ

ລີຊັດເຕີ ລີເລ່ຍນູ1, ທອງສຸກ ໄຊບຸນເຮືອງ1, ເກດຕິສັກ ໄຊຊະນະດາສີ1, ຜຸຍ ສຸກສົມຫວັງ1, ພິດສະໄໝ ມູນລະດົກ1, ຂັນຄໍາ ວົງສະຫວ່າງ1, ບົວສີ ດວງສະຫວັນ1, ຄໍາສະຫຍຸຍ ໄຊຍາລາດ1, ຄໍາຜຸ ອິນທະວອນ1, ພູວົງ ໂພທິສານ2 ແລະ ສະລັນທອນ ບົວລົມ2 1ອາຈານພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ 2ນັກສຶກສາພາກວິຊາ ຄະນິດສາດ ແລະ ສະຖິຕິ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ຊາດ

ບົດຄັດຫຍໍ້

ການສຶກສາກ່ຽວກັບ ປະເມີນແນວໂນ້ມການປ່ຽນແປ່ງສິ່ງແວດລ້ອມດ້ວຍແບບຈໍາລອງຄະນິດສາດ ໃນຄັ້ງນີ້ແມ່ນໄດ້ລົງສຳຫຼວດເກັບຂໍ້ມູນກ່ຽວກັບປະຊາຊົນ, ສັດ ແລະ ພືດນາໆຊະນິດ ຢູ່ໃນບໍລິເວນເຂດພູຈອມວອຍປ່າສະ ຫງວນຂອງແຂວງບໍລິຄໍາໄຊ. ວິທີການສຶກສາແມ່ນໃຊ້ໂປຣແກຣມ MATLAB ແລະ Microsoft Excel ວິເຄາະຫາບັນດາປັດໄຈທີ່ມີຜົນຕໍ່ການປ່ຽນແປງສິ່ງແວດລ້ອມ ພ້ອມທັງສ້າງແບບຈຳລອງທາງຄະນິດສາດປະເມີນແນວໂນ້ມການປ່ຽນແປງສິ່ງແວດລ້ອມໃນເຂດດັ່ງກ່າວແຕ່ປີ 1980-2044. ລົງເກັບກໍາຂໍ້ມູນພາກສະໜາມຈຳນວນ 4 ຄັ້ງ ມີທັງໝົດ 180 ຄອບຄົວ ຈາກ 5 ບ້ານ ຄື: ບ້ານ ນາເຮືອງ ບ້ານ ຫາງນາ, ບ້ານ ນາຈະໄຫຼ້ ແລະ ບ້ານ ແກ້ວແສນຄຳ, ເມືອງ ຄໍາເກີດ, ຈໍານວນ 30, 30, 30 ແລະ 30  ຄອບຄົວ ຕາມລຳດັບ ແລະ ບ້ານ ນໍ້າປັນ, ເມືອງ ໄຊຈຳພອນ ຈຳນວນ 60  ຄອບຄົວ. ຂໍ້ມູນພືດ ແລະ ສັດທີ່ເກັບກໍາໄດ້ທັງໝົດ 151 ຊະນິດ ຄື: ສັດລ້ຽງລູກດ້ວຍນໍ້ານົມມີ 26 ຊະນິດ; ສັດເຄິ່ງບົກ-ເຄິ່ງນໍ້າມີ 24 ຊະນິດ; ສັດເລືອຄານມີ 5 ຊະນິດ; ນົກມີ 11 ຊະນິດ; ປາມີ 26 ຊະນິດ; ແມງໄມ້ມີ 28 ຊະນິດ; ຕົ້ນໄມ້ຈິງມີ 12 ຊະນິດ; ໄມ້ປ່ອງມີ 3 ຊະນິດ; ໜໍ່ຫວາຍ-ໜໍ່ບຸ່ນມີ 6 ຊະນິດ, ເຫັດມີ 10 ຊະນິດ.  ຜົນການສຶກສາພົບວ່າ:  ສັດລ້ຽງລູກດ້ວຍນໍ້ານົມມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນ ຊ້າງ (ສູນພັນແລ້ວ), ກວາງ ແລະ ເສົາຫຼ້າ ມີແນວໂນ້ມໃກ້ຈະສູນພັນ ແລະ ຮອງລົງມາແມ່ນ ເສືອ, ໝີ ແລະ ເໝີຍຕາມລໍາດັບ, ສ່ວນໜູປ່າແມ່ນບໍ່ມີປ່ຽນແປງ; ສັດເຄິ່ງບົກ-ເຄິ່ງນໍ້າສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງ, ກົງກັນຂ້າມຕະປາດຄີໂອແມ່ນເພີ່ມຂຶ້ນເລັກໜ້ອຍ; ສັດເລືອຄານ ສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງເທົ່າໆກັນ, ສ່ວນງູຈົງອາງຕາໃຫຍ່ແມ່ນເພີ່ມຂຶ້ນເລັກໜ້ອຍ; ນົກມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນໄກ່ຂວາ, ຮອງລົງມາແມ່ນນົກຍຸງ, ນົກກົກຄໍາຕາມລໍາດັບ, ສ່ວນນົກແກ້ວ ແລະ ນົກເຂົາມີແນວໂນ້ມບໍ່ປ່ຽນແປງ; ປາມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນປາສູດ ແລະ ປາກະປິ, ຮອງລົງມາແມ່ນປາມັນໜ້າບໍ້າ, ສ່ວນປາໄຍມີແນວໂນ້ມບໍ່ປ່ຽນແປງ, ປາດູດຝຸ່ນ(ຫຼື ປາຝຣັ່ງ) ແລະ ປາກໍມີແນວໂນ້ມເພີ່ມຂຶ້ນໄວທີ່ສຸດ ຈົນກາຍເປັນໄພຂົ່ມຂູ່ຕໍ່ປາຊະນິດອື່ນໆ; ແມງໄມ້ຫຼຸດລົງຫຼາຍກວ່າໝູ່ແມ່ນແມງມຸມຫຼັງໜາມ, ແມງກະເບື້ອໂກແຣັດ, ແມງກະເບື້ອໝາກນາວສີ, ສ່ວນຕໍ່ ແລະ ດ້ວງແມ່ນມີແນວໂນ້ມບໍ່ປ່ຽນແປງ; ໄມ້ຈິງມີແນວໂນ້ມປ່ຽນຫຼຸດລົງຫຼາຍກວ່າໝູ່ແມ່ນໄມ້ໂລງເລງ ແລະ ໄມ້ສະພີ້, ສ່ວນໄມ້ມີ້ໃຫຍ່, ໄມ້ໝາກກໍຟານ ແລະ ໄມ້ຍາງມີແນວໂນ້ມບໍ່ປ່ຽນແປງ; ໄມ້ປ່ອງມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ໄມ້ແສງຕາລ້ອມ, ຮອງລົງມາແມ່ນໄມ້ຂົມ ແລະ ໄມ້ແລບ; ໜໍ່ຫວາຍ-ໜໍ່ບຸ່ນມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນຫວາຍ ແລະ ໜໍ່ຕາວ, ສ່ວນປະເພດອື່ນໆແມ່ນມີແນວໂນ້ມຫຼຸດລົງພຽງເລັກໜ້ອຍ; ເຫັດມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ເຫັດ Myxomycetes, ກົງກັນຂ້າມ ເຫັດຫຼິນຈື່, ເຫັດເປັນພິດ ແລະ ເຫັດທີ່ບໍ່ມີຂໍ້ມູນນຳໃຊ້ແມ່ນມີແນວໂນ້ມເພີ່ມຂຶ້ນຫຼາຍ, ສ່ວນເຫັດທີ່ກິນໄດ້ ແລະ ເປັນຢາມີແນວໂນ້ມບໍ່ປ່ຽນແປງ; ຈໍານວນພົນລະເມືອງທັງ 5 ບ້ານແມ່ນມີແນວໂນ້ມທີ່ເພີ່ມຂຶ້ນພຽງເລັກໜ້ອຍ.

Categories
ສາຍທຳມະຊາດ

ການສຶກສາການໃຫ້ນໍ້າແກ່ຕົ້ນໝາກສະຕໍເບີລີ້ ບ້ານ ສາມແຍກ,ເມືອງ ພູຄູນ, ແຂວງ ຫຼວງພະບາງ

ສົມຈິດ ລິດຊະນະ, ອວນມາ ທໍາມະວົງ, ສົມສະໜຸກ ສີລິບຸນທັນ, ເພັດ​ຍະ​ສອ​ນ ໄຊ​ປັນ​ຍາ ຄະນະຊັບພະຍາກອນນ້ຳ, ວິທະຍາເຂດຕາດທອງ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ ອີ​ເມ​ວ : somsanoukslbth@yahoo.com

ບົດ​ຄັດ​ຫຍໍ້

ການສຶ​ກສາການໃຫ້ນໍ້າແກ່ໝາກສະຕໍເບີລີ້ ສວນທົດລອງ ບ້ານ ສາມແຍກ ເມືອງ ​ພູຄູນ ແຂວງ ຫຼວງພະບາງ, ລະບົບການໃຫ້ນໍ້າແບບຢອດ(ສາຍນໍ້າຢອດ), ຈຸດປະສົງຂອງການສຶກສາ: ເພື່ອສຶກສາຫາປະລິມານນໍ້າທີ່ມີຄວາມຊຸ່ມ ການໃຫ້ນໍ້າທີ່ໜານປູກສະຕໍເບີລີ້ 5-10%, 10-20% ແລະ 20-30% ເຂດເທດສະບານ, ເມືອງພູຄູນ, ແຂວງຫລວງພະບາງ, ເພື່ອສຶກສາຫາຜົນຜະລິດສູງສຸດໂດຍປະລິມານນໍ້າທີ່ມີຄວາມຊຸ່ມທີ່ເໜາະສົມໃນການໃຫ້ນໍ້າແກ່ສະຕໍເບີລີ້, ແນວພັນ 80 ຈາກຊຽງໄໝ່ ພະຣາຊທານຂອງເຈົ້າຊິວິດໄທ. ໄດ້ທົດລອງໃນເນື້ອທີ່   ໜານທົດລອງ 0.004 ha, ກໍານົດການປູກຄູນດິນຂຶ້ນເປັນໜານທົດລອງ 3 ໜານ ຄວາມຍາວຂອງແຕ່ລະໜານ 10 ແມັດ, ພື້ນຂອງໜານກ້ວາງ 0.6 ແມັດ, ຍົກລວງສູງຂອງໜານ 0.4 ແມັດ, ທາງໜ້າຂອງໜານປູກພືດກ້ວາງ 0.30 ແມັດ, ໄລຍະການປູກຕົ້ນໜາກສະຕໍເບີລີ້ແມ່ນ 0.25 ແມັດຕໍ່ຕົ້ນ, ໃນແຕ່ລະໜານແມ່ນປູກເທົ່າກັນ 50 ຕົ້ນຕໍ່ໜານ, ເວລາໃນການປູກ ວັນທີ 10 ສິງຫາ 2018 ຫາ ວັນທີ 1 ມີນາ 2019 (ການເກັບກໍາຂໍ້ມູນ 203 ວັນ), ການເກັບກໍາຂໍ້ມູນ, ການສັງລວມຂໍ້ມູນ ແລະ ການວິເຄາະຂໍ້ມູນແມ່ນໃຊ້ ໂປແກຣມ  Microsoft Excel 2013. ແຫຼ່ງນໍ້າທີ່ໃຊ້ປູກໄດ້ມາຈາກນໍ້າອອກບໍ່ ໄດ້​ກຳ​ນົດ​ອັດ​ຕາ​ການ​ໃຫ້​ນ້ຳຜ່ານກົງ​ເຕີ​ວັດ​ແທກ​ນ້ຳທີ່​ໄດ້​ຕິດ​ຕັ້ງ​ໃນ​ລະ​ບົບ​ການ​ໃຫ້​ນ້ຳແບບຢອດກຳ​ນົດ​ເວ​ລາ​​ໃຫ້​ນ້ຳ 10 ນາ​ທີ, 20 ນາທີ ແລະ 25 ນາທີ. ໄລຍະຫ່າງຂອງການໃຫ້ນໍ້າ 24 ຊົ່ວໂມງຕໍ່ຄັ້ງ ຫຼື 1 ວັນຕໍ່ຄັ້ງ ໂດຍການວັດແທກຄວາມຊຸ່ມຂອງດິນ ດ້ວຍການໃຊ້ເຄື່ອງວັດແທກດີຈີຕອນ ເຊິ່ງມີຄວາມຊຸ່ມລະດັບແຕກຕ່າງກັນຄື: ໜານທີ 1 ຄວາມຊຸ່ມ 5-10%,  ໜານທີ 2 ຄວາມຊຸ່ມ 10-20% ແລະ ໜານທີ 3 ຄວາມຊຸ່ມ 20-30%.

    ຜົນການສຶກສາພົບວ່າ ຄວາມເປັນກົດເປັນດ່າງຂອງດິນສະເລ່ຍໄດ້ (pH=6), ດິນທີ່ປູກເປັນດິນພູຜຸ່ຍດິນຂີ້ມ້ອນປົນດິນໜຽວເທົ່າກັບ 58.81% 45% ມີແຮ່ທາດ ຫຼື ສານອີນຊີທີ່ເໝາະສົມ, ອຸນນະພູມສູງສຸດເທົ່າກັບ 34c ແລະ ຕໍ່າສຸດ 15c, ການຈະເລີນເຕີບໂຕຂອງຕົ້ນສະຕໍເບີລີ້, ອາຍຸສະຕໍເບີລີ້ 30-45 ວັນສາມາດນໍາມາປູກໃສ່ໜານ ໂດຍການໃຫ້ນໍ້າທັງ 3 ໜານທົດລອງ ໄລຍະສະຕໍເບີລີ້ລົງດິນແລ້ວ ສາມາດອອກດອກລວມ 90 ວັນ, ອີກຕື່ມ 49 ວັນ, ເລີ່ມເກັບຜົນຜະລິດ, ມີການຈະເລີນເຕີບໂຕເຕັມທີ່ແມ່ນຢູ່ໃນຊ່ວງ 31 – 90 ວັນ, ການເກັບຜົນຜະລິດເຕັມທີແມ່ນໃນຊ່ວງເດືອນ 1-3 ເວລາ 64 ວັນ, ປະສິດທິພາບດີ   ກວ່າສອງໜານ ເຊິ່ງແມ່ນໜານທີ II ປະລິມານນໍ້າ q = 1.4  l/s/ha, ຄວາມຊຸ່ມລະດັບ 10-20%, ຈໍານວນຕົ້ນສະຕໍເບີລີ້ໄດ້ 100%, ລວງຍາວຂອງກ້ານໃບ 15.31 ຊັງຕີແມັດ, ຈໍານວນກ້ານຂອງໃບລວມໄດ້ 29.4 ໃບ, ຄວາມເລິກຂອງຮາກ 29.035 ຊັງຕີແມັດ, ລວງກ້ວາງຂອງພຸ່ມ 25.915 ຊັງຕີແມັດ, ຜົນຜະລິດໄດ້ 5.7483 ກິໂລກະລາມ, ສະເລ່ຍໄດ້ 0.115 ກິໂລກະລາມຕໍ່ຕົ້ນ.

Categories
ສາຍທຳມະຊາດ

ການນຳໃຊ້ນ້ຳໃຕ້ດິນຂອງຄົວເຮືອນ ຢູ່ເຂດບ້ານຕາດທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

ສິນໄຊ ວົງພະຈັນ 1, ຈິນສະໝຸດ ແກ້ວສຸດທາ 1, ຄຳຕັນ ແດນສະຫວັນ 1, ອຳພອນ ຈົມໄຊທອງ 1, ວິດາ ແຊ້ພານ 1, ໄຊຊະນະ ໝັ້ນທິບພະວົງ 1, ເລດີ້ ຫານສັກດາ 2, ສຸດທິດາ ຈິດດຳລົງ 2 1 ພາກວິຊາພັດທະນາແລະຄຸ້ມຄອງຊັບພະຍາກອນນ້ຳ, ຄະນະຊັບພະຍາກອນນ້ຳ, ມະຫາວິທະຍາໄລແຫ່ງຊາດ, 2 ນັກສຶກສາປີສຸດທ້າຍ ຂອງພາກວິຊາ ພັດທະນາແລະຄຸ້ມຄອງຊັບພະຍາກອນນ້ຳ ສົກສຶກສາ 2019 – 2020. ຕິດຕໍ່ນັກຄົ້ນຄວ້າຫຼັກ ອີເມວ: sinlu007@yahoo.com, ເບີໂທ: +856 20 5616 1935.

ບົດຄັດຫຍໍ້

ນ້ຳໃຕ້ດິນ ເປັນແຫຼ່ງນ້ຳໃຊ້ທີ່ສຳຄັນຕົ້ນຕໍ ສຳລັບປະຊາຊົນທີ່ອາໄສຢູ່ເຂດຫ່າງໄກຈາກແມ່ນ້ຳ ແລະ ເຂດທີ່ລະບົບນ້ຳປະປາຍັງເຂົ້າບໍ່ເຖິງ ຫຼື ຍັງບໍ່ທັນເຂົ້າເຖິງຢ່າງພຽງພໍ. ແຕ່ວ່າ ຢູ່ຫຼາຍທ້ອງຖິ່ນໃນ ສປປ ລາວ ຍັງຂາດຂໍ້ມູນກ່ຽວກັບການນຳໃຊ້ນ້ຳໃຕ້ດິນ ແລະ ແຜນຄຸ້ມຄອງນ້ຳໃຕ້ດິນແບບຍືນຍົງ. ຈຸດປະສົງຂອງການສຶກສານີ້ແມ່ນ ເພື່ອສຶກສາການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການດຳລົງຊີວິດປະຈຳວັນຂອງຄົວເຮືອນ ຢູ່ບ້ານຕາດທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ເພື່ອກຳນົດທິດທາງການໄຫຼຂອງນ້ຳໃຕ້ດິນຢູ່ເຂດພື້ນທີ່ສຶກສາ. ຂໍ້ມູນທີ່ສຳຄັນສຳລັບການສຶກສາຄັ້ງນີ້ ລວມມີ ຂໍ້ມູນລະດັບນ້ຳໃຕ້ດິນ, ຂໍ້ມູນການນຳໃຊ້ນ້ຳໃຕ້ດິນ, ຈະນວນປະຊາກອນ ແລະ ລັກສະນະພູມສັນຖານຂອງພື້ນທີ່ສຶກສາ. ວິທີການເກັບກຳຂໍ້ມູນແມ່ນມີທັງການສຳພາດ ແລະ ວັດແທກຢູ່ພາກສະໜາມ. ຂໍ້ມູນດັ່ງກ່າວນີ້ ໄດ້ຈາກການສຳພາດຈຳນວນ 18 ຄອບຄົວ ແລະ ວັດແທກລະດັບນ້ຳໃຕ້ດິນໄປພ້ອມ. ການກຳນົດທິດທາງການໄຫຼຂອງນ້ຳໃຕ້ດິນ ແມ່ນນຳໃຊ້ ArcGIS. ຜົນການສຶກສາ ສະແດງໃຫ້ເຫັນວ່າປະຊາຊົນຢູ່ ບ້ານ ຕາດທອງ ໄດ້ນໍາໃຊ້ນໍ້າຈາກ 3 ແຫຼ່ງເປັນຫຼັກ ຄື ນໍ້າໃຕ້ດິນ (66%), ນໍ້າປະປາ (33%) ແລະ ນໍ້າດື່ມຕຸກ (1%). ສະເລ່ຍປະລິມານການນໍາໃຊ້ນໍ້າໃຕ້ດິນ ແມ່ນ 809 ລິດ/ຄອບຄົວ/ວັນ ຫຼື ສະເລ່ຍປະມານ 180 ລິດ/ຄົນ/ວັນ. ສ່ວນທິດທາງການໄຫຼຂອງນໍ້າໃຕ້ດິນຢູ່ເຂດ ບ້ານຕາດທອງ ຈະໄຫຼອອກຈາກສອງຝາກຂ້າງຂອງພື້ນທີ່ ວິທະຍາເຂດຂອງຄະນະຊັບພະຍາກອນນໍ້າ ໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ. ໃນອະນາຄົດ, ສຳລັບທ່ານທີ່ສົນໃຈຢາກ ສຶກສາກ່ຽວກັບນ້ຳໃຕ້ດິນຢູ່ເຂດບ້ານຕາດທອງ ກໍ່ຄວນລົງເລິກທາງດ້ານຄຸນນະພາບນໍ້າຂອງນ້ຳໃຕ້ດິນຢູ່ເຂດພື້ນທີ່ສຶກສາຕື່ມອີກ ແລະ ຄວນມີການສຶກສາທັງສອງລະດູ.

Categories
ສາຍທຳມະຊາດ

ການບໍາບັດນໍ້າເປື້ອນຈາກຊຸມຊົນໂດຍໃຊ້ຕົ້ນຜື, ຕົ້ນລັງກາ ໃນແບບຈໍາລອງແບບປະສົມ ບຶງໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ສົມສະໜຸກ ສີລິບຸນທັນ, ສາຍຄໍາ ສີທະວົງ, ໄຊປະເສີດ ສີລິບຸນທັນ, ອານຸສອນ ໄຊສົງຄາມ, ແກ້ວດວງໃຈ ແກ້ວຄໍາຜຸຍ, ເພັດ​ຍະ​ສອ​ນ ໄຊ​ປັນ​ຍາ ຄະນະຊັບພະຍາກອນນ້ຳ, ວິທະຍາເຂດຕາດທອງ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ ອີ​ເມ​ວ : somsanoukslbth@yahoo.com

ບົດ​ຄັດ​ຫຍໍ້​​

ຈາກການສຶກສາໃນຄັ້ງນີ້ ແມ່ນສຶກສາການບໍາບັດນໍ້າເປື້ອນຈາກຊຸມຊົນໃນແບບຈໍາລອງໂດຍໃຊ້ ຕົ້ນຜື ແລະ ຕົ້ນລັງກາ ທີ່ໃຫ້ໄຫຼນໍ້າຜ່ານວັດສະດຸຕ່າງໆ ໄດ້ດຳເນີນການສຶກສາທົດລອງ ທີ່ຄະນະຊັບພະຍາກອນນ້ຳມີຈຸດປະສົງ: ເພື່ອສຶກສາປະສິດທິພາບການບໍາບັດນໍ້າເປື້ອນຈາກບຶງໜອງທາ ໂດຍໃຊ້ແບບຈໍາລອງແບບປະສົມ, ເພື່ອສຶກສາອັດຕາສ່ວນທີ່ເໜາະສົມໃນແບບຈໍາລອງ ໂດຍແບບນໍ້າເປື້ອນໄຫຼເທິງໜ້າດິນ ແລະ ຊືມຜ່ານໃຕ້ດິນແບບປະສົມ. 

ວິທີການໃຊ້ແບບຈໍາລອງ ຂະໜາດຄວາມກວ້າງ 1 ແມັດ x ຍາວ 2 ແມັດ x ຄວາມສູງ 1 ແມັດ ທັງ 2 ແບບທົດລອງ, ເພື່ອຫາປະສິດທິພາບການບໍາບັດນໍ້າເປື້ອນແບບໄຫຼເທິງໜ້າດິນ (FWS) ແລະ ໄຫຼຜ່ານໃຕ້ຜີວດິນ (SF), ມີອັດຕາສ່ວນລະຫວ່າງ 1:1 ແລະ 1:2 ພືດທີ່ໃຊ້ປູກເພື່ອບໍາບັດໄດ້ແກ່: ຕົ້ນຜື, ຕົ້ນລັງກາ, ໂດຍທໍາການເກັບຕົວຢ່າງນໍ້າ 7 ວັນຕໍ່ຄັ້ງ ຂອງນໍ້າທີ່ນໍາເຂົ້າໃນແບບທົດລອງ ແລະ ນໍ້າໄຫຼອອກຈາກແບບທົດລອງ ເພື່ອວິເຄາະຫາຄຸນນະພາບນໍ້າແລ້ວນໍາມາຄິດໄລ່ຫາປະສິດທິພາບການບໍາບັດນໍ້າເປື້ອນມີ Temperature,  pH, DO, EC, BOD5, NH4-N, TSS ແລະ ປະເມີນອັດຕາສ່ວນລະຫວ່າງແບບນໍ້າໄຫຼເທິງໜ້າດິນ ແລະ ຊືມໄຫຼຜ່ານໃຕ້ຜີວດິນປະສົມ (ດິນ, ຊາຍ, ຫີນ) ເພື່ອນໍາໄປປະຍຸກໃຊ້ກັບລະບົບບໍາບັດນໍ້າເປື້ອນຂອງຊຸມຊົນ.

ຈາກຜົນການສຶກສາຈາກອ່າງບຳບັດແບບ (FWS), ແບບ (SF) ທັງ 2 ລະບົບໃນອ່າງດຽວກັນໃນເລື່ອງປະສິດທິພາບຂອງການບໍາບັດ ໂດຍໃຊ້ຕົ້ນຜື ແລະ ຕົ້ນລັງກາໃນແບບຈໍາລອງໄຫຼຜ່ານເທິງຜິວດິນ ຫຼື ໜ້າດິນເຫັນວ່າ ອ່າງບໍາບັດແບບໄຫຼຜ່ານເທິງໜ້າດິນ (Free Water Surface Systems: FWS) ແລະ ແບບຊືມໄຫຼໃຕ້ດິນໃນການບຳບັດນ້ຳເປື້ອນ (Subsurface Flow Constructed Wetland: SF) ດ້ວຍອ່າງບໍາບັດແບບ (1:1) ແລະ (1:2) ສອງແບບທົດລອງ, ຜົນການວິໄຈເມື່ອພິຈາລະນາປະສິດທິພາບໃນການບໍາບັດ ແບບທົດລອງອັດຕາສ່ວນ (1:2) ໄດ້ດີກ່ວາຄື: ດິນປູກຕົ້ນຜື, ຕົ້ນລັງກາ 1 ສ່ວນ ແລະ ຫີນ ກັບ ຊາຍ 2 ສ່ວນ  ດ້ວຍລະບົບ FWS ແລະ SF ແບບປະສົມ, ເນື່ອງຈາກວ່າ  FWS ພືດສາມາດສັງເຄາະແສງສະຫວ່າງ, ດູດຊັບແບັກທີເຣຍໃນນໍ້າ, ປັບສະພາບຂອງນໍ້າໂດຍທໍາມະຊາດ. ສ່ວນ SF ສາມາດບໍາບັດ EC, NH4 –N, BOD5 ແລະ TSS, ມີຄວາມເໝາະສົມໃນການນໍາໄປໃຊ້  ບໍາບັດນໍາໃນຄົວເຮືອນ ຫຼື ຊຸມຊົນ.

Categories
ສາຍທຳມະຊາດ

ການບຳບັດນ້ຳເປື້ອນຟາມໝູດ້ວຍເຕັກໂນໂລຢີທາງຊີວະເພື່ອຄຸນນະພາບສິ່ງແວດລ້ອມທີ່ຍືນຍົງ

ອຽບ ແກ້ວວົງສາ, ກອງຄໍາ ອິນອໍາໄພ, ກຸນຕີ ຍົດລືໄຊ, ເພັດຍະສອນ ໄຊປັນຍາ, ແກ້ວດວງໃຈ ແກ້ວຄຳຜຸຍ ຄະນະຊັບພະຍາກອນນ້ຳ, ວິທະຍາເຂດຕາດທອງ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ E-mail: iepwred@gmail.com; kongkhaminamphai@gmail.com; kountymaster@gmail.com; phetyasone@gmail.com; keoduangchai@gmail.com Phone: 020 5654 9952, 020 9971 3399, 020 5546 5445, 020 56428951, 020 5461 5566

ບົດຄັດຫຍໍ້

ນ້ຳເປື້ອນຈາກຟາມລ້ຽງສັດ ເປັນບັນຫາທີ່ໃຫຍ່ຫຼວງຕໍ່ກັບສິ່ງແວດລ້ອມອ້ອມຂ້າງຟາມຖ້າຫາກປາສະຈາກການບຳບັດ ກ່ອນປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ, ເປັນຕົ້ນແມ່ນ ນ້ຳເປື້ອນຈາກຟາມລ້ຽງໝູ ທີ່ໂຄງການຊົນລະປະທານນ້ຳຊວງ ໄດ້ລະບາຍນ້ຳເປື້ອນດັ່ງກ່າວລົງສູ່ຄອງເໝືອງແລ້ວ ສົ່ງເຂົ້າສູ່ທົ່ງນາຂອງຊາວກະສິກອນ. ດັ່ງນັ້ນ, ການສຶກສາໃນຄັ້ງນີ້ ຈຶ່ງໄດ້ສຸມໃສ່ເຮັດທົດລອງໃນການບຳບັດ ເພື່ອກຳນົດຫາອັດຕາການໄຫຼ ແລະ ຊະນິດພືດທີ່ເໝາະສົມ ໃນການຫຼຸດຜ່ອນທາດອາຫານພືດ. ການທົດລອງໄດ້ນຳໃຊ້ ທາມຈຳລອງແບບການໄຫຼໃຕ້ຜິວດິນຕາມແນວນອນ ໂດຍແບ່ງອອກເປັນ ສອງດິນທາມຈຳລອງຄື ດິນທາມທີໜຶ່ງໄດ້ປູກຕົ້ນນາງກວັກ ແລະ ດິນທາມທີສອງໄດ້ປູກຜັກກ້ານຈອງ ໄວ້ດ້ານເທິງຂອງດິນທາມ, ກ່ອນໜ້າຂອງດິນທາມນີ້ ໄດ້ສ້າງອ່າງຕົກຕະກອນໄວ້ ເພື່ອຄວາມສະຖຽນລະພາບຂອງນ້ຳເປື້ອນໄຫຼເຂົ້າລະບົບ. ຜົນຂອງການທົດລອງພົບວ່າ ທັງຕົ້ນນາງກວັກ ແລະ ຜັກກ້ານຈອງ ມີຄວາມສາມາດໃນການດູດຊຶມທາດອາຫານພືດໃນນ້ຳໄດ້ດີ. ຕົ້ນນາງກວັກໃຫ້ປະສິດທິພາບໃນການກຳຈັດມົນລະພິດໄດ້ດີກວ່າ ຜັກກ້ານຈອງ ຕາມອັດຕາການໄຫຼທີ່ຫຼຸດລົງ, ແຕ່ຖ້າຫາກມີອັດຕາການໄຫຼທີ່ເພີ່ມຂື້ນ ຫຼື ປະລິມານນ້ຳທີ່ຫຼາຍ ຜັກກ້ານຈອງຈະໃຫ້ປະສິດທິພາບໃນການກຳຈັດທາດອາຫານໃນນ້ຳໄດ້ດີກວ່າຕົ້ນນາງກວັກ. ນອກນັ້ນ ຕົ້ນນາງກວັກ ແລະ ຜັກກ້ານຈອງ ຍັງໃຫ້ປະສິດທິພາບໃນລະດັບດີໃນການກຳຈັດ BOD ທີ່ອັດຕາການໄຫຼຕໍ່າສຸດຄື 98.02% ແລະ 88.05%, ຕາມລໍາດັບ. ເຖິງຢ່າງໃດກໍຕາມ, ຂະບວນການກຳຈັດມົນລະພິດ ທີ່ປົນເປື້ອນມາກັບນ້ຳເປື້ອນຟາມໝູນັ້ນ ອາດເກີດຈາກ ຂະບວນການດູດຊຶມ, ການປະຕິກິລິຍາຂອງອົກຊີແຊນ, ແລະ ການນຳເອົາໄປໃຊ້ໂດຍພືດເອງ.

Categories
ສາຍທຳມະຊາດ

ຄວາມຫຼາກຫຼາຍຂອງຊະນິດພັນປາໃນເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄຳໄຊ

ກອນອຸມາ ພົງສາ, ບຸນທົບ ພະໄຊສົມບັດ, ຈັນທິມາ ປົນທະລິດ, ລີພອນ ໜໍ່ປະເສີດ, ເກັ່ງຄຳ ເງິນນະລາດ, ທອງຈັນ ອິນທະວົງ, ພຸດທະນົງ ອິນທະວົງ ແລະ ດວງມາລາ ພູວິລົມ ພາກວິຊາ ຊີວະວິທະຍາ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ Email: bounthob@nuol.edu.la.

ບັດຄັດຫຍໍ້

ການສຳຫຼວດ ກ່ຽວກັບຄວາມຫຼາກຫຼາຍຂອງປາ ໃນເຂດປ່າສະຫງວນພູຈອມວອຍທັງໝົດ 7 ຄັ້ງ ລະຫວ່າງປີ 2017-2020 ໃນຈໍານວນ 7 ຈຸດທີ່ນອນຢູ່ໃນເຂດເມືອງໄຊຈຳພອນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ໄດ້ຮວບຮວມຕົວຢ່າງປາທັງໝົດຈຳນວນ  43 ຊະນິດ, 23 ສະກຸນ, 9 ຕະກຸນ, ຫຼາຍກວ່າໝູ່ແມ່ນຕະກຸນປາປາກ (Cyprinidae) ມີ 19 ຊະນິດ, ກວມເອົາ 44% ຂອງຈຳນວນຊະນິດປາທັງໝົດທີ່ພົບ. ປາສ່ວນຫຼາຍເລົ່ານີ້ລ້ວນແຕ່ເປັນອາຫານຂອງຄົນໃນທ້ອງຖິ່ນ ແລະ ພົບວ່າສະກຸນປາມັນ (Garra) ນັບວ່າເປັນປາທີ່ນຳເຂົ້າມາປ່ອຍໃນເວລາບໍ່ເທົ່າໃດປີທີ່ຜ່ານມານີ້. ພົບ 1 ຊະນິດ ທີ່ຢູ່ໃນສະຖານະພາບໃກ້ຈະສູນພັນທີ່ສຸດຄືປາພັ້ນ Schistura tenura (Kottelat,2000) ແລະ ອີກ 2 ຊະນິດທີ່ໃກ້ຈະສູນພັນຄື: ປາພັ້ນ Schistura bolavenensis (Kottelat,2000) ແລະ ປາຢື້ນ Pterocryptis inusitata. ອີກດ້ານນຶ່ງ, ປາແກງ (Cirrhinus molitorella (Valenciennes, 1844)ໄດ້ມີການນໍາໃຊ້ຫຼາຍຢ່າງກວ້າງຂວາງ ແລະ ຖືກຈັດເປັນປາທີ່ໃກ້ຈະຖືກໄພຂົ່ມຂູ່. ໃນເຂດສຶກສາໄດ້ມີການບັນທຶກລາຍງານປາຂັງ Luciocyprinus striolatus ໃນເຂດວັງສະຫງວນຂອງບ້ານວັງບານ ເມືອງໄຊຈຳພອນ ທີ່ເປັນປາຂະໜາດໃຫຍ່, ຈັດຢູ່ໃນຈຳພວກປາທີ່ຖືກໄພຂົ່ມຂູ່ ແລະ ໃກ້ຈະສູນພັນ ຕາມບັນຊີແດງຂອງ IUCN. ຜົນການສຶກສາຢັງຢືນວ່າພວກເຮົາຍັງຕ້ອງການເວລາ ແລະ ຂະຫຍາຍພື້ນທີ່ເພີ່ມເຕີ່ມ ເພື່ອຊອກໄດ້ຊະນິດພັນໃໝ່ທີ່ອາດເຊື່ອງຊ້ອນຢູ່ໃນພື້ນທີ່ອັນອຸດົມສົມບູນທາງທຳມະຊາດ; ຊື່ງຈະເປັນຂໍ້ມູນທີ່ສຳຄັນໃຫ້ແກ່ວຽກງານອະນຸລັກປາໃນອະນາຄົດ.