ບົດຄັດຫຍໍ້
ສຶກສາເລື່ອງ: ການຮຽນ-ການສອນພະລະສຶກສາຂອງນັກຮຽນຄູປີ 1 ໃນວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ ມີຈຸດປະສົງ ເພື່ອສຶກສາການຈັດການຮຽນ-ການສອນ ວິຊາພະລະສຶກສາ ຂອງນັກສຶກສາຄູປີ 1 ໃນວິທະ ຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ.
ກຸມເປົ້າໝາຍທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນນັກສຶກສາຄູປີ 1 ໃນວິທະຍາເຂດດົງໂດກ ມີ 14 ສາຂາວິຊາ ຈຳນວນນັກສຶກສາທັງໝົດ 416 ຄົນ ຍິງ 219 ຄົນ ແລະ ຄູສອນວິຊາພະລະສຶກສາ 7 ທ່ານ ຍິງ 2 ທ່ານ
ເຄື່ອງມືທີ່ນຳໃຊ້ໃນການສຶກສາແມ່ນແບບສອບຖາມ ມາດຕາສ່ວນປະເມີນຄ່າ 5 ລະດັບ ການວິເຄາະດ້ວຍພັນລະນາສະຖິຕິ
ຜົນການສຶກສາພົບວ່າ
ການຮຽນ-ການສອນ ທັງ 4 ດ້ານ ເຫັນວ່າຄ່າສະເລ່ຍລວມ ແມ່ນຈັດຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ X=3.65 ໃນລໍາດັບທີ 1 ແມ່ນດ້ານວິທີສອນຂອງຄູ-ອາຈານພະລະສຶກສາຄ່າສະເລ່ຍແມ່ນ X=3.86. ລໍາດັບທີ່ 2 ແມ່ນດ້ານຫຼັ
ສຶກສາເລື່ອງ: ການຮຽນ-ການສອນພະລະສຶກສາຂອງນັກຮຽນຄູປີ 1 ໃນວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ ມີຈຸດປະສົງ ເພື່ອສຶກສາການຈັດການຮຽນ-ການສອນ ວິຊາພະລະສຶກສາ ຂອງນັກສຶກສາຄູປີ 1 ໃນວິທະ ຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ.
ກຸມເປົ້າໝາຍທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນນັກສຶກສາຄູປີ 1 ໃນວິທະຍາເຂດດົງໂດກ ມີ 14 ສາຂາວິຊາ ຈຳນວນນັກສຶກສາທັງໝົດ 416 ຄົນ ຍິງ 219 ຄົນ ແລະ ຄູສອນວິຊາພະລະສຶກສາ 7 ທ່ານ ຍິງ 2 ທ່ານ
ເຄື່ອງມືທີ່ນຳໃຊ້ໃນການສຶກສາແມ່ນແບບສອບຖາມ ມາດຕາສ່ວນປະເມີນຄ່າ 5 ລະດັບ ການວິເຄາະດ້ວຍພັນລະນາສະຖິຕິ
ຜົນການສຶກສາພົບວ່າ
ການຮຽນ-ການສອນ ທັງ 4 ດ້ານ ເຫັນວ່າຄ່າສະເລ່ຍລວມ ແມ່ນຈັດຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ X=3.65 ໃນລໍາດັບທີ 1 ແມ່ນດ້ານວິທີສອນຂອງຄູ-ອາຈານພະລະສຶກສາຄ່າສະເລ່ຍແມ່ນ X=3.86. ລໍາດັບທີ່ 2 ແມ່ນດ້ານຫຼັກສູດມີຄ່າສະເລ່ຍ X=3.71. ລໍາດັບທີ 3 ການວັດ ແລະ ປະເມີນຜົນຂອງການຮຽນພະລະສຶກສາຄ່າສະເລ່ຍແມ່ນ X=3.56 ແລະ ລໍາດັບທີ 4 ແມ່ນການໃຊ້ສື່ອຸປະກອນ-ສິ່ງອຳນວຍຄວາມສະດວກ X=3.41
ຜົນການສຳລວດຄວາມຄິດເຫັນພົບວ່າ:
ດ້ານການສອນແບບຕ່າງໆ ອາຈານສອນແຕ່ລະຄົນຄວນເລືອກເອົາວິທີທີ່ເໝາະສົມກັບວິຊາທີ່ຕົນເອັງສອນໃຫ້;ຫຼາຍທີ່ສຸດ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈ ແລະ ຈື່ໄດ້.
ດ້ານຫຼັກສູດ ແມ່ນຕ້ອງມີການປັບປຸງໄປຕາມໄລຍະເວລາ ເພື່ອໃຫ້ທັນກັບສະພາບການຂອງໂລກ ແລະ ສອດຄອງກັບສະພາບພາຍໃນປະເທດເຮົາ.
ການນຳໃຊ້ສື່ ອາຈານຕ້ອງນຳໃຊ້ສື່ທີ່ເໝາະສົມກັບບົດທີ່ຕົນເອັງສອນເຊັ່ນ: ອຸປະກອນໃຊ້ເຝິກແອບ, ພາບເຄື່ອນໄຫວ, ວິດີໂອສອນເຕັກນິກ ຊ່ວຍໃຫ້ນັກສຶກສາເຂົ້າໃຈງ່າຍກ່ອນການປະຕິບັດ ແລະ ໃຫ້ເຫັນປະຈັກຕາ
ການວັດປະເມີນຜົນຄວນໃຊ້ຫຼາຍວິທີ, ຫຼາຍແບບການວັດ ເພື່ອປະເມີນຜົນໃຫ້ມີປະສິດທິພາບ, ມີຄວາມເປັນທຳເຊັ່ນ: ແຈ້ງວິທີປະເມີນໃຫ້ນັກສຶກສາຮູ້ລ່ວງໜ້າ, ແຈ້ງກຳນົດການປະເມີນໄວກ່ອນ ແລະ ປະເມີນຕາມຄວາມຮູ້ທີ່ນັກຮຽນໄດ້ຮັບຮູູ້
ກສູດມີຄ່າສະເລ່ຍ X=3.71. ລໍາດັບທີ 3 ການວັດ ແລະ ປະເມີນຜົນຂອງການຮຽນພະລະສຶກສາຄ່າສະເລ່ຍແມ່ນ X=3.56 ແລະ ລໍາດັບທີ 4 ແມ່ນການໃຊ້ສື່ອຸປະກອນ-ສິ່ງອຳນວຍຄວາມສະດວກ X=3.41
ຜົນການສຳລວດຄວາມຄິດເຫັນພົບວ່າ:
- ດ້ານການສອນແບບຕ່າງໆ ອາຈານສອນແຕ່ລະຄົນຄວນເລືອກເອົາວິທີທີ່ເໝາະສົມກັບວິຊາທີ່ຕົນເອັງສອນໃຫ້;ຫຼາຍທີ່ສຸດ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈ ແລະ ຈື່ໄດ້.
- ດ້ານຫຼັກສູດ ແມ່ນຕ້ອງມີການປັບປຸງໄປຕາມໄລຍະເວລາ ເພື່ອໃຫ້ທັນກັບສະພາບການຂອງໂລກ ແລະ ສອດຄ່ອງກັບສະພາບພາຍໃນປະເທດເຮົາ.
- ການນຳໃຊ້ສື່ ອາຈານຕ້ອງນຳໃຊ້ສື່ທີ່ເໝາະສົມກັບບົດທີ່ຕົນເອັງສອນເຊັ່ນ: ອຸປະກອນໃຊ້ເຝິກແອບ, ພາບເຄື່ອນໄຫວ, ວິດີໂອສອນເຕັກນິກ ຊ່ວຍໃຫ້ນັກສຶກສາເຂົ້າໃຈງ່າຍກ່ອນການປະຕິບັດ ແລະ ໃຫ້ເຫັນປະຈັກຕາ
- ການວັດປະເມີນຜົນຄວນໃຊ້ຫຼາຍວິທີ, ຫຼາຍແບບການວັດ ເພື່ອປະເມີນຜົນໃຫ້ມີປະສິດທິພາບ, ມີຄວາມເປັນທຳເຊັ່ນ: ແຈ້ງວິທີປະເມີນໃຫ້ນັກສຶກສາຮູ້ລ່ວງໜ້າ, ແຈ້ງກຳນົດການປະເມີນໄວກ່ອນ ແລະ ປະເມີນຕາມຄວາມຮູ້ທີ່ນັກຮຽນໄດ້ຮັບຮູູ້.