Categories
ສາຍທຳມະຊາດ

ສຶກສາການນຳໃຊ້ຈຸລິນຊີ ໃນການເພີ່ມຄຸນນະພາບຝຸ່ນອິນຊີຈາກຕະກອນບຳບັດນ້ຳເປື້ອນຂອງໂຮງງານເບຍລາວ ໂດຍໃຊ້ວັດສະດຸປະສົມແຕກຕ່າງກັນ

ກໍລະກົດ ພົມມະລິນ, ຄໍາຈັນ ບຸນຄຸນ, ສີພະຈັນ ວັນນະສີ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ, ອີເມວ: k.phommalinh@nuol.edu.la, Tel: (+85620) 29808600

ບົດ​ຄັດ​ຫຍໍ້

ການ​ສຶກສາ​ຄັ້ງ​ນີ້​​ເປັນຮູບ​ແບບ​ການ​ທົດ​ລອງ​ກ່ຽວ​ກັບ​ຫົວ​ຂໍ້ສຶກສາການນຳໃຊ້ຈຸລິນຊີ ໃນການເພີ່ມຄຸນນະພາບຝຸ່ນອິນຊີຈາກຕະກອນບຳບັດນ້ຳເປື້ອນຂອງໂຮງງານເບຍລາວ ທີ່ໃຊ້ວັດສະດຸປະສົມແຕກຕ່າງກັນ. ເຊິ່ງມີ 2 ຈຸດປະສົງຫຼັກຄື: (1) ​ເພື່ອ​ວິ​ເ​ຄາະຄຸນະພາບ​ຝຸ່ນ​ອິນ​ຊີ​ທີ່ຜະລິດ​ຈາກ​ຕະກອນ​ບໍາບັດ​ນໍ້າ​ເປື່ອນ​ໂດຍ​ໃຊ້​ຈຸລິນ​ຊີປັບປຸງ​ຄຸນ​ນະພາ​ບ ທີ່​ໃຊ້​ວັດ​ສະດຸ​ປະສົມ​ແຕກ​ຕ່າງ​ກັນ ​ແລະ (2) ​ເພື່ອປະ​ເມີນ​ຕົ້ນ​ທຶນ​ການ​ຜະລິດ​ຝຸ່ນ​ອິນ​ຊີ​ ຈາ​ກກາກ​ຕະກອນ​ບໍາບັດ​ນໍ້າ​ເປື່ອນດັ່ງກ່າວ. ​ໂດຍນໍາ​ໃຊ້​ວິທີ​ການ​ຄົ້ນ​ການ​ທົດ​ລ​ອງ​ແບບ CRD(Completed Random Design)ປະກອບ​ມີ  3 ຊຸດທົດ​ລອງ (Replications) ​ແລະ ​ແຕ່​ລະ​ຊຸດ​ແບ່ງ​ອອກ​ເປັນ 5 ສິ່ງ​ທົດ​ລອງ(Treatments)

ຜົນການສຶກສາການນຳໃຊ້ຈຸລິນຊີ ໃນການເພີ່ມຄຸນນະພາບຝຸ່ນອິນຊີຈາກຕະກອນບຳບັດນ້ຳເປື້ອນຂອງ​​ ໂຮງງານເບຍລາວ ທີ່ໃຊ້ວັດສະດຸປະສົມແຕກຕ່າງກັນ ​​ເຫັນ​ວ່າ ຈຸລິນ​ຊີປັບປຸງ​ດິນ(IMO)ມີ​ບົດບາດ​ສໍາຄັນ​ໃນ​ການ​ເພີ່ມ​ຄຸນະພາບ​ຂອງ​ຝຸ່ນ​ອິນ​ຊີ ​ໂດຍ​ສະ​ເພາະ​ແມ່ນ​ທາດ​ອິນ​ຊີ​ວັດຖຸ ​ແລະ ທາດ ​ໂປ​ແທັສຊຽມ ​ເພີ່ມ​ຂຶ້ນ​ຈາກ 20.97% – 47.42% (ທຽບ​ກັບ ​ຕົວ​ຢືນ) ​ແລະ ຈາກ 0.08 % – 1.21% (ທຽບ​ກັບ​ຕົວ​ຢືນ) ຕາມ​ລໍາດັບ, ລວມທັງ​ການ​ປັບ​ຄ່າ​ຄວາມ​ເປັນ​ກົດ – ດັ່ງ​ໃຫ້​ຢູ່​ໃນ​ສະພາບ​ທີ່​ເປັນກາງ ​ແລະ ​ເໝາະ​ສົມ​ສໍາລັບ​ການ​ປູກ​ພືດ. ສິ່ງ​ທົດ​ລອງ T5​ ​ ເປັນ​ຝຸ່ນ​ອິນ​ຊີທີ່​ມີ​ຄຸນະພາບ​ດີ​ທີ່​ສຸດ ​ແລະ ໄດ້​ຕາມ​ມາດຕະຖານ​ຝຸ່ນ​ອິນ​ຊີ​ຂອງ​ກົມ​ປູກຝັງ ​ແລະ ​ເປັນ​ອັດຕາ​ສ່ວນ​ການ​ປະສົມ​ທີ່​ເໝາະ​ສົມ ​ເນື່ອງ​ຈາກ​ມີ​ຕົ້ນ​ທຶນ​ຕໍ່າສະ​ເລ່ຍຢູ່​ທີ່ 1,334 ກີບ​ຕໍ່ກິ​ໂລກຣາມ ​ແລະ 1,588 ກີບ​ຕໍ່ກິ​ໂລກຣາມ ຕາມ​ລໍາດັບ. ​ເຖິງ​ແນວ​ໃດ​ກໍ່ຕາມ, ການໃຊ້​ກາກ​ຕະກອນ​ເປັນ​ສ່ວນ​ປະສົມ​ຫຼັກ​ໃນ​ການ​ເຮັດ​ຝຸ່ນ​ຊີ ຍັງ​ມີ​ບັນຫາ​ການ​ແຂງ​ຕົວ​ຂອງ​ເມັດ​ຝຸ່ນ​ໃນ​ເວລາ​ທີ່​ແຫ້ງ​ແລ້ວ ​ເວລາ​ໃຊ້​ໄປ​ດົນໆ ຫຼື ​ເປັນ​ຈໍາ​ນວນ​ຫຼາຍ​ອາດ​ສົ່ງ​ຜົນ​ເຮັດ​​ໃຫ້​ເປັນ​ການ​ເພີ່ມ​ອະນຸ​ພາກ​ດິນ​ໜຽວ​ໃນ​ພື້ນ​ທີ່​ການ​ປູກ​ພືດ​ເພີ່ມ​ຂຶ້ນ ​ແລະ ​ເຮັດ​ໃຫ້​ດິນ​ຍິ່ງ​ໜຽວ ​ແລະ ​ແຂງ. ສະ​ນັ້ນ, ການ​ນໍາ​​ໃຊ້​ຄວນ​ນໍາ​ໃຊ້​ຮ່ວມ​ກັບ​ຝຸ່ນ​ຄອກ​ອື່ນໆ ປະສົມ​ນໍາ.