ບົດຄັດຫຍໍ້
ການສຶກສາກ່ຽວກັບ“ການຈັດສັນພື້ນທີ່ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ ເຂື່ອນໄຟຟ້ານ້ຳຄານ 3. ກໍລະນີສຶກສາ: ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ” ໄດ້ກໍານົດເອົາ 2 ຈຸດປະສົງສຶກສາຄື: 1)ສຶກສາການຈັດສັນພື້ນທີ່ ບ້ານສາມັກຄີໄຊ ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍາຄານ 3 ແລະ 2) ສຶກສາແນວທາງແກ້ໄຂບັນຫາການຈັດສັນພື້ນທີ່ ເຂົ້າໃນການຈັດສັນຍົກຍ້າຍປະຊາຊົນຂອງໂຄງການສ້າງເຂື່ອນໄຟຟ້ານໍ້າຄານ 3. ຜົນການສຶກສາມີດັ່ງລຸ່ມນີ້:
ຜົນການຄົ້ນຄ້ວາພົບວ່າການນໍາໃຊ້ທີ່ດິນບ້ານສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງ ເປັນພື້ນທີ່ຈັດສັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຄານ 3 ໃນປີ 2015 ຊຶ່ງບ້ານສາມັກຄີໄຊເປັນບ້ານຈັດສັນຍົກຍ້າຍ 10 ບ້ານມາເຕົ້າໂຮມເປັນບ້ານດຽວກັນແລ້ວ ເຫັນວ່າດິນປຸກສ້າງແມ່ນພຽງພໍ, ແຕ່ດິນກະສິກໍາບໍ່ພຽງພໍ ແລະ ປ່າໄມ້ແມ່ນຖືກຈໍາກັດຄັບແຄບລົງເພາະມາຢູ່ໃກ້ຕົວເມືອງ. ສໍາລັບໃບຕາດິນແມ່ນຍັງບໍ່ມີໃບນໍາໃຊ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ມີການບຸກລຸກພື້ນທີ່ດິນເພີມຂື້ນເພື່ອທໍາການຜະລິດ ເນື່ອງຈາກບັນຫາທາງດ້ານກາຍະພາບຂອງພື້ນທີ່ເພາະບາງບ່ອນມີລັກສະນະເປັນເນີນພູ ແລະ ຮ່ອມພູເຮັດໃຫ້ພື້ນທີ່ໃຊ້ປູກຝັງແມ່ນບໍ່ພຽງພໍ ແລະ ຍັງບໍ່ໄດ້ຈັດສັນດິນກະສິກຳໃຫ້ກັບປະຊາຊົນ. ແນວໃດກໍຕາມ, ການນໍາໃຊ້ພື້ນທີ່ຂອງຊາວບ້ານສາມັກຄີໄຊໂດຍລວມແລ້ວແມ່ນມີຄວາມສະດວກສະບາຍດ້ານໂຄງລ່າງພື້ນຖານ, ແຕ່ກໍພົບບັນຫາທີ່ຍັງຄົງຄ້າງທີ່ທາງໂຄງການຍັງບໍ່ທັນສາມາດປະຕິບັດໄດ້ຕາມສັນຍາໂດຍສະເພາະການຈັດສັນພື້ນທີ່ກະສິກຳໃຫ້ປະຊາຊົນຜູ້ໄດຮັບຜົນກະທົບ. ບັນຫາດ້ານເສດຖະກິດຂອງປະຊາຊົນປະຊາຊົນຍັງຂາດວຽກເຮັດງານທຳທີ່ໝັ້ນຄົງ ແລະ ການສ້າງລາຍຮັບ.
ການສຶກສາຍັງພົບວ່າການແກ້ໄຂບັນຫາພື້ນທີ່ດິນທຳການຜະລິດໃຫ້ພຽງພໍເພື່ອຜູ້ໄດ້ຮັບຜົນກະທົບມີຊີວິດການເປັນຢູ່ທີ່ດີຂຶ້ນກ່ວາເກົ່າ ແລະ ການຊ່ວຍເຫຼືອໃນດ້ານຕ່າງໆຈາກໂຄງການເຊັ່ນ: ການຈັດສັນອາຊີບໃນການສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ກັບປະຊາຊົນ.