Categories
ສາຍສັງຄົມ

ການບໍຫານຈັດການໂຮງຮຽນ ແລະ ຄວາມຮູ້ຂອງນັກຮຽນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນ ສປປ ລາວ; ກໍລະນີສຶກສາ

Kethsana Kanyasan*, Daisuke Nonaka2, Athithouthay Chatouphonexay1, Paul Michael Hernandez3, Sengchanh Kounnavong4, and Jun Kobayashi2,5

ບົດຄັດຫຍໍ້

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ປັບໃຊ້ກອບຄວາມປອດໄພຮອບດ້ານໃນໂຮງຮຽນ (School Safety Framework) ແລະ ຍັງໄດ້ຊອດແຊກຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າຫຼັກສູດການຮຽນ-ການສອນເພື່ອເສີມສ້າງຄວາມຮູ້ໃຫ້ນັກຮຽນ ແລະ ຊຸມຊົນໃນ ສປປ ລາວ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນການຈັດຕັ້ງປະຕິບັດຈິງແມ່ນຍັງບໍ່ທັນໄດ້ມີການປະເມີນເທື່ອ. ບົດຄົ້ນຄ້ວາຄັ້ງນີ້້ມີຈຸດປະສົງເພື່ອປະເມີນສະພາບການປະຈຸບັນຂອງການບໍລິຫານຈັດການຄວາມສ່ຽງພັດພິບັດໃນໂຮງຮຽນ ແລະ ລະດັບຄວາມຮູ້ຂອງນັກຮຽນກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ໂດຍສະເພາະແມ່ນອັກຄີໄພ ໃນ ສປປ ລາວ.
ວິທີດຳເນີນການຄົ້ນຄ້ວາ ໄດ້ດຳເນີນການຄົ້ນຄ້ວາແບບກໍລະນີສຶກສາ (A Case study) ຢູ່ 5 ແຂວງໃນ ສປປ ລາວ ລວມມີ ແຂວງຫຼວງພະບາງ, ຫົວພັນ, ໄຊຍະບູລີ, ບໍ່ແກ້ວ ແລະ ບໍລິຄຳໄຊ ໃນປີ 2017, ສຳເລັດການລົງສັງເກດການຢູ່ 8 ໂຮງຮຽນທີ່ຖືກເລືອກ,​ ກວດສອບຂໍ້ມູນ ເອກະສານທີ່ໃຊ້ປະກອບໃນການດຳເນີນກິດຈະກຳການຮຽນ-ການສອນ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຢາຍແບບສອບຖາມໃຫ້ນັກຮຽນຊັ້ນ ມ2 ທັງໝົດ 869 ຄົນ. ນຳໃຊ້ Fisher’s exact ໃນການທົດສອບຄວາມຮູ້ຂອງນັກຮຽນກ່ຽວກັບການປ້ອງກັນ ແລະ ໂຕ້ຕອບອັກຄີໄພ.
ຜົນການຄົ້ນຄ້ວາ ລັກສະນະຂອງໂຮງຮຽນແມ່ນມີອິດທິຜົນຕໍ່ຄວາມຮູ້ຂອງນັກຮຽນ, ທຸກໂຮງຮຽນແມ່ນໄດ້ດຳເນີນການຈັດການຮຽນ-ການສອນ ກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ແລະ ໄດ້ກຳນົດສະຖານທີ່ອົບພະຍົກ ຫຼື ລົບໄພ ກໍລະນີເກີດໄພພິບັດ, ໃນຂະນະທີ່ບາງໂຮງຮຽນໄດ້ດຳເນີນການຝຶກຊ້ອມ ການໂຕ້ຕອບ ແລະ ຫຼົບຫຼີກໄພພິບັດ. 6 ໃນ 8 ໂຮງຮຽນ ແມ່ນໂຮງຮຽນໂຄງການທົດລອງຄວາມສ່ຽງໄພພິບັດ, 5 ໂຮງຮຽນແມ່ນເຄີຍມີປະສົບການໄຟໄໝ້. ໃນທຸກໂຮງຮຽນທີ່ຖືກເລືອກ, ນັກຮຽນສ່ວນໜ້ອຍສາມາດຕອບຄຳຖາມໄດ້ຖືກຕ້ອງໃນພາກການປ້ອງກັນໄພພິບັດ. ແຕ່ເຖິງຢ່າງໃດກໍ່ຕາມ ນັກຮຽນຫຼາຍກ່ວາ 80% ສາມາດຕອບຄຳຖາມໄດ້ຢ່າງຖືກຕ້ອງໃນພາກການໂຕ້ຕອບໄພພິບັດ.
ສະຫຼຸບຜົນການຄົ້ນຄ້ວາ ທຸກໂຮງຮຽນແມ່ນໄດ້ຈັດກິດຈະກຳການປ້ອງກັນອັກຄີໄພ. ນັກຮຽນສ່ວນຫຼາຍມີຄວາມຮູ້ໃນການໂຕ້ຕອບໄພອັກຄີໄພ. ການໃຫ້ຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຮອບດ້ານ ອາດຈະມີຜົນປະໂຫຍດໃນການປັບປຸງຄວາມຮູ້ ແລະ ປະຕິບັດຕົວຈິງຂອງນັກຮຽນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ.