Categories
ສາຍທຳມະຊາດ

ສຶກສາການບຳບັດນ້ຳເປື້ອນໂດຍການອອກແບບຊຸດຈຳລອງລະບົບບຳບັດນ້ຳເປື້ອນໂດຍວິທີການໄລ່ດ້ວຍອາກາດThe Study Wastewater Treatment by Designing Lab-Scale Wastewater Treatment System: Air Stripping Tower.ສັງຄົມສິງຫາຣາຊ,ວັດທະນາກິມະນີວົງແລະສຸລິໄຊລໍຄຳທີ

ພາກວິຊາວິສະວະກຳກົນຈັກ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ. Email: Sksingharaj@gmail.com

ບົດຄັດຫຍໍ້

ການວິໄຈຄັ້ງນີ້ແມ່ນໄດ້ເຮັດການສຶກສາອອກແບບຊຸດຈຳລອງລະບົບບຳບັດນ້ຳເປື້ອນໂດຍວິທີການໄລ່ດ້ວຍອາກາດ(Air Stripping)ແລະສຶກສາປະສິດທິພາບຂອງຊຸດຈຳລອງລະດັບຫ້ອງປະຕິບັດການໃນການບຳບັດທາດອົງຄະທາດໃນນ້ຳເປື້ອນຈາກໂຮງງານຂ້າສັດບ້ານ: ດອນດູ່, ເມືອງ: ຫາດຊາຍຟອງ, ແຂວງ: ນະຄອນຫຼວງວຽງຈັນ. ຊຸດຈຳລອງປະກອບດ້ວຍຖັງພັກນ້ຳເປື້ອນຂະໜາດ 200ລີດມີແຜງໃຫ້ຄວາມຮ້ອນດ້ານໃນ,ນ້ຳເປື້ອນຈະຖືກດູດສົ່ງຜ່ານເຂົ້າຫົວສີດເຮັດໃຫ້ເກີດລະອອງຝອຍລົງສູ່ຖັງບຳບັດສູງ120 ຊມ.ເສັ້ນຜ່າສູນກາງດ້ານໃນ 35ຊມ.ພາຍໃນຖັງປະກອບມີຕະແກງຍາວ40ຊມ.ທີ່ບັນຈຸວັດສະດຸຕົວກາງ, ດ້ານຂ້າງເບື້ອງລຸ່ມຂອງຖັງບຳບັດມີທໍ່ລົມເສັ້ນຜ່າສູນກາງ5.5ຊມ. ເພື່ອເປົ່າອາກາດຂຶ້ນໄປກະທົບກັບວັດສະດຸຕົວກາງແລະສ່ວນລຸ່ມສຸດຂອງກົ້ນຖັງຈະມີທໍ່ລະບາຍນ້ຳຖີ້ມທີ່ຜ່ານການບຳບັດແລ້ວ,ນ້ຳເປື້ອນກ່ອນເຂົ້າສູ່ລະບົບມີຄວາມເຂັ້ມຂຸ້ນຂອງຊີໂອດີແລະຄວາມເຂັ້ມຂຸ້ນຂອງNH3-N ສະເລ່ຍເທົ່າກັບ874.2±0.00ມກ./ລີດແລະ0.327±0.01ມກ./ລີດຕາມລຳດັບ,ເມື່ອນ້ຳເປື້ອນເຂົ້າສູ່ລະບົບບຳບັດປັບຄວາມດັນປ້ຳນ້ຳທີ່ລະດັບແຕກຕ່າງກັນ3ລະດັບຄື: 0.3, 0.6ແລະ0.9 barພົບວ່າ: ຄວາມເຂັ້ມຂຸ້ນຂອງຊີໂອດີມີຄ່າຫຼຸດລົງໂດຍສະເພາະທີ່ຄວາມດັນ0.6barເທົ່າກັບ152 ±0.10ມກ./ລີດເມື່ອທຽບກັບຄວາມດັນທີ່ລະດັບ0.3ແລະ0.9 barມີຄ່າຊີໂອດີເທົ່າກັບ0.209±0.01 ມກ./ລີດແລະ177.9±0.15ມກ./ລີດຕາມລຳດັບແລະຄວາມເຂັ້ມຂຸ້ນຂອງNH3-Nກ່ອນເຂົ້າເຄື່ອງແລະຫຼັງຜ່ານເຄື່ອງພົບວ່າມີຄ່າເທົ່າກັບ0.327±0.01, 0.209±0.01, 0.130±0.00 ແລະ0.169±0.00ມກ./ລີດຕາມລຳດັບ, ປະສິດທິພາບການເຮັດວຽກຂອງຊຸດຈຳລອງພົບວ່າທີ່ຄວາມດັນ0.6barມີປະສິດທິພາບໃນການບຳບັດຄວາມເຂັ້ມຂຸ້ນຊີໂອດີແລະNH3-Nໄດ້ 82.6ແລະ60.2ສ່ວນຮ້ອຍ.