Categories
ສາຍສັງຄົມ

ປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມສໍາເລັດທາງດ້ານການຮຽນຂອງນັກສຶກສາ ຄູພາສາອັງກິດ ໃນຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ

ປທ. ວັນນະສຸກ ບົວສັງທອງ *, ອຈ.ປອ. ໜຽວ ສີລາວົງ*, ອຈ.ປທ. ຄຳເຜີຍ ພິພັກຂະວົງ*, ປທ. ຄໍາເມີງ ສີບຸນເຮືອງ*

ບົດຄັດຫຍໍ້

ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອສຶກສາປັດໄຈທີ່ສົ່ງຜົນກະທົບຕໍ່ກັບຄວາມສໍາເລັດທາງດ້ານການຮຽນຂອງນັກສຶກສາຄູພາສາອັງກິດ ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນປັດໄຈທີ່ເປັນສິ່ງກີດຂວາງຄວາມສໍາເລັດທາງດ້ານການຮຽນ ພ້ອມທັງປຽບທຽບຄວາມຄິດເຫັນຂອງເຂົາແຍກຕາມກຸ່ມເພດ, ປະເພດນັກສຶກສາ (ໃນແຜນ ແລະ ນອກແຜນ), ອາຍຸ ແລະ ຂັ້ນຮຽນ ໂດຍເນັ້ນ 3 ປັດໄຈຫຼັກຄື: ຜູ້ຮຽນ (ນັກສຶກສາ), ປັດໄຈພາຍໃນ (ສະຖານສຶກສາ) ແລະ ປັດໄຈພາຍນອກ. ກຸ່ມເປົ້າໝາຍໃນການຄົ້ນຄວ້າແມ່ນນັກສຶກສາຄູພາສາອັງກິດ ປີ2 ຫາ ປີ4 ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີຈໍານວນທັງໝົດ 97 ຄົນ ເປັນຍິງ 65 ຄົນ ແລະ ຊາຍ 32 ຄົນ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ແມ່ນແບບສອບຖາມ ຕາມມາດຕາສ່ວນປະເມີນຄ່າຕາມ 5 ລະດັບຂອງ Likert. ສະຖິຕິທີ່ໃຊ້ເພື່ອອະທິບາຍຜົນການຄົ້ນຄວ້າແມ່ນຄ່າຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (Percentage). ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation) ພ້ອມທັງມີການໃຊ້ສະຖິຕິປຽບທຽບ (T-Test ແລະ F-Test) ໂດຍໃຊ້ໂປແກຣມຄອມພິວເຕີສໍາເລັດຮູບ. ຜົນການຄົ້ນຄວ້າສາມາດສະຫຼຸບໄດ້ດັ່ງນີ້:
ໃນການສຶກສາປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມສຳເລັດທາງດ້ານການສຶກສາ ຂອງຄູພາສາອັງກິດ ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ພົບວ່ານັກສຶກສາໄດ້ຮັບຜົນກະທົບດ້ານການຮຽນຈາກປັດໄຈຕ່າງໆໂດຍລວມແມ່ນຢູ່ໃນລະດັບໜ້ອຍ (µ = 3.60, σ = 0.24). ປັດໄຈທີ່ມີຜົນກະທົບຕໍ່ກັບຄວາມສໍາເລັດທາງດ້ານການສຶກສາຫຼາຍກວ່າໝູ່ໄດ້ແກ່ປັດໄຈທາງດ້ານຜູ້ຮຽນ ເຊິ່ງຈັດຢູ່ໃນລະດັບປານກາງ (µ = 3.44, σ = 0.48), ຮອງລົງມາແມ່ນປັດໄຈພາຍນອກທີ່ມີຄວາມຄິດເຫັນຕໍ່ກັບຜົນກະທົບທາງດ້ານການສຶກສາໃນລະດັບໜ້ອຍ (µ = 3.57, σ = 0.38) ໃນຂະນະທີ່ປັດໄຈພາຍໃນມີຜົນກະທົບຕໍ່ກັບຄວາມສຳເລັດທາງດ້ານການສຶກສາໜ້ອຍກວ່າໝູ່ (µ = 3.78, σ = 0.38). ເມື່ອປຽບທຽບຄວາມຄິດເຫັນຂອງຜູ້ຕອບແບບສອບຖາມແຍກຕາມເພດ, ກຸ່ມປະເພດນັກສຶກສາ (ໃນແຜນ ແລະ ນອກແຜນ), ອາຍຸ ແລະ ຂັ້ນຮຽນ ພົບວ່າໂດຍລວມແລ້ວນັກສຶກສາທີ່ມີເພດແຕກຕ່າງກັນ ມີຄວາມຄິດເຫັນກ່ຽວກັບປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມສຳເລັດທາງດ້ານການສຶກສາ ທີ່ແຕກຕ່າງກັນ ໃນຂະນະທີ່ກຸ່ມປະເພດນັກສຶກສາ (ໃນແຜນ ແລະ ນອກແຜນ), ອາຍຸ ແລະ ຂັ້ນຮຽນ ພົບວ່າພວກເຂົາມີຄວາມຄິດເຫັນຕໍ່ກັບປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມສຳເລັດທາງດ້ານການຮຽນບໍ່ແຕກຕ່າງກັນ.