ບົດຄັດຫຍໍ້
ການສຶກສາຄົ້ນຄວ້າວິທະຍາສາດຄັ້ງນີ້ ມີຈຸດປະສົງສຶກສາ ການຈັດການຮຽນ-ການສອນໂດຍໃຊ້ວິທີສອນແບບສູນການຮຽນໃນວິຊາວິເຄາະຫຼັກສູດ ສໍາລັບນັກສຶກສາປີທີ 2 ສາຂາຄູປະຫວັດສາດ ຈໍານວນ 28 ຄົນ ສົກສຶກສາ 2019-2020 ພາກວິຊາຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ. ຊຶ່ງໄດ້ທົດລອງສອນຕົວຈິງໃນຫ້ອງຮຽນເພື່ອ ຫາປະສິດທິພາບຂອງບົດສອນ (E1), ປະສິດທິຜົນທາງການຮຽນ (E2) ແລະ ຄວາມເພີງພໍໃຈຂອງນັກສຶກສາຕໍ່ການຮຽນວິຊາວິເຄາະໂດຍໃຊ້ວິທີສອນແບບສູນການຮຽນ ຕາມເກນມາດຕາຖານ E1/E2 ທີ່ກຳນົດໄວ້75/75. ໂດຍໃຊ້ຄ່າສະເລ່ຍແລະ ຄ່າຜັນປ່ຽນມາດຖານ (S.D) ແລ້ວນໍາໄປແປຄວາມ ໝາຍຄ່າດັດສະນີປະສິດທິຜົນຂອງການຮຽນ (EI) ຕາມເກນທີ່ກໍານົດໄວ້.
ຜົນການຄົ້ນຄວ້າພົບວ່າ:
1. ປະສິດທິພາບບົດສອນເທົ່າ E1\E2=80.0081.19 ສູງກວ່າເກນທີ່ກຳນົດໄວ້;
2. ດັດສະນີປະສິດທິຜົນຂອງການຮຽນ (EI) ມີຄ່າເທົ່າກັບ 0.54 ໝາຍວ່າ ນັກສຶກສາມີຄວາມຮູ້ເພີ່ມຂື້ນຈາກຄວາມຮູ້ເດີມ 54%.3. ຜົນການວັດຄວາມເພິ່ງພໍໃຈ ຂອງນັກສຶກສາທີ່ມີຕໍ່ການຮຽນ-ການສອນ ທີມີລະດັບຄວາມເພິ່ງພໍໃຈຕໍ່ການຮຽນວິຊາວິເຄາະຫຼັກສູດ ເລື່ອງ ການວິເຄາະທາງປະຫວັດສາດ ແລະ ການວິເຄາະຫຼັກສູດມັດທະຍົມຕອນຕົ້ນ-ຕອນປາຍ ວິຊາວິເຄາະຫຼັກສູດ ໂດຍໃຊ້ຮູບແບບສູນການຮຽນ ສໍາລັບຄູປະຫວັດສາດ ປີ 2 ໂດຍລວມຢູ່ໃນລະດັບຫຼາຍ.