ບົດຄັດຫຍໍ້
ນ້ຳເປື້ອນຈາກຟາມລ້ຽງສັດ ເປັນບັນຫາທີ່ໃຫຍ່ຫຼວງຕໍ່ກັບສິ່ງແວດລ້ອມອ້ອມຂ້າງຟາມຖ້າຫາກປາສະຈາກການບຳບັດ ກ່ອນປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ, ເປັນຕົ້ນແມ່ນ ນ້ຳເປື້ອນຈາກຟາມລ້ຽງໝູ ທີ່ໂຄງການຊົນລະປະທານນ້ຳຊວງ ໄດ້ລະບາຍນ້ຳເປື້ອນດັ່ງກ່າວລົງສູ່ຄອງເໝືອງແລ້ວ ສົ່ງເຂົ້າສູ່ທົ່ງນາຂອງຊາວກະສິກອນ. ດັ່ງນັ້ນ, ການສຶກສາໃນຄັ້ງນີ້ ຈຶ່ງໄດ້ສຸມໃສ່ເຮັດທົດລອງໃນການບຳບັດ ເພື່ອກຳນົດຫາອັດຕາການໄຫຼ ແລະ ຊະນິດພືດທີ່ເໝາະສົມ ໃນການຫຼຸດຜ່ອນທາດອາຫານພືດ. ການທົດລອງໄດ້ນຳໃຊ້ ທາມຈຳລອງແບບການໄຫຼໃຕ້ຜິວດິນຕາມແນວນອນ ໂດຍແບ່ງອອກເປັນ ສອງດິນທາມຈຳລອງຄື ດິນທາມທີໜຶ່ງໄດ້ປູກຕົ້ນນາງກວັກ ແລະ ດິນທາມທີສອງໄດ້ປູກຜັກກ້ານຈອງ ໄວ້ດ້ານເທິງຂອງດິນທາມ, ກ່ອນໜ້າຂອງດິນທາມນີ້ ໄດ້ສ້າງອ່າງຕົກຕະກອນໄວ້ ເພື່ອຄວາມສະຖຽນລະພາບຂອງນ້ຳເປື້ອນໄຫຼເຂົ້າລະບົບ. ຜົນຂອງການທົດລອງພົບວ່າ ທັງຕົ້ນນາງກວັກ ແລະ ຜັກກ້ານຈອງ ມີຄວາມສາມາດໃນການດູດຊຶມທາດອາຫານພືດໃນນ້ຳໄດ້ດີ. ຕົ້ນນາງກວັກໃຫ້ປະສິດທິພາບໃນການກຳຈັດມົນລະພິດໄດ້ດີກວ່າ ຜັກກ້ານຈອງ ຕາມອັດຕາການໄຫຼທີ່ຫຼຸດລົງ, ແຕ່ຖ້າຫາກມີອັດຕາການໄຫຼທີ່ເພີ່ມຂື້ນ ຫຼື ປະລິມານນ້ຳທີ່ຫຼາຍ ຜັກກ້ານຈອງຈະໃຫ້ປະສິດທິພາບໃນການກຳຈັດທາດອາຫານໃນນ້ຳໄດ້ດີກວ່າຕົ້ນນາງກວັກ. ນອກນັ້ນ ຕົ້ນນາງກວັກ ແລະ ຜັກກ້ານຈອງ ຍັງໃຫ້ປະສິດທິພາບໃນລະດັບດີໃນການກຳຈັດ BOD ທີ່ອັດຕາການໄຫຼຕໍ່າສຸດຄື 98.02% ແລະ 88.05%, ຕາມລໍາດັບ. ເຖິງຢ່າງໃດກໍຕາມ, ຂະບວນການກຳຈັດມົນລະພິດ ທີ່ປົນເປື້ອນມາກັບນ້ຳເປື້ອນຟາມໝູນັ້ນ ອາດເກີດຈາກ ຂະບວນການດູດຊຶມ, ການປະຕິກິລິຍາຂອງອົກຊີແຊນ, ແລະ ການນຳເອົາໄປໃຊ້ໂດຍພືດເອງ.