ບົດຄັດຫຍໍ້
ຈາກການສຶກສາໃນຄັ້ງນີ້ ແມ່ນສຶກສາການບໍາບັດນໍ້າເປື້ອນຈາກຊຸມຊົນໃນແບບຈໍາລອງໂດຍໃຊ້ ຕົ້ນຜື ແລະ ຕົ້ນລັງກາ ທີ່ໃຫ້ໄຫຼນໍ້າຜ່ານວັດສະດຸຕ່າງໆ ໄດ້ດຳເນີນການສຶກສາທົດລອງ ທີ່ຄະນະຊັບພະຍາກອນນ້ຳມີຈຸດປະສົງ: ເພື່ອສຶກສາປະສິດທິພາບການບໍາບັດນໍ້າເປື້ອນຈາກບຶງໜອງທາ ໂດຍໃຊ້ແບບຈໍາລອງແບບປະສົມ, ເພື່ອສຶກສາອັດຕາສ່ວນທີ່ເໜາະສົມໃນແບບຈໍາລອງ ໂດຍແບບນໍ້າເປື້ອນໄຫຼເທິງໜ້າດິນ ແລະ ຊືມຜ່ານໃຕ້ດິນແບບປະສົມ.
ວິທີການໃຊ້ແບບຈໍາລອງ ຂະໜາດຄວາມກວ້າງ 1 ແມັດ x ຍາວ 2 ແມັດ x ຄວາມສູງ 1 ແມັດ ທັງ 2 ແບບທົດລອງ, ເພື່ອຫາປະສິດທິພາບການບໍາບັດນໍ້າເປື້ອນແບບໄຫຼເທິງໜ້າດິນ (FWS) ແລະ ໄຫຼຜ່ານໃຕ້ຜີວດິນ (SF), ມີອັດຕາສ່ວນລະຫວ່າງ 1:1 ແລະ 1:2 ພືດທີ່ໃຊ້ປູກເພື່ອບໍາບັດໄດ້ແກ່: ຕົ້ນຜື, ຕົ້ນລັງກາ, ໂດຍທໍາການເກັບຕົວຢ່າງນໍ້າ 7 ວັນຕໍ່ຄັ້ງ ຂອງນໍ້າທີ່ນໍາເຂົ້າໃນແບບທົດລອງ ແລະ ນໍ້າໄຫຼອອກຈາກແບບທົດລອງ ເພື່ອວິເຄາະຫາຄຸນນະພາບນໍ້າແລ້ວນໍາມາຄິດໄລ່ຫາປະສິດທິພາບການບໍາບັດນໍ້າເປື້ອນມີ Temperature, pH, DO, EC, BOD5, NH4-N, TSS ແລະ ປະເມີນອັດຕາສ່ວນລະຫວ່າງແບບນໍ້າໄຫຼເທິງໜ້າດິນ ແລະ ຊືມໄຫຼຜ່ານໃຕ້ຜີວດິນປະສົມ (ດິນ, ຊາຍ, ຫີນ) ເພື່ອນໍາໄປປະຍຸກໃຊ້ກັບລະບົບບໍາບັດນໍ້າເປື້ອນຂອງຊຸມຊົນ.
ຈາກຜົນການສຶກສາຈາກອ່າງບຳບັດແບບ (FWS), ແບບ (SF) ທັງ 2 ລະບົບໃນອ່າງດຽວກັນໃນເລື່ອງປະສິດທິພາບຂອງການບໍາບັດ ໂດຍໃຊ້ຕົ້ນຜື ແລະ ຕົ້ນລັງກາໃນແບບຈໍາລອງໄຫຼຜ່ານເທິງຜິວດິນ ຫຼື ໜ້າດິນເຫັນວ່າ ອ່າງບໍາບັດແບບໄຫຼຜ່ານເທິງໜ້າດິນ (Free Water Surface Systems: FWS) ແລະ ແບບຊືມໄຫຼໃຕ້ດິນໃນການບຳບັດນ້ຳເປື້ອນ (Subsurface Flow Constructed Wetland: SF) ດ້ວຍອ່າງບໍາບັດແບບ (1:1) ແລະ (1:2) ສອງແບບທົດລອງ, ຜົນການວິໄຈເມື່ອພິຈາລະນາປະສິດທິພາບໃນການບໍາບັດ ແບບທົດລອງອັດຕາສ່ວນ (1:2) ໄດ້ດີກ່ວາຄື: ດິນປູກຕົ້ນຜື, ຕົ້ນລັງກາ 1 ສ່ວນ ແລະ ຫີນ ກັບ ຊາຍ 2 ສ່ວນ ດ້ວຍລະບົບ FWS ແລະ SF ແບບປະສົມ, ເນື່ອງຈາກວ່າ FWS ພືດສາມາດສັງເຄາະແສງສະຫວ່າງ, ດູດຊັບແບັກທີເຣຍໃນນໍ້າ, ປັບສະພາບຂອງນໍ້າໂດຍທໍາມະຊາດ. ສ່ວນ SF ສາມາດບໍາບັດ EC, NH4 –N, BOD5 ແລະ TSS, ມີຄວາມເໝາະສົມໃນການນໍາໄປໃຊ້ ບໍາບັດນໍາໃນຄົວເຮືອນ ຫຼື ຊຸມຊົນ.