ບົດຄັດຫຍໍ້
ນະຄອນຫຼວງວຽງຈັນແມ່ນນະຄອນຫຼວງໃຫຍ່ຂອງປະເທດລາວທີ່ມີປະຊາກອນເພີ້ມຂຶ້ນ ແລະ ມີການຂຶ້ນຂອງຂົງເຂດເສດຖະກິດເຊິ່ງອາດເປັນສາເຫດເຮັດໃຫ້ ປະລິມານຂີ້ເຫຍື້ອເພີ້ມຂຶ້ນ. ສະນັ້ນບົດສຶກສາສະບັບນີ້ ແມ່ນບົດໂຄງການທີ່ສຶກສາການເພີ່ມຂຶ້ນຂອງປະລິມານຂີ້ເຫຍື້ອທົ່ວໄປຫັນປ່ຽນມາເປັນພະລັງງານ ໃນເຂດນະຄອນຫຼວງວຽງຈັນ, ສຶກສາແມ່ນສຶກສາຈາກຂໍ້ມູນມືສອງ. ເຊິ່ງຈຸດປະສົງແມ່ນ ເພື່ອສຶກສາປະລິມານຂີ້ເຫຍື້ອທົ່ວໄປໃນອະນາຄົດ ພ້ອມຈັດແຍກຂີ້ເຫຍື້ອທົ່ວໄປແຕ່ລະປະເພດ ແລະ ການຫັນປ່ຽນຂີ້ເຫຍື້ອມາເປັນພະລັງງານ ວ່າຈະສາມາດສ້າງເປັນພະລັງງານໄດ້ຫຼາຍປານໃດ.ວິທີການສຶກສາແມ່ນສຶກສາການເພີ່ມຂຶ້ນຂອງປະຊາກອນໃນອະນາຄົດ ເພື່ອຈະນໍາເອົາຈໍານວນປະຊາກອນມາຄິດໄລ່ຄາດຄະເນຫາປະລີມານຂີ້່ເຫຍື້ອໃນອະນາຄົດແຕ່ລະຊ່ວງປີເຊັ່ນ: 10 ປີ, 15 ປີ ແລະ 20 ປີ. ອີງຕາມຜົນການສຶກສາເຫັນວ່າມີ ຂີ້ເຫຍື້ອຈາກຄົວເຮືອນ(ເສດອາຫານ), ໄມ້(ເສດໄມ້ ແລະ ກິ່ງໄມ້ຕ່າງໆ), ປຣາສະຕິກ, ແກ້ວ/ກະເບື້ອງ, ເຈ້ຍ, ຜ້າແພ, ໜັງ/ຢາງຢືດ, ໂຫລະ ແລະ ອື່ນໆ, ສະນັ້ນພະລັງງານທີ່ປະເມີນວ່າອາດຈະມີໃນການຫັນປ່ຽນຂີ້ເຫຍື້ອມາເປັນພະລັັງງານຂອງປີ 2028, 2033, 2038 ເຊິ່ງໄດ້ສະຫຼູບດັ່ງໃນຕາຕະລາງລຸ່ມນີ້, ສະນັ້ນຖ້ານໍາໃຊ້ພະລັງງານນີ້ມາຮັບໃຊ້ຄົວເຮືອນແມ່ນຈະໄດ້ 32.668 ຫຼັງຄາເຮືອນ/ເດືອນ ໃນປີ 2028, ໄດ້ 37.871 ຫຼັງຄາເຮືອນ/ເດືອນ 2033, 43.889 ຫຼັງຄາເຮືອນ/ເດືອນ ໃນປີ 2033, ນີ້ສະແດງໃຫ້ເຫັນເຖິງຄວາມອາດສມາດໃນການຫຼຸດປະລິມານຂີ້ເຫຍື້ອໄປເປັນພະລັງທົດແທນໄດ້.