Categories
ສາຍທຳມະຊາດ

ການປັບສະພາບເສດຂີ້ເຫຍື້ອອ້ອຍດ້ວຍ Ca(OH)2ແລະ ຄວາມຮ້ອນເພື່ອໃຊ້ເປັນວັດຖຸດິບໃນການຜະລິດເອທານອລຊີວະພາບ(Sugarcane trash pretreatment by Ca(OH)2 and Heating as Bioethanol feedstock)ອໍລະວັນ ສອນສຸພາບ (Ms. Orlavanh SONESOUPHAP)a ແລະ ແກ້ວນະຄອນ ຄູນວິໄລ (Keonakhone KHOUNVILAI)

ວິສະວະກຳເຄມີ, ພາກວິຊາວິສະວະກຳກົນຈັກ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ a E-mail: sonesouphap86@gmail.com, Tel: 020 97113593

ບົດຄັດຫຍໍ້

ການປັບສະພາບຕົວຢ່າງຂອງເສດຂີ້ເຫຍື້ອອ້ອຍເພື່ອນຳມາເປັນວັດຖຸດິບໃນການຜະລິດເອທານອລຊີວະພາບດ້ວຍທາດແຄລຊ່ຽມໄຮດ໋ອກໄຊCa(OH)2ທີ່ມີຄວາມເຂັ້ມຂຸ້ນ 2%, 4% ແລະ 6%ທີ່ອຸນຫະພູມ 90°C, 100°C, 110°Cແລະ 120°C.ຈາກຜົນຂອງການວິເຄາະຫາອົງປະກອບທາງຊີວະເຄມີ ເຊັ່ນ: ປະລິມານຂອງທາດແຊກ, ໂຮໂລເຊລລູໂລສ, ແອລຟາ-ເຊລລູໂລສ ແລະ ລິກນິນ ພົບວ່າ: ສະພາວະຕ່າງໆມີຜົນຕໍ່ປະລິມານຂອງທາດໂຮໂລເຊລລູໂລສທີ່ໄດ້ ແລະ ປະລິມານການກໍາຈັດທາດແຊກ, ລິກນິນ. ເຫັນວ່າການປັບສະພາບໃນສະພາວະCa(OH)24%, 100°Cມີປະລິມານຂອງທາດໂຮໂລເຊລລູໂລສ ແລະ ແອລຟາ-ເຊລລູໂລສສູງສຸດປະມານ 99.39%ແລະ 86.75%ຕາມລຳດັບ ແລະຍັງເປັນສະພາວະທີ່ພົບປະລິມານຂອງທາດແຊກ ແລະ ປະລິມານຂອງລິກນິນໜ້ອຍທີ່ສຸດຄື: ມີພຽງແຕ່  25%ແລະ1.5%ຕາມລຳດັບ.