ບົດຄັດຫຍໍ້
ການສຶກສາກ່ຽວກັບ ປະເມີນແນວໂນ້ມການປ່ຽນແປ່ງສິ່ງແວດລ້ອມດ້ວຍແບບຈໍາລອງຄະນິດສາດ ໃນຄັ້ງນີ້ແມ່ນໄດ້ລົງສຳຫຼວດເກັບຂໍ້ມູນກ່ຽວກັບປະຊາຊົນ, ສັດ ແລະ ພືດນາໆຊະນິດ ຢູ່ໃນບໍລິເວນເຂດພູຈອມວອຍປ່າສະ ຫງວນຂອງແຂວງບໍລິຄໍາໄຊ. ວິທີການສຶກສາແມ່ນໃຊ້ໂປຣແກຣມ MATLAB ແລະ Microsoft Excel ວິເຄາະຫາບັນດາປັດໄຈທີ່ມີຜົນຕໍ່ການປ່ຽນແປງສິ່ງແວດລ້ອມ ພ້ອມທັງສ້າງແບບຈຳລອງທາງຄະນິດສາດປະເມີນແນວໂນ້ມການປ່ຽນແປງສິ່ງແວດລ້ອມໃນເຂດດັ່ງກ່າວແຕ່ປີ 1980-2044. ລົງເກັບກໍາຂໍ້ມູນພາກສະໜາມຈຳນວນ 4 ຄັ້ງ ມີທັງໝົດ 180 ຄອບຄົວ ຈາກ 5 ບ້ານ ຄື: ບ້ານ ນາເຮືອງ ບ້ານ ຫາງນາ, ບ້ານ ນາຈະໄຫຼ້ ແລະ ບ້ານ ແກ້ວແສນຄຳ, ເມືອງ ຄໍາເກີດ, ຈໍານວນ 30, 30, 30 ແລະ 30 ຄອບຄົວ ຕາມລຳດັບ ແລະ ບ້ານ ນໍ້າປັນ, ເມືອງ ໄຊຈຳພອນ ຈຳນວນ 60 ຄອບຄົວ. ຂໍ້ມູນພືດ ແລະ ສັດທີ່ເກັບກໍາໄດ້ທັງໝົດ 151 ຊະນິດ ຄື: ສັດລ້ຽງລູກດ້ວຍນໍ້ານົມມີ 26 ຊະນິດ; ສັດເຄິ່ງບົກ-ເຄິ່ງນໍ້າມີ 24 ຊະນິດ; ສັດເລືອຄານມີ 5 ຊະນິດ; ນົກມີ 11 ຊະນິດ; ປາມີ 26 ຊະນິດ; ແມງໄມ້ມີ 28 ຊະນິດ; ຕົ້ນໄມ້ຈິງມີ 12 ຊະນິດ; ໄມ້ປ່ອງມີ 3 ຊະນິດ; ໜໍ່ຫວາຍ-ໜໍ່ບຸ່ນມີ 6 ຊະນິດ, ເຫັດມີ 10 ຊະນິດ. ຜົນການສຶກສາພົບວ່າ: ສັດລ້ຽງລູກດ້ວຍນໍ້ານົມມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນ ຊ້າງ (ສູນພັນແລ້ວ), ກວາງ ແລະ ເສົາຫຼ້າ ມີແນວໂນ້ມໃກ້ຈະສູນພັນ ແລະ ຮອງລົງມາແມ່ນ ເສືອ, ໝີ ແລະ ເໝີຍຕາມລໍາດັບ, ສ່ວນໜູປ່າແມ່ນບໍ່ມີປ່ຽນແປງ; ສັດເຄິ່ງບົກ-ເຄິ່ງນໍ້າສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງ, ກົງກັນຂ້າມຕະປາດຄີໂອແມ່ນເພີ່ມຂຶ້ນເລັກໜ້ອຍ; ສັດເລືອຄານ ສ່ວນຫຼາຍແມ່ນມີທ່າອ່ຽງຫຼຸດລົງເທົ່າໆກັນ, ສ່ວນງູຈົງອາງຕາໃຫຍ່ແມ່ນເພີ່ມຂຶ້ນເລັກໜ້ອຍ; ນົກມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນໄກ່ຂວາ, ຮອງລົງມາແມ່ນນົກຍຸງ, ນົກກົກຄໍາຕາມລໍາດັບ, ສ່ວນນົກແກ້ວ ແລະ ນົກເຂົາມີແນວໂນ້ມບໍ່ປ່ຽນແປງ; ປາມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນປາສູດ ແລະ ປາກະປິ, ຮອງລົງມາແມ່ນປາມັນໜ້າບໍ້າ, ສ່ວນປາໄຍມີແນວໂນ້ມບໍ່ປ່ຽນແປງ, ປາດູດຝຸ່ນ(ຫຼື ປາຝຣັ່ງ) ແລະ ປາກໍມີແນວໂນ້ມເພີ່ມຂຶ້ນໄວທີ່ສຸດ ຈົນກາຍເປັນໄພຂົ່ມຂູ່ຕໍ່ປາຊະນິດອື່ນໆ; ແມງໄມ້ຫຼຸດລົງຫຼາຍກວ່າໝູ່ແມ່ນແມງມຸມຫຼັງໜາມ, ແມງກະເບື້ອໂກແຣັດ, ແມງກະເບື້ອໝາກນາວສີ, ສ່ວນຕໍ່ ແລະ ດ້ວງແມ່ນມີແນວໂນ້ມບໍ່ປ່ຽນແປງ; ໄມ້ຈິງມີແນວໂນ້ມປ່ຽນຫຼຸດລົງຫຼາຍກວ່າໝູ່ແມ່ນໄມ້ໂລງເລງ ແລະ ໄມ້ສະພີ້, ສ່ວນໄມ້ມີ້ໃຫຍ່, ໄມ້ໝາກກໍຟານ ແລະ ໄມ້ຍາງມີແນວໂນ້ມບໍ່ປ່ຽນແປງ; ໄມ້ປ່ອງມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ໄມ້ແສງຕາລ້ອມ, ຮອງລົງມາແມ່ນໄມ້ຂົມ ແລະ ໄມ້ແລບ; ໜໍ່ຫວາຍ-ໜໍ່ບຸ່ນມີແນວໂນ້ມຫຼຸດລົງຫຼາຍກວ່າໝູ່ແມ່ນຫວາຍ ແລະ ໜໍ່ຕາວ, ສ່ວນປະເພດອື່ນໆແມ່ນມີແນວໂນ້ມຫຼຸດລົງພຽງເລັກໜ້ອຍ; ເຫັດມີແນວໂນ້ມຫຼຸດລົງພຽງເລັກໜ້ອຍຄື ເຫັດ Myxomycetes, ກົງກັນຂ້າມ ເຫັດຫຼິນຈື່, ເຫັດເປັນພິດ ແລະ ເຫັດທີ່ບໍ່ມີຂໍ້ມູນນຳໃຊ້ແມ່ນມີແນວໂນ້ມເພີ່ມຂຶ້ນຫຼາຍ, ສ່ວນເຫັດທີ່ກິນໄດ້ ແລະ ເປັນຢາມີແນວໂນ້ມບໍ່ປ່ຽນແປງ; ຈໍານວນພົນລະເມືອງທັງ 5 ບ້ານແມ່ນມີແນວໂນ້ມທີ່ເພີ່ມຂຶ້ນພຽງເລັກໜ້ອຍ.