Categories
ສາຍທຳມະຊາດ

ສຶກສາລະບົບແຈ້ງເຕືອນອັກຄີໄພ ທີ່ສາມາດລະບຸເສັ້ນທາງ ແລະ ສະຖານທີ່ເກິດເຫດ ເທີງແຜນທີ່ Google map

ພະນົມພົມດວງສີ1ໄຊສະໝອນ ດິດຕະພົງ1ວິລະກອນ ແສນວິໄລ2ຄໍາຜອງ ຄົງສົມບູນ1 1ພາກວິຊາວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ, 2ພະແນກວິທະຍາສາດພື້ນຖານ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.

ບົດຄົດຫຍໍ້

ປະເທດລາວ ນັບຕັ້ງແຕ່ປີ 2014 ຫາ 2020, ຈາກສະຖິຕິໄດ້ເກິດມີອັກຄີໄພລວມທັງໝົດ 1.195 ຄັ້ງ ມູນຄ່າເສຍຫາຍຫຼາຍກວ່າ 2.391.000.000.000 ກີບ. ຖ້າຄິດສະເພາະນະຄອນຫຼວງວຽງຈັນ ໃນໄລຍະ 7 ປີຜ່ານມານີ້ເຫັນວ່າມີການເກິດອັກຄີໄພທັງໝົດ 383 ຄັ້ງ ຄິດເປັນ 32% ຂອງທັງໝົດ ແລະ ມູນຄ່າເສຍຫາຍ 1.147.338.000.000 ກີບ ເປັນເຂດທີ່ມີການເກິດອັກຄີໄພຫຼາຍສຸດ. ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊີວິດອີນຊີ, ແລະ ເຮືອນຊານບ້ານຊ່ອງ ຂອງພໍ່ແມ່ປະຊາຊົນ ຢ່າງມະຫາສານ. ບັນຫາອັນເປັນຕົ້ນຕໍ່ທີ່ເຮັດໃຫ້ເກິດອັກຄີໄພ ແມ່ນໄຟຟ້າລັດວົງຈອນ ຄວາມປະມາດໃນການໃຊ້ໄຟແຕ່ງຢູ່ຄົວກີນ. ໄຟທີ່ໃໝ້ຈະຫຍາຍວົງກວ້າງຢ່າງໄວວາ ຍ້ອນຄວາມແອອັດຂອງຊຸມຊົນ ຫາກການໃຫ້ຄວາມຊ່ວຍເຫຼືອ ການດັບເພີງ ແລະ ມອດໄຟຟ້າ ມີຄວາມຊັກຊ້າ ບໍ່ທ່ວງທັນຕໍ່ເຫດການ ຈະສ້າງຄວາມສູນເສຍຢ່າງຫຼວງຫຼາຍ. ຂັ້ນຕອນໃນການດໍາເນີນການຊ່ວຍເຫຼືອຂອງເຈົ້າໜ້າທີ່ດັບເພີງ ແມ່ນມີຄວາມຊັກຊ້າ ເນື່ອງຈາກວ່າທາງສະຖານີຈໍາເປັນຈະຕ້ອງໄດ້ສອບຖາມເຖີງລາຍລະອຽດກ່ຽວກັບຜູ້ປະສົບໄພ ບໍ່ວ່າຈະເປັນ ເຫດເກິດຢູ່ໃສ ເຮືອນ-ຮ່ອມທີເທົ່າໃດ ບ້ານຫຍັງ ເມືອງຫຍັງ ແລະ ອື່ນໆ ທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນທີ່ຈະໃຊ້ເຂົ້າໃນການເດີນທາງ ໄປໃຫ້ຄວາມຊ່ວຍເຫຼືອ ບາງຄັ້ງຄາວໃຊ້ເວລາ 10-30 ນາທີ ໃນການຮັບຂໍ້ມູນ. ທາງດ້ານເຈົ້າໜ້າທີ່ໄຟຟ້າ ທີ່ຈະໄປມອດໄຟນັ້ນ ກໍ່ຕ້ອງໄດ້ສອບຖາມຂໍ້ມູນເຊັ່ນດຽວກັນ. ສະນັ້ນ, ໃນບົດຄົ້ນຄວ້າວິໄຈສະບັບນີ້ຈະໄດ້ສຶກສາລະບົບການແຈ້ງເຕືອນອັກຄີໄພ ທີ່ສາມາດລະ​ບຸ​ສະ​ຖານ​ທີ່​ ແລະ ເສັ້ນທາງ ຈາກສະຖານີດັບເພີງ-ໄຟຟ້າ ໄປຫາຈຸດເກິດເຫດ. ຫາກເກິດອັກຄີໄພໃນສະຖານທີ່ໃດໜື່ງ ລະບົບຈະສົ່ງຂໍ້ມູນ ຜ່ານທາງເຄືອຂ່າຍ GSM ມາຫາສະຖານີດັບເພີງ ແລະ ສະຖານີໄຟຟ້າ ຮັບແຈ້ງເຫດພາຍໃນ 1 ນາທີ ຫຼື ໜ້ອຍກວ່າ. ໂດຍຈະສະແດງຂໍ້ມູນຂອງສະຖານທີ່ເກິດເຫດ ເຊັ່ນ: ຂໍ້ມູນເຈົ້າຂອງເຮືອນ, ຕໍາແໜ່ງ, ບ້ານເລກທີ, ຮ່ອມທີ, ເມືອງ ແລະ ເສັ້ນທາງ ຈາກສະຖານີໄປຫາຈຸດເກິດເຫດ ຜ່ານທາງ Google maps ໄວ້ຢ່າງຊັດເຈນ. ຊື່ງເປັນຂໍ້ດີທີ່ສາມາດເຮັດໃຫ້ຂະບວນການຊ່ວຍເຫຼືອຜູ້ປະສົບໄພ ໄດ້ໄວຂຶ້ນ ແລະ ທັນຕໍ່ເຫດການ ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ອາດຈະເກິດຂຶ້ນ.

Categories
ສາຍສັງຄົມ

ການບໍຫານຈັດການໂຮງຮຽນ ແລະ ຄວາມຮູ້ຂອງນັກຮຽນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນ ສປປ ລາວ; ກໍລະນີສຶກສາ

Kethsana Kanyasan*, Daisuke Nonaka2, Athithouthay Chatouphonexay1, Paul Michael Hernandez3, Sengchanh Kounnavong4, and Jun Kobayashi2,5

ບົດຄັດຫຍໍ້

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ປັບໃຊ້ກອບຄວາມປອດໄພຮອບດ້ານໃນໂຮງຮຽນ (School Safety Framework) ແລະ ຍັງໄດ້ຊອດແຊກຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າຫຼັກສູດການຮຽນ-ການສອນເພື່ອເສີມສ້າງຄວາມຮູ້ໃຫ້ນັກຮຽນ ແລະ ຊຸມຊົນໃນ ສປປ ລາວ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນການຈັດຕັ້ງປະຕິບັດຈິງແມ່ນຍັງບໍ່ທັນໄດ້ມີການປະເມີນເທື່ອ. ບົດຄົ້ນຄ້ວາຄັ້ງນີ້້ມີຈຸດປະສົງເພື່ອປະເມີນສະພາບການປະຈຸບັນຂອງການບໍລິຫານຈັດການຄວາມສ່ຽງພັດພິບັດໃນໂຮງຮຽນ ແລະ ລະດັບຄວາມຮູ້ຂອງນັກຮຽນກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ໂດຍສະເພາະແມ່ນອັກຄີໄພ ໃນ ສປປ ລາວ.
ວິທີດຳເນີນການຄົ້ນຄ້ວາ ໄດ້ດຳເນີນການຄົ້ນຄ້ວາແບບກໍລະນີສຶກສາ (A Case study) ຢູ່ 5 ແຂວງໃນ ສປປ ລາວ ລວມມີ ແຂວງຫຼວງພະບາງ, ຫົວພັນ, ໄຊຍະບູລີ, ບໍ່ແກ້ວ ແລະ ບໍລິຄຳໄຊ ໃນປີ 2017, ສຳເລັດການລົງສັງເກດການຢູ່ 8 ໂຮງຮຽນທີ່ຖືກເລືອກ,​ ກວດສອບຂໍ້ມູນ ເອກະສານທີ່ໃຊ້ປະກອບໃນການດຳເນີນກິດຈະກຳການຮຽນ-ການສອນ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຢາຍແບບສອບຖາມໃຫ້ນັກຮຽນຊັ້ນ ມ2 ທັງໝົດ 869 ຄົນ. ນຳໃຊ້ Fisher’s exact ໃນການທົດສອບຄວາມຮູ້ຂອງນັກຮຽນກ່ຽວກັບການປ້ອງກັນ ແລະ ໂຕ້ຕອບອັກຄີໄພ.
ຜົນການຄົ້ນຄ້ວາ ລັກສະນະຂອງໂຮງຮຽນແມ່ນມີອິດທິຜົນຕໍ່ຄວາມຮູ້ຂອງນັກຮຽນ, ທຸກໂຮງຮຽນແມ່ນໄດ້ດຳເນີນການຈັດການຮຽນ-ການສອນ ກ່ຽວກັບການລຸດຜ່ອນຄວາມສ່ຽງໄພພິບັດ ແລະ ໄດ້ກຳນົດສະຖານທີ່ອົບພະຍົກ ຫຼື ລົບໄພ ກໍລະນີເກີດໄພພິບັດ, ໃນຂະນະທີ່ບາງໂຮງຮຽນໄດ້ດຳເນີນການຝຶກຊ້ອມ ການໂຕ້ຕອບ ແລະ ຫຼົບຫຼີກໄພພິບັດ. 6 ໃນ 8 ໂຮງຮຽນ ແມ່ນໂຮງຮຽນໂຄງການທົດລອງຄວາມສ່ຽງໄພພິບັດ, 5 ໂຮງຮຽນແມ່ນເຄີຍມີປະສົບການໄຟໄໝ້. ໃນທຸກໂຮງຮຽນທີ່ຖືກເລືອກ, ນັກຮຽນສ່ວນໜ້ອຍສາມາດຕອບຄຳຖາມໄດ້ຖືກຕ້ອງໃນພາກການປ້ອງກັນໄພພິບັດ. ແຕ່ເຖິງຢ່າງໃດກໍ່ຕາມ ນັກຮຽນຫຼາຍກ່ວາ 80% ສາມາດຕອບຄຳຖາມໄດ້ຢ່າງຖືກຕ້ອງໃນພາກການໂຕ້ຕອບໄພພິບັດ.
ສະຫຼຸບຜົນການຄົ້ນຄ້ວາ ທຸກໂຮງຮຽນແມ່ນໄດ້ຈັດກິດຈະກຳການປ້ອງກັນອັກຄີໄພ. ນັກຮຽນສ່ວນຫຼາຍມີຄວາມຮູ້ໃນການໂຕ້ຕອບໄພອັກຄີໄພ. ການໃຫ້ຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຮອບດ້ານ ອາດຈະມີຜົນປະໂຫຍດໃນການປັບປຸງຄວາມຮູ້ ແລະ ປະຕິບັດຕົວຈິງຂອງນັກຮຽນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ.